ຂປລ
ອິນໂດເນເຊຍ ຈະຂະຫຍາຍ ຂິດຄວາມສາມາດ ໃນການຈັດເກັບເຂົ້າເປັນ 7 ລ້ານໂຕນ, ພາຍຫລັງ ປະລິມານ ການສະສົມເຂົ້ າຂອງ ລັດຖະບານ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ໂດຍ ບູລ໊ອກ (Bulog) ລັດວິສາຫະກິດ ດ້ານໂລຈິສະຕິກອາຫານ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ອິນໂດເນເຊຍ ຈະຂະຫຍາຍ ຂິດຄວາມສາມາດ ໃນການຈັດເກັບເຂົ້າເປັນ 7 ລ້ານໂຕນ, ພາຍຫລັງ ປະລິມານ ການສະສົມເຂົ້ າຂອງ ລັດຖະບານ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ໂດຍ ບູລ໊ອກ (Bulog) ລັດວິສາຫະກິດ ດ້ານໂລຈິສະຕິກອາຫານ ຂອງ ອິນໂດເນເຊຍ ພວມຢູ່ ໃນລະຫວ່າງ ການເຊົ່າສາງສິນຄ້າ ເພີ່ມຂຶ້ນຕື່ມ ໃນທົ່ວປະເທດ.
ທ່ານ ອາຫມັດ ຣິຊາລ ຣຳດານີ ຜູ້ອຳນວຍການ Bulog ໄດ້ຖະແຫລງໃຫ້ສໍາພາດຕໍ່ ສື່ມວນຊົນວ່າ ປັດຈຸບັນສາງເຂົ້າ ຂອງ Bulog ຢູ່ທີ 5,39 ລ້ານໂຕນ ແລະ ພວມກຽມ ຄວາມພ້ອມ ເພື່ອຮອງຮັບ ລະດັບ 7 ລ້ານໂຕນ, ໂດຍເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ສະໜັບ ສະໜູນ ນະໂຍບາຍ ຄວາມໝັ້ນຄົງ ທາງອາຫານ ແລະ ການເພີ່ງພາຕົນເອງຂອງພາກລັດ.
ສາງເຂົ້າ ທີ່ມີຢູ່ ສາມາດ ຮອງຮັບເຂົ້າ ໄດ້ປະມານ 4 ລ້ານໂຕນ, ປັດຈຸບັນ ພາກສ່ວນກ່ຽວຂ້ອງ ໄດ້ເຊົ່າພື້ນທີ່ ຈັດເກັບເພີ່ມຕື່ມ ລວມມີປະມານ 2 ລ້ານໂຕນ ແລະ ຢູ່ໃນລະຫວ່າງ ກຽມພື້ນທີ່ ເພີ່ມອີກ 1 ລ້ານໂຕນ. ໂດຍການຂະຫຍາຍພື້ນທີ່ ຈັດເກັບ ດັ່ງກ່າວ ມີເປົ້າໝາຍ ເພື່ອເພີ່ມ ປະສິດທິພາບ ການກະຈາຍສິນຄ້າ ແລະ ຮອງຮັບ ປະລິມານ ການສະສົມເຂົ້າ ເພີ່ມຂຶ້ນໃນປະເທດ./
KPL