ຂປລ
ພາຍຫລັງ ກ້າວເຂົ້າສູ່ສະຕະວັດທີ 21 ມາຮອດ ປັດຈຸບັນ, ໄພຂົ່ມຂູ່ຕ່າງໆ ເຊັ່ນ: ຄວາມອຶດຫິວ, ຄວາມທຸກຍາກ, ສົງ ຄາມ, ລັດທິກໍ່ການຮ້າຍ, ມົນລະພິດ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນໄດ້ສະ ຫລັບ ສັບຊ້ອນໄປພ້ອມກັນ, ກາຍເປັນສິ່ງທ້າທາຍ ທີ່ເລິກເຊິ່ງ ຕໍ່ການຮັບປະກັນສິດທິມະນຸດ ຂອງປະເທດຕ່າງໆ ກໍຄື ການຄຸ້ມຄອງ ສິດທິມະນຸດໂລກ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ພາຍຫລັງ ກ້າວເຂົ້າສູ່ສະຕະວັດທີ 21 ມາຮອດ ປັດຈຸບັນ, ໄພຂົ່ມຂູ່ຕ່າງໆ ເຊັ່ນ: ຄວາມອຶດຫິວ, ຄວາມທຸກຍາກ, ສົງຄາມ, ລັດທິກໍ່ການຮ້າຍ, ມົນລະພິດ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ໄດ້ສະຫລັບ ສັບຊ້ອນໄປພ້ອມກັນ, ກາຍເປັນສິ່ງທ້າທາຍ ທີ່ເລິກເຊິ່ງ ຕໍ່ການຮັບປະກັນສິດທິມະນຸດ ຂອງປະເທດຕ່າງໆ ກໍຄື ການຄຸ້ມຄອງ ສິດທິມະນຸດໂລກ. ພາຍໃຕ້ ສະພາບການດັ່ງກ່າວ, ພາລະກິດສິດທິມະນຸດຂອງ ສປ ຈີນ ໄດ້ບຸກເບີກ ເສັ້ນທາງການພັດທະນາ ສິດທິມະນຸດ ທີ່ມີສີສັນພິເສດຂອງ ສປ ຈີນ, ບໍ່ພຽງແຕ່ ໄດ້ສະໜອງບົດຮຽນ ໃຫ້ແກ່ປະເທດອື່ນໆ ໃນການຊອກຄົ້ນຫາ ເສັ້ນທາງແຫ່ງສິດທິມະນຸດເທົ່ານັ້ນ, ຍັງໄດ້ປະກອບສ່ວນດ້ານສະຕິປັນຍາ ເຂົ້າໃນການປັບປຸງ ການຄຸ້ມຄອງ ສິດທິມະນຸດໂລກ ອີກດ້ວຍ. ໃນຊຸມປີມໍ່ໆມານີ້, ສິດທິມະນຸດຂອງ ສປ ຈີນ ໄດ້ຮັບການຮັບປະກັນ ແບບບໍ່ເຄີຍມີມາກ່ອນ. ຕົວຢ່າງເຊັ່ນ: ສປ ຈີນ ໄດ້ແກ້ໄຂບັນຫາຄວາມທຸກຍາກ ຂັ້ນເດັດຖານ ເປັນຄັ້ງປະຫວັດສາດ, ໄດ້ສ້າງເປັນສັງຄົມ ທີ່ອີ່ມໜໍາສໍາລານຢ່າງຮອບດ້ານ, ທັງໄດ້ສ້າງເປັນລະບົບການສຶກສາ, ລະບົບປະກັນສັງຄົມ, ລະບົບສາທາລະນະສຸກ ແລະ ການປິ່ນປົວຂະໜາດໃຫຍ່ທີ່ສຸດຂອງໂລກ, ເຮັດໃຫ້ສິດທິ ຂອງກຸ່ມຄົນ ເປົ້າໝາຍຕ່າງໆ ເຊັ່ນ: ຊົນເຜົ່າສ່ວນໜ້ອຍ, ແມ່ຍິງ, ເດັກນ້ອຍ, ຜູ້ສູງອາຍຸ, ຄົນພິການ ແລະ ອື່ນໆ ໄດ້ຮັບການຮັບປະກັນ ຢ່າງເຕັມສ່ວນ.
ນອກນີ້, ສປ ຈີນ ໄດ້ປະກອບສ່ວນ ເຂົ້າໃນການຄຸ້ມຄອງ ສິດທິມະນຸດໂລກ ຢ່າງຕັ້ງໜ້າ. ແນວຄິດການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ສະເໜີໂດຍຈີນ ຖືກລະບຸໄວ້ໃນມະຕິ ຂອງສະພາ ສິດທິມະນຸດ ອົງການ ສະຫະປະຊາຊາດ ເປັນເວລາ 10 ກວ່າຄັ້ງ, ກາຍເປັນສ່ວນປະກອບ ອັນສໍາຄັນ ຂອງລະບົບການປະກອບຄໍາເຫັນ ດ້ານສິດທິມະນຸດສາກົນ. ຂະນະທີ່ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ລິເລີ່ມໂດຍ ສປ ຈີນ ນັ້ນ, ບໍ່ພຽງແຕ່ ເປັນເສັ້ນທາງ ແຫ່ງສັນຕິ ພາບ, ຄວາມຈະເລີນຮຸ່ງເຮືອງ, ການເປີດປະຕູ, ການປະດິດສ້າງ ແລະ ອະລິຍະທໍາເທົ່ານັ້ນ, ຍັງເປັນເສັ້ນທາງ ແຫ່ງສິດທິ ມະນຸດ ເພື່ອບັນລຸການພັດທະນາຮ່ວມກັນ ຂອງມວນມະນຸດນໍາອີກ. ສປ ຈີນ ໄດ້ເຜີຍແຜ່ ແລະ ສາທິດເຕັກນິກກະສິກໍາຫລາຍກວ່າ 1.500 ລາຍການ ເຊັ່ນ: ຈວິ່ນສ້າວ ແລະ ເຂົ້ານາພັນປະສົມ ເປັນຕົ້ນ ໃຫ້ແກ່ປະເທດຕ່າງໆ, ໂດຍໄດ້ຊ່ວຍເຫລືອພາກພື້ນຕ່າງໆ ເຊັ່ນ: ອາຊີ, ອາຟຣິກາ, ເຂດມະຫາສະໝຸດ ປາຊີຟິກໃຕ້, ອາເມຣິກາ ລາຕິນ ແລະ ກາຣາອິບ ເປັນຕົ້ນ ຊຸກຍູ້ການຫຼຸດຜ່ອນ ຄວາມ ທຸກຍາກ ຢູ່ເຂດຊົນນະບົດ, ໂດຍໄດ້ສົ່ງເສີມ ການພັດທະນາ ກະສິກໍາ ທີ່ທັນສະໄໝ ກໍຄື ການຊ່ວຍເຫລືອ ຊາວກະສິກອນ ສ້າງລາຍຮັບເພີ່ມຂຶ້ນ ຢູ່ບັນດາປະເທດ ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງ ເສັ້ນທາງ”. ນອກນັ້ນ, ວິສາຫະກິດຈີນ ໄດ້ດໍາເນີນ “ໂຄງການຊ່ວຍເຫລືອ ຄົນທຸກຍາກ” “ໂຄງການຊ່ວຍເຫລືອດ້ານການປິ່ນປົວ ສຸຂະພາບ” ແລະ “ໂຄງການບ້ານຊ່ອງ ແຫ່ງຄວາມສຸກ” 300 ກວ່າໂຄງການ ຢູ່ປະເທດຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໂດຍໄດ້ຊ່ວຍເຫລືອ ປະຊາຊົນ ຂອງກາເມຣູນ, ເອທີໂອປີ, ຈີປູຕີ ແລະ ປະເທດອື່ນໆ ແກ້ໄຂບັນຫາຫຍຸ້ງຍາກ ດ້ານນໍ້າດື່ມ. ການຮ່ວມ ກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ສອດຄ່ອງກັບ ຄວາມປາດຖະໜາ ຢ່າງຮີບດ່ວນ ຂອງບັນດາປະເທດ ພວມພັດທະນາ ທີ່ຫວັງຢາກສົ່ງເສີມ ສິດທິມະນຸດ ໂດຍຜ່ານການຮ່ວມມື ແລະ ການພັດທະນາ, ພ້ອມທັງ ໄດ້ສະໜອງແນວຄິດໃໝ່, ແຮງຂັບເຄື່ອນໃໝ່ ແລະ ໂອກາດໃໝ່ ໃຫ້ແກ່ການຄຸ້ມຄອງ ສິດທິມະນຸດໂລກ ນໍາອີກ.
ການຮັບປະກັນ ສິດທິມະນຸດຈະບໍ່ມີຄໍາວ່າດີທີ່ສຸດ, ຫາກມີພຽງແຕ່ ຄໍາວ່າດີກວ່າເກົ່ານັ້ນເອງ. ຢູ່ທ່າມກາງຂະບວນການຊຸກຍູ້ ຄວາມທັນສະໄໝ ແບບຈີນ, ສປ ຈີນ ຈະຍົກສູງ ລະດັບການຮັບ ປະກັນ ສິດທິມະນຸດ ຢ່າງບໍ່ຢຸດຢັ້ງ ແລະ ຈະເດັດດ່ຽວ ສາມັກຄີກັບ “ປະເທດເຂດໂລກໃຕ້” ເພື່ອຊຸກຍູ້ການຄຸ້ມຄອງ ສິດທິມະນຸດໂລກ ໃຫ້ໄດ້ຮັບການພັດທະນາໄປຕາມທິດທາງ ທີ່ຍຸຕິທໍາ, ສະເໝີ ພາບ, ສົມເຫດສົມຜົນ ແລະ ກວມລວມ ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL