ຂປລ
ຂປລ. ເມື່ອກ້າວເຂົ້າສູ່ລະດູໜາວ ເຊິ່ງຫລາຍເຂດແຂວງໃນທົ່ວປະເທດ ຈະຖືກປົກຫຸ້ມໄປດ້ວຍອາກາດທີ່ແຕກຕ່າງກັນອອກໄປ ໂດຍສະເພາະພາກເໜືອ ເປັນເຂດທີ່ມີປ່າໄມ່ເປັນສ່ວນຫລາຍ ແລະ ເປັນເຂດທີ່ມີອາດກາດໜາວເຢັນຫລາຍກວ່າເຂດອື່ນໆ
ຂປລ. ເມື່ອກ້າວເຂົ້າສູ່ລະດູໜາວ ເຊິ່ງຫລາຍເຂດແຂວງໃນທົ່ວປະເທດ ຈະຖືກປົກຫຸ້ມໄປດ້ວຍອາກາດທີ່ແຕກຕ່າງກັນອອກໄປ ໂດຍສະເພາະພາກເໜືອ ເປັນເຂດທີ່ມີປ່າໄມ່ເປັນສ່ວນຫລາຍ ແລະ ເປັນເຂດທີ່ມີອາດກາດໜາວເຢັນຫລາຍກວ່າເຂດອື່ນໆ, ອັນເຮັດໃຫ້ຫລາຍໆທ່ານທີ່ຢາກໄປຖ້າລົມໜາວ ຈະເດີນທາງໄປທ່ອງທ່ຽວເຂດພາກເໜືອຫລາຍເປັນພິເສດ ໂດຍສະເພາະແມ່ນພູພຽງຟ້າ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຫລາຍໃນລະດູໜາວ, ດ້ວຍຄວາມສວຍງາມຂອງພູຜາປ່າໄມ້ ທີ່ຂຽວງາມອຸ່ມທຸ່ມ, ທຳມະຊາດທີ່ອຸດົມສົມບູນ ເຮັດໃຫ້ພູພຽງຟ້າ ກາຍເປັນທະເລໝອກທີ່ງົດງາມສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ພູພຽງຟ້າ ເປັນພູພຽງແຫ່ງໜຶ່ງ ທີ່ຕັ້ງຢູ່ລະຫວ່າງທາງຜ່ານຈາກເສັ້ນທາງນະຄອນຫລວງວຽງຈັນ ຫາ ເມືອງພູຄູນ ແຂວງຫລວງພະບາງ ຕາມສາຍທາງເລກທີ 13 ເໜືອ ໄລຍະທາງປະມານ 260 ກິໂລແມັດ, ຖ້າຫາກອອກມາຈາກທາງວຽງຈັນ ກໍຈະຮອດພູຟ້າກ່ອນ ເມືອງພູຄູນ ປະມານ 20 ນາທີ . ພູພຽງຟ້າ ເປັນຈຸດຊົມທິວທັດທໍາມະຊາດທີ່ສວຍສົດງົດງາມ ແລະ ເປັນຈຸດແວ່ພັກໃຫ້ຫາຍເມື່ອຍຂອງຫລາຍຄົນ, ດ້ວຍບັນຍາກາດອັນບໍລິສຸດເຢັນສະບາຍມີສາຍລົມພັດຜ່ານເຮັດໃຫ້ສາມາດສຳຜັດເຖິງທຳມະຊາດອັນແທ້ຈິງ. ພູພຽງຟ້າແຫ່ງນີ້ ຍັງສາມາດ ແນມເຫັນ ພູພະເຈົ້າ ທີ່ຢູ່ເທິງເສັ້ນທາງໄປວັງວຽງ (ສາເຫດທີ່ຊື່ພູພະເຈົ້າເພາະວ່າ ເປັນພູສາມຫລ່ຽມ ຄືກັບພະເຈົ້ານັ້ນເອງ), ຖ້າຫາກມາຕອນຕາເວັນໃກ້ຊິຕົກດິນ ບັນຍາກາດທີ່ນີ້ກໍແຫ່ງງາມ ຫລື ຖ້າແມ່ນໃນລະດູໜາວ ອາກາດທີ່ນີ້ຈະໜາວເຢັນ ມີໝອກລອຍປົກຄຸມຈົນຂາວຈຸ່ນພຸ່ນໄປທົ່ວໃນຕອນເຊົ້າ ທີ່ຫລາຍຄົນມັກເອີ້ນກັນວ່າ: “ທະເລໝອກ” ຊຶ່ງບາງມື້ອາກາດເຢັນພໍດີ ແລະ ມີແດດອ່ອນໆຄ່ອຍໆສາດສ່ອງລົງມາ ສາມາດແນມເຫັນທິວທັດໄດ້ຢ່າງຊັດເຈນ. ນອກຈາກຄວາມງົດງາມຂອງທິວທັດທໍາມະຊາດແລ້ວ, ເທິງພູພຽງຟ້າ ຍັງມີສະຖານທີ່ກວ້າງຂວາງ ບໍ່ແອອັດ ມີມູມໃຫ້ຖ່າຍຮູບງາມໆ, ມີບ່ອນປິກນິກ, ມີການບໍລິການກາງເຕັ້ນນອນຊົມນັບດາວ ແລະ ທີ່ສໍາຄັນຍັງມີຮ້ານອາຫານພູພຽງຟ້າ ເຊິ່ງເປັນທີ່ພັກຜ່ອນຮັບປະທານອາຫານ, ດື່ມກາເຟຮ້ອນໆ ຫລື ຈະນັ່ງຈິບເຄື່ອງດື່ມເຢັນໆພໍປະມານກໍໄດ້.
