ໜັງສືພິມຊາວໜຸ່ມ ຕົ້ນກຳເນີດສື່ມວນຊົນຫວຽດນາມ

25/06/2026 11:04
ຂປລ ຂປລ. ໜັງສືພິມຊາວໜຸ່ມ ແມ່ນໜັງສືພິມໜຶ່ງທີ່ມີຕົ້ນກຳເນີດຂອງສື່ມວນຊົນຫວຽດນາມ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 21 ມິຖຸນາ ປີ 1925 ສ້າງຕັ້ງໂດຍປະທານ ໂຮ່ຈິມິນ. ການສ້າງຕັ້ງໜັງສືພິມດັ່ງກ່າວ ເພື່ອເປັນກະບອກສຽງໃຫ້ແກ່ພັກ ແກ່ລັດໃນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນຊາວຫວຽດນາມ
ຂປລ. ໜັງສືພິມຊາວໜຸ່ມ ແມ່ນໜັງສືພິມໜຶ່ງທີ່ມີຕົ້ນກຳເນີດຂອງສື່ມວນຊົນຫວຽດນາມ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 21 ມິຖຸນາ ປີ 1925 ສ້າງຕັ້ງໂດຍປະທານ ໂຮ່ຈິມິນ. ການສ້າງຕັ້ງໜັງສືພິມດັ່ງກ່າວ ເພື່ອເປັນກະບອກສຽງໃຫ້ແກ່ພັກ ແກ່ລັດໃນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນຊາວຫວຽດນາມ ໃນໄລຍະຕໍ່ສູ້ກູ້ຊາດ, ໂຄສະ ນາແນວທາງນະໂຍບາຍຂອງພັກ. ດ້ວຍຜົນງານອັນຍິ່ງໃຫຍ່ຂອງໜັງສືພິມຊາວໜຸ່ມນັ້ນ, ສຳນັກງານເລ ຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ອອກມະຕິຕົກລົງເລກທີ 52 ລົງວັນທີ 5 ກຸມພາ 1985 ໄດ້ກຳນົດວັນທີ 21 ມິຖຸນາຂອງທຸກໆປີເປັນວັນສື່ມວນຊົນຫວຽດນາມ ເພື່ອເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງສື່ມວນຊົນ, ເສີມສ້າງສາຍພົວພັນລະຫວ່າງສື່ມວນຊົນ ແລະ ປະຊາຊົນ ແລະ ເສີມຂະຫຍາຍຄວາມເປັນຜູ້ນຳຂອງພັກຕໍ່ສື່ມວນຊົນ.
      ທ່ານ ບຸ່ຍ ຊວັນ ຕູ໊ ຫົວໜ້າຫ້ອງການຜູ້ຕາງໜ້າຂ່າວສານປະຈຳລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວທ້າຍອາທິດມານີ້ວ່າ: ບໍ່ວ່າ ໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະພັດທະນາປະເທດຊາດ ສື່ມວນຊົນຫວຽດນາມ ແມ່ນມີຄວາມສຳຄັນຫລາຍໃນການໂຄສະນາເຜີຍແນວທາງຂອງພັກ, ໂຄສະນາເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ ເພື່ອຕໍ່ ສູ້ຍາດເອົາເອກະລາດ, ເສລີພາບ ມາສູ່ປະຊາຊົນຫວຽດນາມ. ຂະນະທີ່ໃນປັດຈຸບັນ ສື່ມວນຊົນຍິ່ງມີຄວາມສຳຄັນໃນການເປັນກະບອກສຽງຂອງພັກຂອງລັດ ໃນການໂຄສະນາແນວທາງນະໂຍບາຍຕ່າງໆລະຫວ່າງພັກ-ລັດກັບປະຊາຊົນ, ການພັດທະນາປະເທດຊາດ, ການດຶງດູດການທ່ອງທ່ຽວ, ການລົງທຶນ, ການຊຸກຍູ້ດ້ານເສດຖະກິດ, ການຄ້າ, ດຶງດູດການລົງທຶນຂອງຕ່າງປະເທດ. ໃນຍຸກປັດຈຸບັນໄດ້ມີສື່ສັງຄົມອອນໄລໄດ້ອອກມາມີຫລາຍ. ສະນັ້ນ, ພວກເຮົາຕ້ອງໄດ້ພັດທະນາຕົນເອງໃຫ້ມັນທັນກັບການພັດທະນາປະເທດຊາດກໍຄືໃນຍຸກດີຈິຕອນ. ສື່ມວນຊົນແຕ່ລະຄົນຕ້ອງສຶກສາຮ່ຳຮຽນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຕາມທີ່ພັກ-ລັດມອບໝາຍໃຫ້ ທັງສ້າງໄດ້ຄວາມໜ້າເຊື່ອຖື, ລາຍງານຂ່າວມີມູນຄວາມຈິງ. ນອກຈາກນີ້, ສື່ມວນຊົນ ຍັງຊ່ວຍຊຸກຍູ້ການຮ່ວມມືລະຫວ່າງພັກ-ລັດຖະບານ ກັບບັນດາປະເທດເພື່ອນມິດ, ບັນດາປະເທດໃນໂລກ ແລະ ອື່ນໆ.
        ສຳລັບດ້ານການຮ່ວມມືລະຫວ່າງສື່ມວນຊົນຫວຽດນາມ ແລະ ສື່ມວນຊົນລາວ, ນັບແຕ່ໄລຍະຕໍ່ສູ້ ກໍຄືໄລຍະສ້າງສາພັດທະນາປະເທດຊາດ, ສື່ມວນຊົນສອງປະເທດໄດ້ມີການພົວພັນຢ່າງສະໜິດແໜ້ນ, ມີການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕາມການສັ່ງສອນຂອງຜູ້ນຳທີ່ຍິ່ງໃຫຍ່ສອງປະເທດ ນັບແຕ່ສູນກາງຂອງທ້ອງຖິ່ນ. ສຳລັບຢູ່ຂັ້ນສູນກາງກໍມີສຳນັກຂ່າວສານຫວຽດນາມ, ໂທລະພາບຫວຽດນາມ, ວິທະຍຸຫວຽດນາມ ແລະ ໜັງສືພິມປະຊາຊົນ. ປັດຈຸບັນສື່ມວນຊົນຫວຽດນາມມີຫ້ອງການຜູ້ຕ່າງໜ້າປະຈຳຢູ່ ສປປ ລາວ 4 ແຫ່ງ. ບັນດາຫ້ອງການຜູ້ຕ່າງໜ້າລ້ວນແຕ່ເປັນຂົວຕໍ່ຊຸກຍູ້ບັນດາການຮ່ວມມືລະຫວ່າງສື່ມວນຊົນ ຂອງສອງປະເທດໃນການແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ, ໄປມາຫາສູ່ກັນ, ຊ່ວຍເຫລືອດ້ານອຸປະ ກອນ, ຊ່ວຍເຫລືອຝຶກອົບຮົມທາງດ້ານວິຊາການ, ຊ່ວຍກັນໂຄສະນາໃນດ້ານຮ່ວມມືທາງດ້ານເສດຖະກິດ, ການລົງທຶນ, ການຄ້າຂາຍ ແລະ ອື່ນໆດ້ວຍດີຕະຫລອດມາ. ທ່ານ ບຸ່ຍ ຊວັນ ຕູ໊  ກ່າວ.
KPL

ຂ່າວອື່ນໆ

ads
ads

Top