ຂປລ
ຂປລ. ທ່າມກາງບັນຍາກາດອັນເບີກບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະ ນັກຮົບໃນທົ່ວປະເທດ ພວມອອກແຮງແຂ່ງຂັນກັນສ້າງຜົນງານ ແລະ ຂະບວນ ການອັນຟົດຟື້ນ ໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ກໍພໍດີ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກ ຂອງປວງຊົນລາວ.

ຂປລ. ທ່າມກາງບັນຍາກາດອັນເບີກບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະ ນັກຮົບໃນທົ່ວປະເທດ ພວມອອກແຮງແຂ່ງຂັນກັນສ້າງຜົນງານ ແລະ ຂະບວນ ການອັນຟົດຟື້ນ ໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ກໍພໍດີ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກ ຂອງປວງຊົນລາວ.
ກ່ອນໜ້ານີ້ 105 ປີ ໂລກມະນຸດ ໄດ້ເກີດມີວິລະບູລຸດ ໄກສອນ ພົມວິຫານ ກໍາເນີດຂຶ້ນທີ່ບ້ານ ນາແຊງ ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ໃນສະພາບແວດລ້ອມທີ່ປະຊາຊົນລາວ ຖືກກົດຂີ່ຂົ່ມ ເຫັງຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີອິດສະພາບ, ຖືກເກນໄປເປັນຂ້ອຍຂ້າ, ເປັນຂ້າທາດ ຮັບໃຊ້ຝຣັ່ງທຸກ ຮູບແບບ, ຊາຕາກໍາຂອງຊາດ ແລະ ຂອງປະຊາຊົນ ຈົ່ມຢູ່ໃນຄວາມສິ້ນຫວັງ; ຂະບວນການຕໍ່ສູ້ຂອງບັນດາ ນັກຮັກຊາດທັງຫລາຍໃນຕົ້ນສະຕະວັດທີ XX ໄດ້ລຸກຮືຂຶ້ນຢ່າງຕໍ່ເນື່ອງ ແຕ່ບັນດາຂະບວນການຕ່າງໆບໍ່ໄດ້ ຮັບໄຊຊະ ຈົນກວ່າຈະມີພັກກອມມູນິດກໍາເນີດຂຶ້ນ ແລະ ພັກແຄວ້ນລາວນໍາພາ. ໃນທ່າມກາງບັນຍາກາດ ອັນແສນສາຫັດ ປະທານ ໄກສອນ ພົມວິຫານ ໃນເມື່ອເຍົາໄວ ໄດ້ແຕ່ຕັ້ງໃຈຮ່ໍາຮຽນ, ຊອກຫາຄວາມຮູ້ໃໝ່ ບົນເສັ້ນທາງການສຶກສານັບແຕ່ຊັ້ນປະຖົມສຶກສາ, ມັດທະຍົມສຶກສາ, ອຸດົມສຶກສາພາສາຝຣັ່ງ ແລະ ຮຽນທີ່ ວິທະຍາໄລແພດສາດ, ວິທະຍາໄລກົດໝາຍທີ່ຮ່າໂນ້ຍ ສສ ຫວຽດນາມ. ໃນຂະບວນວິວັດການຮ່ໍາຮຽນ ນັ້ນ ສະພາບການຢູ່ອິນດູຈີນໄດ້ມີການຜັນແປຢ່າງສັບສົນ ແລະ ສົ່ງຜົນກະທົບເຖິງ 3 ປະເທດໃນອິນດູຈີນ, ປະທານ ໄກສອນ ພົມວິຫານ ຮູ້ດີກ່ຽວກັບທ່າອ່ຽງຂະຫຍາຍຕົວ ຂອງສະພາບການຢູ່ລາວ ແລະ ຫວຽດນາມ , ທ້າຍປີ 1944 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເປັນສະມາຊິກສະມາຄົມຊາວຫນຸ່ມກູ້ຊາດຫວຽດນາມ (ຫວຽດມິນ) ເຊິ່ງເປັນບາດກ້າວທໍາອິດ ຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພີ່ນເປັນຜູ້ຫນຶ່ງໃນ ບັນດາຜູ້ຮັກຊາດເຂົ້າຮ່ວມໃນຂະບວນການຢຶດອໍານາດການປົກຄອງຈາກກໍາມືຂອງພວກຍີ່ປຸ່ນຢູ່ແຂວງ ສະ ຫວັນນະເຂດ ໃນວັນທີ 23 ສິງຫາ 1945, ນັ້ນຄືຈຸດເລີ່ມຕົ້ນຂອງການເຄື່ອນໄຫວປະຕິວັດ ຂອງປະທານໄກສອນ ພົມວິຫານ.
ບົນເສັ້ນທາງປະຕິວັດອັນຍືດເຍື້ອຍາວນານນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍ ທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ. ເພິ່ນໄດ້ປະຕິບັດບົດບາດເປັນແກ່ນກາງສໍາຄັນ ໃນການນໍາພາສ້າງຕັ້ງກອງທັບປະຊາຊົນລາວ (ກອງລາດຊະວົງ) ແລະ ສ້າງຕັ້ງພັກປະຊາຊົນລາວ, ໄດ້ນໍາພາ ຂະບວນການຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງຈັກກະພັດຝຣັ່ງ ແລະ ອາເມລິກາ ດ້ວຍຫລາຍຮູບການ ແລະ ວິທີການ: ໄດ້ຊີ້ນໍາການປະຕິວັດ ແລະ ລວມລາວຄັ້ງທີໜຶ່ງ, ຊີ້ນໍາດ້ານທິດທາງ, ວິທີເຈລະຈາ, ນໍາໃຊ້ຍຸດໂທບາຍປະນິປະນອມຢ່າງມີຫລັກການ; ໄດ້ມີການຊີ້ນໍາໃນການຫັນທິດຕໍ່ສູ້ ແລະ ວາງນະໂຍບາຍການຕໍ່ສູ້, ສົມທົບການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ແບບອື່ນ, ຕ້ານການແຊກແຊງຂອງພວກຈັກກະພັດອາເມລິກາ, ຕ້ານນະໂຍບາຍທໍລະຍົດຊາດ, ທໍາລາຍປະຊາຊົນຂອງລັດຖະບານຫຸ່ນ, ຮູ້ໝູນໃຊ້ຮູບການ ແລະ ວິທີການຕໍ່ສູ້ຢ່າງຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ; ໄດ້ຊີ້ນໍາກອງພັນທີສອງປະເທດລາວ ຕີຜ່າວົງ ປິດລ້ອມຂອງສັດຕູ (18/5-2/6/1959) ແລະ ຊີ້ນໍາໂດຍກົງກ່ຽວກັບແຜນການເອົາບັນດາຜູ້ນໍາແນວລາວຮັກ ຊາດ ໂຕນອອກຈາກຄຸກໂພນເຄັງກັບຄືນຖານທີ່ຫມັ້ນການປະຕິວັດ ດ້ວຍຄວາມປອດໄພ (24/05/1960), ໄດ້ຊີ້ນໍາການຢຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດ ແບບບົວບໍ່ຊ້ໍານ້ໍາບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ; ໄດ້ຊີ້ນໍາ ແລະ ບັນຊາການຫລາຍຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆ, ສາມາດປົດປ່ອຍປະເທດ ຊາດໄດ້ຢ່າງມີໄຊ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ຫວນຄືນ 50 ປີກ່ອນນີ້, ພາຍໃຕ້ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຝຣັ່ງ ແລະ ຜູ້ທີ່ມີອໍານາດຢູ່ແຕ່ລະທ້ອງຖິ່ນ; ເສດຖະກິດພົບຄວາມຫຍຸ້ງຍາກ, ການສຶກສາຍັງຈໍາກັດຫລາຍ, ລະບົບໂຮງຮຽນມີພຽງແຕ່ສໍາລັບລູກຫລານຂອງຜູ້ທີ່ມີຖານະໃນສັງຄົມ, ຊາວບ້ານ ສ່ວນໃຫຍ່ບໍ່ໄດ້ມີໂອກາດໄດ້ເຂົ້າຮຽນ; ພື້ນຖານໂຄງລ່າງພາຍໃນປະເທດຖືກສົງຄາມ ທໍາລາຍຢ່າງໜັກໜ່ວງ....ແຕ່ປະຊາຊົນບັນດາເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ໄດ້ຍອມຈໍານົນສັດຕູ, ຄວາມຄຽດແຄ້ນຍິ່ງເພີ່ມທະວີ, ຂະບວນການຕໍ່ສູ້ກໍນັບມື້ຍົກລະດັບຂຶ້ນ ກາຍເປັນຂະບວນການຕໍ່ສູ້ຂອງມະຫາຊົນທີ່ຂະຫຍາຍກວ້າງອອກໄປທົ່ວປະເທດ ແລະ ກໍາລັງຕໍ່ສູ້ປະຕິວັດ ກໍນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ. ຫລັງຈາກ ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1930, ອິດທິພົນ ຂອງພັກກອມມູນິດອິນດູຈີນ ໄດ້ຂະຫຍາຍຕົວແຮງ ແລະ ກວ້າງຂວາງ ຢູ່ 3 ປະເທດອິນດູຈີນ, ໃນປີ 1934 ຄະນະພັກແຄວ້ນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນພັກກອມມູນິດອິນດູຈີນ, ພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ ຂະບວນການຕໍ່ສູ້ຂອງປະຊາຊົນລາວ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ຈົນສາມາດຢຶດອໍານາດການປົກຄອງປະ ກາດເອກະລາດໃນວັນທີ 12 ຕຸລາ 1945, ໄຊຊະນະດັ່ງກ່າວ ມີຄວາມໝາຍທາງປະຫວັດສາດອັນສໍາຄັນທີ່ສຸດ, ມັນເປັນເທື່ອທໍາອິດທີ່ປະຊາຊົນລາວບັນດາເຜົ່າ ໄດ້ກັບຄືນມາເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງຊາຕາກໍາ ຂອງຕົນ ພາຍຫລັງທີ່ຕົກເປັນຂ້ອຍຂ້າ, ຖືກກົດຂີ່ມາເປັນເວລາ 100 ກວ່າປີ, ໄຊຊະນະນັ້ນໄດ້ເປີດສາກໃຫ້ແກ່ສະໄໝໃໝ່, ສະໄໝທີ່ປະຊາຊົນເຮົາ ໄດ້ຮັບການປຸກລະດົມ ໃຫ້ຕື່ນຕົວເຂົ້າຮ່ວມການຕໍ່ສູ້ທີ່ ເອົາເປັນເອົາຕາຍກັບສັດຕູ ເພື່ອກອບກູ້ປະເທດຊາດບ້ານເມືອງ. ປະເທດລາວມີເອກະລາດໄດ້ບໍ່ດົນ ໃນເດືອນ ມີນາ ປີ 1946, ພວກລ່າເມືອງຂຶ້ນຝຣັ່ງ ກໍໄດ້ກັບຕ່າວຄືນມາຮຸກຮານປະເທດ ຂອງພວກເຮົາອີກຄັ້ງທີສອງ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການອັນໃໝ່ ຂອງການປະຕິ ວັດທີ່ຂະຫຍາຍຕົວສູງຂຶ້ນ ພັກໄດ້ວາງແນວທາງຍຸດທະສາດ ທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ຂອງການປະຕິວັດ, ໃນວັນທີ 20 ມັງກອນ 1949 ກອງທັບປະຊາຊົນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ; ພາຍໃຕ້ການນໍາພາ ຂອງພັກ, ຫລັງຈາກນັ້ນ ກອງທັບ ແລະ ປະຊາຊົນເຮົາ ນັບມື້ຍາດໄດ້ໄຊຊະນະໃຫຍ່ຫລວງໃນທົ່ວສະໜາມຮົບອິນດູຈີນ, ຈົນພວກລ່າເມືອງຂຶ້ນຝຣັ່ງຈໍາຕ້ອງເຊັນສັນຍາເຊີແນວ ປີ 1954 ກ່ຽວກັບອິນດູຈີນ, ຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດ, ລາວ, ຫວຽດນາມ ແລະ ກໍາປູເຈຍ ເຮັດໃຫ້ແອກຄອບຄອງເປັນເວລາ 60 ກວ່າປີ ຂອງພວກລ່າເມືອງຂຶ້ນຝຣັ່ງ ຢູ່ປະເທດເຮົາສິ້ນສຸດລົງ, ປະກອບສ່ວນເຂົ້າໃນການເປີດສາກ ແລະ ຊຸກຍູ້ຂະບວນວິວັດແຫ່ງການພັງທະລາຍ ຂອງລັດທິລ່າເມືອງຂຶ້ນແບບເກົ່າ ໃນຂອບເຂດທົ່ວໂລກ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ທີ່ດໍາເນີນຢູ່ນະຄອນຫລວງວຽງຈັນ ໄດ້ປະກາດຢ່າງສະຫງ່າຜ່າເຜີຍ ລົບລ້າງລະບອບລາຊາທິປະໄຕທີ່ພົ້ນສະໄໝ, ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນແທນ, ເຮັດໃຫ້ການປະຕິວັດຊາດປະຊາທິປະໄຕ ຢູ່ປະເທດເຮົາ ໄດ້ຮັບໄຊຊະນະຢ່າງສະຫງ່າງາມ ແລະ ເປັນການສິ້ນສຸດແອກຄອບຄອງອັນໂຫດຮ້າຍສາມານຂອງສັກດີນາ ແລະ ລະບອບລ່າເມືອງຂຶ້ນ ຢູ່ປະເທດເຮົາລົງໂດຍສິ້ນເຊີງ, ໄຂສັງກາດໃໝ່ສັງກາດແຫ່ງຄວາມເປັນເອກະລາດ ອິດສະລະພາບ ແລະ ກ້າວຂຶ້ນສັງຄົມນິຍົມ ຂອງຊາດລາວເຮົາ, ແມ່ນໄຊຊະນະປະຫວັດສາດ ທີ່ມີຄວາມໝາຍຍຸກສະໄໝອັນເລິກເຊິ່ງ, ເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ທີ່ເຕັມໄປດ້ວຍຄວາມເສຍສະລະ, ຄວາມຍາກລໍາບາກຕະຫລອດໄລຍະຫລາຍສິບປີ ຂອງປະຊາຊົນເຮົາ ພາຍໃຕ້ການນໍາພາ ຂອງພັກກອມມູນິດ ອິນດູຈີນ ໃນເມື່ອກ່ອນ ແລະ ຂອງພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ.
KPL