ສປ ຈີນ ຈະຊຸກຍູ້ການປະຕິຮູບ ດ້ານການບຸກເບີກດິນເຮື້ອ ຢ່າງຕໍ່ເນື່ອງ

06/12/2025 20:17
ຂປລ ໃນ​ໄລ​ຍະ​ປະ​ຕິ​ບັດ​ ແຜນ​​ພັດ​ທະ​ນາ​ ເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 15, ສປ ຈີນ ​ຈະ​ຖື​ການ​ພັດ​ທະ​ນາ​ ກະ​ສິ​ກຳ​ຂະ​ໜາດໃຫຍ່ ​ແບບ​ທັນ​ສະ​ໄໝ ​ເປັນ​ຈຸດ​ສຸມຕົ້ນ​ຕໍ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ​ດ້ານ​ການ​ບຸກ​ເບີກ​ດິນ​ເຮື້ອ ​​ຂອງ​ລັດ ຢ່າ​ງ​ຕໍ່​ເນື່ອງ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກະ​ຊວງ​ກະ​ສິ​ກຳ​ ແລະ ຊົນ​ນະ​ບົດ​ຈີນ ​ໄດ້​ແຈ້ງ​ໃຫ້​ຮູ້​ ເມື່ອບໍ່ດົນມານີ້​ວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ​ ແຜນ​​ພັດ​ທະ​ນາ​ ເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 15, ສປ ຈີນ ​ຈະ​ຖື​ການ​ພັດ​ທະ​ນາ​ ກະ​ສິ​ກຳ​ຂະ​ໜາດໃຫຍ່ ​ແບບ​ທັນ​ສະ​ໄໝ ​ເປັນ​ຈຸດ​ສຸມຕົ້ນ​ຕໍ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ​ດ້ານ​ການ​ບຸກ​ເບີກ​ດິນ​ເຮື້ອ ​​ຂອງ​ລັດ ຢ່າ​ງ​ຕໍ່​ເນື່ອງ,ເລັ່ງ​ລັດ​ການ​ຫັນ​ປ່ຽນ​ຮູບ​ແບບ ​ແລະ ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ ​ການ​ຜະ​ລິດ, ເສີມ​ຂະ​ຫຍາຍ​ບົດ​ບາດ ​ທີ່​ສຳ​ຄັນ​ ຂອງ​ການ​ບຸກ​ເບີກ​ ດິນ​ເຮື້ອ ​ໃນ​ຂະ​ບວນ​ການ ​ສ້າງ​ກະ​ສິ​ກຳ​ ໃຫ້​ເປັນ​ແບບ ທັນ​ສະ​ໄໝ​ ຢ່າງ​ແທ້​ຈິງ. ກະ​ຊວງ​ກ​ະ​ສິ​ກຳ ​ແລະ​ ຊົນ​ນະ​​ບົດ​ຈີນ ໄດ້​ຈັດ​ກອງ​ປະ​ຊຸມ ​ກ່ຽວ​ກັບ ​ການ​ພັດ​ທະ​ນາ ​​ແລະ ການ​ປະ​ຕິ​ຮູບ ​ດ້ານ​ການ​ບຸກ​ເບີກ​ດິນ​ເຮື້ອ​ຂອງລັດ​ ໂດຍ​ໄດ້​ສະ​ຫລຸບ​ຜົນ​ງານ ​ດ້ານ​ການ​ພັດ​ທະ​ນາ​ ແລະ​ ການ​ປະ​ຕິ​ຮູບ, ຈັດ​ວາງ​ໜ້າ​ທີ່​ທີ່​ສຳ​ຄັນ ​ໃນ​ໄລ​ຍະ​ປະ​ຕິ​ບັດ ​ແຜນ​​ພັດ​ທະ​ນາ​ ເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ ​ສປ ຈີນ. ກອງ​ປະ​ຊຸມ​ຄັ້ງ​ນີ້​ ໄດ້​ຢືນ​ຢັນ​ວ່າ: ໄລ​ຍະ​​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ ດັ່ງ​ກ່າວ​ຂອງ​ ສປ ຈີນ​ ແມ່ນ​ຢູ່​ໄລ​ຍະ​ທີ່​ສຳ​ຄັນ ​ຂອງ​ການ​ບຸກ​ເບີກ​ດິນ​ເຮື້ອ​ ຂອງ​ລັດ​ໃນ​ການ​ປັບ​ປຸງ​ ແລະ ​ເປີດກວ້າງ​ໝາກ​ຜົນ​ ດ້ານ​ການ​ປະ​ຕິ​ຮູບ, ເລັ່ງ​ລັດ​​ການພັດ​ທະ​ນາ​ ກະ​ສິ​ກຳ​ຂະ​ໜາດ​ໃຫຍ່ ​ແບບ​ທັນ​ສະ​ໄໝ ​ແລະ ​ພັດ​ທະ​ນາ​ກະ​ສິ​ກຳ​ ໃຫ້​ກາຍ​ເປັນ​ອຸດ​ສາ​ຫະ​ກຳ ​ຂະ​ໜາດ​ໃຫຍ່ ​ແບບ​ທັນ​ສະ​ໄໝ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top