ຂປລ
ກອງປະຊຸມ ຄູ່ຮ່ວມມື ຫລຸດຜ່ອນຄວາມທຸກຍາກ ທົ່ວໂລກ 2025 ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໃນວັນທີ 10 ທັນວານີ້ ພາຍໃຕ້ຫົວຂໍ້ “ເພີ່ມທະວີ ການປະສານງານ ລະຫວ່າງ ຄູ່ຮ່ວມມື, ຮັບມືກັບ ສິ່ງທ້າທ້າຍ ໃນການຫລຸດຜ່ອນ ຄວາມທຸກຍາກ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມ ຄູ່ຮ່ວມມື ຫລຸດຜ່ອນຄວາມທຸກຍາກ ທົ່ວໂລກ 2025 ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໃນວັນທີ 10 ທັນວານີ້ ພາຍໃຕ້ຫົວຂໍ້ “ເພີ່ມທະວີ ການປະສານງານ ລະຫວ່າງ ຄູ່ຮ່ວມມື, ຮັບມືກັບ ສິ່ງທ້າທ້າຍ ໃນການຫລຸດຜ່ອນ ຄວາມທຸກຍາກ”, ມີຜູ້ຕາງໜ້າຈາກ 20 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ແລະ ແລກປ່ຽນຄວາມເຫັນ ຢ່າງເລິກເຊິ່ງ ໂດຍປິ່ນອ້ອມ ການຊຸກຍູ້ວາລະການພັດທະນາ ແບບຍືນຍົງ ຮອດປີ 2030 ຂອງອົງການ ສະຫະ ປະຊາຊາດ ໂດຍສະເພາະ ແມ່ນເປົ້າໝາຍ ການລົບລ້າງ ຄວາມທຸກຍາກ. ບັນດາຜູ້ຕາງໜ້າ ທີ່ຮ່ວມປະຊຸມເຫັນວ່າ ໂດຍຜະເຊີນໜ້າກັບ ສະພາບການຫລຸດຜ່ອນ ຄວາມທຸກຍາກທົ່ວໂລກ ທີ່ຍັງຂ້ຽວຂາດຢູ່, ການເພີ່ມທະວີ ການພົວພັນຄູ່ຮ່ວມມື ດ້ານການຫລຸດຜ່ອນ ຄວາມທຸກຍາກສາກົນ ແມ່ນມີຄວາມສຳຄັນທີ່ສຸດ. ຝ່າຍຕ່າງໆຄວນລົງເລິກ ການແລກປ່ຽນບົດຮຽນ ຕື່ມອີກ, ປະດິດສ້າງຮູບແບບໃໝ່ ດ້ານການຮ່ວມມື, ຮ່ວມກັນຊຸກຍູ້ພາລະກິດ ຫລຸດຜ່ອນຄວາມທຸກຍາກ ທົ່ວໂລກ ໃຫ້ໄດ້ຮັບຄວາມຄືບໜ້າໃໝ່ ເພື່ອປະກອບສ່ວນ ເຂົ້າໃນ ການບັນລຸ ເປົ້າໝາຍ ການພັດທະນາ ແບບຍືນຍົງ. ໃນກອງປະຊຸມຄັ້ງນີ້, ຝ່າຍຕ່າງໆ ໄດ້ແບ່ງປັນປະສົບການດ້ານການຫລຸດຜ່ອນ ຄວາມທຸກຍາກ ຫລາຍເລື່ອງ ເຊິ່ງລວມທັງ ມາດຕະການ ປະດິດສ້າງ ແລະ ບົດຮຽນ ໃນການປະພຶດຕ່າງໆ ເຊັ່ນ: ການຊ່ວຍເຫລືອຕ່າງປະເທດ ດ້ວຍເຕັກໂນໂລຊີ ກະສິກຳຈີນ, ການຊ່ວຍເຫລືອ ເຊິ່ງກັນ ແລະກັນ ລະຫວ່າງ ພາກຕາເວັນອອກ ແລະ ຕາເວັນຕົກຈີນ ດ້ານອາຊີວະສຶກສາ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL