ຊີວິດການປະຕິວັດອັນຍິ່ງໃຫຍ່ ຂອງ ສະຫາຍ ກິມ ເຈິງ ອິນ (ເນື່ອງໃນໂອກາດວັນຄົບຮອບ 14 ປີ ແຫ່ງການມໍລະນະກຳ ຂອງ ສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫຍ່ ຂອງ ປະຊາຊົນ ສປປ ເກົາຫລີ, ວັນທີ 17/12/2011-17/12/2025)

17/12/2025 10:32
ຂປລ ຂປລ. ວັນທີ 17 ເດືອນ 12 ແມ່ນວັນ​ຄົບຮອບ 14 ປີ​​ແຫ່ງ​ການ​ມໍລະນະ​ກຳ ຂອງ ສະຫາຍ​ ກິມ ເຈິງ ອິນ, ຜູ້​ນຳ​ທີ່​​ຍິ່ງ​ໃຫຍ່​ ຂອງ​​ ປະ​ຊາ​ຊົນ ສປປ ​​ເກົາ​ຫລີ. ສະຫາຍ​ ກິມ ເຈິງ ອິນ ໄດ້ສ້າງວິລະກຳອັນຍິ່ງໃຫຍ່ໃຫ້ເປັນມູນມໍລະດົກແກ່ປະເທດເກົາຫລີ ສັງຄົມນິຍົມໄປຕະຫລອດຊົ່ວນິລັນດອນ ແລະ ເຕັມໄປດ້ວຍອະນາຄົດທີ່ສະຫວ່າງສະໄຫວ.

ຂປລ. ວັນທີ 17 ເດືອນ 12 ແມ່ນວັນຄົບຮອບ 14 ປີ​​ແຫ່ງການມໍລະນະກຳ ຂອງ ສະຫາຍກິມ ເຈິງ ອິນ, ຜູ້ນຳທີ່​​ຍິ່ງໃຫຍ່ຂອງ​​ ປະຊາຊົນ ສປປ ​​ເກົາຫລີ. ສະຫາຍກິມ ເຈິງ ອິນ ໄດ້ສ້າງວິລະກຳອັນຍິ່ງໃຫຍ່ ໃຫ້ເປັນມູນມໍລະດົກແກ່ປະເທດເກົາຫລີ ສັງຄົມນິຍົມໄປຕະຫລອດຊົ່ວນິລັນດອນ ແລະ ເຕັມໄປດ້ວຍອະນາຄົດທີ່ສະຫວ່າງສະໄຫວ. ສະຫາຍ ໄດ້ເຊີດຊູແນວຄິດຈຸດເຊ ແລະ ແນວຄິດເຊິນກຸນ ເປັນອຸດົມຄະຕິແຫ່ງການນຳພາພາຍໃນ ສປປ ເກົາຫລີ ແລະ ເປັນອຸດົມຄະຕິແຫ່ງການນຳພາອັນຍິ່ງໃຫຍ່ ແຫ່ງສັງກາດໃໝ່ທີ່ເປັນເອກະລາດຢ່າງແທ້ຈິງ.

ຍ້ອນການນຳພາປີຊາສາມາດສະຫລາດສ່ອງໃສຂອງສະຫາຍ ທີ່ໄດ້ນຳເອົາແນວຄິດທິດສະດີ ອັນມີພະລັງແຮງມະຫາສານ ມາຈາກຊຸມປີທຳອິດແຫ່ງການເຄື່ອນໄຫວ ເຊິ່ງໄດ້ພັດທະນາແນວຄິດປະຕິວັດຂອງປະທານ ກິມ ອິນ ຊຸງ ຜູ້ໃຫ້ກຳເນີດສັງຄົມນິຍົມເກົາຫລີ ກາຍເປັນລະບົບຄົບຊຸດທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ດ້ວຍການພັດທະນາ ແລະ ເສີມຂະຫຍາຍແນວຄິດໃຫ້ ບຸລິມະສິດແກ່ກຳລັງປ້ອງກັນປະເທດ, ແນວຄິດທີ່ຖືເອົາກິດຈະການຂອງ ກອງທັບເປັນໃຈກາງໄດ້ຮັບ ການຂັບເຄື່ອນໂດຍ ສະຫາຍ ກິມ ເຈິງ ອິນ ເພື່ອຕອບສະໜອງຄວາມຕ້ອງການທີ່ຈຳເປັນໃນໄລຍະໃໝ່. ສະຫາຍໄດ້ວາງແນວຄິດເຊິນກຸນອອກ ແລະ ໄດ້ເຊີດຊູແນວຄິດດັ່ງກ່າວໃຫ້ເປັນອາວຸດ ອັນແຫລມຄົມໃນການພິທັກປົກປ້ອງເອກະລາດແຫ່ງຊາດ.

ແນວຄິດຈຸດເຊ ແລະ ແນວຄິດເຊິນກຸນ ໄດ້ກາຍເປັນອຸດົມຄະຕິແຫ່ງການນຳພາ ໃນສັງກາດແຫ່ງຄວາມເປັນເອກະລາດ ແລະ ເປັນລັດທິກິມ ອິນ ຊຸງ-ລັດທິ ກິມ ເຈິງ ອິນ ທີ່ເປັນອຳມະຕະ.  ຄວາມອຸດົມສົມບູນທາງແນວຄິດ ແລະ ທິດສະດີແມ່ນມູນມໍລະດົກອັນລ້ຳຄ່າທີ່ສຸດ ທີ່ສະຫາຍໄດ້ສ້າງໄວ້ໃຫ້ແກ່ປະຊາຊົນ ສປປ ເກົາຫລີ ແລະ ມວນມະນຸດຜູ້ກ້າວໜ້າ. ສະຫາຍ ກິມເຈິງອິນ ໄດ້ພັດທະນາພັກແຮງງານເກົາຫລີ ໃຫ້ເປັນກຳລັງທີ່ຊະນະເລີດສ້າງໃຫ້ ສປປ ເກົາຫລີ ເປັນປະເທດສັງຄົມນິຍົມທີ່ມີພະລັງອຳນາດ ແລະ ສ້າງກອງທັບປະຊາຊົນເກົາຫລີ ໃຫ້ເປັນກຳລັງປ້ອງກັນປະເທດທີ່ເຂັ້ມແຂງ ບໍ່ມີສັດຕູໂຕໃດກ້າມາຮາວີໄດ້.

50 ປີແຫ່ງການນຳພາພັກແຮງງານ ສປປ ເກົາຫລີ ຂອງສະຫາຍ ແມ່ນໄລຍະທີ່ສະຫາຍໄດ້ສ້າງຕົວ ແບບແຫ່ງການກໍ່ສ້າງພັກກຳອຳນາດທີ່ຍຶດໝັ້ນໃນແນວທາງສັງຄົມນິຍົມ. ຍ້ອນບຸນຄຸນແຫ່ງການນຳພາທີ່ປີຊາສາມາດຂອງສະຫາຍ, ພັກແຮງງານເກົາຫລີ ໄດ້ພັດທະນາໃຫ້ເປັນພັກທີ່ຕິດອາວຸດທາງແນວຄິດ ແລະ ອຸດົມການ, ເປັນພັກທີ່ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບໃນການນຳພາປະເທດຊາດໄປສູ່ຈຸດໝາຍທີ່ປະຊາຊົນໄດ້ເລືອກເອົາແລ້ວ.

ໃນທ້າຍສະຕະວັດທີ່ຜ່ານມາ, ສປປ ເກົາຫລີ ໄດ້ຜະເຊີນໜ້າກັບສະພາບການທີ່ບໍ່ເພິ່ງປາຖະໜາ ເມື່ອລະບົບສັງຄົມນິຍົມໃນຫລາຍປະເທດ ຖືກລົ້ມສະຫລາຍ ເຊິ່ງເຮັດໃຫ້ພວກຈັກກະພັດ ແລະ ອິດທິກຳລັງປໍລະປັກຄຸຍໂວໂອ້ອວດນັ້ນ, ສະຫາຍໄດ້ນຳພາຈັດຕັ້ງປະຕິບັດນະໂຍບາຍເຊິນກຸນ ມີຜົນສຳເລັດຮອບດ້ານ, ເຮັດໃຫ້ ສປປ ເກົາຫລີ ເປັນແວ່ນແຍງອັນໃສແຈ້ງໃຫ້ປະເທດເພື່ອນມິດໄດ້ຮ່ຳຮຽນນຳ.  ກຳລັງປະກອບອາວຸດປະຊາຊົນເກົາຫລີ ໄດ້ພັດທະນາຂີດຄວາມສາມາດໃນການເປັນເສົາຄ້ຳໃຫ້ແກ່ປະເທດຊາດ.  ພາຍໃຕ້ການນຳພາຂອງ ສະຫາຍ ກິມເຈິງອິນ, ສປປ ເກົາຫລີ ໄດ້ມີຄວາມເຂັ້ມແຂງທາງດ້ານປ້ອງກັນປະເທດ, ມີຄວາມສາມາດສູງສົ່ງ, ມີຄວາມພ້ອມໃນລະດັບສູງຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສະຫາຍ ກິມເຈິງອິນ ໄດ້ຫັນປ່ຽນທົ່ວສັງຄົມ ສປປ ເກົາຫລີ ເປັນຄອບຄົວແຫ່ງວົງຄະນາຍາດ ທີ່ມີຄວາມເປັນເອກະພາບໃນລະດັບສູງ, ມີຄວາມສາມັກຄີເປັນປຶກແຜ່ນ. ສະຫາຍ ກິມເຈິງອິນ ໄດ້ເປັນຜູ້ວາງຮາກຖານອັນເຂັ້ມແຂງໃຫ້ແກ່ການກໍ່ສ້າງສັງຄົມນິຍົມ, ສະຫາຍໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການນຳພາ ໂດຍການໄຂສັງກາດແຫ່ງສະຕິປັນຍາ ແລະ ຫົວຄິດປະດິດສ້າງ ດ້ວຍການພັດທະນາເຕັກໂນໂລຊີ CNC ໃຫ້ເປັນອຸດສາຫະກຳກໍ່ສ້າງກົນຈັກ, ສະຫາຍໄດ້ນຳພາການປະຕິວັດ ອຸດສາຫະກຳແຫ່ງສະຕະວັດໃໝ່ ແລະ ເຮັດໃຫ້ເສດຖະກິດແຫ່ງຊາດກ້າວຂຶ້ນສູ່ທັນສະໄໝ.

ພາຍໃຕ້ການນຳພາຂອງສະຫາຍ,  ສປປ ເກົາຫລີ ໄດ້ມີບົດບາດສູງເດັ່ນ, ເສດຖະກິດມີການເຕີບໂຕຢ່າງສະໝ່ຳສະ
ເໝີ, ການຜະລິດອຸດສາຫະກຳໄດ້ຫັນເປັນທັນສະໄໝ, ບັນດາໂຮງງານ ແລະ ວິສາຫະກິດ
ລວມທັງໂຮງງານກົນຈັກຮິເຈິນເລີນອາ, ໂຮງງານປຸງແຕ່ງໝາກໄມ້ແດດົງກາງ ໄດ້ຖືກສ້າງຂຶ້ນ ແລະ ມີຄວາມທັນສະໄໝ ໃນລະດັບໂລກ.

ປັດຈຸບັນນີ້ ສປປ ເກົາຫລີ ເປັນໜຶ່ງໃນບັນດາປະເທດທີ່ຜະລິດດາວທຽມ ແລະ ເຄື່ອງຍິງປ່ອຍດາວທຽມ. ທົ່ວທຸກຫົນແຫ່ງຂອງປະເທດ ລວມທັງນະຄອນຫລວງພຽງຢາງ ໄດ້ກ້າວໄປຕາມເສັ້ນທາງສູ່ທັນສະໄໝ.  ສະຫາຍ ກິມເຈິງອິນ ໄດ້ຍອມອຸທິດຕະຫລອດຊີວິດຂອງສະຫາຍໃຫ້ແກ່ພາລະກິດສ້າງສາ ສປປ ເກົາຫລີ ໃຫ້ມີຄວາມເຂັ້ມແຂງ ແລະ ພາລະກິດປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງ ຢູ່ໃນພາກພື້ນ ແລະ ສາກົນ ແລະ ການບັນລຸພາລະກິດສັງຄົມນິຍົມທີ່ເປັນຄວາມມຸ່ງມາດປາຖະໜາຂອງມະນຸດກ້າວໜ້າຢູ່ທົ່ວໂລກ. ສະຫາຍ ກິມເຈິງອິນ ໄດ້ສ້າງພາລະກິດອັນຍິ່ງໃຫຍ່ເຂົ້າໃນການພັດທະນາສາຍພົວພັນມິດຕະພາບ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ. ໃນເດືອນ 10 ປີ 2011, ສະຫາຍ ກິມ ເຈິງ ອິນ ໄດ້ພົບປະກັບສະຫາຍ ຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ຢູ່ ສປປ ເກົາຫລີ ໄດ້ຮ່ວມກັນເຮັດໃຫ້ສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ເປັນລະດັບສູງໃໝ່ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຍຸກສະໄໝໃໝ່.

ພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ເຖິງແກ່ມໍລະນະກໍາແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ເຄົາລົບຮັກ ແພງໄດ້ນຳພາການປະຕິວັດ ສປປ ເກົາຫລີ ແລະ ສ້າງຄຸນງາມຄວາມດີອັນຍິ່ງໃຫຍ່ຢ່າງແທ້ຈິງ. ສະຫາຍ ໄດ້ນຳເອົາແນວ​ຄິດ​ຊີ້​ນຳ​ຂອງ​ພັກຂອງ​ພວກ​ເຮົາໃຫ້ກຳນົດເປັນ​ລັດ​ທິ​ ກິມ ອິນ ເຊິງ-ກິມ ເຈິງ ອິນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນໃໝ່ຂອງການພັດທະນາການປະຕິວັດ ແລະ ປະກາດຖືເອົາການຫັນເປັນລັດ​ທິ​ກິມ ອິນ ເຊິງ-ກິມ ເຈິງ ອິນ ໃນທົ່ວສັງຄົມເປັນໂຄງການອັນສູງສຸດຂອງພັກ.

ພາຍໃຕ້ການຊີ້ນຳໆພາອັນສະຫລາດສ່ອງໃສຂອງສະຫາຍ ກິມ ເຈິງອຸນ, ຄວາມສາມາດການນຳພາ ແລະ ຄວາມສາມາດການສູ້ຊົນຂອງພັກແຮງງານເກົາຫລີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ. ກຳລັງແຮງຂອງຊາດໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາ ໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ ແລະ ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ  ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຢືນຢັນການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ຢູ່ແຫລມເກົາຫລີ ຢ່າງໝັ້ນຄົງ.

ປັດຈຸບັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ຊຶ່ງໄດ້ມີຄຸນງາມ ຄວາມດີ​ທີ່​ເປັນອຳມະຕະຂອງ​ຜູ້ນຳອະດີດ​ສອງ​ປະ​ເທດ ແມ່ນກຳລັງໄດ້ຮັບການພັດທະນາຕໍ່ໄປເປັນສາຍພົວພັນທາງດ້ານຍຸດທະສາດ ແລະ ຖານສະຫາຍທີ່ໝັ້ນຄົງ ພາຍ​ໃຕ້​ຄວາມເອົາ​ໃຈ​ໃສ່​ອັນ​ເລິກ​ເຊິ່ງຂອງ​ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.

ການພົບປະສຸດຍອດ ລະຫວ່າງ ​ສະຫາຍ ກິມ ເຈິງ ອຸນ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຈັດຂຶ້ນໃນເດືອນ 10ທີ່ຜ່ານມາ ເປັນຂີດໝາຍທາງດ້ານປະຫວັດສາດເພື່ອສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະເທດ.

          ຍ້ອນມີສະຫາຍ​​ ກິມ ເຈິງອຸນ, ຜູ້ສືບທອດທີ່ຍິ່ງໃຫຍ່ຂອງພາລະກິດກາປະຕິວັດ, ມໍລະດົກອັນລ້ຳຄ່າທີ່ສຸດຂອງສະຫາຍ ກິມເຈິງອິນ ຈະໄດ້ຮັບການສືບທອດແລະ​ ​ເພີ່ມ​​ພູນຄູນສ້າງຕະຫລອດໄປ.

 


KPL

ຂ່າວອື່ນໆ

ads
ads

Top