7176

dt-;'lkmk]totl5 d ]tob d;a olkdq o8h kogvf xt9exu 2025 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 17.12.2025 ປີທີ 24 ສະບັບທີ 6.336ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ll- g0fg]n vd8A 'mu 13 xt-5 ,xt9exu 2025  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 3່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ( ກາງແຖວຫລັງ ) ທ່ານ ອາດສະພັງທອງ ສີພັນດອນ ທ່ານ ນາງ ສູນທອນ ໄຊຍະຈັກ c0;'lts;a ootg0f rh v,fh ;p,;o-q o Ij ;,.lj [kf3vdkf;a ogdu fxtmko wdlvo rq ,;y sko 7[8 -U c9'dko75h ,7v' Ij v']t[kpoE.oot7vos];';P'9a o okpq d]a f4t,q o8u rq [xt3vh ]q , 7totra d c]t rtoa d'kos]a dcs]j ' slop  ອ່ານຕໍ່ໜ້າ 4່ າໍ່ ໜ້າ xtmko wdlvo rq ,;y sko pn opq '.ork]tdy fxt8y ;a f]k; 8ts]vfwxK ,v[{Ia [|h kmuj g9Q kc0;'w-pt[6 ]u c]t xtmko7totde,tdkoxq d7v'c0;' ຂປລ. ກອງປະຊຸມປະຈຳປີ 2025 ຂອງຄະນະສະມາຊິກສະພາ ແຫ່ງຊາດ (ສສຊ) ປະຈຳເຂດ ເລືອກຕັ້ງທີ 13 ໄດ້ຈັດຂຶ້ນໃນ ຂປລ. ໃນວາລະດຳເນີນກອງປະ ຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາປະຊາຊົນນະຄອນຫລວງ ວຽງຈັນ ຊຸດທີ IV ວັນທີ 16 ທັນວາ 2025 ພາຍໃຕ້ການເປັນປະທານ ຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນ ຫລວງວຽງຈັນ (ນວ), ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງ ວຽງຈັນ (ຄບຕ) ໄດ້ຊີ້ແຈງຕໍ່ຄຳ ຊັກຖາມຂອງສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ກ່ຽວກັບການຄຸ້ມຄອງຮ່ອງລະບາຍ ນໍ້າໃນນະຄອນຫລວງວຽງຈັນ. ທ່ານ ປັນຍາ ມະນີວົງ ໄດ້ຊີ້ ແຈງວ່າ: ໄລຍະຜ່ານມາ, ອົງການ ປົກຄອງນະຄອນຫລວງວຽງຈັນ ກໍຄື ຫ້ອງການຄຸ້ມຄອງ ແລະ ບໍລິ ການຕົວເມືອງວຽງຈັນ ສົມທົບ ພາກສ່ວນກ່ຽວຂ້ອງເປັນເຈົ້າການ ໃນການຄຸ້ມຄອງ, ຕິດຕາມ, ກວດ ກາ, ປົກປັກຮັກສາ, ສ້ອມແປງ ແລະ ໄດ້ເຮັດອະນາໄມລວງຮ່ອງລະບາຍ ນໍ້າໃນນະຄອນຫລວງວຽງຈັນ ເປັນຕົ້ນຮ່ອງນ້ຳສັກ, ຮ່ອງແຊງ ແລະ ຮ່ອງທອງ ເພື່ອຮອງຮັບປະ ລິມານນ້ຳຈາກຄົວເຮືອນ, ຊຸມຊົນ, ຮອງຮັບປະລິມານນ້ຳຝົນໃນລະດູ ຝົນຫລີກລ່ຽງບັນຫານ້ຳອັ່ງໃນຕົວ ເມືອງ ກໍຄື ການຕ້ານຖ້ວມ. ເຖິງ ຢ່າງໃດກໍຕາມການຄຸ້ມຄອງ-ປົກ ຂປລ. ເມື່ອບໍ່ດົນມານີ້, ກົມ ຄວບຄຸມພະຍາດຕິດຕໍ່ຮ່ວມກັບສູນ ຕ້ານເອດ ແລະ ພະຍາດຕິດຕໍ່ທາງ ເພດສໍາພັນກະຊວງສາທາລະນະ ສຸກ ໄດ້ຈັດພິທີລະນຶກວັນສາກົນ ຕ້ານເອດ ປະຈຳປີ 2025 ພາຍໃຕ້ ຄໍາຂວັນ: “ຮ່ວມໃຈກັນກ້າວຂ້າມ ອຸປະສັກ ແລະ ປັບປ່ຽນຍຸດທະວິທີ ການກັນ ແລະ ຄວບຄຸມເຊື້ອເຮສ ໄອວີ (HIV)/ພະຍາດເອດ” ໂດຍ ຂປລ. ໃນໄລຍະ 5 ປີຜ່ານ ມາ, ເສດຖະກິດນະຄອນຫລວງ ວຽງຈັນ(ນວ) ໄດ້ຂະຫຍາຍຕົວ ສະເລ່ຍໃນລະດັບ 5,34% ຕໍ່ປີ.  ອ່ານຕໍ່ໜ້າ 8່ າໍ່ ໜ້າ mj kook' vkfu ok 7;h k]k';a o The World Madam 2025 7q omevy f0v']k; ຂປລ. ເປັນອີກໜຶ່ງຄວາມພາກ ພູມໃຈຂອງວົງການນັກທຸລະກິດແມ່ ຍິງລາວ ເມື່ອທ່ານ ນາງ ອາດີນາ ມະຫາວົງ ສາມາດຄວ້າລາງວັນ The World Madam 2025 ທີ່ ຈັດຢູ່ ສປ ຈີນ ໃນລະຫວ່າງວັນທີ 27-29 ພະຈິກ 2025 ທີ່ຜ່ານມາ ພາຍໃຕ້ຄໍາຂວັນ “One small step for Madams, One giant leap for the World” ຊຶ່ງລາງ ວັນດັ່ງກ່າວເປັນສັນຍະລັກແຫ່ງຄຸນ ຄ່າຂອງແມ່ຍິງ ທີ່ອຸທິດຕົນປະກອບ ສ່ວນວຽກງານຊ່ວຍເຫລືອສັງຄົມ, ໃນນີ້, ປີ 2021 ຂະຫຍາຍຕົວ 4,13%, ປີ 2022 ຂະຫຍາຍຕົວ 4,83%, ປີ 2023 ຂະຫຍາຍຕົວ 5,30%, ປີ 2024 ຂະຫຍາຍຕົວ 5,85% ແລະ ປີ 2025 ຄາດວ່າ ຈະຂະຫຍາຍຕົວໃນລະດັບ 6,6%; ລວມຍອດຜະລິດຕະພັນພາຍໃນ ປີ 2025 ບັນລຸ 89.278,8 ຕື້ກີບ (ແຜນການ 5 ປີຮອດປີ 2025 ໃຫ້ ບັນລຸ 84.916 ຕື້ກີບ) ສາມາດ ບັນລຸຕາມແຜນທີ່ວາງໄວ້, ລວມ ຍອດຜະລິດຕະພັນພາຍໃນສະເລ່ຍ ຕໍ່ຄົນ 85,17 ລ້ານກີບ ຫລື ເທົ່າ ກັບ 3.871,6 ໂດລາສະຫະລັດ 5 xu zj ko,k glf4tdy f o; 0tspkp8q ;ltg]j p.o]tfa [ 5,34% 8xu + ຂປລ.