ປະທານ ໂຮ່ຈີ່ມິງ ຕໍ່ພາລະກິດການປະຕິວັດລາວ

25/05/2026 10:33
ຂປລ ຂປລ. ປະທານ ໂຮ່ຈີ່ມິງ ແມ່ນໜຶ່ງໃນບັນດານັກເຄື່ອນໄຫວຜູ້ດີເດັ່ນຂອງຂະບວນການກຳມະກອນ ແລະ ກອມມູນິດສາກົນ ເພື່ອປົດປ່ອຍປະຊາຊາດອອກຈາກແອກປົກຄອງ ຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່.

ຂປລ. ປະທານ ໂຮ່ຈີ່ມິງ ແມ່ນໜຶ່ງໃນບັນດານັກເຄື່ອນໄຫວຜູ້ດີເດັ່ນຂອງຂະບວນການກຳມະກອນ ແລະ ກອມມູນິດສາກົນ ເພື່ອປົດປ່ອຍປະຊາຊາດອອກຈາກແອກປົກຄອງ ຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່. ສະເພາະການປະຕິວັດລາວນັ້ນ ນັບແຕ່ສະໄໝຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ - ຈົນເຖິງ ພວກລ່າເມືອງຂຶ້ນແບບໃໝ່, ປະທານ ໂຮ່ຈີ່ມິງ ໄດ້ຕິດຕາມຂະບວນການຕໍ່ສູ້ຂອງນັກປະຕິວັດລາວ ຢ່າງຈົດຈໍ່, ໂດຍສະເພາະແມ່ນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ທີ່ຍັງບໍ່ທັນມີພັກນໍາພາ, ການຕໍ່ສູ້ແບບກະແຈກກະຈາຍ ແລະ ເປັນເຂດແຄ້ວນ. ຕໍ່ມາການຕໍ່ສູ້ກໍ່ໄດ້ມີການເຕົ້າໂຮມ ແລະ ລັກສະນະທົ່ວປະເທດ, ເມື່ອຂະບວນການຕໍ່ສູ້ເກີດຂຶ້ນຢ່າງແຂງແຮງ ທ້າຍຊຸມປີທີ 20 ປະທາ ໂຮ່ຈີ່ມິງ ໄດ້ເຂົ້າມາບ້ານຊຽງຫວ່າງ ເມືອງໜອງບົກ, ແຂວງ ຄໍາມ່ວນ ເພື່ອກຳສະພາບການຂອງການຕໍ່ສູ້ ຈາກນັ້ນເພິ່ນໄດ້ໄປອຸດອນ, ໜອງຄາຍ (ປະເທດໄທ) ເພິ່ນໄດ້ຮຽກໂຮມນັກປະຕິວັດລາວ ເພື່ອໃຫ້ທິດທາງໃນການເຕົ້າໂຮມກຳລັງແຮງສາມັກຄີທົ່ວປວງຊົນ ແລະ ທິດທາງໃນການຕໍ່ສູ້.

ປີ 1930 ເພິ່ນໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ, ປີ 1934 ຄະນະພັກແຄວ້ນລາວກໍ່ຮັບການສ້າງຕັ້ງຂຶ້ນຢູ່ດອນຊິງຊູ້ ນະຄອນຫລວງວຽງຈັນ. ໃນກອງປະຊຸມໃຫຍ່ຄັ້ງທີ II ພັກກອມມູນິດອິນດູຈີນ ປີ 1951 ປະທານ ໂຮ່ຈີ່ມິງ ໄດ້ມີຂໍ້ລິເລີ່ມໃຫ້ 2 ປະເທດອ້າຍນ້ອງລາວ ແລະ ກຳປູເຈຍ ສ້າງຕັ້ງພັກມາກ - ເລນິນ ຂອງປະເທດຕົນເອງ. ຈາກນັ້ນ, ທ່ານ ປະທານ ໂຮ່ຈີ່ມິງ ກໍໄດ້ສືບຕໍ່ນໍາພະນັກງານ ແລະ ປະຊາຊົນໃຫ້ການຊ່ວຍເຫລືອຕໍ່ການປະຕິວັດລາວທຸກດ້ານ.

ປະທານ ໂຮ່ຈີ່ມິງ ເວົ້າວ່າ: ຖ້າການປະຕິວັດລາວຫາກບໍ່ໄດ້ຮັບໄຊຊະນະ ຫລື ພວກລ່າເມືອງຂຶ້ນ ຫາກບໍ່ອອກຈາກລາວ ແມ່ນການປະຕິວັດຫວຽດນາມ ຫລື ປະເທດຫວຽດນາມ ກໍບໍ່ສາມາດຍືນຍົງຄົງຕົວໄດ້". ສະນັ້ນ ປະທານ ໂຮ່ຈີ່ມິງ ພ້ອມກັບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຈຶ່ງຕົກລົງສົ່ງລູກຫລານຜູ້ປະເສີດຂອງປະຊາຊົນຫວຽດນາມ ມາຊ່ວຍການປະຕິວັດລາວ ຫລາຍຮຸ່ນຄົນ ແລະ ເປັນຈຳນວນຫລາຍ ໂດຍສະເພາະແມ່ນກຳລັງອາສາສະໝັກ, ຖັດມາແມ່ນບັນດານັກຊ່ຽວຊານທຸກລະດັບ, ທຸກວິຊາຊີບ, ທັງຊ່ວຍວັດຖຸປັດໄຈຕ່າງໆ ທີ່ຝ່າຍລາວ ຮຽກຮ້ອງ ແລະ ຊ່ວຍກໍ່ສ້າງພະນັກງານ, ແບ່ງປັນບົດຮຽນອັນປະເສີດໃຫ້ການປະຕິວັດລາວ.

ກ່ຽວກັບຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງ ລາວ - ຫວຽດນາມນັ້ນ ແມ່ນ ປະທານ ໂຮ່ຈີ່ມິງ ເອງເປັນຜູ້ເວົ້າ ແລະ ສ້າງຕັ້ງຂຶ້ນມາຕະຫລອດທຸກມື້ນີ້, ຈາກນັ້ນເພິ່ນກໍຕັກເຕືອນ ພະນັກງານ, ສະມາຊິກພັກກອມມູນິດຫວຽດນາມວ່າ: ຕ້ອງຮັກສາຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ - ລາວ ເໝືອນກັບຮັກສາແກ່ນຕາຂອງຕົນເອງ ".

 ບັນຫາສໍາຄັນທີ່ສຸດທີ່ ປະທານ ໂຮ່ຈີ່ມິງ ມີຕໍ່ການປະຕິວັດລາວນັ້ນ ແມ່ນບັນຫາທິດຊີ້ນໍາ ທາງດ້ານທິດສະດີ ແລະ ພຶດຕິກຳຕໍ່ນັກປະຕິວັດລາວ, ໂດຍສະເພາະແມ່ນຕໍ່ສະມາຊິກພັກກອມມູນິດອິນດູຈີນ ແລະ ພະນັກງານນຳພາໃນໄລຍະນັ້ນ. ມູນເຊື້ອຄວາມສາມັກຄີພິເສດລະຫວ່າງສອງພັກ- ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ທີ່ປະທານ ໂຮ່ຈີ່ມິງ ສ້າງຂຶ້ນນັ້ນ ພວກເຮົາທຸກຄົນຕ້ອງພ້ອມກັນປົກປັກຮັກສາ ແລະ ຖະນຸຖະໜອມມັນໄວ້ຕະຫລອດໄປ. ດັ່ງບົດກາບກອນຂອງປະທານໂຮ່ຈີ່ມິງ ທີ່ເວົ້າວ່າ:

ຮັກຫອມກັນໝາຍໝັ້ນ                       ຫລາຍສັນພູກໍ່ປິນໄຕ່

ຫລາຍນ້ຳໃຫຍ່ ແລະ ໂຄກກວ້າງ              ຂວາງກັ້ນກໍດຸ່ງໄປ

ສອງຊາດ ລາວ-ຫວຽດນາມ ໄດ້              ຝັງຄວາມຮັກຢູ່ໃນໃຈ

ຮົ່ງຮາທັງແມ່ຂອງ                             ບໍ່ເລິກປູນປານໄດ້.

KPL

ຂ່າວອື່ນໆ

ads
ads

Top