ຈັດກອງປະຊຸມ ສົນທະນາ ຄັງປັນຍາປະເທດ ເຂດໂລກໃຕ້ ຄັ້ງທີ 3

06/12/2025 20:16
ຂປລ ກອງ​ປະ​ຊຸມ ​ສົນ​ທະ​ນາ​ ຄັງ​ປັນ​ຍາ​​ ປະ​ເທດ ​ເຂດໂລກ​ໃຕ້​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ​ ເມື່ອບໍ່ດົນມານີ້ ພາຍ​ໃຕ້​ຫົວ​ຂໍ້ “​ເອ​ກະ​ພາບ​ກັນ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​​ ດ້ວຍຕົນ​: ການ​ເຄື່ອນ​ໄຫວ​ ແລະ ​ຄວາມ​ຮັບ​ຜິດ​ຊອບ​ ຂອງ​ປະ​ເທດ ເຂດໂລກ​ໃຕ້”.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ​ສົນ​ທະ​ນາ​ ຄັງ​ປັນ​ຍາ​​ ປະ​ເທດ ​ເຂດໂລກ​ໃຕ້​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ​ ເມື່ອບໍ່ດົນມານີ້ ພາຍ​ໃຕ້​ຫົວ​ຂໍ້ “​ເອ​ກະ​ພາບ​ກັນ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​​ ດ້ວຍຕົນ​: ການ​ເຄື່ອນ​ໄຫວ​ ແລະ ​ຄວາມ​ຮັບ​ຜິດ​ຊອບ​ ຂອງ​ປະ​ເທດ ເຂດໂລກ​ໃຕ້”. ​ໂດຍ​ມີ ຜູ້​ນຳ​ພັກ​ການ​ເມືອງ, ນັກ​ວິ​ຊາ​ການ​ຄັງ​ປັນ​ຍາ​ ແລະ ​ຜູ້​ຕາງ​ໜ້າ​ຈີນ ​ແລະ ​ຕ່າງ​ປະ​ເທດ​ປະ​ມານ 350 ຄົນ​ທີ່​ມາ​ຈາກ 120 ກວ່າ​ປະ​ເທດ ເຂົ້າ​ຮ່ວມ. ທ່ານ ລີວ​ໄຫ​ຊິ່ງ ຫົວ​ໜ້າ​ຄະ​ນະພົວ​ພັນ ​ຕ່າງ​ປະ​ເທດ ສູນ​ກາງ​ພັກກອມ​ມູ​ນິດ​ຈີນ​ ກ່າວ​ວ່າ: ສປ ຈີນ ​ແມ່ນ​ຜູ້​ລິ​ເລີ່ມ, ຜູ້​ສະ​ໜັບ ​ສະ​ໜູນ​ແລະ ​ຜູ້​ຊຸກ​ຍູ້​ທີ່​ເດັດ​ດ່ຽວໜຽວ​ແໜ້ນ​ ຂອງປະ​ເທດ​​ເຂດໂລກ​ໃຕ້ ​ໃນ​ການ​ຮ່ວມ​ມື​ ສ້າງ​ຄວາມ​ເຂັ້ມ​ແຂງ​​ ດ້ວຍ​ຕົນ​ເອງ​ ຢ່າງ​ສະ​ເໝີ​ຕົ້ນ ​ສະ​ເໝີ​ປາຍ, ຍິນ​ດີ​ຮ່ວມ​ກັບ​ ບັນ​ດາ​ປະ​ເທດ ​​ເຂດໂລກ​ໃຕ້, ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຂໍ້​ລິ​ເລີ່ມ​ທົ່ວ​ໂລກ 4 ຂໍ້,ບັນ​ລຸ​ ຄວາມ​ຈະ​ເລີນ ​ຮຸ່ງ​ເຮືອງ​ ຮ່ວມ​ກັນ, ປົກ​ປັກ​ຮັກ​ສາ​ ສັນ​ຕິ​ພາບ​​ຖາ​ວອນ, ປົກ​ປັກ​ຮັກ​ສາ​ ຄວາມ​ກົມ​ກຽວ​ກັນ​ ແບບ​ຫຼາຍ​ເຄົ້າ ແລະ ຊຸກ​ຍູ້​ການ​ບໍ​ລິ​ຫານ​ຂອງ​ໂລກ. ແຂກຕ່າງ​ປະ​ເທດ ​ທີ່​ຮ່ວມ​ກອງປະ​ຊຸມ​ກ່າວ​ວ່າ: ຍິນ​ດີ​ຮ່ວມ​ກັບ​ ສປ ຈີນ​ຊຸກ​ຍູ້​ການ​ຫັນ​ເປັນ​ ທັນ​ສະ​ໄໝ​ຮ່ວມ​ກັນ ແລະ ​ການ​ປະ​ຕິ​ຮູບ​ ລະ​ບົບບໍ​ລິ​ຫານ​​ຂອງ​ໂລກ, ຮ່ວມ​ກັນ​ສ້າງ​ ອະ​ນາ​ຄົດ​ທີ່​ມີ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ແລະ​ ຍືນ​ຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top