ຂປລ
ຂປລ. ຕາມການລາຍງານຕໍ່ກອງປະຊຸມເປີດກວ້າງ ປະຈຳ 6 ເດືອນຕົ້ນປີ 2026 ຂອງ ທ່ານ ລິດຄໍາ ໂຮມອິນຕາ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມານີ້ ຄະນະກຳມະການປົກຄອງແຂວງອັດຕະປື ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ

ຂປລ. ຕາມການລາຍງານຕໍ່ກອງປະຊຸມເປີດກວ້າງ ປະຈຳ 6 ເດືອນຕົ້ນປີ 2026 ຂອງ ທ່ານ ລິດຄໍາ ໂຮມອິນຕາ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມານີ້ ຄະນະກຳມະການປົກຄອງແຂວງອັດຕະປື ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ໂດຍການເລີ່ມຕົ້ນຫັນທິດທາງຍຸດທະສາດບົນຈິດໃຈ "ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ)" ແລະ ເພື່ອໃຫ້ບັນລຸຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 09/ສພຂ, ລົງວັນທີ 20 ກຸມພາ 2026 ຊຶ່ງມີຄວາມຄືບໜ້າຫລາຍດ້ານດັ່ງນີ້:

ດ້ານເສດຖະກິດມະຫາພາກ ແລະ ການຄຸ້ມຄອງການເງິນ-ເງິນຕາ ຂັ້ນແຂວງ, ຄະນະກຳມະການ ປົກຄອງແຂວງສຸມໃສ່ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ບໍ່ໃຫ້ຜັນຜວນແຮງ, ສູ້ຊົນຊຸກຍູ້ການເຕີບໂຕ ບົນພື້ນຖານຄາດໝາຍ ລວມຂອງລັດຖະບານ ກໍຄື ຂອງແຂວງເປັນຕົ້ນການ ຊຸກຍູ້ການເຕີບໂຕ ລວມຍອດຜະລິດຕະພັນພາຍໃນ (GDP) ສັງເກດເຫັນວ່າຈັ່ງຫວະການຂະຫຍາຍຕົວຂອງເສດຖະກິດ ສືບຕໍ່ຂະຫຍາຍຕົວສະເລ່ຍຢູ່ໃນລະດັບດີ ແລະ ຂະແໜງການຕົ້ນຕໍ ທີ່ຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ໄດ້ແກ່ ຂະແໜງກະສິກຳ ແລະ ຂະແໜງອຸດສາຫະກຳ, ການເກັບລາຍຮັບ ແລະ ຄຸ້ມຄອງງົບປະມານ ຕົວເລກລາຍຮັບຮອດວັນທີ 11 ມິຖຸນາ 2026 ລາຍຮັບລວມ, ແຜນ1.765 ຕື້ກວ່າກີບ, ປະຕິບັດໄດ້ 1.004 ຕື້ກວ່າກີບ, ເທົ່າກັບ 56,89% ຂອງແຜນການປີ ກວມເອົາຄາດຄະເນ 12,79% ຂອງ GDP, ການລົງທຶນຂອງລັດ ປີ 2026 ແຂວງອັດຕະປື ໄດ້ຮັບແຈ້ງແຜນການລົງທຶນຂອງລັດ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງມີທັງໝົດ 197 ໂຄງການ, ມູນຄ່າ 2.428 ຕື້ກີບ, ວຽກປະຕິບັດສໍາເລັດຮອດປັດຈຸບັນ 1.055 ຕື້ກີບ, ໃນງວດທີ II ໄດ້ຈັດຕັ້ງປະຕິບັດອອກ ໃບຢັ້ງຢືນການອະນຸມັດເບີກຈ່າຍທັງໝົດ 95 ໂຄງການ, ມູນຄ່າ 90,52 ຕື້ກີບ, ຮອດປັດຈຸບັນສາ ມາດຊຳລະໂຄງການຕົກສູນໄດ້ 9 ໂຄງການ, ມູນຄ່າ 82,62 ຕື້ກີບ, ທຶນຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ມີທັງໝົດ 13 ໂຄງການ, ມູນຄ່າອະນຸມັດ ໃນງວດທີ I ຈຳນວນ 17,32 ຕື້ກີບ ເທົ່າກັບ 10% ຂອງແຜນການ (ມະຕິສະພາ 170 ຕື້ກີບ), ໃນນັ້ນທຶນຊ່ວຍເຫລືອລ້າຈໍານວນ 12 ໂຄງການ, ມູນຄ່າ 14,99 ຕື້ກີບ ແລະ ທຶນສົມທົບ 1 ໂຄງການ, ມູນຄ່າ 2,33 ຕື້ກີບ, ນອກນັ້ນ ຍັງມີໂຄງການຊ່ວຍເຫລືອມິດຕະພາບ ລະຫວ່າງ ລາວ-ຫວຽດນາມ ທີ່ບໍ່ໄດ້ຜ່ານສະພາຮັບຮອງ ຈໍານວນ 3 ໂຄງການ, ມູນຄ່າ 21 ຕື້ກວ່າກີບ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ໄດ້ຄົ້ນຄວ້າຄໍາຮ້ອງຂໍລົງທຶນ ທັງໝົດ 74 ໂຄງການ, ໃນນັ້ນ, ຂະແໜງກະສິກຳ-ປ່າໄມ້ 39 ໂຄງການ, ຂະແໜງພະລັງງານ ແລະ ບໍ່ແຮ່ 24 ໂຄງການ, ຂະແໜງອຸດສາຫະກຳ ແລະ ການຄ້າ 6 ໂຄງການ ແລະ ຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວ 5 ໂຄງການ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາສໍາຫລວດຄວາມເປັນໄປໄດ້ ຈໍານວນ 6 ໂຄງການ ແລະ ເຊັນສັນຍາພັດທະນາໂຄງການລົງທຶນປູກໄມ້ ຟື້ນຟູປ່າ ຕິດພັນກັບການປູກໄມ້ໃຫ້ໝາກ (ໝາກຖົ່ວລຽນ) 5 ໂຄງການ.
ການສະໜອງສິນເຊື່ອທະນາຄານ (ຍອດສະສົມ) ປະຕິບັດໄດ້ 1.510,38 ຕື້ກີບ ເທົ່າກັບ 77% ຂອງແຜນການ (ມະຕິສະພາ 1,955 ຕື້ກີບ). ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ, ການແຈ້ງຂຶ້ນ ແລະ ດັດແກ້ທະບຽນວິສາຫະກິດ ໃນງວດ 1 ມີທັງໝົດ 66 ຫົວໜ່ວຍ, ລວມທຶນຈົດທະບຽນ 206 ຕື້ກວ່າກີບ, ໃນນັ້ນ, ຂັ້ນແຂວງອອກອະນຸຍາດ 39 ຫົວໜ່ວຍ, ທຶນຈົດທະບຽນ 194 ຕື້ກວ່າກີບ ແລະ ຂັ້ນ ເມືອງອອກອະນຍາດ 27 ຫົວໜ່ວຍ, ທຶນຈົດທະບຽນທັງໝົດ 12 ຕື້ກວ່າກີບ. ປັດຈຸບັນທົ່ວ ແຂວງມີຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງທັງໝົດ 2.442 ຫົວໜ່ວຍ, ທຶນຈົດທະບຽນ 13.810 ຕື້ກີບ. ໃນນັ້ນ, ຂະແໜງການຜະລິດ 480 ຫົວໜ່ວຍ, ການຄ້າ 1.206 ຫົວໜ່ວຍ ແລະ ການບໍລິການ 756 ຫົວໜ່ວຍ. ສ່ວນວຽກງານໃນ ຂົງເຂດວຍກງານອື່ນໆ ເປັນຕົ້ນແມ່ນການສົ່ງເສີມການຜະລິດ, ການລົງທຶນ ແລະ ພື້ນຖານໂຄງລ່າງ, ການພັດທະນາວັດທະນະທຳ-ສັງຄົມ ແລະ ການຫລຸດຜ່ອນຄວາມທຸກຍາກກໍໄດ້ຮັບການຈັດຕັ້ງປະ ຕິບັດມີຜົນສໍາເລັດຕາມແຜນການ.
KPL