ຜູ້ນຳຫລາຍປະເທດ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງ ການຮັບປະກັນ ດ້ານຄວາມໝັ້ນຄົງໃຫ້ ອູແກຣນ

17/12/2025 13:00
ຂປລ ຜູ້ນຳຫລາຍປະເທດ ໃນ​ເອີຣົບ ​ເຊັ່ນ: ເຢຍ​ລະ​ມັນ, ຝ​ຣັ່ງ, ອັງ​ກິດ, ອີ​​ຕາ​ລີ ແລະ ໂປ​ໂລຍ​ ເປັນ​ຕົ້ນ ພ້ອມ​ກັບ​ທ່ານ ອັນໂ​ຕນີ​ໂອ ຄໍສ​ຕາ ປະ​ທານ ​ສະ​ພາ​ມົນ​ຕີ ​​ເອີຣົບ ແລະ​ ທ່ານ​ນາງ ອູ​ຊູ​ລາ ວອນ​ເດີເລ​ເອີນ ປະ​ທານ​ ຄະ​ນະ​ກຳ​ມະ​ການ ສະຫະ ພາບ ເອີຣົບ ໄດ້ອອກຖະແຫລງການຮ່ວມ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ມື່ອບໍ່ດົນມານີ້, ຜູ້ນຳຫລາຍປະເທດ ໃນ​ເອີຣົບ ​ເຊັ່ນ: ເຢຍ​ລະ​ມັນ, ຝ​ຣັ່ງ, ອັງ​ກິດ, ອີ​​ຕາ​ລີ  ແລະ ໂປ​ໂລຍ​ ເປັນ​ຕົ້ນ ພ້ອມ​ກັບ​ທ່ານ ອັນໂ​ຕນີ​ໂອ ຄໍສ​ຕາ ປະ​ທານ ​ສະ​ພາ​ມົນ​ຕີ ​​ເອີຣົບ ແລະ​ ທ່ານ​ນາງ ອູ​ຊູ​ລາ ວອນ​ເດີເລ​ເອີນ ປະ​ທານ​ ຄະ​ນະ​ກຳ​ມະ​ການ ສະຫະພາບ ເອີຣົບ ໄດ້ອອກຖະແຫລງການຮ່ວມ ໂດຍ​ໄດ້​ກ້າວມີ​ຄວາມ​ເຫັນ​ ເປັນ​ເອ​ກະ​ພາບ​ກັນ​ວ່າ:ການຕົກລົງໃດໆ ກ່ຽວ​ກັບ​ການ​ທີ່ ​ອູ​ແກ​ຣນ ​ອາດ​ຈະ​ຜ່ອນ​​ສັ້ນ​ຜ່ອນ​ຍາວ​ໃນ​ດ້​ານດິນແດນ​ນັ້ນ ​ຕ້ອງເກີດຂຶ້ນ ຫລັງ​ຈ​າກ ມາດຕະການ ຮັບ​ປະ​ກັນ ຄວາມ​ໝັ້​ນ​ຄົງທີ່ເຂັ້ມແຂງ ຖືກຈັດຕັ້ງປະຕິບັດ ເປັນທີ່ ຮຽບຮ້ອຍແລ້ວ, ສ່ວນມາດຕະການ ຮັບ​ປະ​ກັນຄວາມ​ໝັ້​ນ​ຄົງ ເຫລົ່ານັ້ນ ຈະຕ້ອງປະກອບມີ ກອງກຳລັງຮ່ວມ ຫລາຍຊາດ ທີ່ນຳພາໂດຍ ເອີຣົບ../.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top