ແຜນການໂຕນຄຸກອັນລຳ້ເລີດຂອງຜູ້ນຳ ແລະ ແນວລາວຮັກຊາດ

25/05/2026 10:13
ຂປລ ຂປລ.ໃນໄລຍະເກືອບ 10 ເດືອນທີ່ຜູ້ນຳພັກແລະແນວລາວສ້າງຊາດ ຈຳນວນ 16 ທ່ານ ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳນັ້ນ ບຸກຄົນສຳຄັນໆປະມານ 8-9 ທ່ານ ຈະໄດ້ຖືກປະຫານຊີວິດ.

(ເນ່ືອງໃນໂອກາດວັນລະນຶກວະລິກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ຄົບຮອບ 66 ປີ, ວັນທີ 24/5/1960-24/5/2026)

ຂປລ.ໃນໄລຍະເກືອບ 10 ເດືອນທີ່ຜູ້ນຳພັກແລະແນວລາວສ້າງຊາດ ຈຳນວນ 16 ທ່ານ ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳນັ້ນ ບຸກຄົນສຳຄັນໆປະມານ 8-9 ທ່ານ ຈະໄດ້ຖືກປະຫານຊີວິດ. ນອກນັ້ນຈະໄດ້ຖືກຕັດສິນຂັງຄຸກຕະຫລອດຊີວິດ.ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວລາວຮັກຊາດອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນນັບແຕ່ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງເປັນເອກະພາບກັນ.

ເມື່ອຮັບຮູ້ແຈ້ງເຖິງທາດແທ້ປະຕິການແລະແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ຕັດສິນການອອກຈາກຄຸກ”. ສຳລັບບັນດາຜູ້ນຳ ເຖິງວ່າເພິ່ນຈະຖືກຈັບກຸມຄຸມຂັັງ ກໍຕາມແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີແລະຊ່ອງທາງເພື່ອໃຫ້ຫລຸດພົ້ນອອກຈາກການກະທຳ ອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດໃນການສຶກສາອົບຮົມສາລະວັດຕຳຫລວດ ແລະ ສາລະວັດທະຫານໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້, ຄວາມໂຫດຮ້າຍສາມານ ຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດສາລະວັດ ດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ. ພ້ອມນີ້, ບັນດາຜູ້ນຳຍັງສະແດງອອກທາງດ້ານພຶດຕິກຳ ໃຫ້ສາລະວັດ ທີ່ຍາມຄຸກເຫັນໄດ້ທາດແທ້ຄວາມເສຍສະລະຂອງນັກຮົບປະຕິວັດທີ່ມີຕໍ່ປະເທດຊາດແລະ ປະຊາຊົນ, ເຫັນເຖິງຄວາມອົດທົນ, ດຸໝັ່ນຂະຫຍັນພຽນດ້ວຍການອອກແຮງງານປູກຜັກ, ດອກໄມ້ຢູ່ອ້ອມຄຸກ ເມື່ອພືດຜົນງອກງາມພວກເພິ່ນກໍໝູນໃຊ້ວັດທະນະທຳ, ຮີດຄອງປະເພນີ, ຈິດຕະສາດ ຄືໄດ້ເກັບເອົາດອກໄມ້ທີ່ເບັ່ງບານໃຫ້ສາລະວັດຝາກຄອບຄົວໄປເຮັດບຸນວັດ,ບູຊາວັນສິນ, ວັນບຸນຕ່າງໆ; ອັນໄດ້ເຮັດໃຫ້ສາລະວັດເຫັນເຖິງຈິດໃຈທີ່ຮັກຫອມປະເທດຊາດຂອງບັນດາຜູ້ນຳ ແລະ ພວກເຂົາກໍມີຄວາມເຊື່ອໝັ້ນ ແລະ ຈົ່ງຮັກພັກດີຕໍ່ຜູ້ນຳ ເຮັດໃຫ້ການຂົນຂວາຍ ເລີ່ມມີໝາກຜົນ,ສາມາດຜ່ານການທົດສອບຫລາຍຄັ້ງຄື: ສົ່ງຈົດໝາຍໃຫ້ຄອບຄົວ ຫລື ຄອບຄົວຝາກຈົດໝາຍນຳສາລະວັດມາໃຫ້ຜູ້ນຳໃນຄຸກກໍຮັບປະກັນຄວາມລັບ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງ ນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອຈະອອກຈາກຄຸກ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດ. ເມື່ອແຜນການເປັນໄປຕາມເປົ້າໝາຍ ທີ່ຖືກກຳນົດໄວ້ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດດ້ວຍຄວາມປອດໄພທຸກປະການ.

ເຫດການວິລະກຳດັ່ງກ່າວນີ້ແມ່ນໄຊຊະນະ ທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳ

ບາກນາໆປະການ ເຖິງວ່າຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນໂດຍເດັດຂາດ ອັນນີ້ ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳຄັ້ງມະຫັດສະຈັນນີ້ ໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫລືອເຮັດໃຫ້ບັນດາທ່ານຜູ້ນຳອອກຈາກຄຸກໄດ້ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດ

ກໍຄືກາລະໂອກາດພັນປີມີເທື່ອໜຶ່ງ.

KPL

ຂ່າວອື່ນໆ

ads
ads

Top