ຂປລ
ຂປລ. ກອງປະຊຸມສຳມະນາກ່ຽວກັບບັນຊີປະຊາຊາດດ້ານການທ່ອງທ່ຽວ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງຄຳມ່ວນ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ

ຂປລ. ກອງປະຊຸມສຳມະນາກ່ຽວກັບບັນຊີປະຊາຊາດດ້ານການທ່ອງທ່ຽວ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງຄຳມ່ວນ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ພ້ອມດ້ວຍຜູ້ຊ່ຽວຊານ ແລະ ຂະແໜງ ທ່ອງທ່ຽວຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ໄດ້ກ່າວວ່າ: ວຽກງານການທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫລມຂອງ ສປປ ລາວ ຊຶ່ງໃນປີ 2025 ຜ່ານມາ ສາມາດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໄດ້ກວ່າ 4,5 ລ້ານເທື່ອຄົນ (ລື່ນຄາດໝາຍ 105%) ແລະ ພຽງແຕ່ 3 ເດືອນຕົ້ນປີ 2026 ນີ້, ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາແລ້ວປະມານ 1,31 ລ້ານເທື່ອຄົນ ຖືເປັນກໍາລັງຂັບເຄື່ອນສໍາຄັນຕໍ່ເສດຖະກິດ-ສັງຄົມ. ສະນັ້ນ, ການຈັດຕັ້ງປະຕິບັດລະບົບ “ບັນຊີປະຊາຊາດດ້ານການທ່ອງທ່ຽວ” ຕາມມາດຕະຖານສາກົນ ຂອງອົງການທ່ອງທ່ຽວໂລກ (UN Tourism) ຈຶ່ງເປັນເຄື່ອງມືຍຸດທະສາດທີ່ຂາດບໍ່ໄດ້ ເພື່ອວັດແທກມູນຄ່າ ແລະ ຕົວເລກທີ່ແທ້ຈິງຂອງການທ່ອງທ່ຽວ ທີ່ກວມລວມຫລາຍຂະແໜງການ (ຂົນສົ່ງ, ການຄ້າ, ທີ່ພັກ, ອາຫານ ແລະ ອື່ນໆ) ຕໍ່ກັບ ຈີດີພີ ແລະ ການຈ້າງງານ, ສະໜອງຂໍ້ມູນສະຖິຕິທີ່ໜ້າເຊື່ອຖື ແລະ ມີວິທະຍາສາດ ໃຫ້ແກ່ພາກລັດ ແລະ ເອກະຊົນ ໃນການວາງນະໂຍບາຍ ແລະ ກຳນົດທິດທາງການລົງທຶນ, ຍົກລະດັບຂີດຄວາມສາມາດ ຫັນວຽກງານສະຖິຕິການທ່ອງທ່ຽວລາວ ເຂົ້າສູ່ລະບົບດີຈິຕອນ ເພື່ອເຊື່ອມໂຍງກັບອາຊຽນ ແລະ ສາກົນ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີ ສະພາບລວມຂອງວຽກງານບັນຊີປະຊາຊາດດ້ານການທ່ອງທ່ຽວ ຂອງ ສປປ ລາວ ແລະ ເນື້ອໃນລະອຽດກ່ຽວກັບບົດຮຽນຂອງສາກົນ ໂດຍສະເພາະ ບັນດາປະເທດທີ່ໃຊ້ລະບົບບັນຊີປະຊາຊາດດ້ານການທ່ອງທ່ຽວ ເຂົ້າໃນການເກັບກຳຂໍ້ມູນສະຖິຕິການທ່ອງທ່ຽວ. ນອກນັ້ນ, ຈະໄດ້ພ້ອມກັນສໍາຜັດແບບຟອມ ແລະ ເກັບຂໍ້ມູນຕົວຈິງຢູ່ຕາມຈຸດສໍາຄັນ ເປັນຕົ້ນ ດ່ານສາກົນຂົວມິດຕະພາບ ແລະ ແຫລ່ງທ່ອງທ່ຽວທີ່ສໍາຄັນຈໍານວນໜຶ່ງ ຂອງແຂວງຄໍາມ່ວນ ເພື່ອຮັບປະກັນຄວາມເຂົ້າໃຈເປັນເອກະພາບໃນການນໍາໄປຈັດຕັ້ງປະຕິບັດຕົວຈິງ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ. ພ້ອມນີ້, ຮຽກຮ້ອງໃຫ້ບັນດາທ່ານໄດ້ຫັນໝາກຜົນການເກັບກຳຂໍ້ມູນນີ້ ໃຫ້ເປັນນະໂຍບາຍ ຂໍ້ມູນທີ່ໄດ້ຈາກການສຳມະນາຄັ້ງນີ້ ນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງທ່ຽວອາຊຽນ 2026-2030 ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຊຶ່ງຂໍ້ມູນສະຖິຕິທີ່ຊັດເຈນ ຄືເຂັມທິດ ທີ່ນໍາທາງການພັດທະນາໃຫ້ມີຄວາມຍືນຍົງ.
KPL