ອາຣັບບີ ຊາອຸດິດ-ກາຕາ ລົງນາມສ້າງທາງລົດໄຟຄວາມໄວສູງ

11/12/2025 16:23
ຂປລ ອາຣັບບີ ຊາອຸດິດ ແລະ ກາຕາ ຕົກລົງກໍ່ສ້ງທາງລົດໄຟ ຄວາມໄວສູງ ເຊື່ອມຕໍ່ລະຫວ່າງ ເມືອງຫລວງຂອງສອງປະເທດ , ຊຶ່ງຖືເປັນ ສັນຍານຫລ້າສຸດ ຂອງ ຄວາມສຳພັນທີ່ດີຂຶ້ນ ລະຫວ່າງ ສອງປະເທດ ທີ່ເຄີຍມີຄວາມຂັດແຍ່ງ ກັນຢ່າງຮຸນແຮງ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ຣີຢັດ ປະເທດ ອາຣັບບີຊາອຸດິດ ເມື່ອບໍ່ດົນມານີ້ວ່າ: ອາຣັບບີ ຊາອຸດິດ ແລະ ກາຕາ ຕົກລົງກໍ່ສ້ງທາງລົດໄຟ ຄວາມ ໄວສູງ ເຊື່ອມຕໍ່ລະຫວ່າງ ເມືອງຫລວງຂອງສອງປະເທດ , ຊຶ່ງຖືເປັນ ສັນຍານຫລ້າສຸດ ຂອງ ຄວາມສຳພັນທີ່ດີຂຶ້ນ ລະຫວ່າງ ສອງປະເທດ ທີ່ເຄີຍມີຄວາມຂັດແຍ່ງ ກັນຢ່າງຮຸນແຮງ.

ລົດໄຟໂດຍສານໄຟຟ້າ ຄວາມໄວສູງ ຈະເຊື່ອມຕໍ່ ລະຫວ່າງ ນະຄອນຫລວງ ຣິຢັດ ກັບ ນະຄອນຫລວງ ໂດຣາ ແລະ ຄາດວ່າ ເມືອງ ອັລ-ໂຮຟຸຟ ແລະ ດຳມານ ທາງພາກ ຕາເວັນອອກ ຂອງ ອາຣັບບີ ຊາອຸດິດ ຈະຢູ່ໃນເສັ້ນທາງນີ້ ເຊັ່ນກັນ. ລົດໄຟລຳນີ້ ຈະມີຄວາມໄວ ຫລາຍກວ່າ 300 ກິໂລແມັດ ຕໍ່ຊົ່ວໂມງ, ສ່ວນການ ເດີນທາງ ຈະໃຊ້ເວລາປະມານ 2 ຊົ່ວໂມງ, ໃນຂະນະທີ່ ຖ້ຽວບິນ ລະຫວ່າງ ທັງສອງເມືອງຫລວງ ໂດຍປົກກະຕິແລ້ວ ໃຊ້ເວລາປະມານ 90 ນາທີ.ໂດຍຖະແຫລງການ ລະບຸວ່າ: ໂຄງການດັ່ງກ່າວ ຈະສ້າງສຳເລັດ ໃນໄລຍະ 6 ປີ ແລະ ຈະຮອງຮັບ ຜູ້ໂດຍສານໄດ້ 10 ລ້ານຄົນຕໍ່ປີ. ນອກນັ້ນ, ຂໍ້ຕົກລົງ ດັ່ງກ່າວ ໄດ້ລົງນາມໂດຍ ເຈົ້າຊາຍ ໂມຮຳເຫມັດ ບິນ ຊັລມານ ມົງກຸດຣາຊະກຸມາຣ ແລະ ນາຍົກ ລັດຖະມົນ ຕີແຫ່ງ ອາຣັບບີ ຊາອຸດິດ ກັບ ທ່ານ ຊິດ ທາມິນ ບິນ ຮາຫມັດ ອັລ-ທານີ ເຈົ້າຄອງລັດກາຕາ ໃນລະຫວ່າງ ການເດີນທາງ ຢ້ຽມຢາມ ນະຄອຫລວງ ຣີຢັດ ຂອງ ອາຣັບບີ ຊາອຸດິດ./

 

KPL

ຂ່າວອື່ນໆ

ads
ads

Top