ຂປລ
ຄະນະຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການ ສະຫະ ປະຊາຊາດ(ສປຊ) ໄດ້ຈັດກອງປະຊຸມ ເລີ່ມຕົ້ນ “ໜ່ວຍ ງານເພື່ອນມິດ ການບໍລິຫານ ທົ່ວໂລກ” ຢູ່ສຳນັກງານໃຫຍ່ອົງການ ສປຊ ທີ່ນະຄອນ ນິວຢອກ ຂອງ ສ.ອາເມລິກາ ໜ່ວຍງານດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນ ຢ່າງເປັນທາງການ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້ ຄະນະຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການ ສະຫະ ປະຊາຊາດ(ສປຊ) ໄດ້ຈັດກອງປະຊຸມ ເລີ່ມຕົ້ນ “ໜ່ວຍງານເພື່ອນມິດ ການບໍລິຫານ ທົ່ວໂລກ” ຢູ່ສຳນັກງານໃຫຍ່ ອົງການ ສປຊ ທີ່ນະຄອນ ນິວຢອກ ຂອງ ສ.ອາເມລິກາ ໜ່ວຍງານດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນ ຢ່າງເປັນທາງການ. ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນ ປະຈຳ ອົງການ ສປຊ ເປັນປະທານ ກອງປະຊຸມຄັ້ງນີ້ ໂດຍມີ ຜູ້ຕາງໜ້າເກືອບ 40 ປະເທດສະມາຊິກ ຜູ້ເລີ່ມສ້າງໜ່ວຍງານດັ່ງກ່າວ ຂອງພາກພື້ນຕ່າງໆ ໃນໂລກເຂົ້າຮ່ວມ. ທ່ານ ຟູ້ຊົ່ງ ກ່າວວ່າ: ພາຍໃຕ້ການຊີີ້ນຳ ນຳພາ ຂອງຂໍ້ລິເລີ່ມ ການບໍລິຫານທົ່ວໂລກ, ສປ ຈີນ ລິເລີ່ມ ໃຫ້ສ້າງຕັ້ງ ໜ່ວຍງານ ເພື່ອນມິດ ການບໍລິຫານທົ່ວໂລກ, ເຊິ່ງມີຈຸດປະສົງ ເພື່ອຮ່ວມກັນກັບ ແຕ່ລະຝ່າຍ, ເພື່ອເພີ່ມທະວີ ການແລກປ່ຽນ ແລະ ການຮ່ວມມື ໃນບັນຫາສຳຄັນ ໃນຂົງເຂດການບໍລິຫານທົ່ວໂລກ, ຊຸກຍູ້ການສ້າງ ລະບົບການບໍລິຫານທົ່ວໂລກ ຢ່າງຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ຍິນດີພະຍາຍາມຮ່ວມກັບ ບັນດາສະມາຊິກ ໜ່ວຍ ງານເພື່ອນມິດ, ປະກອບສ່ວນ ເຂົ້າໃນການປະຕິຮູບ ແລະ ປັບປຸງ ການບໍລິຫານ ທົ່ວໂລກ ໃຫ້ສົມບູນ ກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL