ຂປລ
ທ່ານ ອີໄລ ເຣໂມໂລນາ ຜູ້ວ່າການ ທະນາຄານກາງ ຟີລິບປິນ (Bangko Sentral ng Pilipinas-BSP) ເປີດເຜີຍວ່າ: BSP ຈະປັບຂຶ້ນ ອັດຕາດອກເບ້ຍ ກ່ອນໜ້ານີ້ ກອງປະຊຸມດັ່ງກ່າວ ໄດ້ກຳນົດໄວ້ ໃນວັນທີ 18 ມິຖຸນານີ້.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ອີໄລ ເຣໂມໂລນາ ຜູ້ວ່າການ ທະນາຄານກາງ ຟີລິບປິນ (Bangko Sentral ng Pilipinas-BSP) ເປີດເຜີຍວ່າ: BSP ຈະປັບຂຶ້ນ ອັດຕາດອກເບ້ຍ ກ່ອນໜ້ານີ້ ກອງປະຊຸມດັ່ງກ່າວ ໄດ້ກຳນົດໄວ້ ໃນວັນທີ 18 ມິຖຸນານີ້.
ການປັບຂຶ້ນ ອັດຕາດອກເບ້ຍ 0,25% ໃນເດືອນ ເມສາ ຜ່ານມາ ຍັງບໍ່ພຽງພໍ, ໂດຍລະບຸວ່າ ເສດຖະກິດ ພວມຜະເຊີນກັບ ແຮງກົດດັນ ດ້ານການສະໜອງ ທີ່ ຮຸນແຮງ ແລະ ຍາວນານ. ໃນຂະນະນີ້ ທະາຄານກາງນີ້ ຍັງບໍ່ໄດ້ຕັດສິນໃຈວ່າ ຈະຈັດກອງປະຊຸມ ນອກກອບກຳນົດ ເພື່ອປັບຂຶ້ນ ອັດຕາດອກເບ້ຍ ຫລື ຈະລໍຖ້າ ກອງປະຊຸມ ຕາມກອບປົກກະຕິ./.
KPL