ໂຄງການກໍ່ສ້າງໂຮງແຮມ-ຄອນໂດ ສູງທີ່ສຸດໃນປະເທດລາວ ຈະສຳເລັດໃນປີ 2028

17/12/2025 09:53
Email Print 1223
ຂປລ ໂຄງການກ່ໍສ້າງຕຶກອາຄານໂຮງແຮມ ແລະ ຄອນໂດ (ໂຄງການລາວເຊັນເຕີ) ທີ່ສູງທີ່ສຸດໃນ ສປປ ລາວ (46 ຊັ້ນ) ໄດ້ເລີ່ມມີການກໍ່ສ້າງແລ້ວຢູ່ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

       ຂປລ. ໂຄງການກ່ໍສ້າງຕຶກອາຄານໂຮງແຮມ ແລະ ຄອນໂດ (ໂຄງການລາວເຊັນເຕີ) ທີ່ສູງທີ່ສຸດໃນ ສປປ ລາວ (46 ຊັ້ນ) ໄດ້ເລີ່ມມີການກໍ່ສ້າງແລ້ວຢູ່ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຄາດການວ່າການກໍ່ສ້າງຈະສຳເລັດ ແລະ ເປີດໃຫ້ບໍລິການໃນປີ 2028.

     ທ່ານ ກົງ ເວີນຈົ່ງ ຮອງຜູ້ອຳນວຍການບໍລິສັດສຽນເສີງ ລົງທຶນອະສັງຫາລິມະຊັບ ຈຳກັດ ໄດ້ໃຫ້ສຳພາດໃນວັນທີ 15 ທັນວາ 2025 ນີ້ວ່າ: ໂຄງການລາວເຊັນເຕີເປັນການຮ່ວມມືກັນລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ບໍລິສັດສຽນເສີງ ລົງ ທຶນອະສັງຫາລິມະຊັບ ຈຳກັດ ແລະ ບໍລິສັດລາວມະຫາຊັບພັດທະນາຈຳກັດຜູ້ດຽວ. ໂຄງການດັ່ງກ່າວ, ໄດ້ວາງສີລາລືກ ແລະ ເລ່ີມລົງມືກໍ່ສ້າງໃນເດືອນຕຸລາ ປີ 2024 ໂດຍໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນການກ່ໍສ້າງຕຶກອາຄານ 12 ຊັ້ນ (ຕຶກຮອງ) ມາຮອດປັດຈຸບັນ, ການກໍ່ສ້າງແມ່ນສຳເລັດແລ້ວ 90%, ສ່ວນອາຄານ 46 ຊັ້ນ, ມີຄວາມສູງ 155 ແມັດ ຊຶ່ງຈະກາຍເປັນຕຶກອາຄານທີ່ສູງທີ່ສຸດໃນປະເທດລາວ, ມາຮອດປັດຈຸບັນກໍາລັງລົງມືກໍ່ສ້າງ, ຄາດວ່າການກໍ່ສ້າງຈະສຳເລັດໃນປີ 2028.

      ໂຄງການດັ່ງກ່າວ, ຖືກອອກແບບໃຫ້ມີຄວາມຫລູຫລາພາຍໃນ 2 ອາຄານປະກອບມີໂຮງແຮມ 5 ດາວ, ຄອນໂດມີນຽມ, ສູນການຄ້າ, ຮ້ານອາຫານ, ສະລອຍນ້ຳກະຈົກໃສກາງແຈ້ງ, ສູນອອກກຳລັງກາຍ, ສະຖານທີ່ຈັດກອງປະຊຸມ, ສະຖານທີ່ຈັດງານລ້ຽງ ແລະ ອື່ນໆ. ຄາດວ່າພາຍຫລັງກໍ່ສ້າງສຳເລັດໂຮງແຮມ ແລະ ຄອນໂດດັ່ງກ່າວຈະກາຍເປັນສະຖານທີ່ຮັບຮອງແຂກສຳຄັນຂອງປະເທດ, ລວມເຖິງນັກທ່ອງທ່ຽວຕ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນ.

     ສຳລັບການກ່ໍສ້າງອາຄານແມ່ນນຳໃຊ້ເຄື່ອງມືທີ່ທັນສະໄໝ, ມີທີມງານນັກອອກແບບທີ່ມີຊື່ສຽງລະດັບສາກົນ, ມີແຫລ່ງສະໜອງວັດສະດຸທີ່ມີຄຸນນະພາບ, ຍຶດໝັ້ນຕາມຫລັກການຂອງການດຳເນີນທຸລະກິດຢ່າງຈິງໃຈ, ເປີດກ້ວາງ, ເຕີບໃຫຍ່ ແລະ ມີຜົນປະໂຫຍດຮ່ວມກັນມາໂດຍຕະຫລອດ, ເປັນຜູ້ນຳໃນຂະແໜງການພັດທະນາອະສັງຫາລິມະຊັບ. ຂະນະດຽວກັນນັ້ນ, ຍັງຕັ້ງໜ້າຂະຫຍາຍທຸລະກິດຂະແໜງການຄ້າສາກົນ, ມຸ່ງໝັ້ນໃຫ້ບໍລິການອຳນວຍຄວາມສະດວກແບບຄົບວົງຈອນໃຫ້ແກ່ລູກຄ້າ ແລະ ແກ້ໄຂ    ບັນຫາທາງການຄ້າໃຫ້ແກ່ລູກຄ້າອີກດ້ວຍ. ເພື່ອບັນລຸການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຢ່າງກົມກຽວ, ສ້າງສາຕົວເມືອງໃຫ້ມີຄວາມສີວິໄລ ແລະ ໜ້າຢູ່ອາໄສ, ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງຕົວເມືອງ ແລະ ພັດທະນາແບບຍືນຍົງຢ່າງຫ້າວຫັນ.

      ໂຄງການລາວເຊັນເຕີ ຕັ້ງຢູ່ບ້ານ ພະໂພ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ພາຍຫລັງກໍ່ສ້າງສຳເລັດ ແລະ ເປີດໃຫ້ບໍລິການຈະສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຫລາຍກວ່າ 500 ຕຳແໜ່ງ, ປັດຈຸບັນໂຄງການດ່ັງກ່າວ, ແມ່ນເປີດໃຫ້ຈັບຈ່ອງຄອນໂດແລ້ວ, ທ່ານໃດສົນໃຈສາມາດຕິດຕໍ່ສອບຖາມໄດ້ທີ່ສູນຂາຍຢູ່ໜ້າສູນການຄ້າພາກຊັນ ຫລື ໂທ 020 52143333, 020 51563333.

      ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ບຸນພະເຫວດສັນດອນ ຮີດຄອງປະເພນີອັນດີງາມຂອງຊາວພຸດບົດ-ສາລະຄະດີ

      ບຸນພະເຫວດສັນດອນ ຮີດຄອງປະເພນີອັນດີງາມຂອງຊາວພຸດ

      3/3/2026 10:54:31 AM

      ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ບຸນພະເຫວດສັນດອນ ແມ່ນບຸນປາງໃຫຍ່ປະຈຳປີຂອງຄົນລາວຊາວພຸດ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ແລະ ເມື່ອມໍ່ໆມານີ້ອົງການປົກຄອງບ້ານທາງແບ່ງຫລັກ 48 ເມືອງປະທຸມພອນ ແຂວງຈຳປາສັກ ຮ່ວມກັບພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດງານບຸນມະຫາຊາດ ຫລື ງານແຫ່ພະເຫວດສັນດອນຊາດົກເຂົ້າເມືອງ ປະຈຳປີ 2026 ຂຶ້ນຢ່າງຍິ່ງໃຫຍ່

    • ລ້ຽງປະສົມ ປະສານມີກຳໄລເຖິງ 2 ຕື້ກວ່າກີບບົດ-ສາລະຄະດີ

      ລ້ຽງປະສົມ ປະສານມີກຳໄລເຖິງ 2 ຕື້ກວ່າກີບ

      3/3/2026 10:49:09 AM

      ຂປລ. ການເຮັດອາຊີບຫຍັງ ກໍຕາມ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມ ເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດ ຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳ ແຮງຂອງຕົນແລ້ວ ຄວາມສຳເລັດ ກໍມາຫາເມື່ອນັ້ນ. ເໝືອນດັ່ງການ ສ້າງເສດຖະກິດຄອບຄົວ ໂດຍການ ລ້ຽງໄກ່ພັນໄຂ່, ລ້ຽງໝູ, ລ້ຽງປາ ແລະ ປູກຢາງພາລາເປັນສິນຄ້າ ຂອງຄອບຄົວ ທ່ານ ແສງແກ້ວ ແຄະພິມມ່ວງ ເຈົ້າຂອງກິດຈະການ ໄຊຍະສອນຟາມ ຢູ່ບ້ານນາໄຊ ເມືອງລ້ອງຊານ ແຂວງໄຊສົມບູນ

    • ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນບົດ-ສາລະຄະດີ

      ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນ

      3/3/2026 9:49:37 AM

      ຂປລ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ

    • ຊາດາກຈຶງ ສ້າງຊື່ສຽງໃນຕະຫລາດພາຍໃນ ແລະ ກຽມພ້ອມສົ່ງອອກຕ່າງປະເທດບົດ-ສາລະຄະດີ

      ຊາດາກຈຶງ ສ້າງຊື່ສຽງໃນຕະຫລາດພາຍໃນ ແລະ ກຽມພ້ອມສົ່ງອອກຕ່າງປະເທດ

      3/3/2026 9:44:24 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ຜະລິດ​ຕະພັນ​ລາວ​ທີ່​ຄົນ​ລາວ​ເຮົາ​ນິຍົມບໍລິ​ໂພ​ກກໍ​ຕ້ອງ​ແມ່ນຜະ​ລິດ​ຕະພັນ​ປະ​ເພດ​ຊາ ​ແລະ ກາ​​ເຟ ​ເນື່ອງ​ຈາກ​ວ່າ ບ້ານ​ເຮົາ​ມີ​ວັດຖຸ​ດິບ​ທີ່​ດີ ​ແລະ ມີ​ຊື່ສຽງ ຢູ່​ແຕ່ລະ​ທ້ອງ​ຖິ່ນ ຈຶ່ງ​ເຮັດ​​ໃຫ້​ນັກທຸລະກິດ​ຫລາຍ​ທ່ານ ​ເຫັນ​ເຖິງ​ຄວາມ​ສໍາຄັນ ຈຶ່ງຫັນ​ປ່ຽນວັດຖຸ​ດິບ​ທີ່​ມີ​ຢູ່​ໃນທໍາ​ມະ​ຊາດ ມາປຸງແຕ່ງ​​ເປັນ​ຜະລິດ​ຕະພັນ​ທີ່ດີມີຄຸນນະພາບ​ຕໍ່ສຸຂະພາບ​ຂອງຄົນເຮົາ ​

    • ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂບົດ-ສາລະຄະດີ

      ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂ

      2/26/2026 1:48:29 PM

      ຂປລ. ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຂ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ​(ສສຂ) ຊຸດທີ V ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກ ຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະ​ພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນ​ດາເຜົ່າ.

ads
ads

Top