ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ

11/12/2025 13:46
ຂປລ ຂປລ. ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ ທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ.

(ເນື່ອງໃນໂອກາດຄົບຮອບ 105 ປີ  ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ເປັນທີ່ເຄົາລົບຮັກ)

ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ

ຂປລ. ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ ທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.

ໃນປີ 1935, ເມື່ອທ່ານເດີນທາງໄປສຶກສາທີ່ໂຮງຮຽນເບືອຍ ຢູ່ຮ່າໂນ້ຍ (ປັດຈຸບັນຄື ໂຮງຮຽນມັດທະຍົມຕອນປາຍ ຈູ ວັນ ອານ, ທ່ານປະທານ ໄກສອນ ພົມວິຫານ ໄດ້ມີໂອກາດສຶກສາແນວຄິດ ມາກ-ເລນິນ ລວມທັງຮັບຮູ້ເຖິງຂະບວນການຕໍ່ສູ້ເພື່ອປົດປ່ອຍຊາດທີ່ກຳລັງຂະຫຍາຍຕົວໃນອິນດູຈີນ. ນັບແຕ່ນັ້ນ, ທ່ານໄດ້ຕິດແໜ້ນກັບສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ, ເຊິ່ງຕໍ່ມາທ່ານໄດ້ຢໍ້າວ່າເປັນອາວຸດທາງການເມືອງ ແລະ ມະນຸດສະທຳທີ່ນຳພາການປະຕິວັດລາວໄປສູ່ຄວາມສຳເລັດ.

ໄລຍະປີ 1940-1945, ພາຍໃຕ້ອິດທິພົນຂອງການປະຕິວັດເດືອນສິງຫາໃນຫວຽດນາມ ແລະ ຂະບວນການປົດປ່ອຍຊາດໃນພາກພື້ນທີ່ກຳລັງເຕີບໃຫຍ່, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມເຄື່ອນໄຫວລັບ ແລະ ຈັດຕັ້ງກອງກຳລັງປະກອບອາວຸດຢູ່ລາວ. ດ້ວຍວິໄສທັດຍຸດທະສາດ, ທ່ານໄດ້ເຫັນວ່າການປະຕິວັດລາວຕ້ອງກ້າວໄປຄຽງຄູ່ກັບການປະຕິວັດຂອງຫວຽດນາມ ແລະ ຂະບວນການປະຕິວັດອິນດູຈີນ ລວມທັງຕ້ອງອາໄສພະລັງຄວາມສາມັກຄີເປັນເອກະພາບພາຍໃນຊາດ ແລະ ພະລັງສາກົນຂອງຊົນຊັ້ນກຳມະກອນ.

ຕະຫລອດເສັ້ນທາງການປະຕິວັດຂອງທ່ານ, ໂດຍສະເພາະໃນໄລຍະປີເດືອນແຫ່ງການຕໍ່ສູ້ຮ່ວມກັບຫວຽດນາມ ເພື່ອຂັບໄລ່ສັດຕູຮ່ວມ ແລະ ປົດປ່ອຍຊາດ, ປະທານ ໄກສອນ ພົມວິຫານ ໄດ້ມີຄວາມເຄົາລົບຮັກເປັນພິເສດ, ຄວາມເຄົາລົບ ແລະ ຄວາມເຊື່ອໝັ້ນຢ່າງຍິ່ງຕໍ່ ປະທານ ໂຮ່ຈີ່ມິງ ແລະ ສະຫາຍ ຫວຽດນາມ. ຄວາມຜູກພັນທີ່ແໜ້ນແຟ້ນນີ້ໄດ້ກາຍເປັນໜຶ່ງໃນຮາກຖານທີ່ແຂງແກ່ນໃຫ້ສອງພັກ ແລະ ປະຊາຊົນທັງສອງປະເທດຢືນຢັດຄຽງຂ້າງກັນຕະຫລອດໄລຍະປະຫວັດສາດຂອງສອງຊາດ.

ປັດຈຸບັນຍັງມີສະຖານທີ່ສຳຄັນຫລາຍແຫ່ງໃນຫວຽດນາມ ທີ່ສະທ້ອນຮ່ອງຮອຍຕິດພັນກັບການປະຕິວັດຂອງ ທ່ານປະທານ ໄກສອນ ພົມວິຫານ ເຊັ່ນ: ເຂດອະນຸສອນ ບ້ານ ລາວໂຄ້, ແຂວງ ເຊີນລາ ເຊິ່ງເປັນສະຖານທີ່ຈັດຕັ້ງກອງກຳລັງກອງນຳໜ້າລາວເໜືອເມື່ອປີ 1948 ໂດຍມີທ່ານປະທານ ໄກສອນ ພົມວິຫານ ເປັນຫົວໜ້າກອງກຳລັງ; ເຂດອະນຸສອນການປະຕິວັດລາວ, ບ້ານລອງງອຍ-ດ່າບ້ານ, ແຂວງ ຕວຽນກວາງ, ສະຖານທີ່ຈັດການປະຊຸມໃຫຍ່ແນວ ລາວອິດສະຫລະ ແລະ ສ້າງຕັ້ງລັດຖະບານລາວຊົ່ວຄາວ ທີ່ໄດ້ເລືອກຕັ້ງທ່ານ ໄກສອນ ພົມວິຫານ ດຳລົງຕຳແໜ່ງ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງລາວ.

ສະຖານທີ່ດັ່ງກ່າວ ບໍ່ໄດ້ພຽງແຕ່ປະທັບຮອຍເຫດການປະຫວັດສາດສຳຄັນຂອງການຕໍ່ສູ້ປົດປ່ອຍຊາດເທົ່ານັ້ນ ຍັງເປັນສະຖານທີ່ ທີ່ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ວາງຮາກຖານແຫ່ງຄວາມຜູກພັນ ແລະ ພັນທະມິດການຕໍ່ສູ້ລະຫວ່າງ ລາວ-ຫວຽດນາມ. ສາຍພົວພັນດັ່ງກ່າວໄດ້ກາຍເປັນແບບຢ່າງອັນງົດງາມ ແລະ ຫາຍາກໃນໂລກ, ເປັນຊັບສົມບັດອັນລ້ຳຄ່າຮ່ວມກັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ເປັນກົດເກນຂອງການຄົງຕົວ ແລະ ການພັດທະນາ, ເປັນໜຶ່ງໃນປັດໄຈຮັບປະກັນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະຊາດ ແລະ ເປັນພະລັງຍິ່ງໃຫຍ່ທີ່ມີຄວາມໝາຍຕໍ່ຄວາມເປັນຢູ່ຂອງການສ້າງສາ ແລະ ປົກປ້ອງປະເທດຊາດຂອງທັງສອງປະເທດ. ເຖິງແມ່ນຕ້ອງຜະເຊີນໜ້າກັບອຸປະສັກ ແລະ ການຕໍ່ຕ້ານຈາກກຸ່ມປໍລະປັກທີ່ບໍ່ຫວັງດີ ແຕ່ສາຍພົວພັນດັ່ງກ່າວກໍຍັງຄົງໄດ້ຮັບການເສີມສ້າງໃຫ້ໝັ້ນຄົງຍິ່ງຂຶ້ນຕາມການເວລາ.

ຕະຫລອດໄລຍະການນຳພາການປະຕິວັດລາວ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ຄວາມຜູກພັນລະຫວ່າງການປະຕິວັດລາວ ແລະ ຫວຽດນາມ. ໃນບັນດາປຶ້ມ ແລະ ສູນທອນພົດຂອງທ່ານ ໄດ້ຢືນຢັນຢ່າງໜັກແໜ້ນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ວ່າ: “ບໍ່ວ່າໃນສະຖານະການໃດ ຫລື ບ່ອນໃດ, ສອງຊາດອ້າຍນ້ອງ ລາວ-ຫວຽດນາມ ຂອງພວກເຮົາຈະຢູ່ຄຽງບ່າຄຽງໄຫລ່, ດຳເນີນການປະຕິວັດຮ່ວມກັນ. ຄວາມສຳເລັດຂອງການປະຕິວັດຫວຽດນາມ ຄືໄຊຊະນະຮ່ວມຂອງພວກເຮົາແລະ ມິດຕະພາບ ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນລະຫວ່າງ ລາວ-ຫວຽດນາມ ເປັນເໝືອນອັນຍະມະນີອັນລ້ຳຄ່າ, ເປັນມູນມໍລະດົກທີ່ລໍ້າຄ່າ”. ເປັນສາຍພົວພັນທີ່ຫລໍ່ຫລອມດ້ວຍນໍ້າໃຈຂອງການແບ່ງປັນ, ເຖິງແມ່ນພຽງເມັດເຂົ້າ ຫລື ຜັກໃບດຽວ, ການຮ່ວມທຸກ ແລະ ຮ່ວມກັນຕໍ່ສູ້ຈົນໄດ້ຮັບໄຊຊະນະ. ທ່ານຍັງຢືນຢັນວ່າ: “ໃນປະຫວັດສາດປະຕິວັດຂອງໂລກ, ມີຕົວຢ່າງຫລາຍຢ່າງກ່ຽວກັບຄວາມເປັນສາກົນຂອງຊົນຊັ້ນກຳມະກອນ, ແຕ່ຍັງບໍ່ເຄີຍມີສາຍພົວພັນໃດທີ່ຍືນຍາວ  ແລະ ແໜ້ນແຟ້ນຄືສາຍພົວພັນ ລາວ-ຫວຽດນາມ. ສາຍພົວພັນນີ້ໄດ້ກາຍເປັນແບບຢ່າງທີ່ພິເສດ, ຊື່ສັດ, ບໍລິສຸດ ແລະ ໝັ້ນຄົງຍິ່ງຂຶ້ນເລື້ອຍໆ. ພວກເຮົາຂໍໃຫ້ຄຳໝັ້ນສັນຍາທີ່ຈະທະນຸບຳລຸງມິດຕະພາບ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ ແລະ ຍືນຍົງຕະຫລອດໄປ”.

ພາຍຫລັງການປະຕິວັດໄດ້ໄຊຊະນະຢ່າງສົມບູນ ລາວ ແລະ ຫວຽດນາມ ໃນປີ 1975, ທັງສອງປະເທດໄດ້ກ້າວເຂົ້າສູ່ໄລຍະສ້າງສາປະເທດ, ປົກປ້ອງປະເທດຊາດ, ປະຕິຮູບ ແລະ ເຊື່ອມໂຍງເຂົ້າກັບສາກົນ. ສາຍພົວພັນ ລາວ-ຫວຽດນາມ ຈຶ່ງກ້າວສູ່ຂັ້ນຕອນໃໝ່ທີ່ມີຄວາມກ້າວໜ້າຢ່າງແທ້ຈິງ ແລະ ຮອບດ້ານຫລາຍຍິ່ງຂຶ້ນ. ທັງສອງປະເທດໄດ້ລົງນາມ ແລະ ຈັດຕັ້ງປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977), ຕະຫລອດເຖິງຂໍ້ຕົກລົງສຳຄັນອີກຫລາຍສະບັບໃນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຄວາມສະຫງົບ-ປ້ອງກັນຊາດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະ ເຕັກນິກ. ຕະຫລອດເຄິ່ງສັດຕະວັດທີ່ຜ່ານມາ, ສາຍພົວພັນ ລາວ-ຫວຽດນາມ ໄດ້ພັດທະນາຢ່າງຮອບດ້ານ ແລະ ກາຍເປັນຕົ້ນແບບຂອງຄວາມສາມັກຄີພິເສດລະຫວ່າງສອງຊາດ.

