ຂປລ
ການນຳເຂົ້າ-ສົ່ງອອກປີນີ້ ຂອງ ສສ ຫວຽດນາມ ຄາດວ່າ ຈະບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ໂດ ລາສະຫະລັດ ໃນນັ້ນ, ການສົ່ງ ອອກຄາດວ່າ ບັນລຸ 470 ຕື້ໂດລາສະຫະລັດ ເຊິ່ງເປັນຕົວເລກສູງ ສະຖິຕິ ກ່ຽວກັບ ການນຳເຂົ້າ-ສົ່ງອອກ ສສ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດ ແຖວໜ້າ ກ່ຽວກັບ ມູນຄ່າການຄ້າ ນຳເຂົ້າ-ສົ່ງ ອອກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນການໂອ້ລົມ ສົນທະນາພາຍໃຕ້ຫົວຂໍ້ “ມາດຕະການເຕີບໂຕ ນຳເຂົ້າ-ສົ່ງອອກສູງ ແລະ ຍືນຍົງ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນໃນ ວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງ ຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: “ກ່ຽວກັບດ້ານໂຄງປະກອບ, ໄດ້ມີການຫັນ ປ່ຽນຢ່າງ ຕັ້ງໜ້າ ເມື່ອ 85% ປະເພດສິນຄ້າ ສົ່ງອອກ ໃນປັດຈຸບັນ ແມ່ນກຸ່ມສິນຄ້າກ່ຽວກັບ ອຸດສາຫະກຳ. ຫວນຄືນໄລຍະກ່ອນປີ 1995, ປັດຈຸບັນ ພວກເຮົາໄດ້ມີຄວາມແຕກຕ່າງກັນ ຫລາຍແລ້ວ, ເມື່ອກຸ່ມ ເຊື້ອເພີງ, ແຮ່່ທາດ ພຽງແຕ່ກວມເອົາອັດຕາ ສ່ວນໜ້ອຍທີ່ສຸດ, ແລະ ກຸ່ມສິນຄ້າ ອຸດສາຫະກຳ ມີອັດຕາສົ່ງອອກໃຫຍ່ສຸດ. ກ່ຽວກັບການນຳເຂົ້າ, ເຖິງ 90% ບັນດາປະເພດ ສິນຄ້າ ນຳເຂົ້າ ໃນສະພາບ ເປັນວັດຖຸດິບ, ວັດສະດຸສຳຮອງເພື່ອຮັບໃຊ້ ໃຫ້ແກ່ ການເຄື່ອນໄຫວ ຜະລິດ ກໍຄື ການສົ່ງອອກ, ສ່ວນຍັງເຫລືອ ຈຶ່ງແມ່ນບັນດາປະເພດສິນຄ້າຮັບໃຊ້ຊີວິດປະຈຳວັນ ຂອງ ປະຊາຊົນ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL