ມອບຮັບໜ້າທີ່ເຈົ້າແຂວງໄຊຍະ ແລະ ປະທານຄະນະກຳມະການປົກຄອງແຂວງ

17/12/2025 09:41
ຂປລ ພິທີມອບ-ຮັບໜ້າທີ່ລະ ຫວ່າງທ່ານ ພົງສະຫັວນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ. ເຈ້ົາແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່) ຈັດຂ້ຶນໃນວັນທີ 15 ທັນວາ 2025.

      ຂປລ. ພິທີມອບ-ຮັບໜ້າທີ່ລະ ຫວ່າງທ່ານ ພົງສະຫັວນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ. ເຈ້ົາແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່) ຈັດຂ້ຶນໃນວັນທີ 15 ທັນວາ 2025 ໂດຍການເປັນກຽດເຂ້ົາຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ພ້ອມດ້ວຍພະນັກງານຫລັກແຫລ່ງເຂົ້າຮ່ວມ.

       ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ໄດ້ຜ່ານບົດສະຫລຸບການນໍາພາ-ຊີ້ນໍາວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍສະເພາະແມ່ນໄດ້ນໍາພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ແລະ ຄັ້ງທີ VII, ແຜນປະຈໍາປີ ສາມາດບັນລຸຕາມຄາດໝາຍວາງໄວ້, ເສດຖະກິດຂອງແຂວງໄດ້ຮັບການຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະປີ, ຄາດໝາຍສູ້ຊົນມະຫາພາກຂອງແຂວງສາມາດຈັດຕັ້ງປະຕິບັດບັນລຸຄາດໝາຍ ແລະ ມີບາງຄາດໝາຍລື່ນແຜນວາງໄວ້ຄື: ການຈັດເກັບລາຍຮັບເຂ້ົາງົບ ປະມານ, ມູນຄ່າສົ່ງອອກສິນຄ້າ, ຄາດໝາຍການຜະລິດເຂົ້າ, ການປູກພືດເປັນສິນຄ້າພົ້ນເດັ່ນແມ່ນການປູກຢາງພາລາ, ກາເຟ ແລະ ອື່ນໆ; ພື້ນຖານອຸດສາຫະກໍາປຸງແຕ່ງໂຮງສີເຂົ້າ, ໂຮງອົບສາລີ, ໝາກເດືອຍ, ສາງເຢັນໝາກຖົ່ວເຫລືອງ, ໂຮງງານແປ້ງມັນຕົ້ນ, ໂຮງງານຢາງພາລາ, ໂຮງງານເຂົ້າຈີ່, ເຂົ້າໜົມ, ເສັ້ນໝີ່, ເສັ້ນເຝີ, ໂຮງງານຂ້າສັດທັນສະໄໝ, ອຸດສາຫະກໍາພະລັງງານໄຟຟ້າຂະໜາດໃຫຍ່, ຂະໜາດນ້ອຍ, ຜະລິດຕະພັນຫັດຖະກໍາຕໍ່າແຜ່ນແພ, ຈັກສານ ແລະ ອື່ນໆ ໄດ້ມີໜໍ່ແໜງ ແລະ ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນເປັນກ້າວໆ; ພື້ນຖານໂຄງລ່າງຖະໜົນຫົນທາງ, ທາງຫລວງແຫ່ງຊາດ, ທາງເຊື່ອມໂຍງ, ເຊື່ອມຈອດກັບອານຸພາກພ້ືນຣາຊະອານາຈັກໄທ, ສສ ຫວຽດນາມ, ສປ ຈີນ, ເຊື່ອມກັບບັນດາແຂວງພາກເໜືອ, ເມືອງມໍລະດົກໂລກຫລວງພະບາງ ແລະ ເຊື່ອມເຂົ້າເຂດໃຈກາງນະຄອນຫລວງວຽງຈັນ, ທາງຫລວງຂອງແຂວງສູ່ບັນດາເມືອງ ແລະ ທາງເຂົ້າຫາເຂດຊົນນະບົດຫລາຍເສັ້ນໄດ້ຮັບການພັດທະນາຍົກລະດັບປູຢາງ 2 ຊັ້ນ, ເຮັດໃຫ້ການໄປ-ມາຫາສູ່, ການຂົນສົ່ງໂດຍສານ, ຂົນສົ່ງສິນຄ້າໄດ້ມີຄວາມສະດວກດີຂື້ນ. ພ້ອມນີ້, ກໍໄດ້ສຸມໃສ່ຢ່າງຕັ້ງໜ້າໃນການສືບຕໍ່ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຕາມດຳລັດ 348/ລບ ໂດຍການນຳພາຈັດຕັ້ງການປະເມີນໃນແຕ່ລະປີຢ່າງເປັນປົກກະຕິ ເພື່ອແກ້ໄຂຄອບຄົວທຸກຍາກ, ບ້ານທຸກຍາກ, ເມືອງທຸກຍາກໄດ້ບັນລຸຕາມຄາດໝາຍເປັນສ່ວນໃຫຍ່, ປະເມີນຕາມດໍາລັດດັ່ງກ່າວໃນປີ 2023 ຍັງຄອບຄົວບໍ່ທັນພົ້ນທຸກ 21.902 ຄອບຄົວ, ເທົ່າກັບ 27,26%  ພົ້ນເດັ່ນແມ່ນສາມາດຮັບຮອງເອົາເມືອງຄອເປັນເມືອງພົ້ນທຸກ, ສ້າງບ້ານບົວບານເມືອງວາ ສາມາດບັນລຸມາດຕະຖານບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ. 

     ຈາກນັ້ນ, ໃນພິທີກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທ່ີລະຫວ່າງທ່ານ ພົງສະຫັວນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ (ເກົ່າ) ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່). ພ້ອມນັ້ນ, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງສະຫາຍອາເມ ຊົງເຢ່ຍເລັ່ງ ແລະ ສະຫາຍ ບຸດສະກອນ ອິນທະລັງສີ ເປັນຮອງ ປະທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ.

     ໃນຕອນທ້າຍໄດ້ຮັບຟັງການມີ ຄໍາເຫັນໂອ້ລົມຂອງທ່ານ ນາງ ສີໃສ ລືເດດມູນສອນ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະພັກ ແລະ ຄະນະກໍາມະການປົກຄອງທຸກຂັ້ນເອົາໃຈໃສ່ປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງໝ້າທີ່ຮັບຜິດຊອບໃຫ້ຈະແຈ້ງ ແລະ ມີກົນໄກປະສານງານທີ່ດີ ເພື່ອນໍາພາຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງໄຊຍະບູລີ ໃຫ້ມີຜົນສໍາເລັດຢ່າງບໍ່ຢຸດຢັ້ງ. 

       ຂ່າວ-ພາບ: ຄໍາໝັ້ນ

KPL

ຂ່າວອື່ນໆ

ads
ads

Top