ຄວາມເປັນມາ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າແທ່ນ

25/06/2026 10:58
ຂປລ ຂປລ. ຊົນເຜົ່າແທ່ນ ກໍເປັນອີກຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ທີ່ມີປະຫວັດຄວາມເປັນມາຄືກັບຊົນເຜົ່າອື່ນໆ ໃນສປປ ລາວ ຊຶ່່ງໄດ້ມີການເຄື່ອນຍ້າຍຈາກຊາຍແດນຂອງປະເທດ ມຽນມາ

ຂປລ.  ຊົນເຜົ່າແທ່ນ ກໍເປັນອີກຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ທີ່ມີປະຫວັດຄວາມເປັນມາຄືກັບຊົນເຜົ່າອື່ນໆ ໃນສປປ ລາວ ຊຶ່່ງໄດ້ມີການເຄື່ອນຍ້າຍຈາກຊາຍແດນຂອງປະເທດ ມຽນມາ ໃນຕົ້ນສະຕະວັດທີ XIX  ແລະ ມາຕັ້ງຖິ່ນຖານບ້ານຊ່ອງຢູ່ສອງບ້ານຄື: ບ້ານສາ ແລະ ບ້ານງິ້ວ ເຂດພູສະໜາມ ເມືອງວຽງຄຳ ແຂວງຫລວງພະບາງ ແລະ  ສາເຫດຂອງການຍົກຍ້າຍແມ່ນຍ້ອນເສິກສົງຄາມ ແລະ ການຊອກເນື້ອທີ່ເຮັດການຜະລິດ, ທີ່ຢູ່ອາໄສຖາວອນ, ມີຄວາມສະດວກ ແລະ ປອດໄພ. ເຂົາເຈົ້າເອີ້ນຕົນເອງວ່າ:​ ແທ່ນ ແລະ ຊື່ທີ່ໃຊ້ໃນທາງການກໍແມ່ນຊົນເຜົ່າແທ່ນ. 

ດ້ານຄວາມເຊື່ອແມ່ນນັບຖືພຸດທະສາສະໜາ ຄຽງຄູ່ກັບການເຊື່ອຖືໃນເລື່ອງຈິນວິນຍາ, ຜີເຮືອນ, ຜີບ້ານ, ຜີເມືອງ, ຜີພໍ່ຜີແມ່ ແລະ ຜີບັນພະບູລຸດ.  ສະໄໝກ່ອນທີ່ເຂົາເຈົ້າຕັ້ງພູມລຳເນົາດຳລົງຊີວິດຢູ່ປ່າ ແລະ ພູດອຍ ຕ້ອງໄດ້ນົບໄຫວ້ຜີ ເພື່ອຫລີກເວັ້ນກ່ຽວກັບສິ່ງຊົ່ວຮ້າຍເກີດຂຶ້ນ; ໄດ້ບູຊາຜີບັນພະບູລຸດ, ຜີພໍ່ແມ່, ທັງໄດ້ມີຄວາມເຊື່ອຖືເລື່ອງໂຊກລາງ. ນອກຈາກນັ້ນ, ຍັງເຊື່ອຜີປູ່ຕາ, ຜີພູຜາປ່າດົງ, ຜີແມ່ນໍ້າລຳເຊ, ຜີກົກໄມ້ໃຫຍ່ເຫລົ່ານີ້ເປັນຕົ້ນ. ໃນປີໜຶ່ງໆ ກໍຈະມີບຸນປະເພນີສຳຄັນກ່ຽວກັບການບູຊາຜີຫລາຍເທື່ອ ຄື: ການລ້ຽງບ້ານ, ຜີເມືອງ ແລະ ພິທີກຳອື່ນໆກ່ຽວກັບການປູກຝັງຕາມລະດູການ ຊຶ່ງພິທີກຳໜຶ່ງທີ່ສຳຄັນກໍແມ່ນ ບຸນສະຫລອງນາງເຊິງ ຊຶ່ງເປັນຜູ້ນຳພາ ແລະ ເຕົ້າໂຮມຊົນເຜົ່າແທນ ຜູ້ທຳອິດໃນດິນແດນລາວ.

ຕາມປະເພນີທີ່ເຄີຍສືບທອດກັນມາແຕ່ບູຮານນະການເຂົາເຈົ້າ ມັກປຸກສ້າງ ແລະ ຢູ່ເຮືອນຮ້ານ, ພາຍໃນເຮືອນຈະມີການຈັດແບ່ງເປັນສອງສ່ວນຄື: ສ່ວນທີໜຶ່ງແມ່ນໃຊ້ສຳລັບເປັນບ່ອນນອນ, ຫ້ອງຮັບແຂກ ແລະ ອີກສ່ວນໜຶ່ງໃຊ້ສຳລັບແຕ່ງຢູ່ຄົວກິນ. ສ່ວນການຈັດແບ່ງຫ້ອງນອນ ແລະ ຂະໜາດຄວາມໃຫຍ່ ນ້ອຍຂອງເຮືອນແມ່ນອີງຕາມສະມາຊິກຂອງຄົວເຮືອນ, ຍ້ອນວ່າເຂົາ ເຈົ້າມີຄວາມເຊື່ອຖືເລື່ອງຜີຢູ່ແຕ່ລະຫລັງຄາເຮືອນຈະມີຮ້ານບູຊາ ຊຶ່ງສ່ວນຫລາຍແລ້ວຈະຢູ່ໃນຫ້ອງນອນພໍ່, ແມ່ ຜູ້ເປັນເຈົ້າຂອງເຮືອນ. ສະນັ້ນ, ຊົນເຜົ່ານີ້ຈຶ່ງມີຂໍ້ຫ້າມ ແລະ ການຄະລຳ ຄື: ຫ້າມເຂົ້າຫ້ອງນອນ ແລະ ຫ້າມຂຶ້ນເຮືອນເດັດຂາດໃນເວລາມີເຄື່ອງໝາຍທີ່ເປັນຟົດໄມ້ດິບຕິດຢູ່ຝາເຮືອນ.

ພ້ອມນີ້, ການນຸ່ງຫົ່ມຂອງເຂົາເຈົ້າໃນສະໄໝກ່ອນ ຜູ້ຊາຍນຸ່ງໂສ້ງຫົວຕໍ່, ນຸ່ງເສື້ອມີແໜ່ງ, ແມ່ຍິງນຸ່ງສິ້ນຕໍ່ຫົວ, ຕີນເກາະ, ເສື້ອສີດຳ, ຜ້າຄຽນຫົວສີຂາວສອງສົ້ນເປັນຫລາຍສີ, ສ່ວນຫລາຍແມ່ນແພຝ້າຍຍ້ອມນິນທີ່ຜະລິດດ້ວຍສີໄມ້ລາຍມືອັນປານີດຂອງແມ່ຍິງ. ແຕ່ມາໃນປັດຈຸບັນ, ເຄື່ອງນຸ່ງຫົ່ມຂອງເຂົາເຈົ້າຈະຫັນມາຊົມໃຊ້ຜະລິດຕະພັນທີ່ສ ໍາເລັດຮູບຕາມທ້ອງຕະຫລາດ. ສ່ວນເຄື່ອງນຸ່ງທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນນັ້ນ ຈະນຳໃຊ້ໃນເວລາທີ່ເຮັດພິທີ
ກຳ
, ງານວາງສະແດງເຄື່ອງນຸ່ງຫົ່ມ, ການສະແດງສິລະປະ ແລະ ວັນສໍາຄັນຕ່າງໆ.

ດ້ານສິລະປະວັນນະຄະດີມີລັກສະນະປະສົມປະສານ ແລະ ຢືມຈາກຊົນເຜົ່າທີ່ຢູ່ໃກ້ຄຽງ, ການຂັບລຳຕ່າງໆ ແມ່ນມີລັກສະນະແບບ ຊົນເຜົ່າ ລາວ. ໝາຍຄວາມວ່າ: ວັດທະນະທ ຳໃນດ້ານນີ້ບໍ່ມີເອກະລັກ ທີ່ເປັນອັນສະເພາະຂອງຕົນ ແລະ ມີພາສາປາກເວົ້າທີ່ເປັນເອກະລັກສະເພາະຂອງຕົນເອງ, ຈັດເຂົ້າໃນໝວດພາສາມອນ-ຂະແມ, ບໍ່ມີຕົວໜັງສືຂຽນ, ສາມາດເວົ້າພາສາລາວ ແລະ ພາສາຊົນເຜົ່າກຶມມຸໄດ້ດີ.

KPL

ຂ່າວອື່ນໆ

ads
ads

Top