ຕັ້ງໜ້າຮໍ່າຮຽນເອົາແບບຢ່າງຄຸນສົມບັດຂອງປະທານ ໄກສອນພົມວິຫານ

11/12/2025 13:20
ຂປລ ຂປລ. ຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າ ໃຈເສຍສະລະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະ ຮັບໃຊ້ປະຊາຊົນໝົດດຈິດໝົດໃຈ, ມີຄວາມດຸໝັ່ນພາກພຽນຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມ ສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ.

ຂປລ. ຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າ ໃຈເສຍສະລະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະ ຮັບໃຊ້ປະຊາຊົນໝົດດຈິດໝົດໃຈ, ມີຄວາມດຸໝັ່ນພາກພຽນຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມ ສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ.

ປະທານໄກສອນ ພົມວິຫານ ໃຫ້ທັດສະນະວ່າ: “ຄຸນສົມບັດ ແມ່ນຄຸນນະທຳປະຈຳຊີວິດ ຂອງແຕ່ລະຄົນ ໃນນີ້ລວມມີແນວຄິດ, ລັກສະນະທ່າທີ, ກິລິຍາມາລະຍາດ, ນິດໃສໃຈຄໍໃນການເຄື່ອນໄຫວ ແລະ ການປະພຶດຕົວຈິງ ຊຶ່ງສະສົມໄດ້ຈາກການອົບຮົມສັ່ງສອນຂອງພໍ່ແມ່, ຍາດຕິພີ່ນ້ອງ, ເພື່ອນຝູງ, ພິເສດແມ່ນຈາກສັງຄົມທີ່ຜູ້ກ່ຽວດຳລົງຊີວິດຢູ່ ແຕ່ບໍ່ມີຄຸມສົມບັດໃດປະເສີດກວ່າຄຸນສົມບັດສິນທຳປະຕິວັດ ເຊິ່ງເປັນຄຸນສົມບັດທີ່ຊື້ບໍ່ໄດ້, ຫລອກແບບເອົາກໍບໍ່ເປັນ, ຢາກປະກອບຄຸນສົມບັດສິນທຳປະຕິວັດໃຫ້ຕົນເອງ, ຜູ້ນັ້ນຈະຕ້ອງໄດ້ຜ່ານໄລຍະຮ່ຳຮຽນ, ຄົ້ນຄວ້າສະແຫວງຫາ, ເລືອກເຟັ້ນ, ທັງຈະຕ້ອງໄດ້ຜ່ານການຝຶກຝົນຫລໍ່ຫລອມຕົນເອງຢູ່ແຕ່ລະໄລຍະແຫ່ງການເຄື່ອນໄຫວຊີວິດ, ຮັບເອົາໂລກະທັດທີ່ວິທະຍາສາດ,​ຈຶ່ງຈະສ້າງໃຫ້ຜູ້ນັ້ນມີອຸດົມການອັນສູງສົ່ງ, ນັ້ນກໍຄືແນວຄິດຮັກຊາດ, ມີນ້ຳໃຈຕໍ່ສູ້ອັນພິລະອາດຫານເພື່ອຄວາມສົມບູນພູນສຸກຂອງປະຊາຊົນ, ເພື່ອຄວາມທັດທະນະທຳຖາວອນຂອງສັງຄົມ”.

