ຄວາມເປັນມາ ແລະ ເອກະລັກວັດທະນະທຳຂອງຊົນເຜົ່າພູນ້ອຍ

25/05/2026 10:42
ຂປລ ຂປລ. ຊົນເຜົ່າພູນ້ອຍ ແມ່ນຊົນເຜົ່າໜຶ່ງທີ່ໄດ້ຕັ້ງຖິ່ນຖານພູມລຳເນົາ ແລະ ດຳລົງຊິວິດຢູ່ປະເທດລາວມາໄດ້ຫລາຍຮ້ອຍປີ ໂດຍອີງໃສ່ບັນດາເອກະສານ ແລະ ຕາມການບອກເລົ່າຂອງບັນດາເຈົ້າກົກເຈົ້າເຫລົ່າ

ຂປລ. ຊົນເຜົ່າພູນ້ອຍ ແມ່ນຊົນເຜົ່າໜຶ່ງທີ່ໄດ້ຕັ້ງຖິ່ນຖານພູມລຳເນົາ ແລະ ດຳລົງຊິວິດຢູ່ປະເທດລາວມາໄດ້ຫລາຍຮ້ອຍປີ ໂດຍອີງໃສ່ບັນດາເອກະສານ ແລະ ຕາມການບອກເລົ່າຂອງບັນດາເຈົ້າກົກເຈົ້າເຫລົ່າໃຫ້ຮູ້ວ່າ:ຊົນເຜົ່າຜູ້ນ້ອຍມີປະຫວັດຄວາມເປັນມາຈາກປະເທດມຽນມາ ແລະ ໄດ້ເຄື່ອນຍ້າຍເຂົ້າມາລາວຢູ່ເຂດວຽງພູຄາ ໃນຕົ້ນສະຕະວັດທີ XVIຮອດສະຕະວັດທີ XVIII-XIX ເປັນໄລຍະສົງຄາມສັກດີນາຈີນກັບພະມ້າ, ເຂົາເຈົ້າໄດ້ເຄື່ອນຍ້າຍໄປຢູ່ດິນແດນແຂວງຜົ້ງສາລີ ໃນປັດຈຸບັນດ້ວຍຫລາຍເສັ້ນທາງ ແລະ ຫລາຍໄລຍະທີ່ແຕກຕ່າງກັນ. ສຳລັບຊື່ຂອງຊົນເຜົ່ານີ້ມີຫລາຍຊື່ເອີ້ນດ້ວຍກັນເຊັ່ນ: ຜູ່ນ້ອຍ,​ ປູນ້ອນ,​ ພູນ້ອຍ,​ ໄທຜົ້ງສາລີ,​ ສີງສີລີ,​ ປີຊູ ແລະ ອື່ນໆ. ຊົນເຜົ່າພູນ້ອຍປະກອບດ້ວຍຫລາຍແຊງເຊັ່ນ: ພູຍອດ, ຕາປາດ,​ ບ້ານຕັ້ງ,​ ຈາຫໍ, ລາວແຊງໄຟ, ລາວປານ,​ ຜົ້ງກູ້ ແລະ ຜົ້ງເສດ, ຊື້ງແຕ່ລະແຊງນັ່ນຈະມີພາສາ ແລະ ຮີດຄອງປະເພນີທີ່ຄ້າຍຄືກັນ ແລະ ແຕກຕ່າງກັນບາງເລັກນ້ອຍໄປຕາມແຕ່ລະທ້ອງຖິ່ນ. ໃນເມື່ອກ່ອນສ່ວນຫລາຍ ເຂົາເຈົ້າປະກອບອາຊີບໃນການເຮັດກະສິກຳ, ປູກຝັງ-ລ້ຽງສັດ, ສ່ວນການປູກຝັງ-ລ້ຽງສັດແມ່ນແບບພື້ນເມືອງທີ່ສືບທອດກັນມາແຕ່ປູ່,​ຍ່າ ແລະ ຕິດພັນກັບທຳມະຊາດ, ແຕ່ເຂົາເຈົ້າເປັນຄົນດຸໝັ່ນຂະຫຍັນພຽນ ໂດຍສະເພາະແມ່ນແມ່ຍິງມີມູນເຊື້ອໃນການຫຍິບປັກຖັກແສ່ວ, ຕ່ຳແຜ່ນແພເພື່ອເຮັດເຄ່ືອງນຸ່ງຫົ່ມ ແລະ ຄ້າຂາຍ. ແນວໃດກໍດີ, ປັດຈຸບັນຊົນເຜົ່າພູນ້ອຍ ມີວິຖີຊີວິດການດຳລົງຊີວິດປ່ຽນແປງໄປຈາກເດີມ, ມີການປະກອບອາຊີບທີ່ຫລາກຫລາຍໄປຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນທີ່ເຂົາເຈົ້າອາໄສຢູ່.

ໂດຍປົກກະຕິແລ້ວ ຊົນເຜົ່າ ພູນ້ອຍ ເຂົາເຈົ້າດຳລົງຊີວິດ ແລະ ຕັ້ງບ້ານເຮືອນຢູ່ຕາມເປີ້ນພູ ຫລື ຕີນພູ ແລະ ໃກ້ກັບຫ້ວຍນ້ຳລຳທານ, ປຸກເຮືອນຮ້ານຕ່ຳມີເຊຍ, ຝັງເສົາເຮືອນດ້ວຍໄມ້ທີ່ແຂງແກ່ນ, ຝາແອ້ມດ້ວຍໄມ້ເຮ້ຍ ຫລື ໄມ້ແປ້ນ, ໃນເຮືອນມີການຈັດແບ່ງເປັນຫລາຍຫ້ອງຄື: ຫ້ອງນອນພໍ່ແມ່, ຫ້ອງລູກຊາຍທີ່ສ້າງຄອບຄົວແລ້ວ, ຫ້ອງລູກສາວທີ່ຍັງເປັນໂສດ,​ໃກ້ຫ້ອງນອນຂອງພໍ່ແມ່ ຈະມີຫ້ອງໜຶ່ງຕັ້ງຫິ້ງຜີ ທັງເປັນບ່ອນເຄົາລົບບູຊາຂອງສະມາຊິກໃນຄອບຄົວ, ມີ 2 ປະຕູຄື: ປະຕູດ້ານໜ້າໃຊ້ເຂົ້າ-ອອກຕາມປົກກະຕິ ແລະ ອີກປະຕູໜຶ່ງເປັນປະຕູສຳຮອງຢູ່ດ້ານຫລັງໄວ້ເຮັດພິທີຮຽກຂວັນ,​ການບູຊານົບໄຫ້ວຕ່າງໆ ຫລື ໃຊ້ໃນເວລານຳເອົາສົບຄົນຕາຍລົງເຮືອນໄປຝັງ. ມາເຖິງປັດຈຸບັນ ລັກສະນະຂອງເຮືອນໄດ້ມີການປ່ຽນແປງໄປຕາມຍຸກສະໄໝແຫ່ງການພັດທະນາ.

ຊົນເຜົ່າພູນ້ອຍ ມີຮີດຄອງປະເພນີຄວາມເຊື່ອຖື ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນເອງມາແຕ່ບູຮານນະການ, ມີການນັບຖືສາສະໜາພຸດຄຽງຄູ່ກັບການເຊື່ອຖືຜີເຊັ່ນ: ຜີພໍ່ແມ່, ຜີບັນພະບູລຸດ, ຜີແມ່ນ້ຳລຳທານ ແລະ ອື່ນໆ ເຊິ່ງໃນແຕ່ລະເຮືອນຈະມີຫິ້ງຜີ ເຊິ່ງເປັນບ່ອນສັກກະລະບູຊາຂອງຄອບຄົວ. ພ້ອມນັ້ນ, ໃນຮອບວຽນປີໜຶ່ງແມ່ນໄດ້ປະຕິບັດຕາມປະຕິທິນຂອງລາວນັບແຕ່ເດືອນ 1-12 ຈະມີການຈັດງາມບຸນຕາມແຕ່ລະເດືອນ.ພິເສດ ພາຍຫລັງເກັບກ່ຽວຜົນລະປູກແລ້ວ ເຂົາເຈົ້າກໍຈະຈັດງານບຸນຂຶ້ນໃນເດືອນນັ້ນ. ນອກຈາກນັ້ນ, ຊົນເຜົ່າຜູ່ນ້ອຍຍັງມີເຄ່ືອງນຸ່ງຫົ່ມ ແລະ ການເອ້ຢ້ອງປະຈຳເຜົ່າຂອງຕົນ ທັງຜູ້ຊາຍ-ແມ່ຍິງ ໂດຍເຄື່ອງນຸ່ງຫົ່ມສ່ວນຫລາຍຈະເປັນສີດຳ ເຊິ່ງປະດັບເອ້ດ້ວຍສີສັນລວດລາຍຕ່າງໆ ທີ່ສວຍສົດງົດງາມຈາກສີໄມ້ລາຍມືອັນຄ່ອງແຄ້ວ ແລະ ປານີດຂອງແມ່ຍິງຊົນເຜົ່ານີ້ເອງ ເຊິ່ງຈະເຫັນໃນວັນບຸນ ຫລື ພິທີກຳທາງສາສະໜາຕ່າງໆ.

ປັດຈຸບັນຊົນເຜົ່າພູນ້ອຍ ສ່ວນຫລາຍຕັ້ງພູມລຳເນົາຢູ່ແຂວງຜົ້ງສາລີ, ຫລວງນ້ຳທາ ແລະ ແຈກຢາຍຢູ່ແຂວງອຸດົມໄຊ, ບໍ່ແກ້ວ ແລະ ຫລວງພະບາງ, ມີພາສາປາກເວົ້າຈັດຢູ່ໃນໝວດພາສາຈີນ-ຕີເບດ, ສາຂາຕີເບດ-ມຽນມາ ເຂົາເຈົ້າບໍ່ມີຕົວໜັງສືຂຽນ.

(ຄັດຈາກປຶ້ມບັນດາເຜ່ົາໃນ ສປປ ລາວ)

KPL

ຂ່າວອື່ນໆ

ads
ads

Top