ຂປລ
ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍ ທີ່ ຈະຢຸດຕິ ການນໍາເຂົ້າ ນໍ້າມັນກະຊວນ ໃນປີ 2026 . ໃນຂະນະທີ່ ລັດຖະບານ ອິນໂດເນເຊຍ ພວມເລັ່ງ ໂຄງການ ໄບໂອດີເຊລ ແລະ ເພີ່ມກຳລັງການກັ່ນ ພາຍໃນປະເທດ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍ ທີ່ ຈະຢຸດຕິ ການນໍາເຂົ້າ ນໍ້າມັນກະຊວນ ໃນປີ 2026 . ໃນຂະນະທີ່ ລັດຖະບານ ອິນໂດເນເຊຍ ພວມເລັ່ງ ໂຄງການ ໄບໂອດີເຊລ ແລະ ເພີ່ມກຳລັງການກັ່ນ ພາຍໃນປະເທດ, ຊຶ່ງຖືເປັນ ບາດກ້າວທີ່ສຳຄັນ ໃນການເສີມສ້າງ ຄວາມໝັ້ນຄົງ ດ້ານພະລັງງານ ແລະ ຫລຸດການເພີ່ງພາ ເຊື້ອໄຟ ຈາກຕ່າງປະ ເທດ.
ມາດຕະການສຳຄັນ ໃນຄວາມພະຍາຍາມ ດັ່ງກ່າວ ຄື ແຜນການ ບັງຄັບໃຊ້ ນໍ້າມັນກະຊວນ ປະສົມ B50 ທົ່ວປະເທດ, ຊຶ່ງເປັນນໍ້າມັນ ກະຊວນ ທີ່ມີສ່ວປະສົມ ຂອງ ໄບໂອດີເຊລ ຈາກນໍ້າມັນປາມ 50% , ໂດຍລັດຖະບານ ອິນໂດເນເຊຍ ຄາດວ່າ ຈະເລີ່ມນໍາຮ່ອງການໃຊ້ B50 ໃນໄລຍະ 6 ເດືອນທ້າຍ ປີ 2026 , ຕໍ່ຍອດ ຈາກຂໍ້ກຳນົດ ໄບໂອດີເຊລ ທີ່ມີມາຢ່າງຍາວນານ ຂອງ ອິນໂດເນເຊຍ ແລະ ຖືເປັນການປ່ຽນຜ່ານ ໄປສູ່ພະລັງງານ ໝູນວຽນ ຄັ້ງໃຫຍ່ ຫລ້າສຸດ.
ນອກນັ້ນ ທ່ານ ບາຫລີ ລາຮາດາເລີຍ ລັດຖະມົນຕີ ກະຊວງພະລັງງານ ແລະ ຊັບພະຍາກອນ ແຮ່ທາດຂອງ ອິນໂດເນເຊຍ ຍັງກ່າວວ່າ: ການປະສົມປະສານ ລະຫວ່າງ ໂຄງການ B50 ແລະ ການຍົກລະດັບ ໂຮງກັ່ນ ຈະເຮັດໃຫ້ ອິນໂດເນເຊຍ ຢູ່ໃນສະຖານະເຂັ້ມແຂງ ໃນການຢຸດຕິ ການນໍາເຂົ້າ ນໍ້າມັນກະຊວນ ໃນປີໜ້າ./
KPL