ຂປລ
ຂປລ. ໃນວັນທີ 10 ທັນວາ ປີ 2025, ໄດ້ມີການແຂ່ງຂັນກິລາເປຕັງ ໃນງານມະຫະກໍາກິລາເຊເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ ຊຶ່ງເປັນມື້ທໍາອິດຂອງການຊີງໄຊ 4 ຫລຽນຄໍາ ປະເພດດ່ຽວ ຍິງ-ຊາຍ ແລະ ຊຸດຕິງຍິງ-ຊາຍ.

ຂປລ. ໃນວັນທີ 10 ທັນວາ ປີ 2025, ໄດ້ມີການແຂ່ງຂັນກິລາເປຕັງ ໃນງານມະຫະກໍາກິລາເຊເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ ຊຶ່ງເປັນມື້ທໍາອິດຂອງການຊີງໄຊ 4 ຫລຽນຄໍາ ປະເພດດ່ຽວ ຍິງ-ຊາຍ ແລະ ຊຸດຕິງຍິງ-ຊາຍ.
ການແຂ່ງຂັນດັ່ງກ່າວ ນັກກິລາເປຕັງທີມຊາດລາວ ສາມາດຍາດໄດ້ 1 ຫລຽນຄຳ ຈາກນາງ ໂບວິລັກ ເທບພະກັນ ປະເພດຍິງດ່ຽວທີ່ເອົາຊະນະນັກກິລາຈາກໄທ ເຈົ້າພາບ 13-11 ຄະແນນ. ຂະນະທີ່ ທ້າວ ບຸນຕາມີ ສຸທຳມະວົງ ກໍຍາດໄດ້ຫລຽນເງິນປະເພດຊາຍດ່ຽວ ຫລັງເສຍໃຫ້ນັກກິລາຈາກອິນໂດເນເຊຍ 7-13 ຄະແນນ. ນອກຈາກນີ້, ທ້າວ ພຸດທະລາ ແກ້ວກັນນິກາ ກໍໄດ້ຫລຽນທອງ ປະເພດ Shooting ຊາຍ.
ສະຫລຸບແລ້ວ ທັບນັກກິລາເປຕັງທີມຊາດລາວ ສາມາດຍາດມາໄດ້ແລ້ວ 1 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ.
KPL