ພາຍຫລັງການເຖິງແກ່ມໍລະນະກຳຂອງປະທານ ໄກສອນ ພົມວິຫານ (21 ພະຈິກ 1992), ຜູ້ນຳຮຸ່ນຕໍ່ມາຂອງທັງສອງປະເທດໄດ້ສືບທອດພາລະກິດຂອງຜູ້ນຳຮຸ່ນກ່ອນ ແລະ ເພີ່ມພູມຄູນສ້າງສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ພັດທະນາຍິ່ງຂຶ້ນ. ຈາກກອບມິດຕະພາບດັ້ງເດີມ, ຄວາມເປັນນໍ້າໜຶ່ງໃຈດຽວກັນພິເສດ ແລະ ການຮ່ວມມືຮອບດ້ານໄດ້ຍົກລະດັບສູ່ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນເປັນຍຸດທະສາດ. ທັງສອງປະເທດຍັງຄົງຍຶດໝັ້ນມູນເຊື້ອຄວາມສາມັກຄີໃນພາລະກິດການຕໍ່ສູ້ປົດປ່ອຍຊາດໃນອະດີດ ແລະ ຮ່ວມມືສະໜັບສະໜູນກັນ ແລະ ກັນໃນການປ່ຽນແປງໃໝ່, ຊ່ວຍກັນສ້າງສາ, ປົກປ້ອງ ແລະ ພັດທະນາປະເທດ.

ທ່າມກາງບັນຍາກາດທີ່ປະຊາຊົນລາວບັນດາເຜົ່າລະນຶກວັນຄົບຮອບ 105 ປີ ວັນເກີດຂອງ ປະທານ ໄກສອນ ພົມວິຫານ, ພວກເຮົາຂໍສະແດງຄວາມຊົມຊື່ນຍິນດີທີ່ເຫັນວ່າ, ສາຍພົວພັນພິເສດ ລາວ-ຫວຽດນາມ ເຊິ່ງໄດ້ຮັບການວາງຮາກຖານໂດຍປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໂດຍຜູ້ນຳ ແລະ ປະຊາຊົນຂອງທັງສອງປະເທດຕະຫລອດຫລາຍຊ່ວງເວລາ ຍັງຄົງງອກງາມໃນທຸກສະຖານະການ.

ໃນອະນາຄົດ, ພວກເຮົາຂໍເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາທີ່ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຜູກພັນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ຈະໄດ້ຜູ້ນໍາ ແລະ ປະຊາຊົນສອງຊາດ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໃຫ້ຍືນຍົງ ແລະ ພັດທະນາໃຫ້ສູ່ລວງເລິກ ແລະ ມີຄວາມໝາຍຍິ່ງຂຶ້ນ ສອດຄ່ອງກັບຍຸກສະໄໝໃໝ່. ທັງສອງຝ່າຍຈະສືບຕໍ່ປະຕິບັດຕາມສັນຍາ, ຂໍ້ຕົກລົງ ແລະ ການຮ່ວມມືທີ່ຜູ້ນຳລະດັບສູງຂອງທັງສອງພັກ ແລະ ສອງລັດໄດ້ຕົກລົງໄວ້ ເພື່ອຊຸກຍູ້ສາຍພົວພັນ ລາວ-ຫວຽດນາມ ໃຫ້ກ້າວສູ່ລະດັບໃໝ່ທີ່ສູງຂຶ້ນ, ນຳຜົນປະໂຫຍດທີ່ເປັນຮູບປະທຳມາສູ່ປະຊາຊົນທັງສອງປະເທດ ແລະ ມີສ່ວນຮ່ວມຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກ.

 

KPL

ຂ່າວອື່ນໆ

ads
ads

Top