ຂປລ
ຂປລ. ປະທານ ໄກສອນ ພົມ ວິຫານ ແມ່ນຜູ້ນໍາຂອງການປະຕິວັດລາວຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບແຫລມຄົມ, ມີນໍ້າໃຈປະຕິວັດເດັດດ່ຽວໜຽວແໜ້ນ; ເພິ່ນເຕີບໂຕໃນຄອບຄົວຂ້າລາຊະການ ໃນສະພາບທີ່ປະເທດຊາດ ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ແລະ ປະຊາຊົນ ຕົກຢູ່ໃນຄວາມລໍາບາກຍາກເຂັນ

ຂປລ. ປະທານ ໄກສອນ ພົມ ວິຫານ ແມ່ນຜູ້ນໍາຂອງການປະຕິວັດລາວຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບແຫລມຄົມ, ມີນໍ້າໃຈປະຕິວັດເດັດດ່ຽວໜຽວແໜ້ນ; ເພິ່ນເຕີບໂຕໃນຄອບຄົວຂ້າລາຊະການ ໃນສະພາບທີ່ປະເທດຊາດ ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ແລະ ປະຊາຊົນ ຕົກຢູ່ໃນຄວາມລໍາບາກຍາກເຂັນ; ປະທານໄກສອນ ພົມວິຫານ ໄດ້ມີຄວາມຕື່ນຕົວ ແລະ ໄດ້ຮ່ວມກັບເພື່ອນສະຫາຍທີ່ມີນໍ້າໃຈຮັກຊາດ ເພື່ອຊອກເສັ້ນທາງກອບກູ້ເອົາເອກະລາດແຫ່ງຊາດ; ເພິ່ນໄດ້ນໍາພາປຸກລະດົມ ເຕົ້າໂຮມສາມັກຄີປະຊາຊົນທຸກເຜົ່າ, ທຸກຊັ້ນຄົນຢ່າງກວ້າງຂວາງ ລຸກຂຶ້ນຕໍ່ສູ້ດ້ວຍການສົມທົບກັບການຕໍ່ສູ້ດ້ານຕ່າງໆຢ່າງແໜ້ນແຟ້ນ. ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບໜ້າທີ່ອັນສໍາຄັນຍິ່ງ ດ້ວຍອາຍຸພຽງແຕ່ 35 ປີ, ເພີ່ນໄດ້ທຸ່ມເທທັງກໍາລັງກາຍ, ຄວາມຮູ້ສະຕິປັນຍາຢ່າງ ສຸດຂີດ ແລະ ມີຄວາມສາມາດປະດິດສ້າງສູງ ໃນການປະຕິບັດຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ສະແດງອອກໃນແຕ່ລະຂົງເຂດວຽກງານຢ່າງເລິກເຊິ່ງ ແລະ ຮອບດ້ານສອດຄ່ອງກັບແຕ່ລະໄລຍະຂອງການປະຕິວັດ ດັ່ງນີ້:
ແນວຄິດຊີ້ນໍາກ່ຽວກັບວຽກງານກໍ່ສ້າງກໍາລັງປະກອບອາວຸດ: ຍາມໃດເພິ່ນກໍໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າວາງແນວທາງ ດ້ານການທະຫານດ້ວຍການດໍາເນີນສົງຄາມປະຊາຊົນ, ການສ້າງກໍາລັງປະກອບອາວຸດ, ສ້າງແນວຫລັງ ແລະ ພື້ນຖານວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບໃນທົ່ວປວງຊົນ ຮອບດ້ານ; ຊີ້ນໍາການທະຫານ ເພື່ອຕ້ານ ແລະ ຕໍ່ສູ້ກັບລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ແນວຄິດດ້ານການທະຫານດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງກົດເກນຂະຫຍາຍຕົວຂອງການຕໍ່ສູ້ປົດປ່ອຍຊາດ ໃນເງື່ອນໄຂຕົວຈິງຂອງປະເທດຊາດເຮົາ ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງວິທະຍາສາດທີ່ ເປັນມູນເຊື້ອການຕໍ່ສູ້ຂອງຊາດກັບສິ່ງຍອດຍິ່ງ ດ້ານການທະຫານແມ່ນປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ.
ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານກໍ່ສ້າງພັກໃຫ້ໜັກແໜ້ນ ເຂັ້ມແຂງ: ເພິ່ນໄດ້ຖືວຽກງານກໍ່ສ້າງພັກເປັນບັນຫາຕັດສິນທຸກໄຊຊະນະຂອງການປະຕິວັດ; ເພິ່ນໄດ້ໃຫ້ທັດສະນະວ່າ: ພັກເຮົາ ໃນຖານະເປັນພັກກໍາອໍານາດ ແມ່ນມີຄວາມຮັບຜິດຊອບໂດຍກົງຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບໃໝ່ໃນປະເທດເຮົາ, ວຽກງານກໍ່ສ້າງພັກເປັນວຽກງານທີ່ມີຄວາມໝາຍສໍາຄັນ, ແມ່ນຄວາມຈໍາເປັນພາວະວິໄສ ທັງເປັນຍຸດທະສາດ, ສິ່ງດັ່ງກ່າວໄດ້ຊີ້ບອກວ່າ ພວກເຮົາຈໍາເປັນຕ້ອງເພີ່ມທະວີການກໍ່ສ້າງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງເຊີດຊູ ບົດບາດຂອງພັກ ໃຫ້ສົມເປັນແກນນໍາໃນລະບົບການເມືອງ.
ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີແນວຄິດລິເລີ່ມປ່ຽນແປງໃໝ່: ແນວຄິດກ່ຽວກັບປ່ຽນແປງໃໝ່ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນພື້ນຖານ ການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບນະໂຍບາຍປ່ຽນແປງໃໝ່ໃນແຕ່ລະຂົງເຂດ ໃນນັ້ນ ແມ່ນປ່ຽນແປງໃໝ່ດ້ານຈິນຕະນາການໃນຂົງເຂດເສດຖະກິດ; ເພິ່ນໄດ້ມີຄວາມກ້າຫານ, ປະດິດສ້າງໃນການໝູນໃຊ້ທິດສະດີຂອງນັກມາກຊິດເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດ ຂອງປະເທດເຮົາ. ເພື່ອເຮັດໃຫ້ແນວທາງປ່ຽນແປງໃໝ່ ດໍາເນີນໄປຢ່າງຖືກຕ້ອງຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້ ທັງຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບ ປະຊາທິປະໄຕ ປະຊາຊົນ ປະທານ ໄກສອນ ພົມວິຫານ ໄດ້ກໍານົດ 6 ຫລັກການພື້ນ ຖານ ຂອງການປ່ຽນແປງໃໝ່ຢູ່ປະເທດເຮົາ.
ປະທານ ໄກສອນ ພົມວິຫານ ບໍ່ພຽງເປັນຜູ້ຊີ້ນໍາການເປີດກວ້າງການພົວພັນກັບຕ່າງປະເທດ, ເປັນຜູ້ທີ່ເຄື່ອນໄຫວດ້ານການຕ່າງປະເທດ ຢ່າງເອົາການເອົາງານ ເຊິ່ງເວລາໃດກໍເປັນແບບຢ່າງດ້ານການ ກໍາແໜ້ນຫລັກການ ແລະ ຍຸດທະສາດທີ່ວາງອອກ; ພ້ອມກັນນັ້ນກໍມີຄວາມຄ່ອງແຄ້ວນີ້ມນວນໃນດ້ານຍຸດ ໂທບາຍ ເພື່ອບັນລຸຈຸດປະສົງເປົ້າໝາຍທີ່ວາງໄວ້.
ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫລວງທີ່ສຸດ ໃນການນໍາພາ ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນ ລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍະລັກແຫ່ງຊາດລາວ ວິລະຊົນ, ຄົນ ລາວພິລະອາດຫານ; ປະທານ ໄກສອນ ພົມວິຫານ ເປັນນັກການເມືອງທີ່ສະຫລາດສ່ອງໃສ, ເປັນນາຍທະ ຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ຂອງຊາດລາວພວກເຮົາ, ເປັນນັກໂຄສະນາ-ປາຖະກະຖາທີ່ຊໍານານ, ເພິ່ນເປັນຜູ້ກໍາແໜ້ນຫລັກມູນພື້ນຖານຂອງສັດຈະວິພາກມາກ-ເລນິນ, ກໍາສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍຍຶດໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ ຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກໍາລັງແຮງຂອງປະຊາຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ ສຸມໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານຢ່າງຮອບດ້ານ ແລະ ເລິກເຊິ່ງເປັນຕົ້ນ ຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.
ປະທານ ໄກສອນ ພົມວິຫານ ໄດ້ອອກແຮງຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີ, ບັນດາບົດຮຽນ, ທັງໄດ້ລົງ ພາກປະຕິບັດຕົວຈິງ; ເພິ່ນຍັງໄດ້ເອົາໃຈໃສ່ຕໍ່ການຍົກລະດັບຄວາມຮູ້ ແລະ ຄວາມສາມາດ, ເອົາໃຈໃສ່ໃນພາລະກິດສ້າງຄົນຮຸ່ນໜຸ່ມໃຫ້ກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກຢ່າງສົມກຽດ ໃນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ ເພິ່ນໄດ້ຖືສໍາຄັນ ແລະ ປະຕິບັດຢ່າງເຂັ້ມງວດຢູ່ສາມປະການຄື: ການຊີ້ນໍາ-ນໍາພາຂອງເພິ່ນຍາມໃດກໍ່ເຮັດເປັນໝູ່ຄະນະ, ໃກ້ຊິດຕິດແທດກັບມະຫາຊົນ, ອິງໃສ່ບົດຮຽນ ແລະ ຫົວຄິດດັດສ້າງຂອງມະຫາຊົນ ເພິ່ນເຄີຍເວົ້າໄວ້ວ່າ: ຕ້ອງຮຽນ, ຂຽນ ແລະ ຮູ້ແລ້ວ ຈຶ່ງມີ ການກະທໍປະຕິບັດທີ່ຖືກຕ້ອງ.
ຕະຫລອດໄລຍະແຫ່ງການເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ທິດເຍືອງທາງແຫ່ງ ການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ; ເພິ່ນເປັນຜູ້ນໍາທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ຮັບ ຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະ ເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫລານຮຸ່ນຕໍ່ໄປ, ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ເປັນຄັນທຸງແຫ່ງການ ເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີ ປະຊາຊົນບັນດາເຜົ່າ, ຍາມໃດກໍຖືສາຄັນ ແລະ ເອົາໃຈໃສ່ ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.
ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມເດັດຂາດ ແລະ ແນວຄິດ ປະຕິວັດ ສຸດກົກສຸດປາຍ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທໍາ, ກ້າຮັບຜິດຊອບ ເປັນຕົ້ນແມ່ນການປະຕິບັດຍຸດໂທບາຍ ເພື່ອປະຕິບັດຍຸດທະສາດ ຂອງການປະຕິວັດ. ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍຢາງສົມບູນ, ປະທານ ໄກສອນ ພົມວິຫານ ກໍບໍ່ໄດ້ລົດລະຕໍ່ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ພາລະກິດ ຂອງການປະຕິວັດໃນໄລຍະໃໝ່ ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກຄຸນສົມບັດອັນລໍ້າເລີດ ແລະ ພາລະກິດນໍາພາການປະຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນທາດນັກປະຕິວັດຜູ້ດີເດັ່ນ ຄືດັ່ງກ່າວນັ້ນ ໄດ້ເປັນການປະກອບສ່ວນຢ່າງສໍາຄັນ ໃນການຊຸກຍູ້ພາລະກິດການຕໍ່ສູ້ໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ໃນປັດຈຸບັນນີ້ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ. ພາລະກິດອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ ຍາມໃດກໍ່ ເປັນແສງສະຫວ່າງ ແຫ່ງການກ້າວເດີນ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍມີວັນດັບມອດ ແລະ ເປັນດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.
KPL