ຂປລ
ຂປລ. ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13 ທັນວາ 1920 ທີ່ບ້ານນາເຊງ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນຊາວນາ ທີ່ຢຶດໝັ້ນໃນຫລັກທໍາຄໍາສອນຂອງພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ. ຊີວິດເມື່ອເຍົາໄວຂອງປະທານໄກສອນ ພົມວິຫານ

(ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນາວາ 1920-13 ທັນວາ 2025)
ຂປລ. ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13 ທັນວາ 1920 ທີ່ບ້ານນາເຊງ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນຊາວນາ ທີ່ຢຶດໝັ້ນໃນຫລັກທໍາຄໍາສອນຂອງພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ. ຊີວິດເມື່ອເຍົາໄວຂອງປະທານໄກສອນ ພົມວິຫານ ແມ່ນຊີວິດອັນອົບອຸ່ນດ້ວຍຄວາມຮັກ ແລະ ຄວາມເອົາໃຈໃສ່ຂອງພໍ່ແມ່, ເພິ່ນໄດ້ຮັບການລ້ຽງດູ ແລະ ການອົບຮົມສັ່ງສອນຈາກພໍ່ແມ່ໃຫ້ເປັນເດັກດີມີວິໄນ ແລະ ໃຝ່ຫາການສຶກສາ, ເມື່ອອາຍຸ 7 ປີ ເພິ່ນໄດ້ເຂົ້າຮຽນຊັ້ນປະຖົມພາສາລາວຕໍ່ມາເປັນພາສາຝຣັ່ງ, ເພິ່ນໄດ້ຕັ້ງໃຈຮຽນ, ດຸໝັ່່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະ ຮຽນໄດ້ຄະແນນດີ. ປະທານໄກສອນ ພົມວິຫານ ນອກຈາກເປັນຜູ້ທີ່ມີຄວາມດຸໝັ່ນໃນການຮ່ຳຮຽນແລ້ວ ທ່ານ ຍັງເປັນຜູ້ເຫລື້ອມໃສສັດທາໃນພຸດທະສາສະໜາ, ມັກອ່ານໜັງສືໃບລານ ແລະ ມັກຮັກໃນສິລະປະດົນຕີ ໂດຍສະເພາະແມ່ນການເປົ່າແຄນ ແລະ ມັກຫລິ້ນກິລາ. ພາຍຫລັງຮຽນຈົບຊັ້ນປະຖົມພາສາຝຣັ່ງ ທີ່ແຂວງສະຫວັນນະເຂດ ເພິ່ນໄດ້ໄປຮຽນຕໍ່ທີ່ວິທະຍາໄລໂປຣເຕັກໂຕຣາ (ອາລັກຂາ) ທີ່ຮ່າໂນ້ຍ ປະເທດຫວຽດນາມເຊິ່ງເປັນສູນກາງດ້ານວັດທະນະທຳ-ສັງຄົມ-ການເມືອງ ຂອງບັນດາປະເທດໃນອິນດູຈີນ ຄາວນັ້ນ.
