ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ຫສນຍ

17/12/2025 09:34
ຂປລ ໃນວັນທີ 16 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫກຽດພົບປະໂອ້ລົມຕ່ໍຄະນະບໍລິຫານງານພັກ ແລະ ຄະນະກົມພາຍໃນອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ).

       ຂປລ. ໃນວັນທີ 16 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫກຽດພົບປະໂອ້ລົມຕ່ໍຄະນະບໍລິຫານງານພັກ ແລະ ຄະນະກົມພາຍໃນອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍຄະນະບໍລິຫານງານພັກ ແລະ ຄະນະກົມທົ່ວ ຫສນຍ ເຂົ້າຮ່ວມ.

      ໃນໂອກາດນ້ີ, ສະຫາຍ ບົວຄົງ ນາມມະວົງ ຕາງໜ້າໃຫ້ແກ່ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ຫສນຍ ໄດ້ລາຍງານຕ່ໍສະຫາຍນາຍົກລັດຖະມົນຕິໂດຍຫຍໍ້ກ່ຽວກັບສະພາບລວມ ແລະ ຜົນການເຄື່ອນໄຫວວຽກງານຂອງ ຫສນຍ ເປັນຕົ້ນວຽກງານການເມືອງ- ແນວຄິດ, ຜົນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI; ການປັບປຸງກົງຈັກການຈັດຕັ້ງ-ພະນັກງານ; ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນບັນດາຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ລວມທັງທິດທາງແຜນການໃນຕໍ່ໜ້າ.

     ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕ່ຜົນສໍາເລັດທີ່ອົງຄະນະພັກ ຫສນຍ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ. ອັນສຳຄັນ, ສະຫາຍ ໄດ້ມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນໃນສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍປະການນັ້ນ, ຕ້ອງໄດ້ເອົາໃຈໃສ່ຕິດຕາມສະພາບຢ່າງໃກ້ສິດ ເພື່ອມີຂໍ້ມູນໃນການຄົ້ນຄວ້າ ແລະ ເປັນເສນາທິການໃຫ້ແກ່ລັດຖະບານແກ້ໄຂບັນຫາແຕ່ຫົວທີຢ່າງທັນການ; ຕ້ອງກໍາໃຫ້ໄດ້ທິດທາງລວມ ແລະ ບັນດາຄາດໝາຍໃຫຍ່ຕົ້ນຕໍ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ສົມທົບກັບຂະແໜງການ ແລະ ທ້ອງຖິ່ນຕ່າງໆປະຕິບັດ 5 ບົດບາດຄຸ້ມຄອງມະຫາພາກຕາມຄຳສັ່ງ 34/ນຍ ເຂົ້າໃນແຕ່ລະຂົງເຂດວຽກງານໃຫ້ປະກົດຜົນເປັນຈິງ; ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງຂຶ້ນກວ່າເກົ່າ, ການປະຕິບັດໜ້າທີ່ວຽກງານຕ້ອງຄຳນຶງເຖິງຜົນໄດ້-ຜົນເສຍຂອງການປະຕິບັດແນວທາງນະໂຍບາຍຕ່າງໆ, ໃຫ້ມີສະຕິລະວັງຕົວຕໍ່ກັບ ກົນອຸບາຍເລຫລ່ຽມຂອງພວກສັດຕູ; ສືບຕໍ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ແຈ້ງການທິດຊີ້ນຳຂອງຂັ້ນເທິງ ເພື່ອໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດແຕ່ລະບັນຫາ ແລະ ລາຍງານຄວາມຄືບໜ້າ; ສືບຕ່ໍເອົາໃຈໃສ່ການເປັນເສນາທິການຄົ້ນຄວ້າວຽກງານຕ່າງໆໃຫ້ແທດເໝາະກັບຄວາມເປັນຈິງ, ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ນະໂຍບາຍຕ່າງໆ; ປັບປຸງວຽກງານການຈໍລະຈອນເອກະສານ, ແກ້ໄຂເອກະສານຕ່າງໆໃຫ້ລະອຽດຊັດເຈນ, ວ່ອງໄວ ຫັນໄປສູ່ລະບົບທັນສະໄໝ; ເອົາໃຈໃສ່ສຶກສາອົບຮົມພະນັກງານໃຫ້ມີນໍ້າໃຈຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນ, ບໍ່ຮຽກ- ບໍ່ຕິດພັນກັບຜົນປະໂຫຍດ, ບໍ່ອຸ້ມວຽກ, ບໍ່ປະໃຫ້ຊັກຊ້າແກ່ຍາວ; ປະຕິບັດຫລັກການເຮັດວຽກລວມສູນປະຊາທິປະໄຕຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ແທດເຖິງຕົວຈິງ, ເຮັດວຽກຢ່າງມີແຜນການ, ມີຄາດໝາຍທີ່ຊັດເຈນ; ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ, ກ້າຕໍານິຕິຊົມເຊິ່ງກັນ ແລະ ກັນ; ຄະນະພັກ-ຄະນະນໍາທຸກຂັ້ນຕ້ອງຖືເອົາການນໍາພາວຽກງານການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສ່ັງ ແລະ ລະບຽບການຂອງພັກ-ລັດ ວາງອອກໃຫ້ເລິກເຊິ່ງ; ປະຕິບັດກົນໄກ ບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃຫ້ສອດຄ່ອງກັບລະບົບປະຕູດຽວແຕ່ສູນກາງຮອດທ້ອງຖິ່ນ; ສືບຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງໃຫ້ກະທັດຮັດ, ມີປະສິດທິຜົນ; ກຳນົດແຜນການກໍ່ສ້າງບຸກຄະລາກອນໃຫ້ຈະແຈ້ງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ; ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ- ລັດຖະກອນທາງດ້ານທິດສະດີ ແລະ ວິຊາສະເພາະຄຽງຄູ່ກັບການສັບຊ້ອນຈັດວາງ-ຍົກຍ້າຍໃຫ້ຖືກຕ້ອງ-ແທດເໝາະ, ຜູ້ໜຶ່ງຕ້ອງເຮັດໄດ້ຫລາຍວຽກ ເພື່ອຮັບໃຊ້ໜ້າທ່ີການເມືອງໄປຕາມທິດສ້າງພະນັກງານເປັນຊ່ຽວຊານ ແລະ ສືບທອດ ປ່ຽນແທນແຕ່ລະໄລຍະ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top