ມຽນມາ ອະນຸມັດໂຄງການລົງທຶນໃໝ່ 14 ລາຍການ ດ້ວຍມູນຄ່າເກືອບ 79 ລ້ານໂດລາ

11/12/2025 16:23
ຂປລ ຄະນະກໍາມະການ ລົງທຶນ ຂອງ ມຽນມາ (MIC) ກ່າວໃນກອງປະຊຸມ ທີ່ນະຄອນຫລວງ ເນປີດໍ ຂອງ ມຽນມາ ວ່າ: ໄດ້ອະນຸມັດ ໂຄງການ ລົງທຶນໃໝ່ 14 ໂຄງການ. ໃນນີ້ ໂຄງການລົງທຶນ ຈາກຕ່າງປະເທດໃໝ່ ລວມມີ 5 ໂຄງການ ແລະ ໂຄງການລົງທຶນ ພາຍໃນ ປະເທດໃໝ່ 9 ໂຄງການ

ຂປລ. ສຳນັກຂ່າວ ເດີ ໂກບໍລ ນີວ ໄລ ອອຟ ມຽນມາ (The Global New Light of Myanmar) ຂອງ ທາງການມຽນມາ ລາຍງານ ເມື່ອບໍ່ດົນມານີ້, ຄະນະກໍາ ມະການ ລົງທຶນ ຂອງ ມຽນມາ (MIC) ກ່າວໃນກອງປະຊຸມ ທີ່ນະຄອນຫລວງ ເນປີດໍ ຂອງ ມຽນມາ ວ່າ: ໄດ້ອະນຸມັດ ໂຄງການ ລົງທຶນໃໝ່ 14 ໂຄງການ. ໃນນີ້ ໂຄງການລົງທຶນ ຈາກຕ່າງ ປະເທດໃໝ່ ລວມມີ 5 ໂຄງການ ແລະ ໂຄງການລົງທຶນ ພາຍໃນ ປະເທດໃໝ່ 9 ໂຄງການ ເປັນຕົ້ນ ໃນຂົງເຂດ ອຸດສາຫະກຳ, ໂຮງແຮມ, ການທ່ອງທ່ຽ ແລະ ບໍລິການ . ໂດຍມີ ຍອດ ລວມການລົງທຶນ ທັງໝົດ ເກືອບ 79 ລ້ານໂດລາສະຫະລັດ. ຄາດວ່າ ໂຄງການ ດັ່ງກ່າວນີ້ ຈະສ້າງວຽກເຮັດງານທຳ ໄດ້ເຖິງ 4.199 ຕຳແໜ່ງ.

ໃນນັ້ນ ທຸລະກິດ ທີ່ໄດ້ຮັບ ການອະນຸມັດ ປະກອບດ້ວຍ ການປະກອບ ລົດຈັກໄຟຟ້າ ແລະ ລົດໄຟຟ້າ ບໍລິການ ດ້ານການສຶກສາ, ການແປຮູບ ອາຫານ ແລະ ການຜະລິດ ເສື້ອຜ້າ ສຳເລັດຮູບ. ໃນຂະນະທີ່ ທ້າຍເດືອນພະຈິກ 2025 ນີ້ ສິງກະໄປ, ຈີນ ແລະ ໄທ ຍັງເປັນ ນັກລົງທຶນ ຕ່າງປະເທດ ຈັດໃນອັນດັບ ທຳອິດ ໃນມຽນມາ./

 

KPL

ຂ່າວອື່ນໆ

ads
ads

Top