ບັນດາແບບຢ່າງຄຸນສົມບັດຂອງເພິ່ນ ທີ່ພວກເຮົາຈະໄດ້ພ້ອມກັນສືບຕໍ່ດ້ວຍຄວາມຮັບຜິດຊອບສູງດັ່ງນີ້: 1). ຮ່ໍາຮຽນເອົາແບບແຜນວິທີເຮັດວຽກ ຢ່າງມີຫລັກການ ຂອງປະທານ ໄກສອນ ພົມວິຫານ ເປັນຕົ້ນ ແມ່ນແບບແຜນໃນການຊີ້ນໍາ-ນໍາພາ ຍຶດໝັ້ນຫລັກການຂອງພັກ; ການເຮັດວຽກມີການວາງແຜນ, ມີແຜນງານ, ໂຄງການລະອຽດ, ມີການຄາດຄະເນລ່ວງໜ້າ; ການເຮັດວຽກມີລະບົບການແບ່ງງານ, ແບ່ງຄວາມຮັບຜິດຊອບ , ມີກົນໄກການປະສານສົມທົບກັບພາກສ່ວນຕ່າງໆຢ່າງແໜ້ນແຟ້ນ, ມີການສະຫລຸບສ່ອງແສງ, ລາຍງານຢ່າງ ເປັນລະບົບ ແລະ ມີການຕິດຕາມກວດກາຢ່າງຮອບຄອບ ແລະ ຕໍ່ເນື່ອງ, ເພື່ອແນໃສ່ສ້າງໃຫ້ພັກມີຄວາມປອດໃສ, ສ້າງໃຫ້ລັດມີຄວາມເຂັ້ມແຂງ, ສ້າງໄດ້ຄວາມເຊື່ອໝັ້ນຈາກປະຊາຊົນ; 2). ຮ່ໍາຮຽນເອົາແບບແຜນວິທີເຮັດວຽກທີ່ຮັບປະກັນລັກສະນະວິທະຍາສາດ. ຍ້ອນວ່າ ວິທະຍາສາດ ໝາຍເຖິງຄວາມຈິງ, ການເຮັດວຽກຕ້ອງສະແດງອອກຕາມຄວາມຈິງພາວະວິໄສ, ເຮັດວຽກຕ້ອງໄດ້ອີງໃສ່ມະຕິ, ມີມະຕິແລ້ວ ກໍຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເອກະພາບ, ທິດສະດີໄປພ້ອມກັບພຶດຕິກໍາ, ພຶດຕິກໍາ ຕ້ອງໄດ້ພິສູດເຖິງຄວາມຖືກຕ້ອງທາງດ້ານທິດສະດີ, ເວົ້າໄປຄຽງຄູ່ກັບການກະທໍາ, ທຸກໆບັນຫາຕ້ອງໄດ້ມີການຄົ້ນຄວ້າ, ຄົ້ນຄິດລະອຽດ, ມີຄວາມເປັນເອກະພາບໃນທາງປະຕິບັດ ແລະ ນໍາພາເຮັດດ້ວຍຄວາມຕັ້ງຫນ້າ; ໃນນີ້ ການເຮັດວຽກຕ້ອງໄດ້ເຄົາລົບຫລັກການ, ຫລັກເກນ, ກົດເກນ ແລະ ທິດສະດີຂອງ ນັກມາກຊິດ, ນັກວິທະຍາສາດທີ່ກ້າວໜ້າ ເພື່ອໝູນໃຊ້ເຂົ້າໃນການພັດທະນາປະເທດຊາດໃຫ້ສອດຄ່ອງກັບຍຸກສະໄໝ. ພ້ອມນັ້ນ ຍັງສືບຕໍ່ເປີດກວ້າງການຮ່ວມມືສາກົນ ຫລາກຫລາຍຮູບແບບ ແລະ ຫລາຍລະດັບ ບົນພື້ນຖານຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື້ ດ້ວຍຍຸດໂທບາຍ ແລະ ຮູບການເຄື່ອນໄຫວທີ່ສອດຄ່ອງກັບແຕ່ລະສະຖານະການ, ປະ ກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຂໍ້ຂັດແຍ່ງ ແລະ ຫລີກລ່ຽງການຜະເຊີນໜ້າ, ປົກປັກຮັກສາສັນຕິພາບ, ການຮ່ວມມື ເພື່ອ ພັດທະນາຢູ່ພາກພື້ນ ແລະ ສາກົນ; 3). ຮ່ໍາຮຽນເອົາຄຸນສົມບັດສິນທໍາປະຕິວັດ, ຝຶກຝົນຫລໍ່ຫລອມນໍ້າໃຈຮັກຊາດ, ນໍ້າໃຈເສຍສະລະອັນສູງສົ່ງ, ຈິດໃຈປະຕິວັດສຸດກົກສຸດປາຍ, ມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ, ຮ່ໍາຮຽນເອົາທັດສະນະມະຫາຊົນ, ເຄົາລົບນັບຖືປະຊາຊົນ, ຍົກສູງສະຕິຮັກຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນເງື່ອນໄຂພົບຄວາມຫຍຸ້ງຍາກ ພະນັກງານ, ສະມາຊິກພັກ ຕ້ອງເຫັນພ້ອມກັບແນວທາງ, ຕ້ອງຢືນຢູ່ ໃນທ່າບຸກໃນການປະກອບສ່ວນເປັນກໍາລັງແຮງຊ່ວຍພັກ-ລັດ, ກ້າຜະເຊີນໜ້າກັບບັນຫາຫຍຸ້ງຍາກບໍ່ທໍ້ຖອຍ, ຫງ່ຽງ ແລະ ຍອມຈໍານົນແບບງ່າຍດາຍ; ຖັນແຖວພະນັກງານ, ສະມາຊິກພັກ ຕ້ອງມີຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ ຕ້ອງຍຶດໝັ້ນຄໍາປະຕິຍານ 5 ຂໍ້ ເພື່ອອຸທິດຕົນເພື່ອພັກ, ເພື່ອຊາດ ແລະ ພາລະກິດປະຕິວັດ; 4). ຮ່ໍາຮຽນເອົາ ນໍ້າໃຈ ປະຢັດມັດທະຍັດ, ຄວາມດຸໝັ່ນ ໃນການອອກແຮງງານ, ຮ່ໍາຮຽນເອົາຄວາມດຸໝັ່ນຂະຫຍັນພຽນ, ການຊອກຮູ້ຮ່ໍາຮຽນຢ່າງບໍ່ຢຸດຢັ້ງ ດ້ວຍການຍຶດໝັ້ນທິດນໍາທີ່ວ່າຮຽນແລ້ວຮຽນອີກ, ຮຽນເລື້ອຍໆໄປ, ຮຽນນໍາຕໍາລາຮຽນ, ຮຽນ ນໍາໝູ່ຄະນະ, ຜູ້ອາວຸໂສ, ນໍາປະຊາຊົນ, ນໍາພຶດຕິກໍາຕົວຈິງ, ໝັ່ນຊອກຮູ້ຮ່ໍາຮຽນ ແລະ ສະແຫວງຫາຄວາມຮູ້ບົດຮຽນ
ໃໝຢູ່ສະເໝີ
, ຮຽນນໍານັກທິດສະດີ, ນັກປາດ-ອາຈານ, ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ. ພະນັກງານ, ສະ ມາຊິກພັກຕ້ອງໄດ້ຮຽນຄົ້ນຄວ້າ, ໝູນໃຊ້ຜົນສໍາເລັດຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາໃໝ່ເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງຊາດ; 5). ຖືເອົາແບບຢ່າງຄວາມສາມັກຄີເປັນບັນຫາໃຈກາງໃນການພັດທະນາອົງການ ແລະ ປະເທດຊາດ ດ້ວຍການເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຕ່າງປະເທດໃຫ້ແໜ້ນແຟ້ນ, ເພື່ອສ້າງໄດ້ກໍາລັງທີ່ເຂັ້ມແຂງ ຮັບໃຊ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງເຮົາ ໃນປະຈຸບັນ ແລະ ອະນາຄົດ. ເອົາໃຈໃສ່ ຮັກສາຄວາມສາມັກຄີພາຍໃນພັກ, ໝູ່ຄະນະ, ສາມັກຄີກັບນັກປະຕິວັດ, ທຸກເຜົ່າ, ຊັ້ນຄົນ ແລະ ສາມັກຄີກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ບັນດາປະຊາຊາດ ໃຫ້ໜັກແໜ້ນ ແລະ ກວ້າງຂວາງ. ເປີດກວ້າງການພົວພັນສາມັກຄີກັບຫລາຍພັກການເມືອງ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ການສະໜັບສະໜູນຮັບໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງອັນມີກຽດຂອງຕົນ.

ປະທານ ໄກສອນ ພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວ ຕະຫລຫອດໄປ!

KPL

ຂ່າວອື່ນໆ

ads
ads

Top