ຂປລ
ພິທີສ້າງຕັ້ງສູນນະວັດຕະກຳ ອຸດສາຫະກຳປັນຍາປະດິດ ຈີນ-ອາຊຽນ ຫລື ສູນ AI ຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຈີນ ແຈ້ງໃຫ້ຮູ້ວ່າ: ວັນທີ 24 ພຶດສະພານີ້, ພິທີສ້າງຕັ້ງສູນນະວັດຕະກຳ ອຸດສາຫະກຳປັນຍາປະດິດ ຈີນ-ອາຊຽນ ຫລື ສູນ AI ຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ທ່ານ ເຄີ່ຈີຊິ່ນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ແລະ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ.ສູນ AI ຈີນ-ອາຊຽນ ຈະສຸມໃສ່ວຽກງານ 4 ດ້ານ ຄື: ໜຶ່ງ ຊຸກຍູ້ການຮ່ວມມື ດ້ານການຄົ້ນຄວ້າ ພັດທະນາ ເຕັກໂນໂລຊີ ແລະ ການປະດິດສ້າງ, ເລັ່ງຍົກລະດັບ ການຫັນເປັນອັດສະລິຍະ ຂອງອຸດສາຫະກຳ. ສອງ ສ້າງສະພາບການຮ່ວມມື ດ້ານອຸດສາຫະກຳ ປັນຍາປະດິດ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ ຫລື ຫລາຍຝ່າຍ. ສາມ ລົງເລິກພຶດຕິກຳຕົວຈິງໃນການບໍລິຫານປັນຍາປະດິດ ເພື່ອສ້າງຂອບ ແລະ ຫລັກການການບໍລິຫານ ທີ່ມີຄວາມເຫັນເປັນເອກະພາບກັນ ຫລາຍກວ່າເກົ່າ ແລະ ສີ່ ຊ່ວຍເຫລືອ ການສ້າງຄວາມສາມາດຂອງພາກພື້ນ, ຮ່ວມກັນສ້າງພື້ນຖານໂຄງລ່າງ ອັດສະລິຍະ ແລະ ຮ່ວມກັນຊົມໃຊ້ຜົນປະໂຫຍດ ຈາກການພັດທະນາ ປັນຍາປະດິດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL