ຂປລ
ບໍລິສັດ ຊຽງໄຮ້ ສະເປຊເຊລ ເຕັກໂນໂລຊີຈຳກັດ ຂອງຈີນ ເປີດເຜີຍວ່າ: ແອຣບັສ ຈະໃຊ້ບໍລິການ ອິນເຕີຣເນັດ ຜ່ານດາວທຽມ ຂອງ ກຸ່ມດາວທຽມ ສເປຊເຊລ ຄອນສະເຕລເລຊັນ
ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກເມືອງຊຽງໄຮ້ ປະເທດຈີນ ເມື່ອບໍ່ດົນມານີ້, ບໍລິສັດ ຊຽງໄຮ້ ສະເປຊເຊລ ເຕັກໂນໂລຊີຈຳກັດ ຂອງຈີນ ເປີດເຜີຍວ່າ: ແອຣບັສ ຈະໃຊ້ບໍລິການ ອິນເຕີຣເນັດ ຜ່ານດາວທຽມ ຂອງ ກຸ່ມດາວທຽມ ສເປຊເຊລ ຄອນສະເຕລເລຊັນ (Spacesail Constellation) ຫລັງຈາກລົງນາມ ໃນຂໍ້ຕົກລົງ ການຮ່ວມມື ທາງດ້ານ ຕະຫລາດ ທີ່ ກອງປະຊຸມ ລະບົບ ນິເວດ ອຸດສາຫະກຳ ອິນເຕີເນັດ ຜ່ານດາວທຽມ ໃນເມືອງຊຽງໄຮ້.
ໂດຍກຸ່ມດາວທຽມ ສະເປຊເຊລ ຄອນສະເຄລເລຊັນ ຈະໃຫ້ບໍລິການ ອິນເຕີຣເນັດ ຄວາມໄວສູງ ທີ່ມີຄວາມໜ່ວງຕໍ່າ, ຜ່ານລະບົບ ເຊື່ອມຕໍ່ ຄວາມໄວສູງ ເທິງເຮືອບິນ ທີ່ ຊ່ວຍຍົກລະດັບ ປະສົບການ ຂອງ ຜູ້ໂດຍສານ ໃນຖ້ຽວບິນ, ຊຶ່ງ ບໍລິສັດ ແລະ ແອຣບັສ ຈະຕອບສະໜອງ ຄວາມຕ້ອງການ ຂອງ ສາຍການບິນ ແລະ ພັດທະນາ ການບໍລິການ ອັດສະລິຍະ ແບບສະເພາະ ບຸກຄົນ, ຜ່ານການ ສື່ສານ ບຣອດແບນ ຜ່ານດາວທຽມ ວົງໂຄຈອນຕໍ່າ.
ນອກນັ້ນ, ສະເປຊເຊລ ຄອນສະເຄລເລຊັນ ເປັນກຸ່ມ ດາວທຽມ ວົງໂຄຈອນຕໍ່າ ທີ່ ຄວບຄຸມ ຍ່ານຄວາມຖີ່ ເຕັມຮູບແບບ ແລະ ມີໂຄງສ້າງຫລາຍຊັ້ນ ຫລາຍວົງໂຄຈອນ, ໂດຍມີ ການເລີ່ມຕົ້ນ ກໍ່ສ້າງ ເຄືອຂ່າຍ ເຊິງການຄ້າ ຢ່າງເປັນທາງການ ເມື່ອເດືອນສິງຫາ ປີ 2024./
KPL