lv'dt-;'dko8j k'xtgmf ]k;{vkc-a dw[-ko sk]n fh kodkog,n v'7A 'xt4q ,,t]n d lts]v' 7q [Iv[ 30 xu csj 'dkolh k'8A ' lkprq ;ra odkom6 f ]k;{vkc-a dw[-ko Iv'xtmko{z6 h xt9edko7totde,tdko xd-{xdl -5 dp6h ;Pdd+ lh k'lk'lh v,cx'g7nj vomuj g]d 1 Iv'xtmkoltrkcsj '-kf 8h voIa [ Iv']a f4t,q o8u dt-;'dko8j k'xtgmf vkc-a dw[-ko ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 11.12.2025 ປີທີ 24 ສະບັບທີ 6.332 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j I+ kIPo c]t xt8y [a f8k,c[[1j k'75 olq ,[a fly omext8y ;a f0v'xtmko wdlvo rq ,;y sko lt4kom6 fs;Pfok, xt9e]k; xk4tdt4ks;o7n o,6 og-N v;a ole7a o0v']k; c9h 'dko0v'dt-;'dko8j k'xtgmf ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ( ຜູ້ທີ 2 ນັບຈາກຂວາຫາຊ້າຍແຖວໜ້າ ) ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຜູ້ທີ 4 ນັບຈາກຂວາຫາຊ້າຍ) 3m]tg]dltcf'7;k,-q ,g-u p;a o-kf ltstot7vogvg,ia f vkia [ ຂປລ . ເ ມື່ອບໍ່ດົນມານີ້ , ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມ ຊົມເຊີຍເຖິງສົມເດັດ ເຊກຄ໌ໂມ ຮາເມັດ ບິນ ຊາຢິດ ອາລ-ນາຢັນ ປະທານາທິບໍດີ ແຫ່ງ ສະຫະນະ ຄອນເອເມຣັດ ອາຣັບ ເນື່ອງໃນ ໂອກາດວັນຊາດແຫ່ງສະຫະນະ ຄອນເອເມຣັດ ອາຣັບ ຄົບຮອບ 54 ປີ. ເນື້ອໃນໂທລະເລກໄດ້ລະບຸ ວ່າ: ຕາງໜ້າປະຊາຊົນລາວທຸກ ຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນ ຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ແລະ ປະຊາຊົນສະຫະ ນະຄອນເອເມຣັດ ອາຣັບ ເນື່ອງ ໃນໂອກາດວັນຊາດແຫ່ງສະຫະ ນະຄອນເອເມຣັດ ອາຣັບ ຄົບຮອບ 54 ປີ. ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງ ຍິ່ງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສະ ຫະນະຄອນເອເມຣັດ ອາຣັບ ຈະ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຮ່ວມກັນຂອງປະຊາຊົນສອງຊາດ ພວກເຮົາ ກໍຄື ເພື່ອສັນຕິພາບ, ອ່ານຕໍ່ໜ້າ 2 ຂປລ. ສະຖານເອກອັກຄະລັດ ຖະທູດ ສສ ຫວຽດນາມ ປະຈໍາ ລາວ ຈັດພິທີປາຖະກະຖາຫວນຄືນ ມູນເຊື້ອວັນເກີດປະທານ ໄກສອນ lxx ]k; lk,kfme]kp]tg[u f [+ ma oc8dmuj 8q d7h k'wfh 2 ]h kod;j k|j ;p ອ່ານຕໍ່ໜ້າ 4 ຂປລ. ນັບເເຕ່ມື້ເລີ່ມໂຄງການ ເກັບກູ້ລະເບີດຢູ່ ສປປ ລາວ ແຕ່ປີ 1996 ມາຮອດປັດຈຸບັນ, ສາມາດ ທຳລາຍລະເບີດບໍ່ທັນເເຕກທີ່ຕົກ ຄ້າງໄດ້ທັງໝົດ 2.065.101 ໜ່ວຍ, ສາມາດຄືນພື້ນທີ່ດິນໃຫ້ຊຸມ ຊົນເພື່ອໃຊ້ປະໂຫຍດທາງດ້ານກະ ສິກໍາ, ທີ່ຢູ່ອາໄສ, ການພັດທະນາໄດ້ ທັງໝົດ 99.580 ເຮັກຕາ. ທ່ານ ບຸນເພັງ ສີສະຫວັດ ຫົວໜ້າ ຫ້ອງການຄະນະກຳມະການຄຸ້ມ ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບ ຊານ ຈັດຂຶ້ນໃນຕອນຄໍ່າວັນທີ 9 ທັນວາ 2025, ທີ່ນະຄອນຫລວງ ວຽງຈັນ, ໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ໃນນາມຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣມາມາດົບ (Elnur Mammadov) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ອາແຊັກໄບຊານ ໃນນາມຕາງໜ້າ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມ ຢາມຢ່າງເປັນທາງການຢູ່ ສ ເກົາຫລີ ໃນລະຫວ່າງວັນທີ 14-15 ທັນວາ 2025, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ທັງເປັນການສະເຫລີມສະຫລອງການ ສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 30 ປີ (ວັນທີ 25 ຕຸລາ 1995-25 ຕຸລາ 2025). ອ່ານຕໍ່ໜ້າ 4 ຂປລ. ກອງປະຊຸມປຶກສາຫາລື ດ້ານການເມືອງຄັ້ງປະຖົມມະລືກ ອ່ານຕໍ່ໜ້າ 4 o; gxu f0t[;odkola d;a d-y o da ortpkf,tgIa 'xkd,q f]6 d ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ຂປລ. ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ຈັດປາຖະກະ ຖາ 2 ວັນສໍາຄັນປະຫວັດສາດຂອງ ຊາດຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/19752/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/192013/12/2025) ໂດຍການປາຖະ lt4kom6 f]k; xt9e lx 9u o xk4tdt4klv';a ole7a o0v'-kf ທ່ານ ສົມພອນ ສີຈະເລີນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 9 ທັນວາ 2025 ໂດຍການປາຖະກະຖາ ໂ ດຍສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການ ກົມການເມືອງສູນກາງພັກ, ອະດີດ ຮອງນາຍົກລັດຖະມົນຕີ, ມີສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ, ຜູ້ຕາງໜ້າຈາກອົງການ, ວົງຄະນະຍາດຫວຽດນາມອາໄສຢູ່ ລາວ, ພະນັກງານ, ສະມາຊິກພັກ ສະຖານທູດຫວຽດນາມ ປະຈໍາລາວ ຂປລ. ວັນທີ 8 ທັນວາ 2025, ທີ່ສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ເອລນູຣ ມາມາດົບ (Elnur Mammadov) ຮອງ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສ ອາແຊັກໄບຊານ ອ່ານຕໍ່ໜ້າ 2 ລະຫວ່າງສອງກະຊວງການຕ່າງ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 11/12/2025 xtgmf]k; lt4kom6 f]k;muj puj x5j o lts]v' ;a olt4kxtok lxx ]k; 7q [Iv[ 50 xu ສະຖານທູດຫວຽດນາມ... ຮອງປະທານ-ຜູ້ປະຈຳການ... ຮອງປະທານສະພາແຫ່ງຊາດ... ໂທລະເລກສະແດງ... ຂປລ. ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ຈັດພິທີ ສະເຫລີມສະຫລອງວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ຢູ່ສໍາ ນັກງານສະຖານທູດລາວ ທີ່ໂຕກຽວ ໂດຍມີແຂກຈາກກະຊວງການຕ່າງ ປະເທດຍີ່ປຸ່ນ, ສະມາຄົມມິດຕະພາບ ລັດຖະສະພາຍີ່ປຸ່ນ-ລາວ, ບັນດາທູ ຕານຸທູດ, ບັນດາກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ເພື່ອນມິດຊາວຍີ່ປຸ່ນ, ພີ່ນ້ອງຊາວ ລາວທີ່ດໍາລົງຊີວິດຢູ່ຍີ່ປຸ່ນ ແລະ ນັກ ສຶກສາລາວທີ່ກຳລັງສຶກສາຢູ່ຍີ່ປຸ່ນ ພ້ອມດ້ວຍພະນັກງານສະຖານທູດ ລາວ ເຂົ້າຮ່ວມ. ໂອກາດນີ້,ທ່ານອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໄດ້ມີຄໍາເຫັນ ໂດຍເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງການສະຖາປະ ນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແລະ ຜົນສໍາເລັດອັນໃຫຍ່ ຫລວງແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຕະ ຫລອດ 50 ປີ ຜ່ານມາ, ພ້ອມທັງໄດ້ ຍົກໃຫ້ເຫັນບາດກ້າວການຂະຫຍາຍ ຕົວຂອງເສດຖະກິດ, ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ພະລັງງານ, ໂທລະຄົມມະນາຄົມ, ການພັດທະນາຊັບພະຍາກອນມະ ນຸດ ແລະ ອື່ນໆ. ພ້ອມນັ້ນ, ທ່ານທູດ ຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ດ້ານການຕ່າງປະເທດ ຊຶ່ງປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ການທູດກັບ 151 ປະເທດໃນໂລກ ແລະ ບົດບາດອັນພົ້ນເດັ່ນຂອງປະ ເທດລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມທີ່ສໍາຄັນຂອງພາກ ພື້ນ ແລະ ສາກົນ ໂດຍສະເພາະຜົນ ສໍາເລັດຂອງ ສປປ ລາວ ເປັນເຈົ້າ ພາບຈັດກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 44 ແລະ ຄັ້ງທີ 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ໃນປີ 2024 ຜ່ານມາ. ໃນພິທີ, ທ່ານ ນາງ KUNI MITSU Ayano ຮອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ ຕາງໜ້າໃຫ້ແກ່ລັດຖະບານຍີ່ປຸ່ນ ກ່າວຄຳເຫັນຊົມເຊີຍວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ແລະ ຄົບຮອບ 70 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວຍີ່ປຸ່ນ. ພ້ອມທັງສະແດງຄວາມ ຂອບໃຈເປັນຢ່າງສູງຕໍ່ການຕ້ອນ ຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວ ພ້ອມດ້ວຍ ທ່ານທູດທີ່ເຮັດໃຫ້ການຢ້ຽມຢາມ ປະເທດລາວຂອງເຈົ້າຍິງ ໄອໂກະ (Aiko) ມີຜົນສຳເລັດຢ່າງຈົບ ງາມ ແລະ ຍັງໄດ້ກ່າວເຖິງຄວາມ ສຳຄັນຂອງເມືອງມໍລະດົກໂລກ ຫລວງພະບາງ ທີ່ເຈົ້າຍິງ Aiko ໄດ້ສະເດັດຢ້ຽມຢາມ ແລະ ຫວັງ ວ່າຈະມີນັກທ່ອງທ່ຽວຊາວຍີ່ປຸ່ນ ໄປຢ້ຽມຢາມປະເທດລາວຫລາຍ ຂຶ້ນໃນອະນາຄົດ. ພ້ອມນີ້, ທ່ານ ຍັງໄດ້ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ ສະໜັບສະໜູນ ສປປ ລາວ ຢ່າງ ຕັ້ງໜ້າໃນການສ້າງສະຖຽນລະ ພາບດ້ານການເງິນ ແລະ ບັນລຸ ການພັດທະນາເສດຖະກິດທີ່ມີຄຸນ ນະພາບ ແລະ ເປັນເຈົ້າຕົນເອງ, ພ້ອມທັງຈະເພີ່ມທະວີການເຈລະຈາ ລະຫວ່າງສອງປະເທດເພື່ອຮັກສາ ແລະ ເສີມສ້າງລະບຽບການສາກົນ ທີ່ເສລີ ແລະ ເປີດກວ້າງບົນພື້ນຖານ ຫລັກນິຕິທຳ; ທ່ານຍັງໄດ້ຍົກໃຫ້ ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງການຈັດສົ່ງອາສາສະໝັກຍີ່ປຸ່ນ ມາລາວ ຄົບຮອບ 60 ປີ ຊຶ່ງມາເຖິງ ປັດຈຸບັນມີ 1.110 ຄົນ ໄດ້ປະຕິບັດ ໜ້າທີ່ຢູ່ ສປປ ລາວ. ພິທີສະເຫລີມສະຫລອງວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງສະຖານທູດຄັ້ງນີ້ໄດ້ມີການ ສະແດງຟ້ອນ ແລະ ເປົ່າແຄນຂອງ ນັກສຶກສາລາວ, ມີວາງສະແດງຜົນ ງານສິລະປະກຳຮູບ ແຕ້ມ, ຮູບປັ້ນ ຂອງສິນລະປິນລາວ ແລະ ຍີ່ປຸ່ນ, ວາງສະແດງກາເຟລາວ, ເບຍລາວ, ເຫລົ້າຊາເກຍີ່ປຸ່ນ ຈໍານວນໜຶ່ງ ແລະ ງານປິດລົງດ້ວຍຜົນສໍາເລັດອັນຈົບ ງາມ, ເຮັດໃຫ້ແຂກທີ່ເຂົ້າຮ່ວມງານ ມີຄວາມປະທັບໃຈຕໍ່ວັດທະນະທໍາ ອັນດີງາມຂອງລາວ ແລະ ເຂົ້າໃຈ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຢູ່ປະເທດລາວ, ການພົວພັນ ແລະ ຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຍີ່ປຸ່ນ ໄດ້ຫລາຍຂຶ້ນ. ຂປລ. ໃນວັນທີ8ທັນວາ2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຮອງປະທານ-ຜູ້ ປະຈຳການຄະນະກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານໂຄງການ ກໍ່ສ້າງສາງສ້ອມແປງເຄື່ອນທີ່ ເລກ 1 ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີສະຫາຍ ພົນຕີ ເດີມີຕີຣ ຄຣາຍຢຽບ ວາລາດີເມຍໂຣວິດ ຫົວ ໜ້າຫ້ອງການຜູ້ຕາງໜ້າກະຊວງ ປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈຳລາວ, ພ້ອມດ້ວຍຜູ້ຕາງໜ້າ ກົມໃຫຍ່ເສນາທິການກອງທັບ, ຫ້ອງວ່າການກະຊວງປ້ອງກັນປະ ເທດ, ບັນດາສະຫາຍໃນຄະນະ ກຳມະການຮັບຜິດຊອບໂຄງການ ກໍ່ສ້າງສາງສ້ອມແປງເຄື່ອນທີ່ເລກ 1, ຄະນະຊ່ຽວຊານ ສ ຣັດເຊຍ ແລະ ວິຊາການທີ່ກ່ຽວຂ້ອງຂອງຝ່າຍ ລາວເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ ສີສຸກ ພົມມະຈັນ ຮອງຫົວໜ້າກົມ ເສນາເຕັກນິກ, ກົມໃຫຍ່ເຕັກນິກ ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ. ຂ້າພະເຈົ້າຂໍອວຍພອນ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະຊາຊົນສະຫະ ນະຄອນເອເມຣັດ ອາຣັບ ເພື່ອນ ມິດຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ. ໃນວັນດຽວກັນ,ທ່ານນາງປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະ ແດງຄວາມຊົມເຊີຍເຖິງສົມເດັດ ເຊກຄ໌ ຄາລິດ ບິນ ໂມຮາເມັດ ບິນ ຊາຢິດ ອາລ ນາຢັນ ອົງມົງກຸດຣາ ຊະກຸມມານ ແຫ່ງ ສະຫະນະ ຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ລັດຖະມົນຕີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ສົ່ງໂທລະເລກສະແດງ ຄວາມຊົມເຊີຍເຖິງ ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກ ຕຸມ ຮອງປະທານາທິບໍດີ ແຫ່ງ ສະຫະນະຄອນເອເມຣັດ ອາຣັບ, ນາຍົກລັດຖະມົນຕີ, ຜູ້ປົກຄອງນະ ຄອນອາບູ ດາບີ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະ ເລກສະແດງຄວາມຊົມເຊີຍເຖິງ ສົມເດັດ ເຊກຄ໌ ອັບດູນລາສ ບິນ ຊາຍຢິດ ອາລ ນາຢັນ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະຫະນະຄອນເອເມຣັດ ອາຣັບ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະນະຄອນເອເມຣັດ ອາຣັບ ຄົບຮອບ 54 ປີ ເຊັ່ນດຽວກັນ. ເຂົ້າຮ່ວມຮັບຟັງ. ໃນພິທີ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອຂອງປະທານ ໄກສອນ ພົມວິຫານ ກັບພາລະກິດປົດປ່ອຍ ຊາດ ໂດຍມີບາງຕອນວ່າ: ບົນ ເສັ້ນທາງປະຕິວັດອັນຍືດເ ຍື້ອ ຍາວນານນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍ ທົດສອບ, ລະອິດລະອ້ຽວ, ມີບາງ ຄັ້ງເກືອບເອົາຊີວິດບໍ່ລອດ, ເພິ່ນໄດ້ ປະຕິບັດບົດບາດເປັນແກ່ນກາງສໍາ ຄັນໃນການນໍາພາສ້າງຕັ້ງກອງທັບ ປະຊາຊົນລາວ (ກອງລາດຊະວົງ) ແລະ ສ້າງຕັ້ງພັກປະຊາຊົນລາວ, ໄດ້ນໍາພາຂະບວນການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງຈັກກະພັດ ຝຣັ່ງ ແລະ ອາເມລິກາ ດ້ວຍຫລາຍ ຮູບການ ແລະ ວິທີການ, ໄດ້ຊີ້ນໍາ ການປະຕິວັດ ແລະ ລວມລາວຄັ້ງ ທີໜຶ່ງ, ຊີ້ນໍາດ້ານທິດທາງ, ວິທີ ເຈລະຈາ, ນໍາໃຊ້ຍຸດໂທບາຍປະນິ ປະນອມຢ່າງມີຫລັກການ, ໄດ້ຊີ້ ນໍາໃນການຫັນທິດຕໍ່ສູ້ ແລະ ວາງ ນະໂຍບາຍການຕໍ່ສູ້, ສົມທົບການ ຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ແບບ ອື່ນ, ຕ້ານການແຊກແຊງຂອງພວກ ຈັກກະພັດລ່າເມືອງຂຶ້ນແບບໃໝ່, ຕ້ານນະໂຍບາຍທໍລະຍົດຊາດ, ທໍາ ລາຍປະຊາຊົນຂອງລັດຖະບານຫຸ່ນ, ຮູ້ໝູນໃຊ້ຮູບການ ແລະ ວິທີການຕໍ່ສູ້ ຢ່າງຖືກຕ້ອງສອດຄ່ອງກັບສະພາບ ຄວາມເປັນຈິງຂອງປະເທດເຮົາ; ໄດ້ຊີ້ນໍາກອງພັນທີສອງປະເທດ ລາວຕີຜ່າວົງປິດລ້ອມຂອງສັດຕູ (18/05-02/06/1959) ແລະ ຊີ້ນໍາໂດຍກົງກ່ຽວກັບແຜນການ ເອົາບັນດາຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ກັບຄືນ ຖານທີ່ໝັ້ນການປະຕິວັດດ້ວຍຄວາມ ປອດໄພ (24/05/1960), ໄດ້ຊີ້ ນໍາການຢຶດອໍານາດການປົກຄອງ ດ້ວຍ 3 ບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ ທັງໝົດ; ໄດ້ຊີ້ນໍາ ແລະ ບັນຊາການ ຫລາຍຂະບວນການຕໍ່ສູ້ໄດ້ຮັບໄຊ ຊະນະເປັນກ້າວໆ, ສາມາດປົດ ປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ພ້ອມດ້ວຍຄະນະໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025. ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ ແລະ ການ ຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ໃຫ້ໄດ້ຮັບ ກອງທັບໄດ້ໃຫ້ຮູ້ວ່າ: ໂຄງການດັ່ງ ກ່າວ ແມ່ນໄດ້ຮັບການຊ່ວຍເຫລືອ ດ້ານພາຫະນະ, ອຸປະກອນ-ເຕັກນິກ ສ້ອມແປງຈາກກະຊວງປ້ອງກັນ ປະເທດ ແຫ່ງ ສ ຣັດເຊຍ ໃຫ້ແກ່ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີເນື້ອທີ່ທັງໝົດ 33.5 ເຮັກຕາ ເຂດເຕັກນິກ 24,5 ເຮັກຕາ, ເຂດບໍລິຫານ 9 ເຮັກຕາ ໂດຍໄດ້ ແບ່ງເປັນ 2 ເຂດ ຄື: ເຂດເຕັກນິກ ປະກອບມີ 23 ໜ້າວຽກ ແລະ ເຂດບໍລິຫານ ປະກອບມີ 6 ໜ້າ ວຽກ ຊຶ່ງແມ່ນບໍລິສັດ ພີເອັດສ ແອວກໍ່ສ້າງຄົບວົງຈອນ ຈຳກັດຜູ້ ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ພະຈິກ 2024, ມາຮອດປັດຈຸບັນ ສໍາເລັດ 70%. ສໍາລັບການຕິດຕັ້ງ ອຸປະກອນສ້ອມແປງ ແລະ ອື່ນໆ ຈາກກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ແມ່ນໄດ້ສໍາເລັດ 100%. ຫລັງຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ຢ້ຽມ ຊົມບັນດາໂຄງສ້າງຕ່າງໆ, ລວມ ທັງພາຫະນະ-ກົນຈັກ, ອຸປະກອນ ເຕັກນິກພາຍໃນໂຄງການ ໂດຍ ແມ່ນສະຫາຍ ພົນຕີ ບັບກິນ ຢູຣີ ອາເລັກຊານໂດຣວິຈ, ຜູ້ຕາງໜ້າ ຈາກບໍລິສັດ ທຣານສຄອມ ສ ຣັດເຊຍ ເປັນຜູ້ນຳສະເໜີໃຫ້ຊາບ ທາງດ້ານຂໍ້ມູນຕ່າງໆ. ໃນໂອກາດດຽວກັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍ ຣັດເຊຍ ໂດຍສະເພາະກະຊວງ ປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ທີ່ໃຫ້ການຊ່ວຍເຫລືອທາງດ້ານ ຕ່າງໆ, ທັງໄດ້ສົ່ງຊ່ຽວຊານມາ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການໃຫ້ຮັບປະກັນຄຸນນະພາບ ແລະ ດຳເນີນຕາມແຜນການທີ່ກໍາ ນົດໄວ້ ຊຶ່ງໂຄງການດັ່ງກ່າວ ຈະ ຊ່ວຍຍົກລະດັບຄວາມສາມາດ ກໍຄື ປະສິດທິພາບ-ປະສິດທິຜົນ ແລະ ຄວາມທັນສະໄໝໃນວຽກງານ ປ້ອງກັນຊາດ ຂອງ ສປປ ລາວ ໃຫ້ ສູງຂຶ້ນກວ່າເກົ່າ; ໄດ້ສະແດງຄວາມ ຊົມເຊີຍຕໍ່ຄະນະຮັບຜິດຊອບຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ ທີ່ໄດ້ ເອົາໃຈໃສ່ຊີ້ນຳແລະ ຈັດຕັ້ງປະຕິບັດ ໂຄງການມີຄວາມຄືບໜ້າເປັນຢ່າງ ດີ. ຫລັງຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສືບ ຕໍ່ໄປຢ້ຽມຢາມໂຮງງານມິດຕະພາບ ລາວ-ຫວຽດນາມ(ຫລັກ 9) ທີ່ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ການພັດທະນາຍິ່ງໆຂຶ້ນ ແລະ ການ ຢ້ຽມຢາມໄດ້ມີຂຶ້ນໃນທ່າມກາງ ທີ່ສອງປະເທດພວມຮ່ວມກັນສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ຄົບຮອບ 30 ປີ ໃນປີ 2025. ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງຕີລາຄາ ສູງຕໍ່ຜົນຂອງກອງປະຊຸມປຶກສາ ຫາລືດ້ານການເມືອງຄັ້ງປະຖົມມະ ລືກລະຫວ່າງສອງກະຊວງການ ຕ່າງປະເທດລາວ ແລະ ອາແຊັກ ໄບຊານ ຊຶ່ງສອງຝ່າຍໄດ້ພ້ອມກັນ ທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດທາງດ້ານ ການເມືອງ, ການພົວພັນລະຫວ່າງ ສອງພັກ, ສອງລັດຖະສະພາຂອງ ສອງປະເທດ, ການຮ່ວມມືທາງ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການ ສຶກສາ, ລວມເຖິງວຽກງານການ ເກັບກູ້ລະເບີດບໍ່ທັນແຕກ ແລະ ສອງ ປະເທດຍັງມີທ່າແຮງ ໃນການເສີມ ຂະຫຍາຍສາຍພົວພັນນໍາກັນໃນ ຕໍ່ໜ້າ. ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຕີລາຄາສູງການພົວພັນຮ່ວມ ມືລະຫວ່າງສອງປະເທດທີ່ມີມາແຕ່ ດົນນານໃນຊຸມປີ70ຂອງສະຕະວັດ ທີ່ແລ້ວ, ຊຶ່ງປະເທດອາແຊັກໄບຊານ ໄດ້ໃຫ້ການຊ່ວຍເຫລືອດ້ານການ ພັດທະນາຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ ເປັນຈໍານວນຫລາຍ ຊຶ່ງປັດຈຸບັນບັນດາອະດີດນັກສຶກສາ ເຫລົ່ານັ້ນໄດ້ມີໜ້າທີ່ຕໍາແໜ່ງທີ່ສໍາ ຄັນໃນກົງຈັກພັກ-ລັດ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ເອລນູຣ ມາມາດົບ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ໄດ້ແຈ້ງໃຫ້ຝ່າຍລາວ ຊາບເຖິງຈຸດປະສົງຂອງການຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ລວມ ເຖິງຜົນຂອງການປຶກສາຫາລືກັບ ທ່ານ ໄມທອງ ທໍາມະວົງສາ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ຍັງໄດ້ ຢືນຢັນຈະຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ ແລະ ອາແຊັກໄບຊານ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງ ປະເທດໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນ ຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ສອງຝ່າຍໄດ້ແລກ ປ່ຽນຄໍາຄິດເຫັນຕໍ່ການພົວພັນຮ່ວມ ມືລະຫວ່າງສອງປະເທດໃນໄລຍະ ຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບແລະການຮ່ວມມື ອັນດີລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ, ການພົວພັນດ້ານ ພັກ ກໍຄື ການພົວພັນຮ່ວມມືອັນດີ ງາມລະຫວ່າງສອງອົງການນິຕິ ບັນຍັດ. ສອງຝ່າຍໄດ້ຕີລາຄາບົດ ບາດສໍາຄັນຄະນະມິດຕະພາບລັດ ຖະສະພາ ຊຶ່ງເປັນກົນໄກໜຶ່ງໃນ ການປະກອບສ່ວນຊຸກຍູ້ ແລະ ສົ່ງ ເສີມສາຍພົວພັນມິດຕະພາບລະ ຫວ່າງສອງປະເທດ ຊຶ່ງຝ່າຍອາ ແຊັກໄບຊານ ກໍຈະມີການສ້າງ ຄະນະມິດຕະພາບລັດຖະສະພາ ກັບສະພາແຫ່ງຊາດລາວ; ສະພາ ແຫ່ງຊາດລາວ ໄດ້ສົ່ງຄະນະຜູ້ແທນ ຂັ້ນສູງ ເຂົ້າຮ່ວມການເລືອກຕັ້ງ ປະທານາທິບໍດີຂອງອາແຊັກໄບ ຊານ ໃນເດືອນກຸມພາ 2024 ຜ່ານ ມາ. ລັດຖະສະພາອາແຊັກໄບຊານ ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງ ປະຊຸມໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ(ໄອປາ) ຄັ້ງທີ 45 ທີ່ ສະພາແຫ່ງຊາດລາວເປັນເຈົ້າພາບ ໃນປີ 2024, ສອງອົງການຍັງໄດ້ ມີການພົບປະໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນກອງປະຊຸມ IPU, APA, AIPA ແລະ ອື່ນໆ. ໂອກາດນີ້, ສອງຝ່າຍຍັງໄດ້ ປຶກສາຫາລື ແລະ ແລກປ່ຽນຄຳ ຄິດຄຳເຫັນ ເພື່ອເສີມຂະຫຍາຍ ການພົົວພັນຮ່ວມມືລະຫວ່າງສອງ ປະເທດ ກໍຄື ລະຫວ່າງສອງອົງການ ນິຕິບັນຍັດໃຫ້ສືບຕໍ່ຂະຫຍາຍຕົວ ຍິ່ງໆຂຶ້ນ; ສອງຝ່າຍເຫັນດີຊຸກຍູ້ໃຫ້ ສືບຕໍ່ມີການແລກປ່ຽນຄະນະຜູ້ ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳ ກັນ, ລວມເຖິງການສືບຕໍ່ໃຫ້ການ ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກ ພື້ນ ແລະ ສາກົນ. ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ສ ະ ຫ າ ຍ ສົ ມ ສ ະ ຫ ວ າ ດ ເລັ່ງສະຫວັດ ຍັງໃຫ້ຮູ້ອີກວ່າ: ຄຸນ ງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫລວງທີ່ສຸດ ໃນການນໍາພາ ພາລະກິດຕໍ່ສູ້ປົດ ປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ ກາຍເປັນຕົວແທນລວມຍອດແຫ່ງ ຄວາມຮັກຊາດ ແລະ ເປັນສັນຍະ ລັກແຫ່ງຊາດລາວວິລະຊົນ, ຄົນ ລາວພິລະອາດຫານ; ປະທານ ໄກສອນ ພົມວິຫານ ເປັນນັກການ ເມືອງທີ່ສະຫລາດສ່ອງໃສ, ເປັນ ນາຍທະຫານທີ່ປີຊາສາມາດ, ເປັນ ນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກ ໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກຳແໜ້ນຫລັກມູນພື້ນ ຖານຂອງສັດຈະວິພາກມາກ-ເລ ນິນ, ກຳສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ປະຊາຊົນ ລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ ທິດສະດີປະຕິວັດ; ຍາມໃດກໍຍຶດໝັ້ນ ແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ ຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນໃນກໍາລັງແຮງຂອງປະຊາ ຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວ ທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມ ໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດໃນແຕ່ ລະຂົງເຂດວຽກງານຢ່າງຮອບ ດ້ານ ແລະ ເລິກເຊິ່ງເປັນຕົ້ນຂົງເຂດ ເສດຖະກິດ, ການເມືອງ, ການ ສຶກສາ, ວັດທະນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານຕ່າງປະເທດ, ວຽກ ງານແນວໂຮມ ແລະ ວຽກງານອົງ ການຈັດຕັ້ງມະຫາຊົນ ແລະ ອື່ນໆ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ
11/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່ຈາກສະບັບກ່ອນ ບົດສະເໜີ 50 xu dkoIj ;,,n ]k;{9u o c|h oc2h oltmh vo7;k,leg]a f9kd]k;l6j lkdq o ©ດຍ ເກີດຂວັນªຈ ມາລີຈັນສີ ຄຳຖາມ5: ໜຶ່ງໃນນັ້ນທາງສູນ ກາງພັກກອມມູນິດຈີນ ໄດ້ກຳນົດໄວ້ ການພັດທະນາເສດຖະກິດ-ສັງຄົມ ນີ້ ແມ່ນຕ້ອງຖືເອົາຊີວິດການເປັນຢູ່ ຂອງປະຊາຊົນເປັນສຳຄັນ ຫລື ເປັນ ຫລັກທ່ານທູດເຫັນວ່າຄຳນີ້ມັນເລິກ ເຊິ່ງ ແລະ ມີຄວາມໝາຍແນວໃດ ທ່ານທູດກ່າວ: ສະແດງໃຫ້ເຫັນ ເຖິງທາດແທ້ຄຸນລັກສະນະຂອງ ພັກ, ຄືພັກເກີດຈາກປະຊາຊົນເຮັດ ເພື່ອປະຊາຊົນໂດຍປະຊາຊົນ. ສະ ນັ້ນ, ເວລາໃດພັກກອມມູນິດຈີນ ນັບແຕ່ມື້ກໍາເນີດໄດ້ຖືເອົາປະຊາຊົນ ເປັນສິ່ງທີ່ສູງສຸດກວ່າໝູ່, ດັ່ງພວກ ເຮົາເຫັນນໍາກັນໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ຜ່ານມາວ່າ ເປັນແຜນພັດທະນາທີ່ ໂລກໄດ້ຍ້ອງຍໍເປັນແຜນພັດທະນາ ທີ່ສືບເນື່ອງໝັ້ນທ່ຽງ ໃນເມື່ອເປັນ ຄືແນວນັ້ນເຮັດໃຫ້ຈີນມີການພັດທະ ນາໄວ, ທັງໝົດນັ້ນກໍຕ້ອງສະໜອງ ຄວາມຮຽກຮ້ອງຕ້ອງການພື້ນຖານ ຂອງປະຊາຊົນ, ນັ້ນກໍຖືວ່າປະຊາ ຊົນເປັນກົກສ້າງຄວາມນິຍົມ, ສ້າງ ໄດ້ການສະໜັບສະໜູນ ແລະ ເປັນ ທ່າແຮງອັນໜຶ່ງຂອງພັກກອມມູນ ຈີນ ຂຸດຄົ້ນເປັນທ່າແຮງທີ່ບົມຊ້ອນ ທີ່ບໍ່ເຫືອດແຫ້ງ, ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ, ນີ້ກໍເປັນເປົ້າ ໝາຍຂອງມວນມະນຸດທີ່ຈະຕ້ອງ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນນີ້ ເປັນຈຸດເດັ່ນອັນໜຶ່ງ. ທຸກສິ່ງທຸກ ຢ່າງພັກກອມມູນິດຈີນ ກໍຢືນຢັນ ວ່າ: ຕ້ອງເອົາປະຊາຊົນເປັນກົກ ເຮັດເພື່ອປະຊາຊົນ, ນີ້ຖືວ່າຫລາຍ ປະເທດໃນໂລກນັບທັງ ສປປ ລາວ ກໍໃຫ້ການສະໜັບສະໜູນ ແລະ ຊົມ ເຊີຍການພັດທະນາມາເຖິງປັດຈຸ ບັນນີ້, ຜົນສໍາເລັດມາຮອດຈຸດນີ້ ແລະ ໄດ້ເຄີຍໄປຖາມປະຊາຊົນຈີນ ໃນນາມທີ່ມາເປັນທູດຢູ່ນີ້ພັກເຮັດ ເພື່ອປະຊາຊົນແທ້. ສະນັ້ນ, ເຂົາ ເຈົ້າຈຶ່ງມີຄວາມຍິນດີ, ສະໜັບສະ ໜູນພັກ ແລະ ເຮັດເພື່ອພັກ. ຄຳຖາມ6: ທ່ານເຫັນວ່າ ແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ5ປີຄັ້ງທີ15ຂອງຈີນມີສ່ວນ ພົວພັນກັບການພັດທະນາເສດຖະ ກິດ ຂອງປະເທດລາວຄືແນວໃດ ແຜນພັດທະນາເສດຖະກິດສັງ ຄົມ 5 ປີຂອງຈີນ ມີຜົນຕໍ່ການພັດ ທະນາຂອງລາວຄື: ມີລັກສະນະຍຸດ ທະສາດ, ມີລັກສະນະຕໍ່ເນື່ອງ, ແຕ່ ສໍາຄັນອັນໜຶ່ງມີລັກສະນະວິທະຍາ ສາດ ໃນເມື່ອເປັນແນວນັ້ນໄດ້ສອດ ຫ້ອຍໄປກັບຜົນປະໂຫຍດອື່ນໆຮ່ວມ ກັນລວມໄປເຖິງລາວເຮົາ.ການວາງ ແຜນເທື່ອນີ້ພວກເຮົາຈະເຫັນຫລາຍ ດ້ານໃນນັ້ນແມ່ນ 7 ຈຸດໝາຍສູ້ຊົນ ແລະ 6 ຫລັກການຂອງເພິ່ນນັ້ນ ພວກເຮົາໄດ້ຄົ້ນຄວ້າວ່ານີ້ໄດ້ເປັນ ພື້ນຖານອັນໜຶ່ງສໍາລັບໃຫ້ແຕ່ລະ ປະເທດຄົ້ນຄວ້າ, ສຶກສານໍາເພິ່ນ ແລະ ອາດຍາດເອົາກາລະໂອກາດ ໃຫ້ໄດ້ຫລາຍທີ່ສຸດ ເພື່ອເຂົ້າສູ່ການ ຮ່ວມພັດທະນາ. ສໍາລັບສະຫາຍ ຈີນ ເພິ່ນໄດ້ວາງແມ່ນຫຍັງ ການ ພັດທະນາຫັນເປັນທັນສະໄໝເອົາ ຄຸນນະພາບເປັນຫລັກ, ພ້ອມການ ພັດທະນາສີຂຽວຍືນຍົງ, ອັນນີ້ລະ ແນ່ນອນມີທັງດ້ານກະສິກໍາ, ອຸດສາ ຫະກໍາ,ດີຈິຕອນແລະອື່ນໆ.ທັງໝົດ ນີ້ເປັນການເອົາໂອກາດໃຫ້ພວກເຮົາ ປັບໃຊ້ໃນແຜນພັດທະນາເສດຖະ ກິດຂອງລາວເຊັ່ນກັນ, ພວກເຮົາໄດ້ ເປັນຄູ່ຮ່ວມຊາຕາກໍານໍາກັນ, ເມື່ອ ຫລຽວຄືນຫລັງພວກເຮົາໄດ້ຮ່ວມມື ກັນໃນບັນດາໂຄງການຕ່າງໆ ໂດຍ ສະເພາະໂຄງການເສັ້ນທາງລົດໄຟ ລາວ-ຈີນ ຖືວ່າເປັນອີກໂຄງການ ໜຶ່ງທີ່ໃຫຍ່ສຸດ, ແນ່ນອນຈະເຮັດ ໃຫ້ການພັດທະນາຂອງລາວ ແລະ ການຮ່ວມມືມີບາດກ້າວໃໝ່, ມີ ຖ່ວງທ່າໃໝ່ ນັບມື້ນັບນໍາເອົາຜົນ ປະໂຫຍດມາສູ່ສອງຝ່າຍ. ຄຳຖາມ7: ແຕ່ປີນີ້ມາ ທ່ານ ທອງລຸນ ສີສຸລິດ ໄດ້ມີການພົບປະ ກັບ ທ່ານ ສີຈິ້ນຜິງ ມາຫລາຍຄັ້ງ ເຊິ່ງ ທ່ານ ທອງລຸນ ເຄີຍກ່າວວ່າ ປັດຈຸບັນການພົວພັນ ລາວ-ຈີນ ແມ່ນຢູ່ໃນໄລຍະດີທີ່ສຸດໃນປະຫວັດ s;o7n o,6 og-N vrk]tdy fxq fxj vp-kf 0v'xtmko wdlvo rq ,;y sko (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນາວາ 1920-13 ທັນວາ 2025) ສາດ. ທ່ານເຫັນວ່າ ກອງປະຊຸມ ຄົບຄະນະ ຄັ້ງທີ 4 ສະໄໝທີ 20 ຂອງສູນກາງພັກກອມມູນິດຈີນ ຈະ ສາມາດຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ກ້າວໄປ ໜ້າຕື່ມອີກຄືແນວໃດ ການພົວພັນ ລາວ-ຈີນ ໄດ້ຂະ ຫຍາຍຕົວຂຶ້ນສູ່ລະດັບສູງ ແລະ ເລິກເຊິ່ງກວ່າເກົ່າ, ເອີ້ນວ່າເປັນໄລ ຍະທີ່ດີທີ່ສຸດໃນປະຫວັດສາດ ເຊິ່ງ ມັນສະແດງອອກໃຫ້ເຫັນດັ່ງນີ້: ດ້ານການເມືອງມີຄວາມໄວ້ເນື້ອ ເຊື່ອໃຈກັນລະດັບສູງ, ການໄປມາ ຫາສູ່ກັນ, ຄະນະຜູ້ແທນຂັ້ນຕ່າງໆ ຈາກສູນກາງຮອດທ້ອງຖິ່ນ, ມີ ການແລກປ່ຽນທາງເບື້ອງພັກກໍຄື ບົດຮຽນການຄຸ້ມຄອງພັກ, ການ ກໍ່ສ້າງພັກ ແລະ ຄຸ້ມຄອງສັງຄົມ ແລະ ອື່ນໆ ແຕ່ສະຫລຸບແລ້ວ: ໃນ ໄລຍະນີ້ບົນພື້ນຖານສອງຝ່າຍໄດ້ ຈັດຕັ້ງປະຕິບັດແຜນແມ່ບົດຄັ້ງທີ 2 ເຊິ່ງແຜນແມ່ບົດນີ້ກໍເນັ້ນໜັກ ເຖິງໃຫ້ທັງສອງຝ່າຍວ່າ: ການ ພົວພັນບົນຈິດໃຈຊີ້ນໍາຂອງພັກໃຫ້ ສູງຂຶ້ນ, ໃຫ້ໄດ້ມາດຖານສູງຂຶ້ນ, ມີຜົນສໍາເລັດຫລາຍກວ່າເກົ່າ, ອັນ ນີ້ໃນເມື່ອກອງປະຊຸມເທື່ອນີ້ໄດ້ ວາງທິດນໍາຍຸດທະສາດຄືແນວ ນັ້ນບົນພື້ນຖານທີ່ວ່າ: ສອງພັກ ເຮົາລ້ວນແຕ່ແມ່ນພັກທີ່ຢຶດຖືລັດທິ ມາກ-ເລນິນ ເປັນພັກປະຕິວັດ, ສອງປະເທດມີຈຸດໝາຍສູ້ຊົນຄືກັນ ແມ່ນກໍ່ສ້າງສັງຄົມນິຍົມ ບົນພື້ນ ຖານດັ່ງກ່າວແນ່ນອນການປະສານ ສົມທົບລະຫວ່າງສອງພັກ ແລະ ການແລກປ່ຽນບົດຮຽນກໍຄືພວກ ເຮົາຮູ້ນໍາກັນຈີນໄດ້ສ້າງປະຫວັດ ສາດໜ້າໃໝ່ຂອງມວນມະນຸດທີ່ບໍ່ ມີໃຜເຮັດໄດ້ຄືການລົບລ້າງຄວາມ ທຸກຍາກເດັດຖານໄດ້ຢ່າງສິ້ນເຊີງ, ບົດຮຽນນີ້ຄືການລົບລ້າງຄວາມ ທຸກຍາກ ແລະ ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນຢູ່ດີກິນດີ ກໍ ລ້ວນແຕ່ແມ່ນບຸລິມະສິດຂອງພັກ- ລັດເຮົາ ໃນເມື່ອເປັນແນວນັ້ນບົດ ຮຽນຂອງສະຫາຍຈີນ ແນ່ນອນວ່າ ກໍເປັນບົດຮຽນ ແລະ ມີປະໂຫຍດທີ່ ສຸດຕໍ່ເຮົາ, ການກໍານົດຍຸດທະສາດ ທິດທາງຄືແນວນີ້ສະເພາະໜ້າ ແລະ ຍາວນານໃນການພັດທະນາຈະ ເປັນກາລະໂອກາດສໍາຄັນ, ເປັນ ການກະຕຸກຊຸກຍູ້ໃຫ້ແກ່ການພົວ ພັນຮ່ວມມືລະຫວ່າງລາວ-ຈີນໂດຍ ສະເພາະພວກເຮົາກໍເຫັນໂຄງການ ລົດໄຟລາວ-ຈີນ ເຊິ່ງເປັນໂຄງການ ເອີ້ນວ່າຄັນທຸງຂອງການຈັດຕັ້ງປະ ຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນ ທາງ ທີ່ສະເໜີໂດຍປະທານປະເທດ ຈີນ ແລະ ພວກເຮົາກໍໄດ້ຮັບຜົນສໍາ ເລັດຄືແນວນັ້ນ, ແນ່ນອນຕໍ່ໄປກໍຈະມີ ໂຄງການອື່ນໆເຮັດໃຫ້ຜົນປະໂຫຍດ ຂອງການນໍາໃຊ້ໂຄງການດັ່ງກ່າວ ມີປະສິດທິພາບ ມີປະສິດທິຜົນສູງ ຂຶ້ນ, ຈະເອື້ອອໍານວຍໃຫ້ແກ່ການໄປ ມາຫາສູ່ກັນລະຫວ່າງປະຊາຊົນ ກັບປະຊາຊົນ, ເພີ່ມຄວາມເຂົ້າອົກ ເຂົ້າໃຈ ເຊິ່ງກັນ ແລະ ກັນ, ການຂົນ ສົ່ງຜູ້ໂດຍສານ-ຂົນສົ່ງສິນຄ້າ ແລະ ອື່ນໆ ລະຫວ່າງລາວ-ຈີນ, ອາຊຽນ ແລະ ປະເທດອື່ນໆ ຈະເພີ່ມຂຶ້ນ ຈະ ສ້າງຜົນປະໂຫຍດອັນໃຫຍ່ຫລວງ ທັງສອງຝ່າຍ ແລະ ອື່ນໆ. ຂປລ. ທ່າມກາງບັນຍາກາດອັນ ເບີກບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມ ຊາດ, ພະນັກງານ ແລະ ນັກຮົບໃນ ທົ່ວປະເທດ ພວມອອກແຮງແຂ່ງ ຂັນກັນສ້າງຜົນງານ ແລະ ຂະບວນ ການອັນຟົດຟື້ນ ໂອກາດສະເຫລີມ ສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ກໍພໍດີ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາປະຕິວັດທີ່ ແສນເຄົາລົບຮັກຂອງປວງຊົນລາວ. ກ່ອນໜ້ານີ້ 105 ປີ ໂລກມະ ນຸດໄດ້ເກີດມີວິລະບູລຸດ, ໄກສອນ ພົມວິຫານ ກໍາເນີດຂຶ້ນທີ່ບ້ານນາ ແຊງ ເມືອງຄັນທະບູລີ, ແຂວງສະ ຫວັນນະເຂດ ໃນສະພາບແວດລ້ອມ ທີ່ປະຊາຊົນລາວ ຖືກກົດຂີ່ຂົ່ມເຫັງ ຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີອິດ ສະລະພາບ, ຖືກເກນໄປເປັນຂ້ອຍ ຂ້າ, ເປັນຂ້າທາດຮັບໃຊ້ຝຣັ່ງທຸກ ຮູບ ແບບ, ຊາຕາກໍາຂອງຊາດ ແລະ ຂອງປະຊາຊົນ ຈົ່ມຢູ່ໃນຄວາມສິ້ນ ຫວັງ; ຂະບວນການຕໍ່ສູ້ຂອງບັນ ດານັກຮັກຊາດທັງຫລາຍໃນຕົ້ນ ສະຕະວັດທີ 99 ໄດ້ລຸກຮືຂຶ້ນຢ່າງ ຕໍ່ເນື່ອງ ແຕ່ບັນດາຂະບວນການ ຕ່າງໆບໍ່ໄດ້ຮັບໄຊຊະຈົນກວ່າຈະມີ ພັກກອມມູນິດກໍາເນີດຂຶ້ນ ແລະ ພັກ ແຄວ້ນລາວນໍາພາ. ໃນທ່າມກາງບັນ ຍາກາດ ອັນແສນສາຫັດ ປະທານ ໄກສອນ ພົມວິຫານ ໃນເມື່ອເຍົາ ໄວໄດ້ແຕ່ຕັ້ງໃຈຮ່ໍາຮຽນ, ຊອກຫາ ຄວາມຮູ້ໃໝ່ ບົນເສັ້ນທາງການສຶກ ສານັບແຕ່ຊັ້ນປະຖົມສຶກສາ, ມັດ ທະຍົມສຶກສາ, ອຸດົມສຶກສາພາສາ ຝຣັ່ງ ແລະ ຮຽນທີ່ວິທະຍາໄລແພດ ສາດ, ວິທະຍາໄລກົດໝາຍທີ່ຮ່າ ໂນ້ຍ ສສ ຫວຽດນາມ. ໃນຂະບວນ ວິວັດການຮ່ໍາຮຽນນັ້ນ ສະພາບ ການຢູ່ອິນດູຈີນໄດ້ມີການຜັນແປ ຢ່າງສັບສົນແລະ ສົ່ງຜົນກະທົບເຖິງ 3 ປະເທດໃນອິນດູຈີນ, ປະທານ ໄກສອນ ພົມວິຫານ ຮູ້ດີກ່ຽວກັບ ທ່າອ່ຽງຂະຫຍາຍຕົວ ຂອງສະ ພາບການຢູ່ລາວ ແລະ ຫວຽດນາມ, ທ້າຍປີ 1944 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເປັນສະ ມາຊິກສະມາຄົມຊາວໜຸ່ມກູ້ຊາດ ຫວຽດນາມ(ຫວຽດມິນ) ເຊິ່ງເປັນ ບາດກ້າວທໍາອິດ ຂອງການເຂົ້າ ສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພີ່ນເປັນຜູ້ໜຶ່ງໃນບັນດາຜູ້ຮັກຊາດ ເຂົ້າຮ່ວມໃນຂະບວນການຢຶດອໍາ ນາດການປົກຄອງຈາກກໍາມືຂອງ ພວກຍີ່ປຸ່ນຢູ່ແຂວງສະຫວັນນະເຂດ ໃນວັນທີ 23 ສິງຫາ 1945, ນັ້ນຄື ຈຸດເລີ່ມຕົ້ນຂອງການເຄື່ອນໄຫວ ປະຕິວັດ ຂອງປະທານ ໄກສອນ ພົມວິຫານ. ບົນເສັ້ນທາງປະຕິວັດອັນຍືດ ເ ຍື້ອຍາວນານນັ້ນ , ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງ ທ້າທາຍທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ. ເພິ່ນໄດ້ປະຕິບັດບົດບາດເປັນແກ່ນ ກາງສໍາຄັນ ໃນການນໍາພາສ້າງ ຕັ້ງກອງທັບປະຊາຊົນລາວ (ກອງ ລາດຊະວົງ) ແລະ ສ້າງຕັ້ງພັກປະ ຊາຊົນລາວ, ໄດ້ນໍາພາຂະບວນ ການຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງຈັກກະພັດຝຣັ່ງ ແລະ ອາເມລິ ກາ ດ້ວຍຫລາຍຮູບການ ແລະ ວິທີ ການ, ໄດ້ຊີ້ນໍາການປະຕິວັດ ແລະ ລວມລາວຄັ້ງທີໜຶ່ງ, ຊີ້ນໍາດ້ານທິດ ທາງ, ວິທີເຈລະຈາ, ນໍາໃຊ້ຍຸດໂທ ບາຍປະນິປະນອມຢ່າງມີຫລັກ ການ; ໄດ້ມີການຊີ້ນໍາໃນການຫັນ ທິດຕໍ່ສູ້ ແລະ ວາງນະໂຍບາຍການ ຕໍ່ສູ້, ສົມທົບການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ແບບອື່ນ, ຕ້ານການ ແຊກແຊງຂອງພວກຈັກກະພັດອາ ເມລິກາ, ຕ້ານນະໂຍບາຍທໍລະຍົດ ຊາດ, ທໍາລາຍປະຊາຊົນຂອງລັດ ຖະບານຫຸ່ນ, ຮູ້ໝູນໃຊ້ຮູບການ ແລະ ວິທີການຕໍ່ສູ້ຢ່າງຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງປະເທດເຮົາ; ໄດ້ຊີ້ນໍາກອງ ພັນທີສອງປະເທດລາວ ຕີຜ່າວົງ ປິດລ້ອມຂອງສັດຕູ (18/5-2/6/ 1959) ແລະ ຊີ້ນໍາໂດຍກົງກ່ຽວ ກັບແຜນການເອົາບັນດາຜູ້ນໍາແນວ ລາວຮັກຊາດ ໂຕນອອກຈາກຄຸກ ໂພນເຄັງກັບຄືນຖານທີ່ໝັ້ນການ ປະຕິວັດ ດ້ວຍຄວາມປອດໄພ (24/ 05/1960), ໄດ້ຊີ້ນໍາການຢຶດອໍາ ນາດການປົກຄອງດ້ວຍ 3 ບາດ ຄ້ອນຍຸດທະສາດ ແບບບົວບໍ່ຊ້ໍາ ນ້ໍາບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ; ໄດ້ ຊີ້ນໍາ ແລະ ບັນຊາການຫລາຍຂະ ບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນ ກ້າວໆ, ສາມາດປົດປ່ອຍປະເທດ ຊາດໄດ້ຢ່າງມີໄຊ ແລະ ສະຖາປາ ນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຫວນຄືນ 50 ປີກ່ອນນີ້, ພາຍໃຕ້ ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ລະບົບການບໍລິຫານ ແມ່ນຖືກຄວບຄຸມບັນຊາດ້ວຍຂ້າ ລາຊະການຝຣັ່ງ ແລະ ຜູ້ທີ່ມີອໍາ ນາດຢູ່ແຕ່ລະທ້ອງຖິ່ນ; ເສດຖະກິດ ພົບຄວາມຫຍຸ້ງຍາກ, ການສຶກສາ ຍັງຈໍາກັດຫລາຍ, ລະບົບໂຮງຮຽນ ມີພຽງແຕ່ສໍາລັບລູກຫລານຂອງ ຜູ້ທີ່ມີຖານະໃນສັງຄົມ, ຊາວບ້ານ ສ່ວນໃຫຍ່ບໍ່ໄດ້ມີໂອກາດໄດ້ເຂົ້າ ຮຽນ; ພື້ນຖານໂຄງລ່າງພາຍໃນ ປະເທດຖືກສົງຄາມ ທໍາລາຍຢ່າງ ໜັກໜ່ວງ....ແຕ່ປະຊາຊົນບັນດາ ເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ໄດ້ຍອມ ຈໍານົນສັດຕູ, ຄວາມຄຽດແຄ້ນຍິ່ງ ເພີ່ມທະວີ, ຂະບວນການຕໍ່ສູ້ກໍນັບ ມື້ຍົກລະດັບຂຶ້ນ ກາຍເປັນຂະບວນ ການຕໍ່ສູ້ຂອງມະຫາຊົນທີ່ຂະຫຍາຍ ກວ້າງອອກໄປທົ່ວປະເທດ ແລະ ກໍາລັງຕໍ່ສູ້ປະຕິວັດ ກໍນັບມື້ນັບເຕີບ ໃຫຍ່ຂະຫຍາຍຕົວ. ຫລັງຈາກ ພັກ ກອມມູນິດອິນດູຈີນ ໄດ້ຮັບການ ສ້າງຕັ້ງຂຶ້ນ ໃນປີ 1930, ອິດທິພົນ ຂອງພັກກອມມູນິດອິນດູຈີນ ໄດ້ຂະ ຫຍາຍຕົວແຮງ ແລະ ກວ້າງຂວາງ ຢູ່ 3 ປະເທດອິນດູຈີນ, ໃນປີ 1934 ຄະນະພັກແຄວ້ນລາວ ກໍໄດ້ຮັບ ການສ້າງຕັ້ງຂຶ້ນ ໂດຍແມ່ນພັກ ກອມມູນິດອິນດູຈີນ, ພາຍໃຕ້ການ ນໍາພາຂອງຄະນະພັກແຄວ້ນລາວ ຂະບວນການຕໍ່ສູ້ຂອງປະຊາຊົນ ລາວ ສາມາດຍາດໄດ້ໄຊຊະນະ ຢ່າງຕໍ່ເນື່ອງ, ຈົນສາມາດຢຶດອໍາ ນາດການປົກຄອງປະກາດເອກະ ລາດໃນວັນທີ 12 ຕຸລາ 1945, ໄຊ ຊະນະດັ່ງກ່າວ ມີຄວາມໝາຍທາງ ປະຫວັດສາດອັນສໍາຄັນທີ່ສຸດ, ມັນ ເປັນເທື່ອທໍາອິດທີ່ປະຊາຊົນລາວ ບັນດາເຜົ່າ ໄດ້ກັບຄືນມາເປັນເຈົ້າ ຂອງປະເທດຊາດ ແລະ ເປັນເຈົ້າ ຂອງຊາຕາກໍາ ຂອງຕົນ ພາຍຫລັງ ທີ່ຕົກເປັນຂ້ອຍຂ້າ, ຖືກກົດຂີ່ມາ ເປັນເວລາ 100 ກວ່າປີ, ໄຊຊະນະ ນັ້ນໄດ້ເປີດສາກໃຫ້ແກ່ສະໄໝໃໝ່, ສະໄໝທີ່ປະຊາຊົນເຮົາ ໄດ້ຮັບການ ປຸກລະດົມ ໃຫ້ຕື່ນຕົວເຂົ້າຮ່ວມ ການຕໍ່ສູ້ທີ່ເອົາເປັນເອົາຕາຍກັບ ສັດຕູ ເພື່ອກອບກູ້ປະເທດຊາດບ້ານ ເມືອງ. ປະເທດລາວມີເອກະລາດ ໄດ້ບໍ່ດົນ ໃນເດືອນ ມີນາ ປີ 1946, ພວກລ່າເມືອງຂຶ້ນຝຣັ່ງ ກໍໄດ້ກັບ ຕ່າວຄືນມາຮຸກຮານປະເທດ ຂອງ ພວກເຮົາອີກຄັ້ງທີສອງ, ຕໍ່ໜ້າ ຄວາມຮຽກຮ້ອງຕ້ອງການອັນໃໝ່ ຂອງການປະຕິວັດທີ່ຂະຫຍາຍຕົວ ສູງຂຶ້ນ ພັກໄດ້ວາງແນວທາງຍຸດ ທະສາດ ທີ່ຖືກຕ້ອງສອດຄ່ອງກັບ ສະພາບຄວາມເປັນຈິງ ຂອງການ ປະຕິວັດ, ໃນວັນທີ 20 ມັງກອນ 1949 ກອງທັບປະຊາຊົນລາວ ກໍ ໄດ້ຮັບການສ້າງຕັ້ງຂຶ້ນ; ພາຍໃຕ້ ການນໍາພາຂອງພັກ, ຫລັງຈາກ ນັ້ນ ກອງທັບ ແລະ ປະຊາຊົນເຮົາ ນັບມື້ຍາດໄດ້ໄຊຊະນະໃຫຍ່ຫລວງ ໃນທົ່ວສະໜາມຮົບອິນດູຈີນ, ຈົນ ພວກລ່າເມືອງຂຶ້ນຝຣັ່ງຈໍາຕ້ອງ ເຊັນສັນຍາເຊີແນວ ປີ 1954 ກ່ຽວ ກັບອິນດູຈີນ, ຮັບຮູ້ເອກະລາດ, ອະ ທິປະໄຕ, ເອກະພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງ 3 ປະເທດ, ລາວ, ຫວຽດນາມ ແລະ ກໍາປູເຈຍ ເຮັດໃຫ້ແອກຄອບຄອງເປັນເວລາ 60 ກວ່າປີ ຂອງພວກລ່າເມືອງຂຶ້ນ ຝຣັ່ງ ຢູ່ປະເທດເຮົາສິ້ນສຸດລົງ, ປະກອບສ່ວນເຂົ້າໃນການເປີດ ສາກ ແລະ ຊຸກຍູ້ຂະບວນວິວັດແຫ່ງ ການພັງທະລາຍ ຂອງລັດທິລ່າ ເມືອງຂຶ້ນແບບເກົ່າ ໃນຂອບເຂດ ທົ່ວໂລກ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ທີ່ດໍາເນີນຢູ່ນະຄອນ ຫລວງວຽງຈັນ ໄດ້ປະກາດຢ່າງ ສະຫງ່າຜ່າເຜີຍລົບລ້າງລະບອບ ລາຊາທິປະໄຕທີ່ພົ້ນສະໄໝ, ສະຖາ ປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນແທນ, ເຮັດໃຫ້ການປະຕິວັດຊາດປະຊາ ທິປະໄຕ ຢູ່ປະເທດເຮົາ ໄດ້ຮັບໄຊ ຊະນະຢ່າງສະຫງ່າງາມ ແລະ ເປັນ ການສິ້ນສຸດແອກຄອບຄອງອັນ ໂຫດຮ້າຍສາມານຂອງສັກດີນາ ແລະ ລະບອບລ່າເມືອງຂຶ້ນ ຢູ່ປະ ເທດເຮົາລົງໂດຍສິ້ນເຊີງ, ໄຂສັງ ກາດໃໝ່ສັງກາດແຫ່ງຄວາມເປັນ ເອກະລາດ ອິດສະລະພາບ ແລະ ກ້າວຂຶ້ນສັງຄົມນິຍົມ ຂອງຊາດ ລາວເຮົາ, ແມ່ນໄຊຊະນະປະຫວັດ ສາດ ທີ່ມີຄວາມໝາຍຍຸກສະໄໝ ອັນເລິກເຊິ່ງ, ເປັນໝາກຜົນລວມ ຍອດແຫ່ງການຕໍ່ສູ້ປະຕິວັດ ທີ່ ເຕັມໄປດ້ວຍຄວາມເສຍສະລະ, ຄວາມຍາກລໍາບາກຕະຫລອດໄລ ຍະຫລາຍສິບປີ ຂອງປະຊາຊົນ ເຮົາພາຍໃຕ້ການນໍາພາ ຂອງພັກ ກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ຂອງພັກປະຊາຊົນປະຕິວັດ ລາວ ໃນປັດຈຸບັນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==