ໃນຊຸມປີ 1936 - 1939 ຢູ່ນະຄອນຮ່າໂນ້ຍ ໄດ້ມີຂະບວນການຕໍ່ສູ້ເລັ່ງທວງເອົາສິດເສລີພາບ ແລະ ປະຊາທິປະໄຕ; ປະທານໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມຂະບວນການດັ່ງກ່າວນັ້ນ. ເພິ່ນມັກຮຽນ ແລະ ມັກຊອກຮຽນຮູ້ສິ່ງໃໝ່ໆ ໂດຍສະເພາະແມ່ນເພິ່ນມັກອ່ານໜັງສືພິມ "ເລິຕຣາວາຍ" (ແຮງງານ) ເຊິ່ງເປັນ ກະບອກສຽງຂອງພັກກອມມູນິດອິນດູຈີນ, ພ້ອມກັນນັ້ນ ເພິ່ນຍັງໄດ້ຮຽນມວຍຫວຽດນາມ, ມວຍຈີນ, ມວຍຢູໂດ ເພື່ອປ້ອງກັນຕົວ.ໃນຊຸມປີ 1940 ຍັງມີຂະບວນການຕໍ່ສູ້ປະຕິວັດເກີດຂຶ້ນ ເຊິ່ງແມ່ນພັກກອມມູນິດອິນດູຈີນເປັນຜູ້ນຳພາ, ຮຸ່ນຄົນທີ່ເກີດໃນຊຸມປີ 1920-1930 ໄດ້ຮັບຜົນສະທ້ອນຈາກ 6 ໜ່ວຍພັກ ທີ່ສ້າງຕັ້ງຂຶ້ນຢູ່ວຽງຈັນ, ສະຫວັນນະເຂດ, ປາກເຊ, ທ່າແຂກ, ບໍ່ແໜ່ງ, ໂພນຕິ້ວ ເຊິ່ງເປັນໄລຍະສ້າງຕັ້ງຄະນະພັກແຄວ້ນລາວ ຂອງພັກກອມມູນິດອິນດູຈີນ ໃນເດືອນ 9/1934 ຢູ່ທີ່ດອນຊິງຊູ ວຽງຈັນ(ກາງແມ່ນ້ຳຂອງ, ບັນດາຜູ້ແທນທີ່ມາຈາກໜ່ວຍພັກຕ່າງໆ ໄດ້ສ້າງຕັ້ງອົງຄະນະພັກແຄວ້ນລາວ ທີ່ຂຶ້ນກັບສູນກາງພັກກອມມູນິດອິນດູຈີນ). ນັບແຕ່ນັ້ນມາການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຈຶ່ງມີການຕິດພັນຢ່າງສະໜິດແໜ້ນກັບການປະຕິວັດອິນດູຈີນ ແລະ ການປະຕິວັດໂລກ ເຊິ່ງເປັນການຫັນປ່ຽນຈາກຂະບວນການຕໍ່ສູ້ຮັກຊາດ ໄປສູ່ຂະບວນການຕໍ່ສູ້ຮັກຊາດປະຕິວັດດ້ວຍຄຸນນະພາບໃໝ່.
ປີ 1943 ເພິ່ນໄດ້ຮຽນຈົບອຸດົມສຶກສາພາສາຝຣັ່ງ, ຫລັງຈາກນັ້ນ, ເພິ່ນກໍ່ໄດ້ເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ ໃນຂະແໜງກົດໝາຍທີ່ຮ່າໂນ້ຍ, ເພິ່ນເປັນຜູ້ໜຶ່ງໃນຈໍານວນຄົນທີ່ຮຽນເກັ່ງ ແລະ ມີພອນສະຫວັນທາງດ້ານນີ້. ປີ 1944 ເພິ່ນໄດ້ເຂົ້າຮ່ວມເປັນສະມາຊິກ ສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທໍາອິດຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພິ່ນໄດ້ປະກອບສ່ວນຢ່າງຫ້າວຫັນໃນຂະບວນການຫວຽດມິນ, ຕໍ່ມາໄດ້ເຂົ້າຮ່ວມໃນຂະບວນການຢຶດອໍານາດການປົກຄອງຈາກກໍາມືຂອງພວກຍີ່ປຸ່ນ ຢູ່ແຂວງ ສະຫວັນນະເຂດ ໃນວັນທີ 23 ສິງຫາ 1945.
ເດືອນມີນາ - ເດືອນທັນວາ 1946 ປະທານໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະ ຕິດຕໍ່ ລາວ - ຫວຽດນາມ. ປີ 1947 - 1948. ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຊີວິດຂອງນັກປະຕິວັດໜຸ່ມ, ເພິ່ນໄດ້ເຮັດວຽກ ຢູ່ໃນອົງການໂຄສະນາຂອງເຂດ 12 ພາກເໝືອຫວຽດນາມ, ໄດ້ຄົ້ນຄວ້າເອກະສານ, ບົດຄວາມເຫັນ, ບົດຂຽນຕ່າງໆຂອງບັນດາຜູ້ນໍາການປະຕິວັດຫວຽດນາມ ເປັນຕົ້ນແມ່ນຂອງປະທານໂຮ່ຈີີ່ມິງ, ເຈືອງຈິງ, ທ່ານ ຟາມວັນດົງ, ທ່ານ ຫວໍຫງວຽນຢາບ ແລະ ໄດ້ອ່ານປື້ມກ່ຽວກັບລັດທິມາກ-ເລນິນ, ບົດນິພົນ ທິດສະດີປະຕິວັດອື່ນໆ ຊຶ່ງໄດ້ກາຍເປັນພື້ນຖານທາງດ້ານແນວຄິດ, ເປັນອາວຸດອັນແຫລມຄົມ ທາງດ້ານສະຕິປັນຍາ ເພື່ອກ້າວສູ່ຄວາມເປັນຜູ້ນໍາຂະບວນການຕໍ່ສູ້ຂອງປະຊາຊົນເຮົາໃນເວລາຕໍ່ມາ.
ວັນທີ 27 ກຸມພາ 1948 ສູນກາງພັກກອມມູນິດອິນດູຈີນ ໄດ້ຕົກລົງສ້າງຕັ້ງກອງຕະລຸມບອນເຂດລາວເໜືອ ແລະ ປະທານໄກສອນ ພົມວິຫານ ໄດ້ຖືກມອບໝາຍໃຫ້ເປັນຫົວໜ້າກອງຕະລຸມບອນ ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ, ຈັດຕັ້ງກອງກໍາລັງປະກອບອາວຸດ, ສ້າງຖານທີ່ໝັ້ນທໍາອິດຂອງການປະຕິວັດຢູ່ເຂດຕາເວັນອອກສ່ຽງເໜືອຂອງລາວ ໂດຍເອົາບໍລິເວນລາວຮຸ່ງ, ພຽງສາ, ມອງນ້ໍາ, ຜາຫລວງຂອງເມືອງຊຽງຄໍ້, ແຂວງຫົວພັນ ເປັນໃຈກາງເຄື່ອນໄຫວປະຕິວັດ ສ້າງຮາກຖານປະຊາຊົນ, ສ້າງອໍານາດການປົກຄອງໃໝ່, ທັງ ສູ້ຮົບທັງຂົນຂວາຍທະຫານສັດຕູທັງຈັດຕັ້ງທະຫານລາດກອງຫລອນ ແລະ ຕ້ານການກວາດລ້າງຂອງສັດຕູ. - ຍ້ອນໄດ້ຜ່ານການຝຶກຝົນທົດສອບຢ່າງລະອິດລະອ້ຽວໃນຂະບວນການປະຕິວັດ, ໃນວັນທີ 6 ມັງ ກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ສະໝັກເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ແລະ ໃນວັນທີ 28 ກໍລະກົດ 1949 ໄດ້ຖືກຮັບເປັນສະມາຊິກສົມບູນຂອງພັກ. ຕັ້ງແຕ່ນັ້ນມາ ປະທານ ໄກສອນ ພົມວິຫານ ໄດ້ກ້າວເດີນບົນເສັ້ນທາງ ອັນສະຫວ່າງສະໄຫວຂອງການປະຕິວັດຕາມລັດທິມາກ-ເລນິນ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ ແລະ ດ້ວຍມານະຈິດອັນແນ່ວແນ່ ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍ່ທໍ້ຖອຍຍອມຈໍານົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ.
ວັນທີ 20 ມັງກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນ ແລະ ເພິ່ນໄດ້ຖືກແຕ່ງຕັ້ງເປັນຜູ້ບັນຊາການກອງທັບລາວອິດສະຫລະ ເຊິ່ງເປັນກຳລັງປະກອບອາວຸດປະຕິວັດ ທີ່ຢູ່ພາຍໃຕ້ການນຳພາໂດຍກົງ ແລະ ຮອບດ້ານຂອງພັກ. ເດືອນສິງຫາ 1950 ໃນກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ ປະທານ ໄກສອນ ພົມວິຫານໄດ້ຮັບເລືອກຕັ້ງ ເປັນກຳມະການໃນຄະນະກຳມະການສູນກາງແນວລາວອິດສະຫລະ ແລະ ເປັນລັດຖະມົນຕີວ່າການກະຊວງປ້ອງກັນຊາດ ຂອງລັດຖະບານລາວຕໍ່ຕ້ານ. ເດືອນ ກຸມພາ 1951ໃນກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ທີ່ຫວຽດນາມ, ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງໃຫ້ໄປຮ່ວມ ແລະ ກອງປະຊຸມໄດ້ມີມະຕິຈັດຕັ້ງພັກຕ່າງຫາກໃຫ້ແກ່ ຫວຽດນາມ, ລາວ ແລະ ຂະແມ, ປະທານ ໄກສອນ ໄດ້ຮັບມອບໝາຍຈາກກອງປະຊຸມໃຫ້ມາສ້າງຕັ້ງພັກປະຊາຊົນລາວ.
ໃນຊຸມປີ 1952-1954 ໃນຖານະເປັນລັດຖະມົນຕີວ່າການກະຊວງປ້ອງກັນຊາດ ແລະ ເປັນຜູ້ບັນຊາການກອງທັບ, ປະທານ ໄກສອນ ພົມວິຫານ ໄດ້ສຸມກຳລັງກາຍ, ກຳລັງໃຈໃສ່ບັນດາວຽກງານທີ່ສຳຄັນຄື: ກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ປຸກລະດົມຂະບວນການສົງຄາມກອງຫລອນຕ້ານການກວາດລ້າງ, ປັບປຸງ ແລະ ຂະຫຍາຍຖານທີ່ໝັ້ນການປະຕິວັດ, ຊີ້ນຳບັນດາບັ້ນຮົບໂຈມຕີຕ່າງໆ ລວມທັງຂຶ້ນບຸກໂຈມຕີແນວປ້ອງກັນນ້ຳອູຂອງສັດຕູ, ປະກອບສ່ວນເຂົ້າໃນໄຊຊະນະດຽນບຽນຟູ ຂອງຫວຽດນາມ, ກະກຽມໃຫ້ແກ່ການສ້າງຕັ້ງພັກປະຕິວັດລາວ. ວັນທີ 22 ມີນາ ປີ 1955, ປະທານ ໄກສອນ ພົມວິຫານ ໄດ້ພ້ອມກັບບັນດາສະຫາຍ ສະມາຊິກພັກກອມມູນິດອິນດູຈີນ ທີ່ເປັນຄົນລາວ ສ້າງຕັ້ງພັກປະຊາຊົນລາວ ແລະ ເພິ່ນໄດ້ຮັບເລືອກຕັ້ງໃຫ້ເປັນເລຂາທິການຄະນະຊີ້ນຳສູນກາງພັກປະຊາຊົນລາວ ທັງເປັນເລຂາທິການຄະນະພັກທະຫານສູນກາງ ແລະ ເປັນຜູ້ບັນຊາການສູງສຸດ ບັນດາກຳລັງປະກອບອາວຸດ. ປີ 1955-1957 ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມພົວພັນ-ຜົ້ງສາລີ,ຊີ້ນຳການຕໍ່ສູ້ຂອງປະຊາຊົນໃນ 10 ແຂວງ ຂອງລາຊະອານາຈັກ ແລະ ຊີ້ນຳການຕໍ່ສູ້ການເມືອງ ໃນການເຈລະຈາກັບລາຊະອານາຈັກ. ປີ 1959-1962 ປະທານ ໄກສອນ ພົມວິຫານ ພ້ອມປະທານ ຄຳໄຕ ສີພັນດອນ ໄດ້ອອກຈາກວຽງຈັນໄປເຂດທີ່ໝັ້ນຊຳເໜືອ ເພື່ອຊີ້ນຳການຫັນທິດການຕໍ່ສູ້, ຊີ້ນຳກອງພັນທີສອງປະເທດລາວ ຕີຜ່າວົງປິດລ້ອມຂອງສັດຕູ, ຊີ້ນຳການອອກຈາກຄຸກຂອງ ປະທານ ສຸພານຸວົງ ແລະ ຜູ້ນຳອື່ນໆ, ຊີ້ນຳການປົດປ່ອຍຊຳເໜືອ ແລະ ການລຸຮືຂຶ້ນຂອງປະຊາຊົນໃນແຫ່ງຕ່າງໆ, ຊີ້ນຳການປະຕິວັດແນວໂຮມລະຫວ່າງກຳລັງປະຕິວັດກັບກຳລັງເປັນກາງ, ຊີ້ນຳການປົດປ່ອຍເຂດຍຸດທະສາດທົ່ງໄຫຫີນ-ຊຽງຂວາງ ແລະ ຊີ້ນຳບັ້ນຮົບຫລວງນ້ຳທາ.