ຂປລ
ກອງປະຊຸມ ເວທີປຶກສາຫາລື ສື່ມວນຊົນ ຈີນ-ຣັດເຊຍຄັ້ງທີ 6 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ທ່ານ ຫລີ ຊູ່ເຫລີຍ, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ຫົວໜ້າ ຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ ໄດ້ຍົກໃຫ້ຫັນສຳຄັນ ກອງປະຊຸມດັ່ງກ່າວ ທີ່ຮ່ວມກັນ ເປັນເຈົ້າພາບ ໂດຍຄະນະໂຄສະນາອົບຮົມ ສູນກາງພັກ ກອມມູນິດຈີນ ແລະ ຫ້ອງວ່າການ ປະທານາທິບໍດີ ຣັດເຊຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 16 ທັນວານີ້, ກອງປະຊຸມ ເວທີປຶກສາຫາລື ສື່ມວນຊົນ ຈີນ-ຣັດເຊຍຄັ້ງທີ 6 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ທ່ານ ຫລີ ຊູ່ເຫລີຍ, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ຫົວໜ້າ ຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ ໄດ້ຍົກໃຫ້ຫັນສຳຄັນ ກອງປະຊຸມດັ່ງກ່າວ ທີ່ຮ່ວມກັນ ເປັນເຈົ້າພາບ ໂດຍຄະນະໂຄສະນາອົບຮົມ ສູນກາງພັກ ກອມມູນິດຈີນ ແລະ ຫ້ອງວ່າການ ປະທານາທິບໍດີ ຣັດເຊຍ, ຮ່ວມຈັດຂຶ້ນ ໂດຍສຳນັກຂ່າວສານ ຊິ່ນຮວາຂອງ ສປ ຈີນ ແລະ ສຳນັກຂ່າວສານຕາສ ຂອງຣັດເຊຍ, ພາຍໃຕ້ຫົວຂໍ້: “ສ້າງອະນາຄົດໃໝ່ ແຫ່ງການຮ່ວມມື ດ້ານສື່ມວນຊົນຈີນ-ຣັດເຊຍ: ຄວາມຮັບຮູ້ ທີ່ເປັນເອກະພາບກັນ ແລະ ການປະຕິບັດ”. ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ປະມານ 140 ຄົນ ທີ່ມາຈາກພາກສ່ວນ ທີ່ກ່ຽວຂ້ອງ ແລະ ອົງການສື່ມວນຊົນ ຈາກສອງປະເທດ ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ໂດຍທັງສອງຝ່າຍ ໄດ້ລົງນາມ ເອກະສານຮ່ວມມື ກ່ຽວກັບ ການລົງເລິກ ການຮ່ວມມື ລະຫວ່າງ ສື່ມວນຊົນຈີນ-ຣັດເຊຍ ຈຳນວນ 11 ສະບັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL