ເຟດ ຫລຸດຜ່ອນອັດຕາດອກເບ້ຍລົງ ເປັນຄັ້ງທີ 3 ຢ່າງລຽນຕິດ

12/12/2025 05:40
ຂປລ ທະນາຄານສູນກາງ ສະຫະລັດ ອາເມລິກາ (Fed) ໄດ້ຫລຸດຜ່ອນ ອັດຕາ ດອກເບ້ຍລົງ 0,25%ເປັນຄັ້ງທີ 3 ຢ່າງລຽນຕິດ ເຮັດໃຫ້ອັດຕາດອກເບ່ຍ ພື້ນຖານ ຫລຸດລົງ ລະດັບຕ່ຳສຸດ ນັບແຕ່ ເດືອນພະຈິກ 2022 ມາຮອດ ປັດຈຸບັນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທະນາຄານສູນກາງ ສະຫະລັດ ອາເມລິກາ (Fed)  ໄດ້ຫລຸດຜ່ອນ ອັດຕາ ດອກເບ້ຍລົງ 0,25%ເປັນຄັ້ງທີ 3 ຢ່າງລຽນຕິດ ເຮັດໃຫ້ອັດຕາດອກເບ່ຍ ພື້ນຖານ ຫລຸດລົງ ລະດັບຕ່ຳສຸດ ນັບແຕ່ ເດືອນພະຈິກ 2022 ມາຮອດ ປັດຈຸບັນ. ການຕັດສິນດັ່ງກ່າວ ໄດ້ຍົກມາ ພາຍຫລັງ ກອງປະຊຸມ ທີ່ແກ່ຍາວເປັນເວລາ 2 ວັນ ຂອງຄະນະກຳມະການການຕະຫລາດເປີດສະຫະລັດ (FOMC), ອົງການວາງແຜນກຳນົດນະໂຍບາຍຂອງ Fed, ຕາມນັ້ນແລ້ວ ອັດຕາດອກເບ້ຍສະຫະລັດໄດ້ຫລຸດລົງແຕ່ 3,5% - 3,75%.  ນີ້ແມ່ນຄັ້ງທີ 3 ໃນຮອບເວລາ 4 ເດືອນທີ່ Fed ຫລຸດອັດຕາດອກເບ້ຍລົງ.ໃນແຈ້ງການໜຶ່ງ, FOMC ຊີ້ແຈ້ງວ່າ ບັນດາຕົວເລກອັບເດດ ໄດ້ຊີ້ໃຫ້ເຫັນ ການເຄື່ອນໄຫວ ເສດຖະກິດ ພວມໄດ້ຮັບການເປີດກວ້າງ ດ້ວຍລະດັບພໍດີ, ການເຕີບໂຕ ດ້ານວຽກເຮັດງານທຳ ຊ້າກວ່າ ໃນປີນີ້ ແລະ ອັດຕາວ່າງງານ ໄດ້ເພີ່ມຂຶ້ນເລັກໜ້ອຍໜຶ່ງ ໄລ່ຮອດເດືອນ ກັນຍາຜ່ານມາ. ດັ່ງນັ້ນ, ເພື່ອໜູນຊ່ວຍ ບັນດາເປົ້າໝາຍ ໄດ້ວາງອອກ, Fed  ຕົກລົງຫລຸດ ອັດຕາດອກເບ້ຍເງິນກູ້ ໃນຂ້າມຄືນ ລົງຕື່ມອີກ 0,25 ຈຸດສ່ວນຮ້ອຍ. ເຖິງຢ່າງໃດກໍຕາມ, Fed ຢັ້ງຢືນວ່າ ຈະຕີລາຄາ ບັນດາຂໍ້ມູນໃກ້ ຈະມາເຖິງ ຢ່າງລະອຽດລະອໍ ເພື່ອດັດປັບ ນະໂຍບາຍເງິນຕາ ຢ່າງເໝາະສົມ, ບໍ່ກໍ່ຄວາມກົດດັນ ຕໍ່ພື້ນຖານ ເສດຖະກິດ ແລະ ມຸ່ງໄປເຖິງເປົ້າໝາຍ ນຳໄພເງິນເຟີ້ກັບຄືນສູ່ ລະດັບເປົ້າໝາຍ 2%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

 
KPL

ຂ່າວອື່ນໆ

ads
ads

Top