ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີວາງສີລາ ລືກໂຄງການກ່ໍສ້າງອາຄານສຳ ນັກງານຫ້ອງວ່າການ ເມືອງສະ ໜາມໄຊ ຫລັງໃໝ່
ຈັດຂ້ຶນໃນ ວັນທີ 15 ມິຖຸນາ 2026 ໂດຍມ ທ່ານ ທະນູໄຊ ບັນຊາລິດ ປະທານ ຄະນະກຳມະການປົກຄອງ ແຂວງ ອັດຕະປື, ພ້ອມດ້ວຍຂະແໜງການ ທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ທ່ານ ສັນຕິໄຊ ສີລືໄຊ ປະທານ ຄະນະກໍາມະການປົກຄອງເມືອງ ສະໜາມໄຊ ໄດ້ໃຫ້ຮູ້ວ່າ: ອາຄານ ສຳນັກງານຫລັງເກົ່າ ໄດ້ຖືກນຳ ໃຊ້ຕັ້ງແຕ່ປີ 1990 ຊຶ່ງປັດຈຸບັນມີສະພາບຊຸດໂຊມ, ຄັບແຄບ ແລະ ບໍ່ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການໃນການ ບໍລິຫານວຽກງານລັດທີ່ທັນສະໄໝ. ດັ່ງນັ້ນ, ການກໍ່ສ້າງອາຄານຫລັງ ໃໝ່ນີ້ ຈຶ່ງເປັນບາດກ້າວສຳຄັນ ທາງດ້ານການເມືອງ ເພື່ອອຳນວຍ ຄວາມສະດວກໃນການໃຫ້ບໍລິການ ປະຊາຊົນໃຫ້ດີຂຶ້ນ, ມີຄວາມເປັນ ມືອາຊີບ ແລະ ສອດຄ່ອງກັບການ ຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມຂອງເມືອງໃນໄລຍະໃໝ່ ແລະ ໂຄງການກໍ່ສ້າງອາຄານ ສຳນັກງານຫ້ອງວ່າການເມືອງ ຫລັງໃໝ່ນີ້ ຖືເປັນຄວາມມຸ່ງຫວັງ ອັນຍາວນານຂອງຄະນະພັກ-ຄະນະນຳ ແລະ ປະຊາຊົນບັນດາເຜ່ົາເມືອງ ສະໜາມໄຊ, ເມື່ອສຳເລັດແລ້ວ ຈະ ກາຍເປັນສູນກາງການບໍລິຫານທ່ ທັນສະໄໝ, ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດຂອງ ປະຊາຊົນໃນທ້ອງຖິ່ນຢ່າງແທ້ຈິງ.
ສຳລັບຮູບແບບອາຄານສຳນັກ ງານຫ້ອງວ່າການເມືອງສະໜາມ ໄຊ ຫລັງໃໝ່ນີ້ ຈະກໍ່ສ້າງຢູ່ຈຸດເດີ່ນ ສະໜາມແດງ ຂ້າງຫ້ອງວ່າການ ຫລັງເກົ່າ, ເປັນອາຄານສູງ 3 ຊັ້ນ, ມີເນ້ືອທ່ີກ່ໍສ້າງທັງໝົດ 4.920 ຕາແມັດ, ລວມມູນຄ່າການລົງທຶນ 66,89 ຕື້ກວ່າກີບ, ໂດຍນໍາໃຊ້ງົບປະມານຂອງລັດຖະບານ, ພາຍໃນ ອາຄານປະກອບມີ ຫ້ອງປະຊຸມ 2 ຫ້ອງ, ຫ້ອງເຮັດວຽກ 31 ຫ້ອງ, ຫ້ອງເກັບມ້ຽນຊັບສິນ 3 ຫ້ອງ, ຫ້ອງໄອທີ 3 ຫ້ອງ ແລະ ຫ້ອງ ອະເນກປະສົງ 1 ຫ້ອງ ແລະ ຫ້ອງ ອື່ນໆອີກຈໍານວນໜຶ່ງ, ສາມາດ ບັນຈຸພະນັກງານ-ລັດຖະກອນໄດ້ ເຖິງ 107 ຄົນ, ໂຄງການນ້ີ ຮັບເໝົາ ກ່ໍສ້າງໂດຍ ບໍລິສັດ ເພັດສະຫວັນ ພູນທະວີຊັບ ກໍ່ສ້າງສ້ອມແປງເຄຫາ ສະຖານ ແລະ ຊົນລະປະທານ ຈຳ ກັດຜູ້ດຽວ ຊຶ່ງເປັນຜູ້ຊະນະການ ປະມູນ ລວມໄລຍະກ່ໍສ້າງຕາມສັນ ຍາແມ່ນ 3 ປີ ໃຫ້ສໍາເລັດ.
ໂອກາດດັ່ງກ່າວ, ທ່ານ ທະນູ ໄຊ ບັນຊາລິດ ໄດ້ເນ້ັນໜັກໃຫ້ຄະ ນະກຳມະການຄຸ້ມຄອງ ແລະ ຕິດ ຕາມໂຄງການ ທັງຂັ້ນແຂວງ ແລະ ຂັ້ນເມືອງ ຕ້ອງຍົກສູງຄວາມຮັບຜິດ ຊອບໃນການຕິດຕາມ, ກວດກາ ຄຸນນະພາບວັດສະດຸ ແລະ ຂະບວນ ການກໍ່ສ້າງຢ່າງໃກ້ຊິດຈິງຈັງ, ເປັນ ກາງ, ຊື່ສັດ. ພ້ອມທັງຮຽກຮ້ອງໃຫ້ ມີການແກ້ໄຂຢ່າງເດັດຂາດຫາກ ພົບຂໍ້ຜິດພາດ ເພື່ອຮັບປະກັນໃຫ ໂຄງການບັນລຸຜົນສໍາເລັດໄດ້ຕາມ ເປົ້າໝາຍ.
ຂ່າວ: ສ ໄຊຄໍາສອນ
KPL