ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະແລກປ່ຽນຢ່າງມີໄມຕີຈິດມິດຕະພາບກັບ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ຢູ່ໂຄງການຊົນລະປະທານຕູ່ຈ່ຽງຢ້ຽນ ທີ່ນະຄອນເຊີງຕູ່ແຂວງເສສວນ ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 5 ທັນວານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະ ແລກປ່ຽນ ຢ່າງມີໄມຕີຈິດ ມິດຕະພາບກັບ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ຢູ່ໂຄງການຊົນ ລະປະທານ ຕູ່ຈ່ຽງຢ້ຽນ ທີ່ນະຄອນເຊີງຕູ່ ແຂວງເສສວນ ຂອງ ສປ ຈີນ. ໃນໂອກາດນີ້ ທ່ານ ສີຈິ້ນຜິງ ໄດ້ແນະນຳ ກ່ຽວກັບປະຫວັດ ແລະ ຄວາມໝາຍ ຂອງໂຄງການ ຊົນລະປະທານຕູ່ຈ່ຽງຢ້ຽນ ແລະ ກ່າວວ່າ: ສປ ຈີນ ແລະ ຝຣັ່ງ ຕ່າງກໍ່ເປັນຕົວແທນ ທີ່ໂດດເດັ່ນ ຂອງອະລິຍະທຳ ຕາເວັນອອກແລະ ຕາເວັນຕົກ. ເຊື່ອວ່າ ສອງປະເທດໃຫຍ່ ທີ່ມີຄວາມສຳຄັນ ດ້ານວັດທະນະທຳ ແລະ ປະຫວັດສາດ ສາມາດ ປະກອບສ່ວນ ອັນໃຫຍ່ຫລວງ ກວ່າເກົ່າ ເຂົ້າໃນສັນຕິພາບ ແລະ ສະຖຽນລະພາບ ຂອງໂລກ ກໍຄື ການພັດທະນາ ແລະ ຄວາມກ້າວໜ້າ ຂອງມວນມະນຸດ ຜ່ານການສົນທະນາ ແລະ ການຮ່ວມມື. ຈາກນັ້ນ ທ່ານ ເອັມມານູເອວ ມາຄຣົງ ກ່າວວ່າ: ຝຣັ່ງ ແລະ ສປ ຈີນ ລ້ວນແຕ່ ມີວັດທະນະທຳ ແລະ ປະຫວັດສາດມາແຕ່ດົນນານ, ການຮ່ວມມື ລະຫວ່າງ ສອງປະເທດ ສາມາດນຳໄປສູ່ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ແລະ ສ້າງຄວາມຜາສຸກ ໃຫ້ແກ່ ປະຊາຊົນສອງປະເທດ. ຝຣັ່ງ ຍິນດີເພີ່ມທະວີ ການຕິດຕໍ່ພົວພັນ ແລະ ປະສານງານກັບ ສປ ຈີນ, ຍຶດໝັ້ນແກ້ໄຂ ຄວາມຂັດແຍ້ງກັນ ໂດຍຜ່ານການສົນທະນາ ແລະ ການປຶກສາຫາລື, ຮ່ວມກັນ ປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL