ຂປລ
ຂະບວນລົດໄຟ ບັນຈຸກຕູ້ບັນຈຸ ແຄວຊຽມໄຮດຣອກໄຊດ໌(Calcium Hydroxide)ນ້ຳໜັກ 170 ໂຕນ ໄດ້ອອກຈາກສະຖານີ ກຸ້ຍກາງໄປຕໍ່ຢູ່ ສະຖານີລົດໄຟສາກົນ ໜານໜິງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ ແລ້ວຂົນສົ່ງໄປສູ່ສະຖານີ ອຽນວຽນ ປະເທດ ຫວຽດນາມ.
ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ຂະບວນລົດໄຟ ບັນຈຸກຕູ້ບັນຈຸ ແຄວຊຽມໄຮດຣອກໄຊດ໌(Calcium Hydroxide)ນ້ຳໜັກ 170 ໂຕນ ໄດ້ອອກຈາກສະຖານີ ກຸ້ຍກາງໄປຕໍ່ຢູ່ ສະຖານີລົດໄຟສາກົນ ໜານໜິງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ ແລ້ວຂົນສົ່ງໄປສູ່ສະຖານີ ອຽນວຽນ ປະເທດ ຫວຽດນາມ. ນີ້ແມ່ນເສັ້ນທາງຂົນສົ່ງສິນຄ້າຂ້າມຊາຍ ແດນໃໝ່ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ພາຍຫລັງ ເປີດຊ່ອງທາງຈໍລະຈອນສິນຄ້າ ຂ້າມຊາຍແດນຜ່ານທາງລົດໄຟ “ຫລິວໂຈ່ວ-ໜານໜິງ-ຫວຽດນາມ” ຢ່າງເປັນທາງການ, ເສັ້ນ ທາງສາຍໃໝ່ດັ່ງກ່າວ ໄດ້ເສີມຂະຫຍາຍໃຫ້ໂຄງສ້າງແຫລ່ງສິນຄ້າ ຂອງຂະບວນລົດໄຟຈີນ-ຫວຽດນາມ ອຸດົມສົມບູນຂຶ້ນ ຢ່າງມີປະສິດທິພາບ, ເຮັດໃຫ້ຊ່ອງທາງການສົ່ງອອກສິນຄ້າກວາງຊີຈີນ ມີຄວາມໂລ່ງລ່ຽນຂຶ້ນຕື່ມ, ເປັນການເພີ່ມຊ່ອງທາງ ຈໍລະຈອນສິນຄ້າ ຂ້າມຊາຍແດນໃໝ່ທີ່ໝັ້ນທ່ຽງ ແລະ ມີປະສິດພາບສູງ ສຳລັບ ການແລກປ່ຽນດ້ານເສດຖະກິດການຄ້າ ລະຫວ່າງ ກວາງຊີຂອງ ສປ ຈີນ ກັບ ສສ ຫວຽດນາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL