ຂປລ
ໃນວັນທີ 18 ພຶດສະພາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອານວາ ອານາບາເອບ (Anwar Anarbaev) ຜູ້ຕາງໜ້າພິເສດຂອງປະທານາທິບໍດີແຫ່ງ ສາທາ ລະນະລັດ ກຽກກິດສະຖານ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຂປລ. ໃນໂອກາດນ້ີ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ອານວາ ອານາບາເອບ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ກຽກກິດສະຖານ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ ກົວລາ ລໍາເປີ, ມາເລເຊຍໃນນາມຜູ້ຕາງໜ້າພິເສດຂອປະທານາທິບໍດີ ກຽກກິດສະຖານໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນກຽກກິດສະຖານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ. ໃນເມື່ອກ່ອນ ກໍຄືສະໄໝອະດີດສະຫະພາບໂຊວຽດກຽກກິດສະຖານ ກໍເປັນໜຶ່ງໃນບັນດາລັດອະດີດສະຫະພາບໂຊວຽດ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານການພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ແລະ ຫວັງວ່າ ສປປ ລາວ ແລະ ກຽກກິດສະຖານ ຈະຮ່ວມມືກັນໃນຂອບການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນເຖິງ ທ່ານ ອາດຶນ ເບກກາຊືມາລີເຢບ (Adylbek Kasymaliev) ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ກຽກກິດສະຖານ ອີກດ້ວຍ.
ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ອານວາອານາບາເອບ ໃນນາມຜູ້ຕາງໜ້າພິເສດຂອງປະທານາທິບໍດີ ກຽກກິດສະຖານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງ ໃກ້ຊິດເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ກຽກກິດສະຖານ ແລະ ລາວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ແລະ ນຳເອົາຄວາມຢື້ຢາມຖາມຂ່າວຈາກ ປະທານາທິບໍດີ ຊາດູ ຊາປາຣົບ (Sadyr Japarov) ເຖິງປະທານປະເທດ ທອງລຸນ ສີສຸລິດ ແລະ ເຊື້ອເຊີນ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ກຽກກິດສະຖານ ໃນໂອກາດທີ່ເໝາະສົມ.
ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທ່ີດີທີ່ເປັນມູນເຊື້ອມາແຕ່ດົນນານ. ສປປ ລາວ ແລະ ກຽກກິດສະຖານ ໄດ້ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 13 ກໍລະກົດ 1995, ພິເສດໃນປີ 2025 ທີ່ຜ່ານມາ ສອງຝ່າຍໄດ້ສະເຫລີມສະຫລອງການສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 30 ປີ ຊຶ່ງສອງຝ່າຍໄດ້ແລກປ່ຽນສານຊົມເຊີຍເຊິ່ງກັນ ແລະ ກັນ ທ່ີສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງຊາດລາວ ແລະ ກຽກກິດສະຖານ. ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຍົກເວັ້ນວິຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການນໍາກັນແລ້ວ ລົງນາມໃນປີ 2016 ເລີ່ມປະຕິບັດ 2017 ຊຶ່ງສະແດງອອກໃນການຊຸກຍູ້ຊ່ວຍເຫລືອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ ຕະຫລອດມາ.
ພາບ: ຂັນໄຊ
KPL