ໄທ ປະກາດກຳນົດອ່າວໄທເປັນເຂດອັນຕະລາຍລະດັບສູງ

17/12/2025 13:08
ຂປລ ເພື່ອ​ຕັດ​ຊ່ອງ​ທາງ​ ຂົນ​ສົ່ງ ຍຸດ​ໂທ​ປະ​ກອນ ເຂົ້າ​ສູ່​ ກຳ​ປູ​ເຈຍ, ກອງ​ທັບ​ໄທ ​ໄດ້​ປະ​ກາດ ​​ກຳ​ນົດ​​ອ່າວ​ໄທ​ ເປັນ​ເຂດ ​ອັນ​ຕະ​ລາຍ ​ລະ​ດັບ​ສູງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເພື່ອ​ຕັດ​ຊ່ອງ​ທາງ​ ຂົນ​ສົ່ງ ຍຸດ​ໂທ​ປະ​ກອນ ເຂົ້າ​ສູ່​ ກຳ​ປູ​ເຈຍ, ກອງ​ທັບ​ໄທ ​ໄດ້​ປະ​ກາດ ​​ກຳ​ນົດ​​ອ່າວ​ໄທ​ ເປັນ​ເຂດ ​ອັນ​ຕະ​ລາຍ ​ລະ​ດັບ​ສູງ. ກອງ​ບັນ​ຊາ​ການ ກອງ​ທັບ​ໄທ​ ໄດ້ກ່າວນັ້ນຕື່ມວ່າ: ​​ການກຳ​ນົດ ​ເອົາ​ອ່າວ​ໄທ ​ເປັນ​ເຂດ ​ອັນ​ຕະ​ລາ​ຍ ​ລະ​ດັບ​ສູງ ເນື່ອງ​ຈາກ​ ສາ​ເຫດ ​​ດ້ານຄວາມ​ໝັ້ນ​ຄົງ, ແຕ່​ບໍ່​ແມ່ນ​ ປິດ​ອ່າວ​ໄທ ​ຢ່າງ​ເຕັມ​ສ່ວນ  ແລະ​ ຈະ​ບໍ່​ກະ​ທົບ​ ຕໍ່ກຳ​ປັ່ນ​ຂອງ​ປະ​ເທດ​ທີ 3./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top