ສ.ອາເມລິກາ ຈະເພີ່ມງົບປະມານດ້ານການທະຫານສູງເຖິງ 1.500 ຕື້ໂດລາສະຫະລັດ

09/01/2026 14:40
Email Print 226
ຂປລ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິ​ກາ ກ່າວຜ່ານ​ທາງ ​ສື່​ສັງ​ຄົມອອນ​ລາຍ​ວ່າ: ເພື່ອ​ຜົນ​ປະ​ໂຫຍດ​ ຂອງ ສ.​ອາ​ເມ​ຣລິກາ, ໂດຍ​ສະ​ເພາະ ​ໃນ​ໄລ​ຍະ​ທີ່​ມີ​ຄວາມປັ່ນ​ປ່ວນ​ວຸ່ນ​ວາຍ ​ແລະ ​ອັນ​ຕະ​ລາຍ ​ໃນ​ສະ​ເພາະ​ໜ້າ​ນີ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນ​ທີ 7 ມັງ​ກອນ​ນີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິ​ກາ ກ່າວຜ່ານ​ທາງ ​ສື່​ສັງ​ຄົມອອນ​ລາຍ​ວ່າ: ເພື່ອ​ຜົນ​ປະ​ໂຫຍດ​ ຂອງ ສ.​ອາ​ເມ​ຣລິກາ, ໂດຍ​ສະ​ເພາະ ​ໃນ​ໄລ​ຍະ ​ທີ່​ມີ​ຄວາມປັ່ນ​ປ່ວນ ​ວຸ່ນ​ວາຍ ​ແລະ ​ອັນ​ຕະ​ລາຍ ​ໃນ​ສະ​ເພາະ​ໜ້າ​ນີ້, ​ປີ 2027, ງົບ​ປະ​ມານ ​ດ້ານ​ການ​ທະ​ຫານ​ ຂອງ​ ສ.ອາ​ເມ​ລິກາ ຄວນ​ຍົກ​ຈາກ 1.000 ຕື້​ໂດ​ລາສະຫະລັດ ​​ໃຫ້​​ຂຶ້ນ​ເປັນ 1.500 ຕື້​ໂດ​ລາ​. ຂະນະທີ່ ທ່ານ ໂດນັນ ທ​ຣຳ ກ່າວ​ວ່າ: ເລື່ອງ​ນີ້​ ຈະ​ຊ່ວຍ​ ສ.ອາ​ເມ​ລິ​ກາ ​ສ້າງ ກອງ​​ທັບໃນ​ຝັນ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top