ຂປລ
ພິທີໃສ່ບາດຖວາຍສັງຄະທານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳແສນເຄົາລົບຮັກຂອງປວງຊົນຊາດລາວທັງຊາດ ຄົບຮອບ 105 ປີ (13/12/1920-13/12/2025).
ຂປລ. ພິທີໃສ່ບາດຖວາຍສັງຄະທານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳແສນເຄົາລົບຮັກຂອງປວງຊົນຊາດລາວທັງຊາດ ຄົບຮອບ 105 ປີ (13/12/1920-13/12/2025) ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ອະນຸສອນ ສະຖານປະທານໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເຂ້ົາຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ, ມີບັນດາການນຳແຂວງ, ພະເຖລານຸເຖລະ 105 ອົງ ພ້ອມດ້ວຍມວນຊົນພາຍໃນແຂວງ ສະຫວັນນະເຂດເຂົ້າຮ່ວມ.
ການໃສ່ບາດຖວາຍສັງຄະທານໃນຄັ້ງນີ້, ເພື່ອອຸທິດສ່ວນບຸນ, ສ່ວນກຸສົນເຖິງດວງວິນຍານຂອງບັນພະບູລຸດ ກໍຄືປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງພັກປະຊາຊົນປະຕິວັດລາວ, ຜູ້ນໍາ ພາສ້າງຕັ້ງກຳລັງປະກອບອາວຸປະຕິວັດຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະລະພາບມາສູ່ປະເທດຊາດ ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍຈົນ ມາຮອດປັດຈຸບັນ.
ພ້ອມນີ້, ຍັງເປັນການອຸທິດສ່ວນບຸນກຸສົນໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີໄຮ້ຍາດຂາດມິດ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນບຸນ, ເປັນກຸສົນ ແລະ ອື່ນໆ.
ຂ່າວ-ພາບ: ເກດສະໜາ
KPL