ປີ 1964-1967 ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳການນສ້າງເຂດປົດປ່ອຍໃຫ້ກາຍເປັນຖານທີ່ໝັ້ນການປະຕິວັດອັນໝັ້ນຄົງ ຕາມລັກສະນະຂອງລັດໜຶ່ງທີ່ເປັນເຈົ້າຕົນເອງ ເພື່ອສ້າງເປັນບ່ອນອີງໃນການຕໍ່ສູ້ອັນຍາວນານ, ຊີ້ນຳບັ້ນເຄື່ອນໄຫວຂົນຂວາຍກອງປຸ້ນດ້ວຍທິດນຳສາມດ້ານຄື: ເອົາການເມືອງເປັນພື້ນ, ການທະຫານໜູນໜີບ, ເສດຖະກິດເປັນໄມ້ງັດ. ພ້ອມກັນນັ້ນ, ກໍປຸກລະດົມມະຫາຊົນຍິງຍົນສັດຕູ. ປີ 1968-1970 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບປົດປ່ອຍນ້ຳບາກ, ບັ້ນຮົບປົດປ່ອຍຜາຖີ່, ຊີ້ນຳການໂຈນຕີກູ້ເອົາບໍລິເວນທົ່ງໄຫຫີນຊຽງຂວາງຄືນ ແລະ ຊີ້ນຳການທັບມ້າງແຜນການຍຸດທະສາດປີນຂັ້ນໄດສົງຄາມພິເສດຂອງສັດຕູ. ປີ 1971-1973 ປະທານໄກສອນ ໄດ້ຊີ້ນຳບັ້ນຮົບທັບມ້າງຍຸດທະສາດປີນຂັ້ນໄດສົງຄາມພິເສດລະດັບສູງຂອງສັດຕູ ແລະ ຊີ້ນຳການສ້າງຕັ້ງສັນຕິພາບ ປະຕິບັດຄວາມຖືກຕ້ອງປອງດອງເທື່ອທີ 3 ຢູ່ປະເທດເຮົາ.1974-1975 ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳການເສີມຂະຫຍາຍກຳລັງແຮງສັງລວມ ແລະ ທ່າສະໜາມຂອງສາມເຂດ (ເຂດປົດປ່ອຍ, ເຂດຝ່າຍກົງກັນຂ້າມ, ເຂດເປັນກາງ) ສົມທົບລະຫວ່າງການຕໍ່ສູ້ການເມືອງ, ການທະຫານໜູນໜີບ ແລະ ດ້ານກົດໝາຍ ເພື່ອບັງຄັບໃຫ້ຝ່າຍກົງກັນຂ້າມຕ້ອງປະຕິບັດສັນຍາວຽງຈັນ, ສ້າງທ່າ, ສ້າງກຳລັງໃໝ່ ເພື່ອສຳເລັດການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ. ເດືອນ 5-12/1975 ປະທານ ໄກສອນ ໄດ້ຊີ້ນຳການປຸກລະດົມທົ່ວປວງຊົນ ລຸກຮືຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດ ດ້ວຍ 3 ບາດຄ້ອນຍຸດທະສາດ, ສົມທົບກັບການຕໍ່ສູ້ດ້ານກົດໝາຍ ເພື່ອຍາດເອົາໄຊຊະນະຂັ້ນພື້ນຖານໃນໄລຍະສັ້ນ. ວັນທີ 1-2/12/1975 ໃນກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ປະກາດລົບລ້າງລະບອບລາຊາທິປະໄຕ ແລະ ສະຖາປະນາ ສປປ ລາວ, ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນປະທານສະພາລັດຖະມົນຕີແຫ່ງ ສປປ ລາວ.
ສັງລວມແລ້ວ,ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບອັນແຫລມຄົມ ແລະ ມີນ້ໍາໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບຸລຸດຂອງຊາດລາວເຮົາ.
KPL