ບໍລິສັດ ຕ້າຖັງ ເລັ່ງນໍາໃຊ້ເອໄອ-ເຕັກໂນໂລຊີ ການສົ່ງໄຟຟ້າຂັ້ນສູງ ແບບຍືນຍົງ

24/06/2026 21:59
ຂປລ ຂປລ. ບໍລິສັດຕ້າຖັງ ຄອບປໍເຣເຊິນ ສປ ຈີນ ຈໍາກັດ (China Datang Corporation Ltd) ເລັ່ງນໍາໃຊ້ ປັນຍາປະດິດ (AI) ແລະ ເຕັກໂນໂລຊີ ການສົ່ງໄຟຟ້າຂັ້ນສູງ ເພື່ອປັບປຸງປະສິດທິພາບ, ຄວາມໜ້າເຊື່ອຖື ແລະ ຄວາມຍືນຍົງ ຂອງລະບົບພະລັງງານ ສະອາດຂະໜາດໃຫຍ່ ເຊິ່ງຜູ້ຕາງໜ້າຂອງບໍລິສັດໄດ້ກ່າວ ໃນລະຫວ່າງການຖະແຫລງຂ່າວ ຕໍ່ສື່ມວນຊົນສາກົນ ຢູ່ນະຄອນຫລວງປັກກິ່ງ ເມື່ອວັນທີ 23 ມິຖຸນາ 2026.


ໃນຂະນະທີ່ ຄວາມຕ້ອງການດ້ານພະລັງງານກາກບອນຕ່ຳທົ່ວໂລກ ໄດ້ສືບຕໍ່ເພີ່ມຂຶ້ນ, ບໍລິສັດໄຟຟ້າຂອງລັດແຫ່ງນີ້ ໄດ້ເນັ້ນໃຫ້ເຫັນວ່າ ນະວັດຕະກໍາ ດ້ານດິຈິຕອນ ແລະ ການສົ່ງໄຟຟ້າແຮງດັນສູງກະແສໂດຍກົງ (UHVDC) ພວມຊ່ວຍເອົາຊະນະ ສິ່ງທ້າທາຍທາງດ້ານເຕັກນິກ ທີ່ກ່ຽວຂ້ອງກັບ ການເຊື່ອມໂຍງ ພະລັງງານທົດແທນເຂົ້າສູ່ ເຄືອຂ່າຍໄຟຟ້າແຫ່ງຊາດ. ມາຮອດທ້າຍປີ 2025, ບໍລິສັດດັ່ງກ່າວ ພວມຜະລິດໄຟຟ້າ ຫລາຍກວ່າ 214 ລ້ານກິໂລວັດ, ໂດຍມີ ການດໍາເນີນງານ ກວມເອົາທຸກເຂດ ລະດັບແຂວງ ພາຍໃນປະເທດຈີນ ລວມທັງຕະຫຼາດຕ່າງປະເທດ ເຊັ່ນ: ມຽນມາ, ກໍາປູເຈຍ, ລາວ ແລະ ອິນໂດເນເຊຍ.

ວິຊາການກ່ຽວຂ້ອງ ຂອງບໍລິສັດໄດ້ໃຫ້ຮູ້ວ່າ ການສົ່ງໄຟຟ້າ ຈາກພະລັງງານທົດແທນປະລິມານມະຫາສານ ໃນໄລຍະທາງໄກ ເປັນສິ່ງທ້າທາຍ ທາງດ້ານເຕັກນິກຢ່າງຫຼວງຫລາຍ, ໃນນັ້ນລວມທັງ ການຮັກສາຄວາມໝັ້ນຄົງ ຂອງ ຕາຂ່າຍໄຟຟ້າ ແລະ ການຈັດການລະບົບແຮງດັນໄຟຟ້າ. ສະນັ້ນ ເພື່ອແກ້ໄຂບັນຫາເຫຼົ່ານີ້, ບໍລິສັດນີ້ ໄດ້ພັດທະນາລະບົບ ທີ່ເໝາະສົມ ໂດຍການສົມທົບລະຫວ່າງເຄື່ອງຊິງໂຄຣນັດຄອນເດນເຊີ (Synchronous condensers), ເຕັກໂນໂລຊີການຄວບຄຸມຂັ້ນສູງ ແລະ ວິທີແກ້ໄຂ ການເກັບຮັກສາພະລັງງານ ເພື່ອຊ່ວຍຫຼຸດຕົ້ນທຶນໂຄງລ່າງ ແລະ ການປັບປຸງຄວາມໜ້າເຊື່ອຖືຂອງການສົ່ງໄຟຟ້າ. ປັນຍາປະດິດ (AI) ໄດ້ກາຍເປັນ ອົງປະກອບສໍາຄັນ ຂອງຍຸດທະສາດ ການທັນສະໄໝຂອງບໍລິສັດ. ແພລດຟອມພະຍາກອນ ພະລັງງານສູນກາງ ຂອງ ບໍລິສັດນີ້ ໄດ້ເຊື່ອມໂຍງຂໍ້ມູນອຸຕຸນິຍົມວິທະຍາຕະຫຼອດເວລາ (Real-time) ລວມທັງ ຄວາມໄວລົມ, ລັງສີແສງຕາເວັນ ແລະ ອຸນຫະພູມ ເພື່ອໃຫ້ເຂົ້າກັບ ຂໍ້ມູນການຜະລິດໃນອະດີດ ເພື່ອປັບປຸງຄວາມຖືກຕ້ອງ ຂອງການພະຍາກອນ ແລະ ສະໜັບສະໜູນ ການດໍາເນີນງານຂອງຕາຂ່າຍໄຟຟ້າ.

ໃນຂະນະດຽວກັນ, ບໍລິສັດດັ່ງກ່າວ ມີຄວາມເຊື່ອໝັ້ນວ່າ, ລະບົບທີ່ອີງໃສ່ ເອໄອ ຈະຊ່ວຍເພີ່ມຄວາມປອດໄພ ຂອງ ລະບົບໄຟຟ້າ ໂດຍການຄາດການ ຄວາມຜັນຜວນຂອງຜົນຜະລິດພະລັງງານທົດແທນ, ເພີ່ມການນໍາໃຊ້ ຊັບພະຍາກອນພະລັງງານສະອາດ, ແລະ ສະໜອງການສະໜັບສະໜູນທີ່ຂັບເຄື່ອນ ດ້ວຍຂໍ້ມູນ ສໍາລັບການຊື້-ຂາຍໄຟຟ້າ, ການບໍາລຸງຮັກສາ ອຸປະກອນ ແລະ ການວາງແຜນການດໍາເນີນງານ.

ນອກຈາກນີ້, ບໍລິສັດນີ້ ຍັງໄດ້ເນັ້ນໜັກເຖິງ ບົດບາດທີ່ເພີ່ມຂຶ້ນ ໃນອາຊີຕາເວັນອອກສຽງໃຕ້, ບ່ອນທີ່ມີໂຄງການຕ່າງໆ ເຊັ່ນ: ເຄືອຂ່າຍສົ່ງໄຟຟ້າ 230 ກິໂລໂວນ ໃນກໍາປູເຈຍ ໄດ້ປະກອບສ່ວນເຂົ້າໃນການເສີມສ້າງ ພື້ນຖານໂຄງລ່າງໄຟຟ້າໃນພາກພື້ນ. ບໍລິສັດດັ່ງກ່າວ ກໍາລັງແບ່ງປັນເຕັກໂນໂລຊີຂັ້ນສູງ ລວມທັງ ລະບົບຕິດຕາມກວດກາ ທີ່ເປີດໃຊ້ງານດ້ວຍເອໄອ ແລະ ເຄື່ອງມືກວດກາດ້ວຍຫຸ່ນຍົນ ໃຫ້ແກ່ຄູ່ຮ່ວມງານທ້ອງຖິ່ນ ເພື່ອປັບປຸງປະສິດທິພາບ ການດໍາເນີນງານ ແລະ ສະໜັບສະໜູນການພັດທະນາພະລັງງານໃນພາກພື້ນ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງບໍລິສັດຍັງໃຫ້ຮູ້ຕື່ມວ່າ ເປົ້າໝາຍຂອງບໍລິສັດ ບໍ່ພຽງແຕ່ແມ່ນການກໍ່ສ້າງສິ່ງອໍານວຍຄວາມສະດວກ ດ້ານໄຟຟ້າເທົ່ານັ້ນ, ແຕ່ຍັງລວມເຖິງ ການສະໜອງວິທີແກ້ໄຂທາງດ້ານເຕັກໂນໂລຊີ ທີ່ເຮັດໃຫ້ເປັນລະບົບ ພະລັງງານສີຂຽວ, ມີປະສິດທິພາບ ແລະ ກຸ້ມຄ່າຫຼາຍຂຶ້ນ.ໂດຍສະເພາະ ພາຍໃນປະເທດ ຍັງຄົງເປັນຜູ້ສະໜອງໄຟຟ້າຫຼັກ ໃຫ້ແກ່ນະຄອນຫຼວງປັກກິ່ງ, ໂດຍສະໜອງໄຟຟ້າຫຼາຍກວ່າເຄິ່ງໜຶ່ງ ຂອງ ຄວາມຕ້ອງການທັງໝົດ ໃນປັກກິ່ງ ແລະ ບໍລິການຄວາມຮ້ອນໃນເຂດທີ່ຢູ່ອາໄສ ກວມເອົາເນື້ອທີ່ ປະມານ 960 ລ້ານຕາແມັດ ໃນພາກເໜືອຂອງຈີນ. ນອກຈາກນີ້, ບໍລິສັດ ຍັງດໍາເນີນກິດຈະການ ໂຮງໄຟຟ້າໃຊ້ກ໊າສທີ່ໃຫຍ່ທີ່ສຸດ ຂອງປະເທດ ແລະ ຈັດການສິ່ງອໍານວຍຄວາມສະດວກຕ່າງໆ ໂດຍຜ່ານສູນຄວບຄຸມອັດສະລິຍະ ທີ່ຕິດຕາມກວດກາການດໍາເນີນງານຕະຫລອດເວລາ (Real-time).ປັດຈຸບັນ, ບໍລິສັດ ພວມສືບຕໍ່ ຂະຫຍາຍຫຼັກຊັບພະລັງງານສະອາດ ແລະ ຂີດຄວາມສາມາດດ້ານດິຈິຕອນ, ນັກວິຊາການທີ່ກ່ຽວຂ້ອງ ຂອງບໍລິສັດຍັງໄດ້ກ່າວຕື່ມວ່າ: ເຕັກໂນໂລຊີ ອັດສະລິຍະ ແລະການຈັດການ ທີ່ຂັບເຄື່ອນດ້ວຍຂໍ້ມູນ ຈະມີບົດບາດສໍາຄັນເພີ່ມຂຶ້ນ ໃນການສະໜັບສະໜູນລວມທັງການຫັນປ່ຽນ ດ້ານພະລັງງານຂອງຈີນ ແລະ ການຮ່ວມມືສາກົນ ໃນການພັດທະນາພະລັງງານແບບຍືນຍົງ.

 ຂ່າວ-ຮູບ: ວິນນາລີ ນາມຄະລັກ

KPL

ຂ່າວອື່ນໆ

ads
ads

Top