ສສ ຫວຽດນາມ-ສປ ຈີນ ຊຸກຍູ້ການຮ່ວມມືເສດຖະກິດເຂດຊາຍແດນ

12/12/2025 05:41
ຂປລ ງານຕະຫລາດນັດ ການຄ້າ, ການທ່ອງທ່ຽວ ສາກົນ ຫວຽດນາມ-ຈີນ ຄັ້ງທີ 17 ປີ 2025 ດ້ວຍຫົວຂໍ້ “ການຮ່ວມມື ຂະແໜງ ວີຊາຊີບ-ການຮ່ວມມື ພັດທະນາ” ໄດ້ໄຂຂຶ້ນ ໃນວັນທີ 11 ທັນວານີ້ ຢູ່ຕາແສງ ມອງກາຍ 1 ແຂວງ ກວາງນິງ

 ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ງານຕະຫລາດນັດ ການຄ້າ, ການທ່ອງທ່ຽວ ສາກົນ ຫວຽດນາມ-ຈີນ ຄັ້ງທີ 17 ປີ 2025 ດ້ວຍຫົວຂໍ້ “ການຮ່ວມມື ຂະແໜງ ວີຊາຊີບ-ການຮ່ວມມື ພັດທະນາ” ໄດ້ໄຂຂຶ້ນ ໃນວັນທີ 11 ທັນວານີ້ ຢູ່ຕາແສງ ມອງກາຍ 1 ແຂວງ ກວາງນິງ.ຈາກນັ້ນ, ທ່ານ ຫວູ້ບາຝູ, ຫົວໜ້າກົມ ສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນໜັກວ່າ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ຫວຽດນາມ-ຈີນ ພວມກ້າວເຂົ້າສູ່ “ໄລຍະທອງທີ 2”, ສ້າງພື້ນຖານສະດວກໃຫ້ແກ່ການຄ້າສອງຝ່າຍເຕີບໂຕຢ່າງແຮງ. ໃນ 10 ເດືອນຜ່ານມາ, ການແລກປ່ຽນການຄ້າສອງຝ່າຍບັນລຸ 207.8 ຕື້ໂດລາສະຫະລັດ.ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຍາມໃດ ກໍ່ຖືເປັນສຳຄັນ ແລະ ເພີ່ມທະວີ ການສົມທົບ ຢ່າງແໜ້ນແຟ້ນ ກັບບັນດາ ອຳນາດການປົກຄອງ ທ້ອງຖິ່ນຂອງ ສປ ຈີນ ເພື່ອແນໃສ່ ໜູນຊ່ວຍ ວິສາຫະກິດ ສອງປະເທດ ຜັນຂະຫຍາຍ ບັນດາການເຄື່ອນໄຫວ ຮ່ວມມືລົງທຶນ, ການຄ້າຢ່າງມີປະສິດທິຜົນ. ໃນນັ້ນ, ກວາງຊີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມື ທີ່ມີບົດບາດ ສຳຄັນພິເສດ, ແມ່ນປະຕູແລກປ່ຽນການຄ້າ ລະຫວ່າງ ສອງປະເທດ ແລະ ແມ່ນທ້ອງຖິ່ນ ມີການພົວພັນຮ່ວມມືເລິກເຊິ່ງ ກ້ວາງຂວາງ, ແທດຈິງ ກັບບັນດາອົງການ, ທ້ອງຖິ່ນຂອງ ສສ ຫວຽດນາມ.ງານຕະຫລາດນັດປີນີ້ ມີປະມານ 200 ຮ້ານວາງສະແດງສິນຄ້າ ຂອງບັນດາວິສາຫະກິດ ຫວຽດນາມ ແລະ ຈີນ ພ້ອມກັບບັນດາເຂດ ວາງສະແດງ ສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວແຂວງ ກວາງນິງ; ເຂດແນະນຳບັນດາຜະລິດຕະພັນ OCOP ພິເສດສະເພາະຂອງແຂວງ ກວາງນິງ; ເຂດວາງສະແດງ ຜົນງານເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ສອງປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top