ໃນວັນທີ16ທັນວາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ ກຽດພົບປະໂອ້ລົມຕໍ່ຄະນະບໍລິຫານ ງານພັກ ແລະ ຄະນະກົມ ພາຍໃນ ອົງຄະນະພັກຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ (ຫສນຍ)  ອ່ານຕໍ່ໜ້າ 2່ າໍ່ ໜ້າ 37'dkod+ lh k'3I'cI,{7vo3f l6 'muj l5 f.oxtgmf]k; 9tleg]a f.oxu 2028 ຂປລ. ໂຄງການກໍ່ສ້າງຕຶກອາ ຄານໂຮງແຮມແລະ ຄອນໂດ (ໂຄງ ການລາວ ເຊັນເຕີ) ທີ່ສູງທີ່ສຸດໃນ ສປປ ລາວ (46 ຊັ້ນ) ໄດ້ເລີ່ມ ມີການກໍ່ສ້າງແລ້ວຢູ່ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນ, ຄາດການວ່າການກໍ່ສ້າງ ຈະສຳເລັດ ແລະ ເປີດໃຫ້ບໍລິການ ໃນປີ 2028. ທ່ານ ກົງ ເວີນຈົ່ງ ຮອງຜູ້ອຳ ນວຍການບໍລິສັດສຽນເສີງ ລົງທຶນ ອະສັງຫາລິມະຊັບ ຈຳກັດ ໄດ້ ໃຫ້ສຳພາດ ໃນວັນທີ 15 ທັນວາ 2025 ນີ້ວ່າ: ໂຄງການລາວເຊັນ ວັນທີ 15 ທັນວາ 2025 ຢູ່ສະພາ ປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະ ສະມາຊິກສະພາແຫ່ງຊາດ ປະຈຳ ເຂດເລືອກຕັ້ງ ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງ ເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກ ແຂວງ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ, ຂປລ. ໃນວັນທີ 15 ທັນວາ 2025 ນີ້, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນທ່ານ ຮຸນກຣັງ ພະນອງ (HULKRANGPhanang) ເອກ ອັກຄະຣາຊະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ຣາຊະອານາຈັກ ກໍາ ປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ ອຸປະທູດ ຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ 7totoedt-;'dko8j k'xtgmf g-u om6 fdex6 g9p c]t v5 xtm6 f-qj ;7k;wm g0Q krq [grnj vltcf'7;k,gxa osj ;'8ltrk[dkomuj gdu f0B o16j [= ]y g;o-kpcfo dex6 g9p{wm +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 17/12/2025 xtgmf]k; ສສຊ ເຂດເລືອກຕັ້ງທີ 13...ືັ້ີ ມອບ-ຮັບໜ້າທີ່...ັ້ີ່ ນາຍົກລັດຖະມົນຕີ...ົັົີ ໂຄງການກໍ່ສ້າງຕຶກ...ໍ່້ຶ ຄບຕ ຊີ້ແຈງການຄຸ້ມຄອງ...ີຸ້້ ແຂວງສະຫວັນນະເຂດ...ັ ຂປລ. ພິທີໃສ່ບາດຖວາຍສັງ ຄະທານ ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ ນຳທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ຄົບຮອບ 105 ປີ (13/12/1920-13/12/2025) ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ອະນຸສອນ ສະຖານປະທານໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການ ເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນ ກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນະເຂດ, ມີບັນດາການນຳ ແຂວງ, ພະເຖລານຸເຖລະ 105 ອົງ ພ້ອມດ້ວຍມວນຊົນພາຍໃນແຂວງ ສະຫວັນນະເຂດເຂົ້າຮ່ວມ. ການໃສ່ບາດຖວາຍສັງຄະ ທານໃນຄັ້ງນີ້, ເພື່ອອຸທິດສ່ວນ ບຸນ, ສ່ວນກຸສົນເຖິງດວງວິນຍານ ຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກຂອງປວງຊົນລາວທັງ ຊາດ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ຜູ້ນໍາ ພາສ້າງຕັ້ງກຳລັງປະກອບອາວຸດ ປະຕິວັດຂອງປະຊາຊົນ, ນໍາພາ ຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາ ເອກະລາດ, ອິດສະລະພາບມາສູ່ ປະເທດຊາດ ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍຈົນ ມາຮອດປັດຈຸບັນ. ພ້ອມນີ້, ຍັງເປັນການອຸທິດສ່ວນ ບຸນກຸສົນໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍ ເວນ, ຜີໄຮ້ຍາດຂາດມິດ, ເພື່ອນມິດ ສະຫາຍທີ່ໄດ້ລ່ວງລັບໄປແລ້ວ ເພື່ອ ເປັນບຸນ, ເປັນກຸສົນແລະ ອື່ນໆ. ຂ່າວ-ພາບ: ເກດສະໜາ ປັກຮັກສາລະບົບຮ່ອງລະບາຍນ້ຳ ໃນຕົວເມືອງຍັງພົບບັນຫາຄວາມ ຫຍຸ້ງຍາກໃນຫລາຍດ້ານຕິດພັນ ກັບການມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມ ໂດຍສະເພາະຍັງມີ ສະພາບການບຸກລຸກເຊັ່ນ: ການປຸກ ສ້າງກວມເຂດສະຫງວນ ຂອງຮ່ອງ ລະບາຍນ້ຳ, ຖົມດິນຕັນແລວການ ໄຫລຂອງນ້ຳ, ການຖິ້ມຂີ້ເຫຍື້ອ ຫລື ສິ່ງເສດເຫລືອລົງໃສ່ຮ່ອງນ້ຳ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການ ອະນາໄມ. ນອກນັ້ນ, ການປ່ອຍ ນໍ້າເປື້ອນຈາກຄົວເຮືອນ, ຊຸມຊົນ ທີ່ບໍ່ໄດ້ຜ່ານການບໍາບັດປ່ອຍໂດຍ ກົງລົງສູ່ຮ່ອງລະບາຍນ້ຳເກີດຜົນ ກະທົບທາງດ້ານສິ່ງແວດລ້ອມ; ລວມທັງການພັດທະນານຳໃຊ້ພື້ນທີ່ ຮ່ອງດຳເນີນກິດຈະການຕ່າງໆກໍ່ ຍັງສ້າງຄວາມຫຍຸ້ງຍາກໃນການ ອະນາໄມ-ລວງຮ່ອງ ແລະ ບັນ ຫາອື່ນໆ. ຕໍ່ກັບການແກ້ໄຂບັນຫາທີ່ເກີດ ຂຶ້ນ, ອົງການປົກຄອງນະຄອນ ຫລວງວຽງຈັນ ຖືເປັນບັນຫາທີ່ສຳ ຄັນໄດ້ມອບໃຫ້ບັນດາພາກສ່ວນ ຂປລ. ພິທີມອບ-ຮັບໜ້າທີ່ລະ ຫວ່າງທ່ານ ພົງສະຫັວນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ເຈົ້າ ແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາ ຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງ ແຂວງໄຊຍະບູລີ (ຜູ້ໃໝ່) ຈັດຂຶ້ນ ໃນວັນທີ 15 ທັນວາ 2025 ໂດຍ ການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ເພັງນິລັນ ຄໍາພັນເພັງ ເລຂາ ຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະ ການພັກແຂວງ, ຄະນະປະຈໍາສະພາ ປະຊາຊົນແຂວງ, ຫົວໜ້າ, ຮອງ ຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ໄດ້ຜ່ານບົດສະຫລຸບການ ນໍາພາ-ຊີ້ນໍາວຽກງານຮອບດ້ານໃນ ໄລຍະຜ່ານມາ ໂດຍສະເພາະແມ່ນ ໄດ້ນໍາພາການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ແລະ ຄັ້ງທີ VII, ແຜນປະ ຈໍາປີ ສາມາດບັນລຸຕາມຄາດໝາຍ ວາງໄວ້, ເສດຖະກິດຂອງແຂວງ ໄດ້ຮັບການຂະຫຍາຍຕົວເພີ່ມຂຶ້ນ ໃນແຕ່ລະປີ, ຄາດໝາຍສູ້ຊົນມະຫາ ພາກຂອງແຂວງສາມາດຈັດຕັ້ງ ປະຕິບັດບັນລຸຄາດໝາຍ ແລະ ມີ ບາງຄາດໝາຍລື່ນແຜນວາງໄວ້ ຄື: ການຈັດເກັບລາຍຮັບເຂົ້າງົບ ປະມານ, ມູນຄ່າສົ່ງອອກສິນຄ້າ, ຄາດໝາຍການຜະລິດເຂົ້າ, ການ ປູກພືດເປັນສິນຄ້າພົ້ນເດັ່ນແມ່ນ ການປູກຢາງພາລາ, ກາເຟ ແລະ ອື່ນໆ; ພື້ນຖານອຸດສາຫະກໍາປຸງ ແຕ່ງໂຮງສີເຂົ້າ, ໂຮງອົບສາລີ, ໝາກເດືອຍ, ສາງເຢັນໝາກຖົ່ວ ເຫລືອງ, ໂຮງງານແປ້ງມັນຕົ້ນ, ໂຮງງານຢາງພາລາ, ໂຮງງານ ເຂົ້າຈີ່, ເຂົ້າໜົມ, ເສັ້ນໝີ່, ເສັ້ນເຝີ, ໂຮງງານຂ້າສັດທັນສະໄໝ, ອຸດສາ ຫະກໍາພະລັງງານໄຟຟ້າຂະໜາດ ໃຫຍ່, ຂະໜາດນ້ອຍ, ຜະລິດຕະພັນ ຫັດຖະກໍາຕໍ່າແຜ່ນແພ, ຈັກສານ ແລະ ອື່ນໆ ໄດ້ມີໜໍ່ແໜງ ແລະ ມີ ທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນເປັນ ກ້າວໆ; ພື້ນຖານໂຄງລ່າງຖະໜົນ ຫົນທາງ, ທາງຫລວງແຫ່ງຊາດ, ທາງເຊື່ອມໂຍງ, ເຊື່ອມຈອດກັບ ອານຸພາກພື້ນຣາຊະອານາຈັກໄທ, ສສ ຫວຽດນາມ, ສປ ຈີນ, ເຊື່ອມ ກັບບັນດ າ ແຂວງ ພ າ ກ ເ ໜືອ , ເມືອງມໍລະດົກໂລກຫລວງພະ ບາງ ແລະ ເຊື່ອມເຂົ້າເຂດໃຈກາງ ນະຄອນຫລວງວຽງຈັນ, ທາງ ຫລວງຂອງແຂວງສູ່ບັນດາເມືອງ ແລະ ທາງເຂົ້າຫາເຂດຊົນນະບົດ ຫລາຍເສັ້ນໄດ້ຮັບການພັດທະນາ ຍົກລະດັບປູຢາງ 2 ຊັ້ນ, ເຮັດໃຫ້ ການໄປ-ມາຫາສູ່, ການຂົນສົ່ງ ເຕີ ເປັນການຮ່ວມມືກັນລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ບໍລິສັດສຽນເສີງ ລົງ ທຶນອະສັງຫາລິມະຊັບ ຈຳກັດ ແລະ ບໍລິສັດລາວມະຫາຊັບພັດທະນາ ຈຳກັດຜູ້ດຽວ. ໂຄງການດັ່ງກ່າວ, ໄດ້ວາງສີລາລືກ ແລະ ເລີ່ມລົງມື ກໍ່ສ້າງໃນເດືອນຕຸລາ ປີ 2024 ໂດຍໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນການກໍ່ສ້າງ ຕຶກອາຄານ 12 ຊັ້ນ (ຕຶກຮອງ) ມາຮອດປັດຈຸບັນ, ການກໍ່ສ້າງແມ່ນ ສຳເລັດແລ້ວ 90%, ສ່ວນອາຄານ 46 ຊັ້ນ, ມີຄວາມສູງ 155 ແມັດ ຊຶ່ງ ຈະກາຍເປັນຕຶກອາຄານທີ່ສູງທີ່ສຸດ ໃນປະເທດລາວ, ມາຮອດປັດຈຸບັນ ກໍາລັງລົງມືກໍ່ສ້າງ, ຄາດວ່າການ ກໍ່ສ້າງຈະສຳເລັດໃນປີ 2028. ໂຄງການດັ່ງກ່າວ, ຖືກອອກ ແບບໃຫ້ມີຄວາມຫລູຫລາພາຍໃນ 2 ອາຄານປະກອບມີ ໂຮງແຮມ 5 ດາວ, ຄອນໂດມີນຽມ, ສູນການຄ້າ, ຮ້ານອາຫານ, ສະລອຍນ້ຳກະຈົກ ໃສກາງແຈ້ງ, ສູນອອກກຳລັງກາຍ, ສະຖານທີ່ຈັດກອງປະຊຸມ, ສະຖານ ປະທານຄະນະກຳມະການປົກຄອງ ແຂວງ, ບັນດາທ່ານ ສສຊ ປະຈຳ ເຂດເລືອກຕັ້ງ, ພ້ອມດ້ວຍພະແນກ ການ, ອົງການຕ່າງໆອ້ອມຂ້າງ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫລຸບ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວ ວຽກງານຮອດກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຂອງຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13. ນອກນັ້ນ, ໄດ້ຮັບຟັງການລາຍ ງານຄືນຈາກຫົວໜ້າພະແນກອຸດ ສາຫະກຳ ແລະ ການຄ້າແຂວງ ຕາມມະຕິກອງປະຊຸມຂອງຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 13 ສະບັບເລກທີ 66/ຄສຊຂ, ລົງວັນທີ 23 ທັນວາ 2024 ວ່າດ້ວຍການຮັບຮອງເອົາ ບົດລາຍງານກ່ຽວກັບການຂຸດຄົ້ນ ໂດຍມີສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະ ນະຄະນະບໍລິຫານງານພັກ, ລັດຖະ ມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍ ຄະນະບໍລິຫານງານພັກ ແລະ ຄະນະ ກົມທົ່ວ ຫສນຍ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ຕາງໜ້າໃຫ້ແກ່ຄະນະ ພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄດ້ລາຍງານຕໍ່ສະຫາຍ ນາຍົກລັດຖະມົນຕີ ໂດຍຫຍໍ້ ກ່ຽວ ກັບສະພາບລວມ ແລະ ຜົນການ ເຄື່ອນໄຫວວຽກງານຂອງ ຫສນຍ ເປັນຕົ້ນວຽກງານການເມືອງແນວຄິດ, ຜົນການດຳເນີນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI; ການປັບປຸງ ກົງຈັກການຈັດຕັ້ງ-ພະນັກງານ; ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະ ໂດຍສະເພາະແມ່ນບັນດາ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ລວມທັງທິດ ທາງແຜນການໃນຕໍ່ໜ້າ. ໃນໂອກາດທີ່ມີຄວາມໝາຍ ສຳຄັນນີ້, ສະຫາຍນາຍົກລັດຖະ ມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດທີ່ອົງຄະນະພັກ ຫສນຍ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານ ມາ. ອັນສຳຄັນ, ສະຫາຍ ໄດ້ມີຄຳ ເຫັນເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງ ດ້ານເປັນຕົ້ນໃນສະພາບການພາກ ພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປ ຢ່າງສະຫລັບສັບຊ້ອນທີ່ມີທັງກາລະ ໂອກາດ ແລະ ສິ່ງທ້າທາຍຫລາຍ ປະການນັ້ນ, ຕ້ອງໄດ້ເອົາໃຈໃສ່ ຕິດຕາມສະພາບຢ່າງໃກ້ສິດ ເພື່ອມີ ຂໍ້ມູນໃນການຄົ້ນຄວ້າ ແລະ ເປັນ ເສນາທິການໃຫ້ແກ່ລັດຖະບານ ແກ້ໄຂບັນຫາແຕ່ຫົວທີຢ່າງທັນ ການ; ຕ້ອງກໍາໃຫ້ໄດ້ທິດທາງລວມ ແລະ ບັນດາຄາດໝາຍໃຫຍ່ຕົ້ນຕໍ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ສົມທົບກັບຂະແໜງການ ແລະ ທ້ອງ ຖິ່ນຕ່າງໆປະຕິບັດ 5 ບົດບາດ ຄຸ້ມຄອງມະຫາພາກຕາມຄຳສັ່ງ 34/ນຍ ເຂົ້າໃນແຕ່ລະຂົງເຂດ ວຽກງານໃຫ້ປະກົດຜົນເປັນຈິງ; ຍົກສູງຄວາມຮັບຜິດຊອບທາງດ້ານ ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ການປະຕິບັດໜ້າທີ່ວຽກງານຕ້ອງ ຄຳນຶງເຖິງຜົນໄດ້-ຜົນເສຍຂອງ ການປະຕິບັດແນວທາງນະໂຍບາຍ ຕ່າງໆ, ໃຫ້ມີສະຕິລະວັງຕົວຕໍ່ກັບ ກົນອຸບາຍເລຫລ່ຽມຂອງພວກ ສັດຕູ; ສືບຕໍ່ຕິດຕາມຊຸກຍູ້ການ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາ ສັ່ງ, ແຈ້ງການທິດຊີ້ນຳຂອງຂັ້ນ ເທິງ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດແຕ່ລະບັນຫາ ແລະ ລາຍງານຄວາມຄືບໜ້າ; ສືບຕໍ່ ເອົາໃຈໃສ່ການເປັນເສນາທິການ ຄົ້ນຄວ້າວຽກງານຕ່າງໆໃຫ້ແທດ ເໝາະກັບຄວາມເປັນຈິງ, ຖືກຕ້ອງ ຕາມກົດໝາຍ, ລະບຽບການ ແລະ ນະໂຍບາຍຕ່າງໆ; ປັບປຸງວຽກງານ ການຈໍລະຈອນເອກະສານ, ແກ້ໄຂ ເອກະສານຕ່າງໆໃຫ້ລະອຽດຊັດ ເຈນ, ວ່ອງໄວ ຫັນໄປສູ່ລະບົບທັນ ສະໄໝ; ເອົາໃຈໃສ່ສຶກສາອົບຮົມ ພະນັກງານໃຫ້ມີນໍ້າໃຈຮັບໃຊ້ປະ ເທດຊາດຮັບໃຊ້ປະຊາຊົນ, ບໍ່ຮຽກບໍ່ຕິດພັນກັບຜົນປະໂຫຍດ, ບໍ່ອຸ້ມ ວຽກ, ບໍ່ປະໃຫ້ຊັກຊ້າແກ່ຍາວ; ປະຕິບັດຫລັກການເຮັດວຽກລວມ ສູນປະຊາທິປະໄຕ ຕົກລົງເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບ ແລະ ແທດເຖິງຕົວຈິງ, ເຮັດວຽກຢ່າງມີ ແຜນການ, ມີຄາດໝາຍທີ່ຊັດເຈນ; ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈ ດຽວ, ກ້າຕໍານິຕິຊົມເຊິ່ງກັນ ແລະ ກັນ; ຄະນະພັກ-ຄະນະນໍາທຸກຂັ້ນ ຕ້ອງຖືເອົາການນໍາພາວຽກງານ ການເມືອງແນວຄິດເປັນບັນຫາ ສໍາຄັນ, ຕິດພັນກັບການເອົາໃຈໃສ່ ຄົ້ນຄວ້າ ແລະ ກຳແໜ້ນແນວທາງ ນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງ ອອກໃຫ້ເລິກເຊິ່ງ; ປະຕິບັດກົນໄກ ບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມໃຫ້ສອດຄ່ອງກັບລະບົບປະຕູ ດຽວແຕ່ສູນກາງຮອດທ້ອງຖິ່ນ; ສືບ ຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການ ຈັດຕັ້ງໃຫ້ກະທັດຮັດ, ມີປະສິດທິຜົນ; ກຳນົດແຜນການກໍ່ສ້າງບຸກຄະລາ ກອນໃຫ້ຈະແຈ້ງ, ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງວຽກງານ; ຍົກລະດັບຄວາມ ຮູ້ຄວາມສາມາດຂອງພະນັກງານລັດຖະກອນທາງດ້ານທິດສະດີ ແລະ ວິຊາສະເພາະຄຽງຄູ່ກັບການ ສັບຊ້ອນຈັດວາງ-ຍົກຍ້າຍໃຫ້ຖືກ ຕ້ອງ-ແທດເໝາະ, ຜູ້ໜຶ່ງຕ້ອງເຮັດ ໄດ້ຫລາຍວຽກ ເພື່ອຮັບໃຊ້ໜ້າທີ່ ການເມືອງໄປຕາມທິດສ້າງພະນັກ ງານເປັນຊ່ຽວຊານ ແລະ ສືບທອດ ປ່ຽນແທນແຕ່ລະໄລຍະ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ໂດຍສານ, ຂົນສົ່ງສິນຄ້າໄດ້ມີ ຄວາມສະດວກດີຂື້ນ. ພ້ອມນີ້, ກໍ ໄດ້ສຸມໃສ່ຢ່າງຕັ້ງໜ້າໃນການສືບ ຕໍ່ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຕາມ ດຳລັດ 348/ລບ ໂດຍການນຳພາ ຈັດຕັ້ງການປະເມີນໃນແຕ່ລະປີຢ່າງ ເປັນປົກກະຕິ ເພື່ອແກ້ໄຂຄອບຄົວ ທຸກຍາກ, ບ້ານທຸກຍາກ, ເມືອງ ທຸກຍາກໄດ້ບັນລຸຕາມຄາດໝາຍ ເປັນສ່ວນໃຫຍ່, ປະເມີນຕາມດໍາລັດ ດັ່ງກ່າວໃນປີ 2023 ຍັງຄອບຄົວ ບໍ່ທັນພົ້ນທຸກ 21.902 ຄອບຄົວ, ເທົ່າກັບ 27,26% ພົ້ນເດັ່ນແມ່ນ ສາມາດຮັບຮອງເອົາເມືອງຄອບ ເປັນເມືອງພົ້ນທຸກ, ສ້າງບ້ານບົວ ບານເມືອງວາ ສາມາດບັນລຸມາດ ຕະຖານບ້ານໃຫຍ່ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດ. ຈາກນັ້ນ, ໃນພິທີກໍໄດ້ເຊັນບົດບັນ ທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ພົງສະຫັວນ ສິດທະວົງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ເຈົ້າແຂວງໄຊຍະ ບູລີ (ເກົ່າ) ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານ ງານພັກແຂວງ, ປະທານຄະນະກໍາ ມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່). ພ້ອມນັ້ນ, ໃນພິທີຍັງໄດ້ ຜ່ານຂໍ້ຕົກລົງຂອງປະທານຄະນະ ກໍາມະການປົກຄອງແຂວງໄຊຍະ ບູລີ ວ່າດ້ວຍການແຕ່ງຕັ້ງສະຫາຍ ອາເມ ຊົງເຢ່ຍເລັ່ງ ແລະ ສະຫາຍ ບຸດສະກອນ ອິນທະລັງສີ ເປັນຮອງ ປະທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ. ໃນຕອນທ້າຍໄດ້ຮັບຟັງການມີ ຄໍາເຫັນໂອ້ລົມຂອງທ່ານ ນາງ ສີໃສ ລືເດດມູນສອນ ໂດຍທ່ານໄດ້ເນັ້ນ ໜັກໃຫ້ຄະນະພັກ ແລະ ຄະນະກໍາ ມະການປົກຄອງທຸກຂັ້ນເອົາໃຈໃສ່ ປະຕິບັດຫລັກການລວມສູນປະຊາ ທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງ ໝ້າທີ່ຮັບຜິດຊອບໃຫ້ຈະແຈ້ງ ແລະ ມີກົນໄກປະສານງານທີ່ດີ ເພື່ອນໍາ ພາຈັດຕັ້ງປະຕິບັດພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ແຂວງໄຊຍະບູລີ ໃຫ້ມີຜົນສໍາເລັດ ຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ຄໍາໝັ້ນ ແຮ່ທາດທົດລອງ ພາຍໃນແຂວງ ສະຫວັນນະເຂດ ແລະ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງໄຟຟ້າຈາກພະລັງງານລົມຢູ່ ແຂວງສະຫວັນນະເຂດ; ການລາຍ ງານຄືນຈາກຫົວໜ້າພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ ຕາມມະຕິກອງປະຊຸມຂອງຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 13 ສະບັບເລກທີ 03/ຄສຊຂ, ລົງວັນທີ 17 ມັງກອນ 2024 ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ແຂວງກ່ຽວກັບການຈັດຕັ້ງປະຕິບັດ ການຈັດສັນ ແລະ ການຄຸ້ມຄອງ 3 ປະເພດປ່າພາຍໃນແຂວງສະຫວັນ ນະເຂດ. ທ່ານ ກົງແກ້ວ ມີວໍລະຈັກ ໄດ້ ໃຫ້ຮູ້ວ່າ: ຕະຫລອດໄລຍະດຳເນີນ ກອງປະຊຸມ, ບັນດາທ່ານສະມາ ຊິກສະພາແຫ່ງຊາດ ໄດ້ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງອັນສູງສົ່ງຂອງຕົນໃນນາມ ເປັນຕົວແທນແຫ່ງສິດ ແລະ ຜົນ ປະໂຫຍດຂອງປະຊາຊົນ ໂດຍສຸມ ສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ປະກອບຄຳຄິດຄຳເຫັນພ້ອມທັງ ໄດ້ຊັກຖາມຢ່າງສ້າງສັນ, ພາວະ ວິໄສ, ມີຫລັກການ ແລະ ມີເຫດມີ ຜົນຢ່າງເລິກເຊິ່ງກົງໄປກົງມາຕໍ່ ບັນດາພາກສ່ວນທີ່ຂຶ້ນລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມ. ບັນຫາ ທີ່ນໍາມາສະເໜີຢູ່ໃນກອງປະຊຸມໃນ ຄັ້ງນີ້, ລ້ວນແລ້ວແຕ່ແມ່ນຄວາມ ຮຽກຮ້ອງຕ້ອງການ ແລະ ຄວາມ ມຸ່ງມາດປາຖະໜາຂອງພໍ່ແມ່ປະຊາ ຊົນ; ພາກສ່ວນກ່ຽວຂ້ອງກໍໄດ້ ເອົາໃຈໃສ່ຂຶ້ນຊີ້ແຈງທຸກໆບັນຫາ ທີ່ສະມາຊິກສະພາແຫ່ງຊາດ ຕັ້ງ ຂຶ້ນດ້ວຍຄວາມຮັບຜິດຊອບເຮັດ ໃຫ້ການພິຈາລະນາ-ຮັບຮອງເອົາ ບັນດາບັນຫາຕ່າງໆບົນຈິດໃຈແຫ່ງ ຄວາມເປັນເອກະພາບທາງດ້ານທັດ ສະນະ, ແນວຄິດ, ລະບຽບຫລັກ ການ ແລະ ຄວາມຮັບຜິດຊອບບົນ ພື້ນຖານສອດຄ່ອງກັບແນວທາງ ປ່ຽນແປງໃໝ່ຂອງພັກ, ລັດຖະທຳ ມະນູນ ແລະ ກົດໝາຍຂອງລັດ. ຂ່າວ: ສພຊ ທີ່ຈັດງານລ້ຽງ ແລະ ອື່ນໆ. ຄາດວ່າ ພາຍຫລັງກໍ່ສ້າງສຳເລັດໂຮງແຮມ ແລະ ຄອນໂດດັ່ງກ່າວຈະກາຍເປັນ ສະຖານທີ່ຮັບຮອງແຂກສຳຄັນຂອງ ປະເທດ, ລວມເຖິງນັກທ່ອງທ່ຽວ ຕ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນ. ສຳລັບການກໍ່ສ້າງອາຄານແມ່ນ ນຳໃຊ້ເຄື່ອງມືທີ່ທັນສະໄໝ, ມີທີມ ງານນັກອອກແບບທີ່ມີຊື່ສຽງລະ ດັບສາກົນ, ມີແຫລ່ງສະໜອງວັດ ສະດຸທີ່ມີຄຸນນະພາບ, ຍຶດໝັ້ນຕາມ ຫລັກການຂອງການດຳເນີນທຸລະ ກິດຢ່າງຈິງໃຈ, ເປີດກ້ວາງ, ເຕີບ ໃຫຍ່ ແລະ ມີຜົນປະໂຫຍດຮ່ວມກັນ ມາໂດຍຕະຫລອດ, ເປັນຜູ້ນຳໃນ ຂະແໜງການພັດທະນາອະສັງຫາ ລິມະຊັບ. ຂະນະດຽວກັນນັ້ນ, ຍັງ ຕັ້ງໜ້າຂະຫຍາຍທຸລະກິດຂະແໜງ ການຄ້າສາກົນ, ມຸ່ງໝັ້ນໃຫ້ບໍລິການ ອຳນວຍຄວາມສະດວກແບບຄົບ ວົງຈອນໃຫ້ແກ່ລູກຄ້າ ແລະ ແກ້ໄຂ ບັນຫາທາງການຄ້າໃຫ້ແກ່ລູກຄ້າ ອີກດ້ວຍ. ເພື່ອບັນລຸການພັດທະນາ ເສດຖະກິດ, ສັງຄົມ ແລະ ສິ່ງ ແວດລ້ອມຢ່າງກົມກຽວ, ສ້າງສາ ຕົວເມືອງໃຫ້ມີຄວາມສີວິໄລ ແລະ ໜ້າຢູ່ອາໄສ, ພ້ອມທັງປະກອບ ສ່ວນເຂົ້າໃນການປັບປຸງຕົວເມືອງ ແລະ ພັດທະນາແບບຍືນຍົງຢ່າງ ຫ້າວຫັນ. ໂຄງການລາວ ເຊັນເຕີຕັ້ງຢູ່ບ້ານ ພະໂພ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ, ພາຍຫລັງກໍ່ສ້າງ ສຳເລັດ ແລະ ເປີດໃຫ້ບໍລິການຈະ ສາມາດສ້າງວຽກເຮັດງານທຳໃຫ້ ແກ່ປະຊາຊົນລາວຫລາຍກວ່າ 500 ຕຳແໜ່ງ,ປັດຈຸບັນໂຄງການດັ່ງ ກ່າວ, ແມ່ນເປີດໃຫ້ຈັບຈ່ອງຄອນ ໂດແລ້ວ, ທ່ານໃດສົນໃຈສາມາດ ຕິດຕໍ່ສອບຖາມໄດ້ທີ່ສູນຂາຍຢູ່ໜ້າ ສູນການຄ້າພາກຊັນ ຫລື ໂທ 020 52143333, 020 51563333. ຂ່າວ-ພາບ: ກິດຕາ ກ່ຽວຂ້ອງເປັນຕົ້ນພະແນກໂຍທາ ທິການ ແລະ ຂົນສົ່ງ ນະຄອນຫລວງ ວຽງຈັນ ອອກໜັງສືແຈ້ງການເຖິງ ພາກສ່ວນຜູ້ພັດທະນາໄດ້ຮັບຊາບ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ ການຄຸ້ມຄອງ,ປົກປັກຮັກສາ, ການ ອະນາໄມລວງຮ່ອງ ໂດຍສະເພາະ ໄລຍະຜ່ານມາໄດ້ລົງແນະນຳທາງ ດ້ານເຕັກນິກ, ກຳນົດເປີດຈຸດລົງ ອະນາໄມ ແລະ ຕ້ອງເຮັດອະນາໄມ ຢ່າງໜ້ອຍ 1 ຄັ້ງຕໍ່ປີ; ໄດ້ສົມທົບ ອົງການປົກຄອງເມືອງ-ບ້ານ ໂຄ ສະນາເຜີຍແຜ່ບັນດານິຕິກຳຕິດ ພັນກັບການປົກປັກຮັກສາ, ການ ມີສ່ວນຮ່ວມ ລວມທັງຂໍ້ຫ້າມ ກໍຄື ມາດຕະການຕໍ່ຜູ້ສ້າງຜົນເສຍຫາຍ ຕໍ່ຮ່ອງລະບາຍນ້ຳ; ຄົ້ນຄວ້າ, ສຶກ ສາກົນໄກການແກ້ໄຂສະພາບນ້ຳ ເປື້ອນທີ່ສົ່ງຜົນກະທົບດ້ານສິ່ງ ແວດລ້ອມເຊັ່ນ: ແຜນການດູດນ້ຳ ຂອງເຂົ້າຄອງລະບາຍນ້ຳ ເພື່ອເປັນ ການລ້າງຮ່ອງລະບາຍນ້ຳໃນລະດູ ແລ້ງ ຊຶ່ງປະກອບມີ 3 ຈຸດ ຄື: ຈຸດ ບ້ານອາກາດ, ຈຸດປາກປ່າສັກ ແລະ ຈຸດໂຮງແຮມແລນມາກ. ຂ່າວ: ກິດຕາ; ພາບ: ເກດສະໜາ

17/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ວັນທີ 17 ເດືອນ 12 ແມ່ນວັນ ຄົບຮອບ 14 ປີແຫ່ງ ການມໍລະນະກຳຂອງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງວິລະກຳອັນ ຍິ່ງໃຫຍ່ໃຫ້ເປັນມູນມໍລະດົກແກ່ ປະເທດເກົາຫລີ ສັງຄົມນິຍົມໄປ ຕະຫລອດຊົ່ວນິລັນດອນ ແລະ ເຕັມ ໄປດ້ວຍອະນາຄົດທີ່ສະຫວ່າງສະ ໄຫວ. ສະຫາຍໄດ້ເຊີດຊູແນວຄິດ ຈຸດເຊ ແລະ ແນວຄິດເຊິນກຸນ ເປັນ ອຸດົມຄະຕິແຫ່ງການນຳພາພາຍໃນ ສປປ ເກົາຫລີ ແລະ ເປັນອຸດົມຄະຕິ ແຫ່ງການນຳພາອັນຍິ່ງໃຫຍ່ແຫ່ງ ສັງກາດໃໝ່ທີ່ເປັນເອກະລາດຢ່າງ ແທ້ຈິງ. ຍ້ອນການນຳພາປີຊາສາມາດ ສະຫລາດສ່ອງໃສຂອງສະຫາຍ ທີ່ ໄດ້ນຳເອົາແນວຄິດທິດສະດີອັນມີ ພະລັງແຮງມະຫາສານມາຈາກ ຊຸມປີທຳອິດແຫ່ງການເຄື່ອນໄຫວ ຊຶ່ງໄດ້ພັດທະນາແນວຄິດປະຕິວັດ ຂອງປະທານ ກິມ ອິນ ຊຸງ ຜູ້ ໃຫ້ກຳເນີດສັງຄົມນິຍົມເກົາຫລີ ກາຍເປັນລະບົບຄົບຊຸດທັງພາກ ທິດສະດີ ແລະ ພາກປະຕິບັດຕົວ ຈິງ. ດ້ວຍການພັດທະນາ ແລະ ເສີມ ຂະຫຍາຍແນວຄິດໃຫ້ບຸລິມະສິດແກ່ ກຳລັງປ້ອງກັນປະເທດ, ແນວຄິດທີ່ ຖືເອົາກິດຈະການຂອງກອງທັບເປັນ ໃຈກາງໄດ້ຮັບການຂັບເຄື່ອນໂດຍ ສະຫາຍ ກິມ ເຈິງ ອິນ ເພື່ອຕອບ ສະໜອງຄວາມຕ້ອງການທີ່ຈຳເປັນ ໃນໄລຍະໃໝ່. ສະຫາຍໄດ້ວາງແນວ ຄິດເຊິນກຸນອອກ ແລະ ໄດ້ເຊີດຊູ ແນວຄິດດັ່ງກ່າວໃຫ້ເປັນອາວຸດອັນ ແຫລມຄົມໃນການພິທັກປົກປ້ອງ ເອກະລາດແຫ່ງຊາດ. ແນວຄິດຈຸດເຊ ແລະ ແນວຄິດ ເຊິນກຸນ ໄດ້ກາຍເປັນອຸດົມຄະຕິແຫ່ງ ການນຳພາໃນສັງກາດແຫ່ງຄວາມ ເປັນເອກະລາດ ແລະ ເປັນລັດທິ ກິມ ອິນ ຊຸງ-ລັດທິ ກິມ ເຈິງ ອິນ ທີ່ເປັນອຳມະຕະ. ຄວາມອຸດົມສົມ ບູນທາງແນວຄິດ ແລະ ທິດສະດີ ແມ່ນມູນມໍລະດົກອັນລ້ຳຄ່າທີ່ສຸດທີ່ ສະຫາຍໄດ້ສ້າງໄວ້ໃຫ້ແກ່ປະຊາຊົນ ສປປ ເກົາຫລີ ແລະ ມວນມະນຸດ ຜູ້ກ້າວໜ້າ. ສະຫາຍ ກິມ ເຈິງ ອິນ ໄດ້ພັດທະນາພັກແຮງງານເກົາຫລີ ໃຫ້ເປັນກຳລັງທີ່ຊະນະເລີດສ້າງ ໃຫ້ ສປປ ເກົາຫລີ ເປັນປະເທດ ສັງຄົມນິຍົມທີ່ມີພະລັງອຳນາດ ແລະ ສ້າງກອງທັບປະຊາຊົນເກົາຫລີ ໃຫ້ ເປັນກຳລັງປ້ອງກັນປະເທດທີ່ເຂັ້ມ ແຂງບໍ່ມີສັດຕູໂຕໃດກ້າມາຮາວີໄດ້. 50 ປີແຫ່ງການນຳພາພັກ ແຮງງານ ສປປ ເກົາຫລີ ຂອງ ສະຫາຍແມ່ນໄລຍະທີ່ສະຫາຍໄດ້ ສ້າງຕົວແບບແຫ່ງການກໍ່ສ້າງພັກ ກຳອຳນາດທີ່ຍຶດໝັ້ນໃນແນວທາງ ສັງຄົມນິຍົມ. ຍ້ອນບຸນຄຸນແຫ່ງ ການນຳພາທີ່ປີຊາສາມາດຂອງ ສະຫາຍ, ພັກແຮງງານເກົາຫລີ ໄດ້ ພັດທະນາໃຫ້ເປັນພັກທີ່ຕິດອາວຸດ ທາງແນວຄິດ ແລະ ອຸດົມການ, ເປັນ ພັກທີ່ມີຄວາມໜັກແໜ້ນທາງດ້ານ ການເມືອງ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ມີລະບຽບວິໄນເຂັ້ມ ງວດ, ມີຄວາມຮັບຜິດຊອບໃນການ ນຳພາປະເທດຊາດໄປສູ່ຈຸດໝາຍທີ່ ປະຊາຊົນໄດ້ເລືອກເອົາແລ້ວ. ໃນທ້າຍສະຕະວັດທີ່ຜ່ານມາ, ສປປ ເກົາຫລີ ໄດ້ຜະເຊີນໜ້າກັບ ສະພາບການທີ່ບໍ່ເພິ່ງປາຖະໜາ ເມື່ອລະບົບສັງຄົມນິຍົມໃນຫລາຍ ປະເທດຖືກລົ້ມສະຫລາຍເຊິ່ງເຮັດ ໃຫ້ພວກຈັກກະພັດ ແລະ ອິດທິ ກຳລັງປໍລະປັກຄຸຍໂວໂອ້ອວດນັ້ນ, ສະຫາຍໄດ້ນຳພາຈັດຕັ້ງປະຕິບັດ ນະໂຍບາຍເຊິນກຸນ ມີຜົນສຳເລັດ ຮອບດ້ານ, ເຮັດໃຫ້ ສປປ ເກົາຫລີ ເປັນແວ່ນແຍງອັນໃສແຈ້ງໃຫ້ ປະເທດເພື່ອນມິດໄດ້ຮ່ຳຮຽນນຳ. ກຳລັງປະກອບອາວຸດປະຊາຊົນ ເກົາຫລີ ໄດ້ພັດທະນາຂີດຄວາມ ສາມາດໃນການເປັນເສົາຄ້ຳໃຫ້ ແກ່ປະເທດຊາດ. ພາຍໃຕ້ການ ນຳພາຂອງ ສະຫາຍ ກິມ ເຈິງ ອິນ, ສປປ ເກົາຫລີ ໄດ້ມີຄວາມເຂັ້ມ ແຂງທາງດ້ານປ້ອງກັນປະເທດ, ມີ ຄວາມສາມາດສູງສົ່ງ, ມີຄວາມ ພ້ອມໃນລະດັບສູງຕໍ່ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ສະຫາຍ ກິມ ເຈິງ ອິນ ໄດ້ຫັນ ປ່ຽນທົ່ວສັງຄົມ ສປປ ເກົາຫລີ ເປັນ ຄອບຄົວແຫ່ງວົງຄະນາຍາດທີ່ມີ ຄວາມເປັນເອກະພາບໃນລະດັບ ສູງ, ມີຄວາມສາມັກຄີເປັນປຶກແຜ່ນ. ສະຫາຍ ກິມ ເຈິງ ອິນ ໄດ້ເປັນ ຜູ້ວາງຮາກຖານອັນເຂັ້ມແຂງ ໃຫ້ແກ່ການກໍ່ສ້າງສັງຄົມນິຍົມ, ສະຫາຍໄດ້ອຸທິດເຫື່ອແຮງສະຕິ ປັນຍາເຂົ້າໃນການນຳພາໂດຍ ການໄຂສັງກາດແຫ່ງສະຕິປັນຍາ ແລະ ຫົວຄິດປະດິດສ້າງດ້ວຍການ ພັດທະນາເຕັກໂນໂລຊີ CNC ໃຫ້ ເປັນອຸດສາຫະກຳກໍ່ສ້າງກົນຈັກ, ສະຫາຍໄດ້ນຳພາການປະຕິວັດ ອຸດສາຫະກຳແຫ່ງສະຕະວັດໃໝ່ ແລະ ເຮັດໃຫ້ເສດຖະກິດແຫ່ງຊາດ ກ້າວຂຶ້ນສູ່ທັນສະໄໝ. ພ າ ຍ ໃ ຕ້ການນຳພ າຂອງ ສະຫາຍ, ສປປ ເກົາຫລີ ໄດ້ມີບົດ ບາດສູງເດັ່ນ, ເສດຖະກິດມີການ ເຕີບໂຕຢ່າງສະໝ່ຳສະເໝີ, ການ ຜະລິດອຸດສາຫະກຳໄດ້ຫັນເປັນ ທັນສະໄໝ, ບັນດາໂຮງງານ ແລະ ວິສາຫະກິດ ລວມທັງໂຮງງານກົນ ຈັກຮິເຈິນເລີນອາ, ໂຮງງານປຸງ ແຕ່ງໝາກໄມ້ແດດົງກາງໄດ້ຖືກ ສ້າງຂຶ້ນ ແລະ ມີຄວາມທັນສະໄໝ ໃນລະດັບໂລກ. ປັດຈຸບັນນີ້ ສປປ ເກົາຫລີ ເປັນ ໜຶ່ງໃນບັນດາປະເທດທີ່ຜະລິດ ດາວທຽມ ແລະ ເຄື່ອງຍິງປ່ອຍ ດາວທຽມ. ທົ່ວທຸກຫົນແຫ່ງຂອງ ປະເທດລວມທັງນະຄອນຫລວງ ພຽງຢາງໄດ້ກ້າວໄປຕາມເສັ້ນທາງ ສູ່ທັນສະໄໝ. ສະຫາຍ ກິມ ເຈິງ ອິນ ໄດ້ຍອມອຸທິດຕະຫລອດຊີວິດຂອງ ສະຫາຍໃຫ້ແກ່ພາລະກິດສ້າງສາ ສປປ ເກົາຫລີ ໃຫ້ມີຄວາມເຂັ້ມ ແຂງ ແລະ ພາລະກິດປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງຢູ່ໃນ ພາກພື້ນ ແລະ ສາກົນ ແລະ ການ ບັນລຸພາລະກິດສັງຄົມນິຍົມທີ່ເປັນ ຄວາມມຸ່ງມາດປາຖະໜາຂອງມະ ນຸດກ້າວໜ້າຢູ່ທົ່ວໂລກ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງພາລະກິດອັນ ຍິ່ງໃຫຍ່ເຂົ້າໃນການພັດທະນາສາຍ ພົວພັນມິດຕະພາບລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ. ໃນເດືອນ 10 ປີ2011, ສະຫາຍ ກິມ ເຈິງ ອິນ ໄດ້ພົບປະກັບສະຫາຍ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ພັກ ປະຊາຊົນ ປະຕິວັດລາວ, ປະທານ ປະເທດແຫ່ງ ສປປ ລາວ ຢູ່ ສປປ ເກົາຫລີ ໄດ້ຮ່ວມກັນເຮັດໃຫ້ສືບຕໍ່ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ປະເທດໃຫ້ເປັນລະດັບສູງໃໝ່ໃຫ້ ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຍຸກສະໄໝໃໝ່. ພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ເຖິງແກ່ມໍລະນະກໍາ ແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ ເຄົາລົບຮັກແພງໄດ້ນຳພາການປະ ຕິວັດ ສປປ ເກົາຫລີ ແລະ ສ້າງ ຄຸນງາມຄວາມດີອັນຍິ່ງໃຫຍ່ຢ່າງ ແທ້ຈິງ. ສະຫາຍໄດ້ນຳເອົາແນວ ຄິດຊີ້ນຳຂອງພັກຂອງພວກເຮົາໃຫ້ ກຳນົດເປັນລັດທິ ກິມ ອິນ ເຊິງ- ກິມ ເຈິງ ອິນ ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການອັນໃໝ່ ຂອງການພັດທະນາການປະຕິວັດ ແລະ ປະກາດຖືເອົາການຫັນເປັນ ລັດທິກິມ ອິນ ເຊິງ-ກິມ ເຈິງ ອິນ ໃນ ທົ່ວສັງຄົມເປັນໂຄງການອັນສູງສຸດ ຂອງພັກ. ພາຍໃຕ້ການຊີ້ນຳໆພາອັນ ສະຫລາດສ່ອງໃສຂອງສະຫາຍ ກິມ ເຈິງ ອຸນ ຄວາມສາມາດການ ນຳພາ ແລະ ຄວາມສາມາດການ ສູ້ຊົນຂອງພັກແຮງງານເກົາຫລີ ໄດ້ ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງ ສັງຄົມນິຍົມໄດ້ເປີດກວ້າງ. ກຳລັງແຮງຂອງຊາດໄດ້ຮັບ ການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາໄດ້ຢືນຢູ່ ແຖວໜ້າຂອງປະເທດທີ່ມີຄວາມ ເຂັ້ມແຂງທາງດ້ານທະຫານທີ່ບໍ່ມີ ໃຜສາມາດຮຸກຮານ ແລະ ພາລະ ບົດບາດຂອງ ສປປ ເກົາຫລີ ນັບ ມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີ ພາກພື້ນ ແລະ ສາກົນ,ໂດຍສະເພາະ ສາຍພົວພັນມິດຕະພາບ ແລະ ຄວາມ ສາມັກຄີລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າ ເກົ່າ ແລະ ຢືນຢັນການປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ແຫລມ ເກົາຫລີ ຢ່າງໝັ້ນຄົງ. ປັດຈຸບັນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ເກົາຫລີແລະສປປລາວຊຶ່ງໄດ້ມີຄຸນ ງາມຄວາມດີທີ່ເປັນອຳມະຕະຂອງຜູ້ ນຳອະດີດສອງປະເທດ ແມ່ນກຳລັງ ໄດ້ຮັບການພັດທະນາຕໍ່ໄປເປັນສາຍ ພົວພັນທາງດ້ານຍຸດທະສາດ ແລະ ຖານສະຫາຍທີ່ໝັ້ນຄົງພາຍໃຕ້ ຄວາມເອົາໃຈໃສ່ອັນເລິກເຊິ່ງຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການ ໃຫຍ່ພັກແຮງງານເກົາຫລີ, ປະທານ ກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ການພົບປະສຸດຍອດລະຫວ່າງ ສະຫາຍ ກິມ ເຈິງ ອຸນ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຈັດຂຶ້ນໃນ ເດືອນ 10 ທີ່ຜ່ານມາເປັນຂີດ ໝາຍທາງດ້ານປະຫວັດສາດເພື່ອ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ເປັນມູນເຊື້ອລະຫວ່າງສອງປະເທດ. ຍ້ອນມີສະຫາຍ ກິມ ເຈິງ ອຸນ ຜູ້ ສືບທອດທີ່ຍິ່ງໃຫຍ່ຂອງພາລະກິດ ການປະຕິວັດ, ມໍລະດົກອັນລ້ຳຄ່າ ທີ່ສຸດຂອງສະຫາຍ ກິມ ເຈິງ ອິນ ຈະ ໄດ້ຮັບການສືບທອດ ແລະ ເພີ່ມພູນ ຄູນສ້າງຕະຫລອດໄປ. ປະຈໍາ ສປປ ລາວ ເຂົ້າພົບເພື່ອສະ ແດງຄວາມເປັນຫ່ວງຕໍ່ສະພາບ ການທີ່ເກີດຂຶ້ນ ຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ. ໃນໂອກາດນີ້, ທ່ານຮອງລັດຖະ ມົນຕີ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ແຈ້ງທັດສະນະ ແລະ ຄວາມ ເປັນຫ່ວງຂອງຝ່າຍລາວຕໍ່ສະພາບ ປະທະກັນທາງກໍາລັງທີ່ກໍາລັງເກີດ ຂຶ້ນຢູ່ລະຫວ່າງກໍາປູເຈຍ ແລະ ໄທ, ໃນຖານະປະເທດບ້ານໃກ້ເຮືອນ ຄຽງທີ່ມີຊາຍແດນຕິດຈອດກັບ ທັງສອງປະເທດ, ສປປ ລາວ ຮຽກ ຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມ ຄະນະນໍາກະຊວງ...ໍ ກະຊວງສາທາລະນະສຸກ...ຸ ມີທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ປາທຣີເຊຍ ອົງພີນ ຜູ້ອໍານວຍ ການອົງການສະຫະປະຊາຊາດ (ສປຊ) ເພື່ອພະຍາດເອດຂອງ 3 ປະເທດ ກໍາປູເຈຍ, ມາເລເຊຍ ແລະ ສປປ ລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ພອນປະດິດ ສັງໄຊຍະລາດ ກ່າວວ່າ: ເນື່ອງ ໃນວັນສາກົນຕ້ານເອດທົ່ວໂລກໄດ້ ຖືເອົາວັນທີ 1 ທັນວາ ຂອງທຸກໆ ປີ ເປັນວັນລະນຶກເຖິງປະຊາກອນ ໂລກທີ່ໄດ້ຮັບຜົນກະທົບຈາກການ ຕິດເຊື້ອເຮສໄອວີ (HIV), ເປັນພະ ຍາດເອດ ແລະ ໄດ້ເສຍຊີວິດຍ້ອນ ການຕິດເຊື້ອພະຍາດດັ່ງກ່າວ. ການ ສ້າງຂະບວນການໃນວັນສາກົນ ຕ້ານເອດ ໄດ້ຖືກຈັດຂຶ້ນຢ່າງເປັນ ທາງການໃນຂອບເຂດທົ່ວໂລກ ເລີ່ມແຕ່ປີ 1988 ເປັນຕົ້ນມາ ເພື່ອ ໂຄສະນາ ແລະ ປຸກລະດົມໃຫ້ປະຊາ ຊົນໃນຂອບເຂດທົ່ວໂລກ ມີຄວາມ ສາມັກຄີ, ເປັນເຈົ້າການໃນການ ຮ່ວມແຮງຮ່ວມໃຈກັນ ເພື່ອກັນ ແລະ ຄວບຄຸມເຊື້ອ HIV/ພະຍາດເອດ. ອີງຕາມການລາຍງານຂອງອົງ ການ ສປຊ ຕ້ານເອດ (UNAIDS) ໃນທ້າຍປີ 2023 ມີຜູ້ຕິດເຊື້ອ HIV ທີ່ຍັງມີຊີວິດຢູ່ໃນທົ່ວໂລກປະມານ 39,9 ລ້ານຄົນ ຊຶ່ງເພີ່ມຂຶ້ນຈາກ -uy ;y fdkoxt8y ;a fva opyj '.spj 0v'ltskp dy , g9y ' vy o (ເນື່ອງໃນໂອກາດວັນຄົບຮອບ 14 ປີ ແຫ່ງການມໍລະນະກຳຂອງສະຫາຍ ກິມ ເຈິງ ອິນ ື່ັົີ່ໍິິິ ຜູ້ນຳທີ່ຍິ່ງໃຫຍ່ ຂອງ ປະຊາຊົນ ສປປ ເກົາຫລີ, ວັນທີ 17/12/2011-17/12/2025)ູ້ີ່ິ່່ົົີັີ ອົດທົນອົດກັ້ນໃນການໃຊ້ກໍາລັງ ບົນຈິດໃຈໄມຕີຈິດມິດຕະພາບໃນ ຖານະເປັນປະເທດສະມາຊິກອາ ຊຽນດ້ວຍກັນ, ກັບຄືນປະຕິບັດຕາມ ຂໍ້ຕົກລົງສອງປະເທດທີ່ໄດ້ລົງນາມ ໃນວັນທີ 26 ຕຸລາ 2025 ທີ່ ກົວລາ ລໍາເປີ ແລະ ນໍາໃຊ້ກົນໄກທີ່ມີຢູ່ ເພື່ອ ຊອກຫາຊ່ອງທາງແກ້ໄຂບັນຫາ ໂດຍສັນຕິວິທີ. ການປະທະກັນຕາມ ບໍລິເວນຊາຍແດນອາດຈະຂະຫຍາຍ ເປັນວົງກວ້າງ ຊຶ່ງບໍ່ເປັນຜົນດີໃຫ້ ທັງທຸກຝ່າຍ. 37,7 ລ້ານຄົນໃນປີ 2020, ອັນ ເປັນຜົນເນື່ອງມາຈາກການຄົ້ນພົບ ຜູ້ຕິດເຊື້ອ HIV ກໍລະນີໃໝ່ຍັງສືບຕໍ່ ເພີ່ມຂຶ້ນ ແລະ ຜູ້ທີ່ຕິດເຊື້ອ HIV ຢູ່ ກ່ອນແລ້ວ ກໍມີອາຍຸຍືນຍາວກວ່າ ເກົ່າເຮັດໃຫ້ຈໍານວນຜູ້ຕິດເຊື້ອທີ່ ມີຊີວິດສະສົມແມ່ນເພີ່ມຂຶ້ນໃນແຕ່ ລະປີ. ກະຊວງສາທາລະນະສຸກ ໄດ້ມີ ແຜນຍຸດທະສາດ 2025-2030 ເພື່ອບັນລຸເປົ້າໝາຍ ແລະ ແກ້ໄຂສິ່ງ ທ້າທາຍໃນຫລາຍດ້ານເຊັ່ນ: ການ ປັບປຸງຈຸດບໍລິການ, ການນຳໃຊ້ສື່ ສັງຄົມອອນລາຍທີ່ຫລາກຫລາຍ ໃນການໂຄສະນາ ແລະ ເຜີຍແຜ່ ຂໍ້ມູນຂ່າວສານຂອງວຽກງານຕ້ານ ເອດໃຫ້ທົ່ວເຖິງ, ເລັ່ງໃສ່ການນໍາ ໃຊ້ນະວັດຕະກຳອັນໃໝ່ ໃນການ ປ້ອງກັນໃຫ້ກວ້າງຂວາງທົ່ວເຖິງ ໂດຍການກິນຢາປ້ອງກັນກ່ອນການ ສຳພັດເຊື້ອ HIV, ສົ່ງເສີມການໃຊ້ ຖົງຢາງອະນາໄມ, ການກວດກັ່ນ ຕອງດ້ວຍຕົນເອງ (HIV selftesting), ການຊັກຊວນຄູ່ຂອງ ຜູ້ຕິດເຊື້ອເພື່ອກວດຫາການຕິດ ເຊື້ອ HIV (Index-testing) ເພື່ອໂຄສະນາການຮູ້ສະຖານະ ຂອງການຕິດເຊື້ອໄດ້ໄວຂຶ້ນ ແລະ ເຂົ້າເຖິງການປິ່ນປົວໂດຍໄວ ໂດຍ ສະເພາະຜູ້ທີ່ມີຄວາມສ່ຽງສູງ ເພື່ອ ຄວບຄຸມການແຜ່ເຊື້ອ HIV ແລະ ຫລຸດຜ່ອນການເສຍຊີວິດ. ພ້ອມ ທັງໄດ້ປັບປຸງກົດໝາຍວ່າດ້ວຍການ ປ້ອງກັນ ແລະ ຄວບຄຸມເຊື້ອ HIV/ ພະຍາດເອດຈາກສະບັບປີ 2010 ສໍາເລັດ. ໃນທ້າຍປີ 2024 ເພື່ອ ປັບປຸງໃຫ້ສອດຄ່ອງກັບການຈັດຕັ້ງ ປະຕິບັດກັບສະພາບປັດຈຸບັນ, ໄດ້ ປັບປຸງຄະນະກຳມະການແຫ່ງຊາດ ຕ້ານເອດຄືນໃໝ່, ຂັ້ນແຂວງ, ເມືອງ ເພື່ອຕິດຕາມຄວາມຄືບໜ້າ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອ HIV ໃນພື້ນທີ່ຂອງຕົນໂດຍການ ສ້າງຂະບວນການຢ່າງຕໍ່ເນື່ອງ ເພື່ອ ໂຄສະນາ, ສຶກສາອົບຮົມໃຫ້ຄົນໃນ ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈ ຢ່າງຖືກຕ້ອງກ່ຽວກັບເຊື້ອ HIV/ ພະຍາດເອດ. ການຈັດກິດຈະກໍາໃນຄັ້ງນີ້, ເພື່ອ ສົ່ງເສີມການໂຄສະນາ ແລະ ໃຫ້ ຂໍ້ມູນຄວາມຮູ້ກ່ຽວກັບເຊື້ອ HIV ຢ່າງຕໍ່ເນື່ອງໃນແຕ່ລະປີ. ຢູ່ ສປປ ລາວ ປັດຈຸບັນຍັງມີຈຳນວນສະ ສົມຜູ້ຕິດເຊື້ອ HIV ທີ່ຍັງມີຊີວິດ 21.363 ຄົນ, ຜູ້ຕິດເຊື້ອທີ່ມີໜ້າ ປິ່ນປົວດ້ວຍຢາຕ້ານ 14.314 ຄົນ. ຕົວເລກລາຍງານສະເພາະປີ 2025 ນັບແຕ່ເດືອນມັງກອນເຖິງເດືອນ ກັນຍາ ພົບຜູ້ຕິດເຊື້ອ HIV ຈໍານວນ 1.617 ຄົນ. ໃນນີ້, 53% ແມ່ນກຸ່ມ ໄວໜຸ່ມມີອາຍຸລະຫວ່າງ 15-29 ປີ. ພ້ອມນັ້ນ, ມີສະຖານທີ່ບໍລິການ ກວດເລືອດຊອກຫາການຕິດເຊື້ອ HIV ນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ສຸກສາລາບາງແຫ່ງ ລວມທັງໝົດ 196 ແຫ່ງ ສາມາດ ຂະຫຍາຍຕາໜ່າງປິ່ນປົວຜູ້ຕິດເຊື້ອ HIV ແລະ ເປັນພະຍາດເອດໄດ້ຢູ່ ທຸກໂຮງໝໍແຂວງ ແລະ ບາງເມືອງ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ

RkJQdWJsaXNoZXIy MTc3MTYxMQ==