ເກີດເຫດອາຄານກໍ່ສ້າງ ພັງຖະຫລົ່ມ ຢູ່ຟີລິບປິນ ສູນຫາຍ 30 ຄົນ

25/05/2026 13:13
ຂປລ ນັກຂ່າວ ທ້ອງຖິ່ນ ຟີລິບປິນ ລາຍງານວ່າ: ເກີດເຫດອາຄານ ທີ່ຢູ່ໃນ ລະຫວ່າງ ການກໍ່ສ້າງ ໄດ້ພັງຖະຫລົ່ມລົງມາ ຢູ່ເມືອງແອນເຈລິສ ແຂວງປຳປັງກາ ທາງພາກເໜືອ ຟີລິບປິນ , ສົ່ງຜົນໃຫ້ມີ ຜູ້ຕິດຄ້າງ ຢູ່ໃຕ້ຊາກ ອາຄານ ຢ່າງໜ້ອຍ 30 ຄົນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ , ວັນທີ 24 ພືດສະພາ, ​ນັກຂ່າວ ທ້ອງຖິ່ນ ຟີລິບປິນ ລາຍງານວ່າ: ເກີດເຫດອາຄານ ທີ່ຢູ່ໃນ ລະຫວ່າງ ການກໍ່ສ້າງ ໄດ້ພັງຖະຫລົ່ມລົງມາ ຢູ່ເມືອງ ແອນເຈລິສ ແຂວງປຳປັງກາ  ທາງພາກເໜືອ ຟີລິບປິນ , ສົ່ງຜົນໃຫ້ມີ ຜູ້ຕິດຄ້າງ ຢູ່ໃຕ້ຊາກ ອາຄານ ຢ່າງໜ້ອຍ 30 ຄົນ. ໂດຍເຈົ້າໜ້າທີ່ ສາມາດ ຊ່ວຍເຫລືອ ຜູ້ປະສົບໄພອອກມາໄດ້ ຫລາຍກວ່າ 20 ຄົນ ແຕ່ຍັງມີຜູ້ຕິດຄ້າງ ຢູ່ໃຕ້ຊາກ ອາຄານ ອີກປະມານ 30-40 ຄົນ. ເຫດການໃນຄັ້ງນີ້ ເກີດຂຶ້ນ ຫລັງຈາກ ມີຝົນຕົກໜັກ ແລະ ລົມແຮງ ພັດເຂົ້າມາ. ໂດຍສຳນັກງານ ອຸຕຸນິຍົມ ວິທະຍາ ທ້ອງຖິ່ນ ໄດ້ເປີດເຜີຍວ່າ:  ປະລິມານນໍ້າຝົນ ວັດແທກໄດ້ສູງ ເຖິງ 44 ມິລິແມັດ ໃນເມືອງ ແອນເຈລີສ.  ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພ ຟິລິບປິນ ພວມເລັ່ງຄົ້ນຫາ ແລະ ຊ່ວຍເຫລືອ ຜູ້ລອດຊີວິດ ຢ່າງຕັ້ງໜ້າ, ສ່ວນສາເຫດ ຕົ້ນຕໍ ໃນຄັ້ງນີ້ ຍັງຢູ່ໃນລະຫວ່າງ ການສືບສວນ ສອບສວນ ຢ່າງລະອຽດ./

 

KPL

ຂ່າວອື່ນໆ

ads
ads

Top