ເຖິງແນວໃດກໍຕາມ, ແຖບຖິ່ນພູຄູນແຫ່ງນີ້ ເຖິງຈະເປັນເສັ້ນທາງທີ່ຄົດໂຄ້ງແດ່ກໍຕາມ ແຕ່ການເດີນທາງເຕັມໄປດ້ວຍບັນຍາກາດທີ່ສວຍງາມ ເປັນທີ່ໜ້າສົນໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວ ມາຢ້ຽມຊົມເປັນຈຳນວນຫລວງຫລາຍໂດຍສະເພາະແມ່ນຊາວຕ່າງປະເທດ ທັງຂີ່ລົດຖີບ, ລົດຈັກ ຈໍາພວກ big bike ທີ່ລວມຕົວກັນອອກທ່ອງທ່ຽວແຖບຖິ່ນດິນລາວເໜືອເປັນກຸ່ມໆ ເພື່ອຊື່ນຊົມຄວາມງາມລະຫວ່າງສອງຂ້າງທາງໄດ້ຢ່າງເບີກບານສໍາລານໃຈ.
ກ່ອນທ່ານຈະເດີນທາງເຂົ້າສູ່ເຂດພູພຽງຟ້າ ກໍມີຫລາຍບ້ານທີ່ທ່ານຈະໄດ້ເຫັນ ທີ່ຍັງຄົງກິ່ນອາຍຂອງວັດທະນະທໍາ ອັນດັ່ງເດີມທ່າມກາງຄວາມພັດທະນາຄ່ອຍໆເຂົ້າມາຫາເທື່ອລະກ້າວ ເຊັ່ນວ່າ: ບ້ານຜາເຈົ້າ, ບ້ານຫີນໂງ່ນ, ບ້ານນໍ້າແປ໊ກ ແລະ ບ້ານອື່ນໆ. ການໄປພິຊິດພູພຽງຟ້າ ເຊິ່ງຖືເປັນຈຸດຊົມທິວທັດທີ່ທ່ານຄວນຫາໂອກາດໄປຢ້ຽມຢາມໃຫ້ໄດ້ ໂດຍສະເພາະ ໃນລະດູໜາວ ຈະຊຸ່ມເຢັນເຕັມໄປດ້ວຍທະເລໝອກ ເພາະພູພຽງຟ້າໄດ້ກາຍມາເປັນຈຸດນັດພົບຈຸດທ່ອງທ່ຽວທີ່ສໍາຄັນອີກແຫ່ງໜຶ່ງທີ່ທ່ານຕ້ອງໄປສຳພັດໃຫ້ເຖິງທີີ່ ໂດຍປັດຈຸບັນ ເຂດສາລາພູຄູນ ກໍມີຫລາຍກິດຈະກຳທ່ອງທ່ຽວທີ່ສ້າງຂຶ້ນມາ ເພື່ອຮອງຮັບນັກທ່ອງທ່ຽວທີ່ຫລາກຫລາຍ, ດ້ວຍການບໍລິການທີ່ດີ.
ໂດຍ: ແສງສະຫວັນ
KPL