ຂປລ
ຂປລ. ອ່າງຫລວງ ຫລື ທີ່ນັກທ່ອງທ່ຽວຕ່າງປະເທດຮູ້ຈັກກັນໃນຊື່ Blue Lagoon 2 ແມ່ນແຫລ່ງທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງ ຕັ້ງຢູ່ບ້ານນາມ່ວງ, ເມືອງວັງວຽງ, ແຂວງວຽງຈັນ ຫ່າງຈາກຕົວເມືອງວັງວຽງອອກໄປປະມານ 13 ກິໂລແມັດ (ໄປທາງຜາເງິນ).

ຂປລ. ອ່າງຫລວງ ຫລື ທີ່ນັກທ່ອງທ່ຽວຕ່າງປະເທດຮູ້ຈັກກັນໃນຊື່ Blue Lagoon 2 ແມ່ນແຫລ່ງທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງ ຕັ້ງຢູ່ບ້ານນາມ່ວງ, ເມືອງວັງວຽງ, ແຂວງວຽງຈັນ ຫ່າງຈາກຕົວເມືອງວັງວຽງອອກໄປປະມານ 13 ກິໂລແມັດ (ໄປທາງຜາເງິນ).

ອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທໍາມະຊາດຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ທີ່ໄດ້ຮັບລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນສົດຊື່ນ, ມີນ້ຳສີຟ້າຂຽວມໍລະກົດທີ່ໃສສະອາດ ຈົນສາມາດ ສາມາດແນມເຫັນຮອດຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະແກ່ການມາພັກຜ່ອນແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ. ນອກຈາກຄວາມງົດງາມຂອງທຳມະຊາດແລ້ວ, ອ່າງຫລວງ ຍັງມີກິດຈະກຳຍອດນິຍົມຂອງນັກທ່ອງທ່ຽວທີ່ມາແລ້ວບໍ່ຄວນພາດນັ້ນຄືການໂດດນໍ້າ, ຂີ່ສະລິງ, ຍ່າງປ່າຊົມທໍາມະຊາດທີ່ສວຍສົດງົດງາມ, ຊົມການສະແດງສິລະປະພື້ນບ້ານ, ການນັ່ງຕູມ ຮັບປະທານອາຫານທີ່ແຊບໆ ແລະ ກິດຈະກໍາອື່ນໆ.

ແນວໃດກໍຕາມ, ແຫລ່ງທ່ອງທ່ຽວອ່າງຫລວງຍັງເປັນສະຖານທີ່ ທີ່ປະຊາຊົນມີສ່ວນຮ່ວມໃນການສ້າງກິດຈະກຳ ໂດຍສະເພາະແມ່ນການຂາຍອາຫານພື້ນບ້ານ, ເຄື່ອງທີ່ລະນຶກ ຊຶ່ງໄດ້ສ້າງສີສັນ ແລະ ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ. ໃນປີ 2014 ອ່າງຫລວງໄດ້ການພັດທະນາ ແລະ ຂະຫຍາຍສິ່ງປຸກສ້າງຮ້ານອາຫານໃໝ່, ປັບປຸງສະຖານທີ່ທ່ຽວຊົມຖ້ຳ ແລະ ການຍ່າງປ່າຕາມຈຸດຕ່າງໆ ແລະ ກິດຈະກຳອື່ນໆໃຫ້ມີຄວາມຫລາກຫລາຍ, ສວຍງາມຂຶ້ນ ແລະ ຮັບປະກັນໄດ້ຄວາມປອດໄພຂອງນັກທ່ອງທ່ຽວ. ໃນຂະນະດຽວກັນ, ກໍໄດ້ເອົາໃຈໃສ່ໃນການປົກປັກຮັກສາສິ່ງແວດລ້ອມໄປຄຽງຄູ່ກັບການພັດທະນາ ໂດຍສິ່ງດັ່ງກ່າວເປັນປັດໄຈເຮັດໃຫ້ສະຖານທີ່ທ່ອງທ່ຽວອ່າງຫລວງໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ.

KPL