ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດ 3 ຕາແສງ ຂອງເມືອງໝື່ນ ແຂວງ ວຽງຈັນ
ຈັດຂຶ້ນໃນວັນທີ 16 ມີຖຸ ນາ 2026 ໂດຍມີ ທ່ານ ຄຳເພັດ ຈັນ ຊົມພູ ຫົວໜ້າຄະນະຈັດຕັ້ງແຂວງ ວຽງຈັນ, ທ່ານ ວໍຣະສອນ ສີອັກຄະ ສອນ ເລຂາຄະນະບໍລິຫານງານ ພັກເມືອງໝື່ນ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ແລະ ອຳນາດການປົກ ຄອງຂອງ 22 ບ້ານ ເຂົ້າຮ່ວມ.
ທ່ານ ຄຳຜູ ແກ້ວດວງສີ ປະທານ ຄະນະກຳມະການປົກຄອງເມືອງ ໝື່ນ ໄດ້ລາຍງານວ່າ: ເມືອງໝື່ນ ປະກອບມີ 3 ຕາແສງຄື: ຕາແສງ ໂນນໄຮ, ຕາແສງ ແດງມີໄຊ ແລະ ຕາແສງຮົ່ມທ້າວ ໃນນັ້ນ, ຕາແສງ ໂນນໄຮ ປະກອບມີ 9 ບ້ານຄື: ບ້ານ ໂພນສີວິໄລ, ໂນນໄຮ, ນ້ຳຮອນ, ໂພນງາມ, ນາປ່າໄຜ, ໂນນຕ້ອງ, ນາບົວ, ນາຍາວ ແລະ ບ້ານນໍ້າເພີນ, ມີ 5 ຊົນເຜົ່າຢູ່ນຳກັນ, ມີ 4.397 ຄອບຄົວ, ມີ 4.123 ຫລັງຄາ ເຮືອນ, ມີພົນລະເມືອງ 27.888 ຄົນ, ຍິງ 13.768 ຄົນ; ຕາແສງ ແດງມີໄຊ ປະກອບມີ 6 ບ້ານຄື: ບ້ານນໍ້າແພດ, ໂພນແສນ, ເມືອງ ໝື່ນ, ນາໝໍ້, ນໍ້າເລົ້າ ແລະ ບ້ານ ນາຕາດ, ມີ 4 ຊົນເຜົ່າຢູ່ນໍາກັນ, ມີ6.635 ຫລັງຄາເຮືອນ, ມີ 2.141 ຄອບຄົວ, ມີພົນລະເມືອງ 12.427 ຄົນ, ຍິງ 6.126. ສຳລັບຕາແສງ ຮົ່ມທ້າວ ປະກອບມີ 7 ບ້ານຄື: ບ້ານ ປາກຊາວ, ດອນຮຽງ, ນ້ຳຮີ້, ປາກ ຈັນ, ກ້ອນຄຳ, ຄົກເໝືອດ ແລະ ບ້ານວັງ, ມີ 3 ຊົນເຜົ່າຢູ່ນຳກັນ, ມີ 1.243 ຫລັງຄາເຮືອນ, ມີ 1.261 ຄອບຄົວ, ມີພົນລະເມືອງ 6.283 ຄົນ, ຍິງ 3.119 ຄົນ.
ໃນກອງປະຊຸມຍັງໄດ້ຜ່ານ ຂໍ້ຕົກລົງ 58, 59, 102/ ຄປພ. ວຈ ວ່າດ້ວຍການສ້າງຕັ້ງຕາແສງ ຮົ່ມທ້າວ, ຕາແສງ ແດງມີໄຊ ແລະ ຕາແສງ ໂນນໄຮ ເມືອງໝື່ນ ແຂວງ ວຽງຈັນ ແລະ ຜ່ານຂໍ້ຕົກລົງສະບັບ ເລກທີ 24,25, 046 ວ່າດ້ວຍການ ແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະກຳມະການປົກຄອງຕາ ແສງ ໂນນໄຮ, ຕາແສງແດງ ມີໄຊ ແລະ ຕາແສງຮົ່ມທ້າວ.
ໂອກາດດ່ຽວກັນນີ້, ທ່ານ ຄຳ ເພັດ ຈັນຊົມພູ ໄດ້ກ່າວວ່າ: ການ ສ້າງຕັ້ງຕາແສງ ແມ່ນເພື່ອຮັບປະ ກັນໃຫ້ປະຊາຊົນໄດ້ເຂົ້າເຖິງການ ບໍລິການຂອງລັດຢ່າງທົ່ວເຖິງ, ສະດວກວ່ອງໄວ, ໂປ່ງໃສ ແລະ ຍຸ ຕິທໍາ, ເຮັດໃຫ້ລະບົບການປົກຄອງ ຢູ່ຂັ້ນພື້ນຖານມີຄວາມເຂັ້ມແຂງສາມາດນໍາພາ-ຊີ້ນໍາ ປະຊາຊົນບັນດາ ເຜົ່າ ຈັດຕັ້ງປະຕິບັດແນວທາງຂອງ ພັກ-ລັດ ໄດ້ຢ່າງແຂງແຮງໃນທຸກ ຂົງເຂດວຽກງານ, ເພື່ອສະດວກໃນ ການຄຸ້ມຄອງ ແລະ ການເຂົ້າເຖິງ ຂອດການບໍລິການ, ການແກ້ໄຂບັນ ຫາຕ່າງໆ ຂອງພໍ່ແມ່ປະຊາຊົນໃຫ້ ວ່ອງໄວທັນສະພາບການ, ພ້ອມທັງ ຮຽກຮ້ອງໃຫ້ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ເລິກເຊິ່ງກວ່າເກົ່າ, ເອົາໃຈ ໃສ່ປັບປຸງລະບົບການເມືອງ ຢ່ ຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດ ນຳພາ - ຄຸ້ມຄອງ ແລະ ບໍລິຫານລັດ ຢູ່ຕາແສງ, ສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາ ພື້ນຖານໂຄງລ່າງ ເພື່ອອໍານວຍ ຄວາມສະດວກໃຫ້ປະຊາຊົນເຂົ້າຫາ ການບໍລິການຕາແສງ ໃຫ້ມີຄວາມ ສະດວກ ແລະ ວ່ອງໄວ.
ພ້ອມດຽວກັນນີ້, ຂັ້ນແຂວງ ແລະ ກຸ່ມບໍລິສັດ ທີຈຳກັດຜູ້ດຽວ ໄດ້ມອບຄອມພິວເຕີໂນດບຸກ, ເຄື່ອງ ພິມເອກະສານ ໃຫ້ແກ່ 3 ຕາແສງ ເພ່ືອຮັບໃຊ້ວຽກງານຕາແສງໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ.
ຂ່າວ-ພາບ: ວັນນາ
KPL