ຂປລ
ທ່ານ ນາເຣັນທຣາ ໂມດີ (Narendra Modi), ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ໄດ້ລົງນາມໃນຖະແຫລງການຮ່ວມ ພາຍຫລັງ ກອງປະຊຸມສຸດຍອດ ອິນເດຍ-ຣັດເຊຍ ຄັ້ງທີ 23 ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ນິວແດນລີຂອງ ອິນເດຍ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 5 ທັນວາ, ທ່ານ ນາເຣັນທຣາ ໂມດີ (Narendra Modi), ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ໄດ້ລົງນາມ ໃນຖະແຫລງການຮ່ວມ ພາຍຫລັງ ກອງປະຊຸມສຸດຍອດ ອິນເດຍ - ຣັດເຊຍ ຄັ້ງທີ 23 ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ນິວແດນລີຂອງ ອິນເດຍ. ຖະແຫລງການຮ່ວມ ໄດ້ເນັ້ນໜັກເຖິງ ການເພີ່ມທະວີ ການຮ່ວມມື ຍຸດທະສາດ ໃນຫລາຍ ຂົງເຂດຫລັກແຫລ່ງ. ຂະນະທີ່ ດ້ານເສດຖະກິດ-ການຄ້າ, ອິນເດຍ ແລະ ຣັດເຊຍ ໄດ້ຢືນຢັນຄືນ ເປົ້າໝາຍ ຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 100 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດສ້າງ ຄວາມດຸ່ນດ່ຽງ ແລະ ຍືນຍົງ. ໃນຂົງເຂດ ປ້ອງກັນຊາດ, 2 ຝ່າຍໄດ້ເນັ້ນໜັກເຖິງ ການກຳນົດທິດ ຫັນໄປສູ່ເລື່ອງ ພ້ອມກັນ ຄົ້ນຄວ້າ, ພັດທະນາ ແລະ ຜະລິດບັນດາ ລະບົບປ້ອງກັນຊາດຢູ່ ອິນເດຍ ສອດຄ່ອງກັບ ຂໍ້ລິເລິ່ມ “ຜະລິດຢູ່ ອິນເດຍ”, ມຸ່ງໄປເຖິງການສົ່ງອອກໄປສູ່ ປະເທດທີ 3./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL