ມາສະຫວັນນະເຂດ ຢ່າພາດມາຊີມອາຫານຢູ່ຕະຫລາດລາວຈະເລີນ

08/12/2025 14:18
ຂປລ ຂປລ. ຕ​ະຫລາດ​ລາວຈະ​ເລີ​ນ ​ແມ່ນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ທີ່​ໄດ້​ຮັບ​ຄວາມ​ນິຍົມ ​ຂອງນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ໄດ້​ມາ​ແຂວງ​ສະຫວັນນະ​ເຂດ ຕ້ອງ​ໄດ້​ມາ​ຢ້ຽມຢາມ​ສະຖານ​ທີ່​ແຫ່ງ​ນີ້​ເນື່ອງ​ຈາກ​ວ່າ ບັນ​ຍາກ​າດດີ, ອາຫານກໍ​ແຊບ ແລະ ມີ​ຮ້ານ​ອາຫານ​ຫລາ​ກຫລາຍ ​ໃຫ້​ເລືອກ​ກິນ​ແບບ​ບໍ່​ຊໍາ​ກັນ​ເປັນ​ຕົ້ນ​ອາຫານຕາມ​ສັ່ງ, ​ປະ​ເພດ​ເສັ້ນ, ຕໍາ, ຍໍາ,​ ແກງ ແລະ ອື່ນໆ

ຂປລ. ຕ​ະຫລາດ​ລາວຈະ​ເລີ​ນ ​ແມ່ນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ທີ່​ໄດ້​ຮັບ​ຄວາມ​ນິຍົມ ​ຂອງນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ  ທີ່​ໄດ້​ມາ​ແຂວງ​ສະຫວັນນະ​ເຂດ ຕ້ອງ​ໄດ້​ມາ​ຢ້ຽມຢາມ​ສະຖານ​ທີ່​ແຫ່ງ​ນີ້​ເນື່ອງ​ຈາກ​ວ່າ ບັນ​ຍາກ​າດດີ, ອາຫານກໍ​ແຊບ ແລະ ມີ​ຮ້ານ​ອາຫານ​ຫລາ​ກຫລາຍ ​ໃຫ້​ເລືອກ​ກິນ​ແບບ​ບໍ່​ຊໍາ​ກັນ ​ເປັນ​ຕົ້ນ​ອາຫານຕາມ​ສັ່ງ, ​ປະ​ເພດ​ເສັ້ນ, ຕໍາ, ຍໍາ,​ ແກງ  ແລະ ອື່ນໆ ​​ເວົ້າ​ໄດ້​ວ່າ​ມາ​ບ່ອນ​ນີ້​ຢາກກິນ​ຫຍັງ​ກໍໄດ້​ກິນ.ນອກ​ນີ້, ຍາມ​ຄໍ່າ​ຄືນ ຍັງ​ມີ​ດົນຕີ​ບັນເລງເພງມວນໆ ​ເພື່ອ​ສ້າງ​ຄວາມ​ເບີກ​ບານມ່ວນ​ຊື່ນ​ໃຫ້​ລູກ​ຄ້າ​ທີ່​ເຂົ້າ​ມາ​ໃຊ້​ບໍລິການ ​ໃນ​ຕະຫລາດ​ລາວ​ຈະ​ເລີ​ນ​ແຫ່ງ​ນີ້.

ນາງ ກະ​ນົກ​ພອນ ຂາວ​ພ​ອນ ຜູ້​ຈັດກາ​ນຕະ​ຫລາດ​ລາວ​ຈະ​ເລີ​ນ ​ໃຫ້​ຮູ້​ວ່າ: ສໍາລັບຕະຫລາດ​ລາວຈະ​ເລີ​ນ​ ເປີດ​​ໃຫ້​ບໍລິການມາ​ແຕ່​ປີ 2022 ປັດຈຸບັນ ​ມີ​ບັນດາ​ຮ້ານ​ຄ້າ 100 ປາຍ​ຮ້ານ​ເຂົ້າ​ມາ​ຂາຍ​ອາຫານ ​ໂດຍໃນ​ຕະຫລາດໄດ້ມີການ ຈັດສັນ​ແບ່ງ​ເປັນ​ຫລາຍ​ສ່ວນ​ ເຊັ່ນ: ​ເຂດປີ້ງ, ເຂດອາຫານສຸກ, ປະເພດຂອງຫວານ, ອາຫານຕາມສັ່ງ, ຕຳ, ຍຳ...  ​ແລະ ​ໂຊນຂາຍ​ເຄື່ອງນຸ່ງ​ຫົ່ມ. ນອກຈາກ​ນີ້, ​ໃນ​ຍາມ​ກາງຄືນ​ກໍ​ຈະ​ມີ ການ​ເສບ​ດົນຕີມ່ວນໆ​ ໃຫ້​ລູກ​ຄ້າ​ຟັງ​ ພ້ອ​ມກັບ​ການ​ກິນ​ອາຫານ​ແຊບໆ , ສໍາ​ລັບຈຸດ​ເດັ່ນທີ່​ສາມາດ​ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງ​ແຂວງ ໄດ້ຢ່າງ​ຫລວງ​ຫລາຍ​ ກໍ​ຈະ​ເປັນບັນຍາກາດທີ່​ສວຍ​ງາມ ​ໂດຍ​ສະ​ເພາະ​ຍາມ​ແລງ ຈະ​ເຫັນ​ທິວທັດແຄມ​ຂອງ​ໄດ້​ຢ່າງ​ຊັດ​ເຈນ ບວກ​ກັບ​ການ​ອອກ​ແບບ​ຕະຫລາດ​ໃຫ້​ມີ​ຄວາມ​ສວຍ​ງາມ​, ທັນ​ສະ​​ໄໝ,  ມີ​ບ່ອນ​ຖ່າຍຮູບ,ມີ​ບ່ອນ​ນັ່ງ​ຫລິ້ນ​ດ້ານໜ້າຕະຫລາດ​. ນອກ​ນີ້,  ກໍມີ​ອາຫານ​ທີ່​ຫລາກ​ຫລາຍ.​ແນວ​ໃດກໍ​ດີ, ​​ເມື່ອ​ມີ​ຕະຫລາດ​ແລ້ວ ກໍ​ຈະ​ປະຕິ​ເສດ​ບໍ່​ໄດ້​ເລື່ອງ​ ບັນ​ຫາ​ສິ່ງ​ແວດ​ລ້ອມ  ​ແຕ່ທາງ​ເຮົາ​ກໍ​ພະຍາ​ມ​ເອົາ​ໃຈ​ໃສ່​ແກ້​ໄຂ ​ໂດຍ​ເບື້ອງ​ຕົ້ນ​ແມ່ນ ໃຫ້​ບັນດາ​ຜູ້​ປະກອບ​ການ ​​ແຍກ​ຂີ້ເຫຍື້ອ​, ອະນາ​ໄມສະຖານ​ທີ່ ​ແລະ ສົ່ງ​ເສີມການ​ນໍາ​ໃຊ້​ພາຊະນະ​ຖ້ວຍ, ບ່ວງ​ຫີນ​​ເວລາ​ລູກ​ຄ້າ​ເຂົ້າ​ມາ​ກິນ​ຢູ່​ຮ້ານ ​ເພື່ອ​ຫລຸດຜ່ອນ​ການນໍາ​ໃຊ້ກ໋ອງ​ໂຟມ, ຖົງ​ຢາງປລາສຕິກອີກ​ດ້ວຍ. ນອກ​ຈາກມີຂາຍອາຫານ ໃນ​ຕະຫລາດ​ລາວ​ຈະ​ເລີ​ນ​ແລ້​ວ, ຍັງ​ມີ​ບໍລິການ​ໂຮງ​ໜັງລາວ​ຈະ​ເລີ​ນ ທີ່​ຫາ​ກໍ​ເປີດ ​ໃນ​ເດືອນ ພຶດສະພາ​ຜ່ານ​ມາ​ນີ້​ ເພື່ອອຳນວຍຄວາມສະດວກ ໃຫ້ກັບລູກຄ້າທີ່ເຂົ້າມາຊື້ ມາກິນອາຫານແລ້ວ ຍັງສາມາດໄປເບິ່ງໜັງໄດ້ອີກ, ຖືວ່າມາບ່ອນດຽວຄຸ້ມສຸດຄຸ້ມ.

ນາງ ກະ​ນົກ​ພອນ  ​ເວົ້າ​ເສີມ​ວ່າ: ຕະຫລາດ​ລາວ​ຈະ​ເລີ​ນ ​ເປັນ​ອີກ​ຕະຫລາດໜຶ່ງ ທີ່​ຊ່ວຍສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ແລະ​ ພໍ່ແມ່ປະຊາຊົນ ໃນທ້ອງຖິ່ນ​ມີວຽກເຮັດງານທໍາ,​ ມີລາຍຮັບເພີ່ມຂຶ້ນ ​ເນື່ອງ​ຈາກ​ວ່າ ມີ​ການ​ຄ້າຂາຍ ກໍ່ມີຫລາຍວຽກທີ່​ຕິດ​ພັນ​ກັນ ເຮັດໃຫ້ມີການຈ້າງງານຢ່າງຫລວງຫລາຍ. ສະ​ນັ້ນ,  ຈຶ່ງ​ເຊີນຊວນທຸກໆ ທີ່​ໄດ້​ມາທ່ຽວ ​ແຂວງ​ສະຫວັນ​ນະ​ເຂດ ກໍ​ສາມາດ​ແວ່​ເຂົ້າ​ມາ​ທ່ຽວຊົມ​ໄດ້ ​ໂດຍ​ຮ້ານ​ຈະ​ເປີດບໍລິການ​ທຸກວັນ​ ເລີ່ມແຕ່ເວລາ  16:00 ໂມງ​ -​ 23:00 ໂມງ  ຮັບຮອງ​ວ່າ​ທ່ານ​ຈະ​ປະ​ທັບ​ໃຈ​ແນ່ນອນ. ສໍາລັບ ທ່ານ​ໃດ​ມ​າ​ແຂວງ​ສະຫວັນ​ນະ​ເຂດ ​ຢາກ​ໄປ​ຫລີ້ນ​ຕະຫລາດ​ນີ້ ​ແຕ່​ບໍ່​ຮູ້​ທາງ ກໍ່​ສາມາດ​ຕິດຕໍ່ສອບ​ຖາມ​ໄດ້​ທີ່​ເບີ 02022213757.
ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top